ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຄວາມຕ້ອງການ ກົດດັນ ໃຫ້ມີ ການຄ້າສັດປ່າ ຜິດກົດໝາຍ ເພີ້ມຂຶ້ນ


Demand Drives Illicit Global Animal Trade
please wait

No media source currently available

0:00 0:02:25 0:00
ລິງໂດຍກົງ
ມີລາຍງານວ່າ ເຈົ້າໜ້າທີ່ໄທ ແລະສະຫະລັດ ພວມສ້າງຄວາມ
ກ້າວໜ້າ ໃຫ້ແກ່ການດຳເນີນຄວາມພະຍາຍາມຮ່ວມກັນ ເພື່ອ
ຫຼຸດຜ່ອນການຄ້າຂາຍສັດປ່າແບບຜິດກົດໝາຍຂອງໂລກ. ແຕ່
ພວກເຂົາເຈົ້າເວົ້າວ່າ ບັນຫາດັ່ງກ່າວນີ້ ພວມເພີ້ມທະວີຄວາມ
ຮ້າຍແຮງຂຶ້ນຍ້ອນມີຄວາມຕ້ອງການສັດທີ່ກຳລັງຈະສູນພັນ
ຕະຫຼອດທັງຊິ້ນສ່ວນທີ່ໃຫ້ກຳໄລງາມຂອງສັດເຫຼົ່ານີ້ຫຼາຍຂຶ້ນ
ຢູ່ໃນທົ່ວໂລກ. Steve Herman ຜູ້ສື່ຂ່າວຂອງວີໂອເອ ມີລາຍ
ງານກ່ຽວກັບເລື່ອງມານີ້ຈາກບາງກອກ ດັ່ງໄພສານຈະນຳມາ
ສະເໜີທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ


ສັດທີ່ກຳລັງຈະສູນພັນເຫຼົ່ານີ້ ຊຶ່ງຖືກພວກເຈົ້າໜ້າທີ່ຢຶດໄດ້ ຢູ່ໄທ ແມ່ນໄດ້ຖືກຈັບມາຈາກ
ບ່ອນຢູ່ບ່ອນອາໄສ ຕາມທຳມະຊາດຂອງພວກເຂົາ ແລະໄດ້ຖືກກັບດັກ ໃນອັນທີ່ໄດ້ກາຍ ເປັນທຸລະກິດທີ່ຜິດກົດໝາຍ ມູນຄ່າຫຼາຍພັນລ້ານໂດລາ. ໃນໄລຍະຫຼາຍໆປີຜ່ານມານີ້ໄທ ໄດ້ມີພັນທະມິດໃນດ້ານການປະຕິບັດກົດໝາຍເພື່ອປາບປາມການຄ້າດັ່ງກ່າວ ນັ້ນກໍຄືລັດ ຖະບານສະຫະລັດ.

ເຈົ້າໜ້າທີ່ໆສຳຄັນທ່ານນຶ່ງ ຂອງຝ່າຍອາເມຣິກັນ ກໍໄດ້ແກ່ທ່ານ William Brownfield ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະຣັດຮັບຜິດຊອບກ່ຽວກັບການ ປາບປາມການຄ້າຢາເສບຕິດທີ່ຜິດກົດໝາຍແລະກຸ່ມຈັດຕັ້ງອາຊະຍາກຳ.

ທ່ານ Brownfield ເວົ້າວ່າ "ຂ້າພະເຈົ້າສືບສວນ ຈັບກຸມ ດຳເນີນຄະດີ ແລະຄຸມ ຂັງພວກທີ່ກໍ່ອາຊະຍາກຳແລະພວກລັກລອບຄ້າຂາຍສັດປ່າແນ່ນອນແມ່ນເປັນ ອາຊະຍາກອນ."

ເຈົ້າໜ້າທີ່ໄທກ່າວຕໍ່ວີໂອເອວ່າ ພວກເຂົາເຈົ້າຄາດຄະເນວ່າໃນປີນີ້ຈະຈັບສັດປ່າທີ່ຍັງ ເປັນໄດ້ 20,000 ໂຕ. ຈຳນວນສັດປ່າທີ່ຖືກຈັບຢູ່ໄທ ແລະປະເທດອື່ນໆ ແມ່ນເພີ້ມຂຶ້ນ ໃນໄລຍະສອງສາມປີຜ່ານມານີ້.

