ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລະເບີດ ແຄມທາງ ສັງຫານ 8 ຄົນ ຢູ່ພາກໃຕ້ ຂອງໄທ (ວີດິໂອ)


ທະຫານໄທ ພວມກວດກາເບິ່ງ ບ່ອນທີ່ລົດທະຫານ ຖືກລະເບີດແຄມທາງ ຢູ່ຈັງຫວັດຍະລາ ໃນເຂດພາກໃຕ້ (29 ມິຖຸນາ 2013)
ທະຫານໄທ ພວມກວດກາເບິ່ງ ບ່ອນທີ່ລົດທະຫານ ຖືກລະເບີດແຄມທາງ ຢູ່ຈັງຫວັດຍະລາ ໃນເຂດພາກໃຕ້ (29 ມິຖຸນາ 2013)
ເຈົ້າໜ້າທີ່ທະຫານໃນພາກໃຕ້ຂອງໄທ ກ່າວວ່າມີທະຫານ 8 ຄົນ
ເສຍຊີວິດຍ້ອນລະເບີດແຄມທາງ.

ເຈົ້າໜ້າທີ່ ເວົ້າວ່າ ນອກນັ້ນ ຍັງມີທະຫານ 2 ຄົນ ແລະ ພົນລະ
ເຮືອນອີກ 2 ຄົນ ໄດ້ຮັບບາດເຈັບ ໃນເຫດລະເບີດ ທີ່ເກີດຂຶ້ນ ໃນຕອນເຊົ້າຂອງວັນເສົາມື້ນີ້ທີ່ອຳເພີກຣົງປີນັງຈັງຫວັດຍະລາ ທີ່ພົນເມືອງສ່ວນໃຫຍ່ເປັນຊາວມຸສລິມ.

ໂຄສົກກອງທັບຄົນນຶ່ງກ່າວວ່າ ພວກທະຫານເຫຼົ່ານີ້ພວມເດີນ ທາງກັບຄືນຄ້າຍໃນລົດບັນທຸກຫຼັງຈາກເສັດສິ້ນການລາດຕະ ເວນເວລາລະເບີດທີ່ແຕກຂຶ້ນໄດ້ທຳລາຍລົດບັນທຸກແລະເຮັດ ໃຫ້ທະຫານທັງ 8 ເສຍຊີວິດ ໃນທັນທີ.

ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບເທື່ອ ແຕ່ພວກກະບົດຫຼາຍໆກຸ່ມເຄີຍທຳການ ໂຈມຕີໃນທຳນອງນີ້ມາແລ້ວ ຢູ່ໃນເຂດດັ່ງກ່າວ.

ພວກກະບົດເຫຼົ່ານີ້ເປັນກຸ່ມທີ່ບໍ່ມີຕົວຕົນ ທີ່ເຊື່ອກັນວ່າ ຕ້ອງການສິດ ໃນການປົກຄອງຕົນ ເອງຫຼາຍຂຶ້ນ ໃນເຂດພາກໃຕ້ຂອງໄທ ແຕ່ຍັງບໍ່ທັນມີໂສມໜ້າ ທີ່ເປັນປຶກແຜ່ນກັນເທື່ອ.

ເບິ່ງວີດິໂອພາສາລາວ ກ່ຽວກັບບັນຫາພາກໃຕ້ຂອງໄທ:

ຄວາມຮຸນແຮງ ໃນພາກໃຕ້ຂອງໄທ
please wait

No media source currently available

0:00 0:02:50 0:00

ປະເທດໄທມີຊາວພຸດເປັນຄົນກຸ່ມໃຫຍ່ ແຕ່ຢູ່ໃນສາມຈັງຫວັດພາກໃຕ້ທີ່ມີຊາຍແດນຕິດກັບ ມາເລເຊຍ ຄືປັຕຕານີ ນະຣາທິວາດແລະຍະລານັ້ນ 80 ເປີເຊັນຂອງພົນລະເມືອງແມ່ນເປັນ ຊາວມາເລທີ່ນັບຖືສາສະໜາອິສລາມ.

ເມື່ອ 100 ກວ່າປີກ່ອນທັງສາມຈັງຫວັດແມ່ນປະກອບເປັນລັດເອກກະລາດມາເລທີ່ປົກຄອງ ດ້ວຍສຸນລະຕາລ ຈົນຮອດເວລາທີ່ໄທເຂົ້າຢຶດເອົາດິນແດນດັ່ງກ່າວ.

ຄວາມບໍ່ພໍໃຈຕໍ່ການປົກຄອງຂອງຊາວພຸດໄທ ລະເບີດຂຶ້ນໃນປີ 2004 ໃນການສູ້ລົບທີ່ເຮັດ ໃຫ້ມີຜູ້ເສຍຊີວິດໄປແລ້ວຫຼາຍກວ່າ 5,000 ຄົນຊຶ່ງສ່ວນໃຫຍ່ແມ່ນພົນລະເຮືອນ.

ເບິ່ງວີດິໂອ ພາສາອັງກິດ ກ່ຽວກັບຄວາມຮຸນແຮງໃນພາກໃຕ້ຂອງໄທ:

Violence in Thailand's Deep South Escalates as Peace Talks Take Place
please wait

No media source currently available

0:00 0:02:46 0:00
ລິງໂດຍກົງ
XS
SM
MD
LG