ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄທພິຈາລະນາ ຮ່າງກົດໝາຍ ແຕ່ງງານ ລະຫວ່າງ ຄົນເພດດຽວກັນ (ສະໄລດ໌/ວີດິໂອ ລາວ-ອັງກິດ)


Thai Same-Sex Marriage Bill Not Without Controversy
please wait

No media source currently available

0:00 0:02:48 0:00
ລິງໂດຍກົງ

ພິທີແຕ່ງງານລະຫວ່າງ ນາງສາວ ອາຣິສາ ຖະໜອມເມກ ແລະຄູ່ຄອງຂອງລາວ ກໍຄືນາງ ພະຊະຣີ ຫັງສາບຸດ ທີ່ປະເທດໄທ

ໃນຂະນະທີ່ມີການໂຕ້ຖຽງກັນສືບຕໍ່ມາ ໃນບັນດາປະເທດ
ຕາເວັນຕົກ ລວມທັງສະຫະລັດ ກ່ຽວກັບການແຕ່ງງານຂອງ
ຄົນເພດດຽວກັນນັ້ນ ໄທກໍອາດຈະກາຍເປັນປະເທດທໍາອິດ
ຢູ່ໃນເອເຊຍ ທີ່ຈະເຮັດໃຫ້ການແຕ່ງງານຂອງພວກຮັກຮ່ວມ
ເພດດຽວກັນ ຖືກຕ້ອງຕາມກົດໝາຍ. ໄທເປັນປະເທດ ທີ່ມີ
ຊື່ສຽງຢູ່ແລ້ວ ໃນເລື້ອງການຍອມຮັບຄວາມແຕກຕ່າງທາງ
ເພດຢ່າງ ກວ້າງຂວາງ ແຕ່ວ່າ ຮ່າງກົດໝາຍການແຕ່ງງານ
ຂອງຄົນຮັກເພດດຽວກັນ ກໍບໍ່ໄດ້ປາດສະຈາກການໂຕ້ແຍ້ງ
ກັນ. Daniel Schearf ຜູ້ສື່ຂ່າວວີໂອເອ ມີລາຍງານເລື້ອງນີ້
ມາຈາກບາງກອກ ຊຶ່ງບົວສະຫວັນຈະນໍາມາສະເໜີທ່ານໃນ
ອັນດັບຕໍ່ໄປ:

ລິງໂດຍກົງ

ເມື່ອໄວໆມານີ້ ໄດ້ມີການຈັດພິທີແຕ່ງງານ ຢ່າງສວຍງາມຂອງຄົນຄູ່ນຶ່ງ ຢ່າງຖືກຕ້ອງ
ຕາມປະເພນີໄທທຸກຢ່າງ ຕ່າງແຕ່ວ່າບໍ່ມີເຈົ້າບ່າວ ແຕ່ມີເຈົ້າສາວສອງຄົນ. ພິທີແຕ່ງ
ງານນີ້ເປັນພຽງສັນຍາລັກເທົ່ານັ້ນ ເພາະວ່າ ໄທ ກໍຄື ຂົງເຂດເອເຊຍທັງໝົດ ແມ່ນບໍ່
ຮັບຮູ້ການແຕ່ງງານລະຫວ່າງຄົນເພດດຽວກັນ.

ແຕ່ວ່າຮ່າງກົດໝາຍ ທີ່ຈະມີການອະພິປາຍກັນໃນປາຍປີນີ້ ອາດສາມາດປ່ຽນແປງ
ສະພາບການອັນນັ້ນໄດ້ ແລະເຮັດໃຫ້ໄທເປັນປະເທດທໍາອິດທີ່ຈະເຮັດໃຫ້ການແຕ່ງ
ງານຂອງພວກກະເທີຍ ຫລື ເກ ຖືກຕ້ອງຕາມກົດໝາຍ.

ເຖິງຢ່າງໃດກໍຕາມ, ອາຣິສາ ຖະໜອມເມກ ແລະຄູ່ຄອງຂອງລາວ ກໍຄືນາງ ພະຊະຣີ
ຫັງສາບຸດ ເວົ້າວ່າ ພວກເຂົາເຈົ້າບໍ່ສົນໃຈທີ່ຈະລໍຖ້າໃຫ້ກົດໝາຍອອກມາ.

ນາງ ອະຣິສາເວົ້າວ່າ ”ພວກເຮົາ.. ພວກເຮົາຈະບໍ່ລໍຖ້າ ເພາະວ່າພວກເຮົາ
ແມ່ນພ້ອມແລ້ວ. ຄອບຄົວຂອງພວກເຮົາກໍພ້ອມແລ້ວ.”


ໄທບໍ່ເຄີຍຫ້າມການຮັກຮ່ວມເພດດຽວກັນ ແລະຫລາຍຄົນເວົ້າວ່າ ວັດທະນະທໍາຂອງ
ສາສະໜາພຸດ ແມ່ນສົ່ງເສີມໃຫ້ຍອມຮັບຄວາມແຕກຕ່າງທາງ ເພດຫລາຍກວ່າສາສະ
ໜາອື່ນ.

ຫາກແຕ່ວ່າ ຜົນການສໍາຫລວດທີ່ເຮັດຂຶ້ນໃນປີກາຍນີ້ ສະແດງວ່າ 58 ເປີເຊັນຂອງ
ຄົນໄທໂດຍທົ່ວໄປ ຍັງຍຶດຖືຕໍ່ຄວາມເຊື່ອທີ່ວ່າ ການແຕ່ງງານຂອງຄົນເພດດຽວກັນ
ແມ່ນເປັນເລື້ອງຜິດທໍາມະຊາດ ແລະເຮັດແບບຢ່າງ ບໍ່ດີໃຫ້ແກ່ເດັກນ້ອຍ.