ພວກເຈົ້າໜ້າທີ່ເວົ້າວ່າ ຄວາມຕ້ອງການທີ່ເພີ້ມທະວີຂຶ້ນຊຶ່ງສ່ວນນຶ່ງແລ້ວແມ່ນມາຈາກ ລູກຄ້າທີ່ຮັ່ງມີຫຼາຍຂຶ້ນຢູ່ເຂດເອເຊຍ ພວມເຮັດໃຫ້ຕະຫຼາດຄ້າສັດປ່າໃຫຍ່ຂຶ້ນ.

ທ່ານ Brownfield ເວົ້າວ່າ "ຈຳນວນສັດປ່າທີ່ຢຶດແລະຈັບໄດ້ຫຼາຍຂຶ້ນ ແມ່ນສະ ແດງໃຫ້ເຫັນວ່າ ການປະຕິບັດກົດໝາຍ ພວມເລີ້ມໄດ້ຮັບຜົນແລ້ວ."

ນຶ່ງໃນບັນດາຄວາມວິຕົກກັງວົນທີ່ໃຫຍ່ທີ່ສຸດຂອງພວກເຈົ້າໜ້າທີ່ຢູ່ນີ້ ກໍຄືໄທໄດ້ຖືກໃຊ້ ເປັນຈຸດລຳລຽງສົ່ງຄ່ຽນ ໂດຍສະເພາະໃນເລື່ອງງາຊ້າງ ແລະງາແບບນີ້ ໃນຕະຫຼາດມືດ
ນັ້ນ ອາດມີລາຄາສູງເຖິງ 30,000 ໂດລາ.

ທ່ານທິຣະພັດ ປຣະຢຸດຣະສິດທິ ຮອງອະທິບໍດີຮັບຜິດຊອບເລື່ອງອຸດທະຍານແຫ່ງຊາດ ຂອງໄທເວົ້າວ່າການຮ່ວມມືກັບສະຫະລັດແມ່ນກາຍເປັນປັດໄຈສຳຄັນໃນການຫຼຸດຜ່ອນ ການລັກລອບຄ້າສັດປ່າ ແລະການຄ້າຂາຍຜະລິດຕະພັນກ່ຽວຂ້ອງທີ່ຜິດກົດໝາຍ.

ທ່ານທີຣະພັດເວົ້າວ່າ "ມັນເປັນບັນຫາຂອງໂລກເນື່ອງຈາກຄວາມທຸກຍາກ ຄວາມ ໂລບ ແລະຜູ້ຄົນ ທີ່ຕ້ອງການຢາກສວຍໃຊ້ຊັບພະຍາກອນທຳມະຊາດ ເພື່ອສ້າງ
ຜົນປະໂຫຍດ ໃຫ້ແກ່ໂຕເອງ ຊຶ່ງເລື່ອງດັ່ງກ່າວ ໄດ້ຍັງຜົນໃຫ້ມີການລັກຄອບຄ້າ
ສັດປ່າເພີ້ມຂຶ້ນແລະພວກເຮົາຕ້ອງໄດ້ຊອກຫາຊ່ອງທາງແກ້ໄຂໃນລະດັບໂລກ."


ແຕ່ເຖິງແມ່ນວ່າການຊອກຫາຊ່ອງທາງແກ້ໄຂໃນລະດັບພູມີພາກຂົງເຂດເອເຊຍຕາເວັນ
ອອກສຽງໃຕ້ກໍພິສູດໃຫ້ເຫັນວ່າເປັນບັນຫາທ້າທາຍທີ່ໃຫຍ່ຢູ່ແລ້ວ. ພວກຫົວໂປ່ໃຫຍ່ໃນ ລັກລອບຄ້າຂາຍສັດປ່າ ໄດ້ພິສູດໃຫ້ແລ້ວວ່າເປັນພວກທີ່ແຕະຕ້ອງບໍ່ໄດ້ມາຈົນຮອດປັດ ຈຸບັນນີ້. ພວກເຈົ້າໜ້າທີ່ຊື່ສັດເວົ້າວ່າ ເຂົາເຈົ້າໄດ້ຖືກຂັດຂວາງໂດຍຄູ່ຮ່ວມງານທີ່ສໍ້ລາດ
ບັງຫຼວງ ແລະການຂາດການແບ່ງປັນຂໍ້ມູນຂ່າວກອງລະຫວ່າງພະແນກການຕ່າງໆໂດຍ
ບໍ່ຕ້ອງເອີ່ຍເຖິງການຮ່ວມມືຂ້າມຊາຍແດນເລີຍ.
XS
SM
MD
LG