ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາແຫ່ງຊາດໄທເລືອກເອົາ ຍິ່ງ​ລັກ ຊິນນະ​ວັດ ເປັນນາຍົກລັດຖະມົນຕີ​


ທ່ານນາງ ຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີ​ແມ່ຍິງຄົນທໍາ​ອິດ​​​ຂອງ​ໄທ
ທ່ານນາງ ຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີ​ແມ່ຍິງຄົນທໍາ​ອິດ​​​ຂອງ​ໄທ

ສະພາແຫ່ງ​ຊາດໄທ​ໄດ້​ເລືອກ​ເອົາ​ທ່ານ​ນາງ ຍິ່ງ​ລັກ ຊິນນະ​ວັດ ໃຫ້ເປັນນາຍົກ ລັດຖະມົນຕີ​ແມ່ຍິງຄົນທໍາ​ອິດ​ຂອງ​ໄທ ໃນ​ວັນ​ສຸກ​ມື້​ນີ້​ ຫຼັງ​ຈາກທີ່​ພັກ​ຂອງ​ທ່ານ​ນາງ​ໄດ້​ຊະນະ​ຢ່າງ​ຖ້ວມ​ລົ້ນ​ ໃນການ​ເລືອກ​ຕັ້ງ​ຄັ້ງ​ວັນ​ທີ 3 ກໍລະ​ກົດ ​ຜ່ານ​ມາ​ນັ້ນ.

ສະພາຕໍ່າ​ຂອງ​ຄະນະ​ລັດຖະບານ​ໄດ້​ລົງ​ຄະ​ແນນສຽງ​ເຫັນ​ດີ 296 ​ຕໍ່ 3 ສຽງ​ຄັດຄ້ານ ​ໂດຍ​ມີ​ຜູ້​ແທນ 197 ຄົນ ບໍ່ອອກສຽງ.

ທ່ານ​ນາງ ຍິງ​ລັກ ອາ​ຍຸ​ 44 ປີ ​ທີ່​ຫາ​ກໍໄດ້​ເລີ່​ມຕົ້ນອາຊີບ​ການ​ເມືອງຂອງ​ທ່ານ​ນາງເມື່ອເດືອນ​ມິຖຸນາ​ຜ່ານ​ມາ​ນີ້​ເອງ ​ເປັນ​ນ້ອງ​ສາວ​ຂອງ​ອະດີດນາຍົກລັດຖະ ມົນຕີ​ ​ທັກສິນ ຊິນນະ​ວັດ ຜູ້​ຊຶ່ງ​ໄດ້​ຖືກ​ໂຄ່ນ​ລົ້ມໃນ​ການ​ກໍ່ລັດ​ຖະປະຫານ​ທີ່​ບໍ່ມີ​ການ​ນອງ​ເລືອດ ​ໃນ​ປີ 2006 ​ແລະ​ປະຈຸ​ບັນ​ນີ້​ ລີ້ໄພ​ຢູ່​ໃນ​ຕ່າງປະ​ເທດ.

ແຕກ່ອນ​ທີ່ທ່ານ​ນາງ ຍິ່ງ​ລັກ ຈະ​ຂຶ້ນ​ດໍາລົງ​ຕໍາ​ແໜ່​ງ​ໄດ້​ນັ້ນ ທ່ານ​ນາງຈະຕ້ອງ​ໄດ້ ຮັບ​ການ​ຮັບຮອງ​ເອົາ ຈາກ​ກະສັດ​ພູມີ​ພົນ ອະດຸນ​ຍະ​ເດດ ​ເສັຍ​ກ່ອນ ​ໃນພິທີນຶ່ງ​ເສຍ​ກ່ອນ ຊື່​ງຄາດ​ວ່າ​ຈະ​ມີ​ຂຶ້ນ​ ໃນ​ອີກ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້.

XS
SM
MD
LG