ທ່ານ ວີຣັດ ກັນລະຍາສິຣິ ສະມາຊິກສະພາແຫ່ງຊາດໄທ ແລະຮອງຫົວໜ້າຄະນະກໍາ
ມະການຮ່າງກົດໝາຍການແຕ່ງງານຂອງຄົນເພດດຽວກັນ ເວົ້າວ່າອາຍຸສະເລ່ຍຂອງ
ພວກຜູ້ແທນສະພາ ຊຶ່ງແມ່ນສູງກວ່າ 45 ປີຂຶ້ນໄປນັ້ນ ເຮັດໃຫ້ການສະໜັບສະໜຸນ
ກົດໝາຍດັ່ງກ່າວ ຍາກຂຶ້ນກວ່າເກົ່າ.

ເບິ່ງວີດິໂອເລື້ອງນີ້ເປັນພາສາລາວ:




ທ່ານວີຣັດ ເວົ້າວ່າ ”ມີກຸ່ມທີ່ບໍ່ເຫັນພ້ອມນໍາ, ພວກອາຍຸສູງບໍ່ເຂົ້າໃຈຄວາມຮູ້ສຶກ
ຂອງຄົນພວກນັ້ນ. ກຸ່ມທີສອງແມ່ນພວກທີ່ມີຄວາມເຊື່ອທາງສາສະໜາເຄັ່ງຄັດ
ເຊ່ນ ສາສະໜາໂຣມັນ ກາໂທລິກ ຫລື ອິສລາມທີ່ເຄັ່ງຄັດ ພໍສົມຄວນກ່ຽວກັບ
ເລື້ອງນີ້.”


ການໂຕ້ແຍ້ງກັນໄດ້ເລີ້ມຂຶ້ນໃນປີກາຍນີ້ ເມື່ອ ທ້າວນະທີ ທີຣະໂຣຈະນາພົງ ແລະ ແຟນ
ຜູ້ຊາຍຂອງລາວ ທີ່ຮັກກັນມາເປັນເວລາຫລາຍກວ່າສອງທົດສະວັດ ພະຍາຍາມທີ່ຈະ
ແຕ່ງງານກັນ ແຕ່ວ່າຖືກປະຕິເສດ.

ຜູ້ກ່ຽວ ກັບພວກນັກເຄື່ອນໄຫວຄົນອື່ນໆ ໄດ້ນໍາເອົາເລື້ອງດັ່ງກ່າວຂຶ້ນໄປຫາພວກຜູ້
ແທນ ແລະກໍໄດ່້ຮັບການສະໜັບສະໜຸນເຖິງຂັ້ນທີ່ ພວກເຂົາເຈົ້າມີຄວາມໝັ້ນໃຈວ່າອີກ
ບໍ່ດົນພວກເຂົາເຈົ້າກໍຈະສ້າງປະຫວັດສາດ ແລະບໍ່ແມ່ນ ແຕ່ພຽງຢູ່ໃນເອເຊຍ ເທົ່ານັ້ນ.

ທ້າວນະທີ ເວົ້າວ່າ: “ພວກເຮົາຈະນໍາໜ້າອາເມຣິກາ ໃນເລື້ອງນີ້ແນ່ນອນ.
ປະເທດຂອງທ່ານຈະໃຊ້ເວລາດົນອີກຈັກໜ່ອຍ. ແຕ່ວ່າສໍາລັບພວກເຮົາ
ຂ້ອຍຄິດວ່າປີໜ້າ ຫລືບໍ່ກໍອາດຈະເປັນສອງສາມປີ ພວກເຮົາຈະເຮັດໄດ້.
ຂ້ອຍເຊື່ອ ແລະໝັ້ນໃຈຮ້ອຍເປີເຊັນເລີຍ.”


ແຕ່ພວກນັກວິຈານເວົ້າວ່າ ຮ່າງກົດໝາຍອະນຸຍາດໃຫ້ ຄົນເພດດຽວກັນ ແຕ່ງງານ
ກັນໄດ້ຕາມທີ່ເປັນຢູ່ນັ້ນ ແມ່ນຍັງມີການແບ່ງແຍກກັນຫລາຍກວ່າ ຄວາມສະເໝີພາບ.

ເຖິງແມ່ນວ່າ ຮ່າງກົດໝາຍດັ່ງກ່າວອະນຸຍາດໃຫ້ໄດ້ຮັບຜົນປະໂຫຍດແລະສິດໃນການ
ຕັດສິນໃຈເກືອບໝົດທຸກຢ່າງ ຄືກັນກັບຄູ່ສົມລົດເພດກົງກັນຂ້າມກັນ ແຕ່ວ່າອາຍຸຂອງ
ຜູ້ຍິນຍອມພ້ອມໃຈໄດ້ເພີ້ມຂຶ້ນຈາກ 17 ປີ ໄປເປັນ 20 ປີ.

ພວກນັກເຄື່ອນໄຫວເວົ້າວ່າ ກົດໝາຍທີ່ເປັນກາງທາງດ້ານເພດ ຈະເໝາະສົມກວ່າ
ໃນການປ້ອງກັນບໍ່ໃຫ້ ພວກຄົນທີ່ປ່ຽນເພດຖືກບັງຄັບໃຫ້ຈັດເປັນເພດຍິງ ຫລືເພດຊາຍ
ທີ່ບໍ່ແມ່ນໝົດທຸກຄົນເຫັນດີນໍາ.

XS
SM
MD
LG