ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜົນການທົດລອງໃຊ້ ກັບຄົນເຈັບໃນໄທ ພົບວ່າ ຢາ Tenofovir ໄດ້ຜົນສູງ ໃນການປ້ອງກັນເຊື້ອ HIV


ຢາຕ້ານເຊື້ອໄວຣັສຊະນິດໃໝ່ Tenofovir
ຢາຕ້ານເຊື້ອໄວຣັສຊະນິດໃໝ່ Tenofovir
ການທົດລອງທາງ​ຄລີ​ນິກບັ້ນນຶ່ງໃນປະ​ເທດໄທ ກໍ​ຄື​ທົດ​ລອງກັບ
​ຄົນ​ເຈັບ ​ເພື່ອ​ປະ​ເມີນ​ເບິ່ງ​ປະສິດທິ​ພາບຂອງ​ຢານັ້ນ ໄດ້ສະຫຼູບ
ຜົນວ່າ ຢາຊະນິດນຶ່ງ ທີ່ໃຊ້ປິ່ນປົວພວກຄົນເຈັບທີ່ຕິດເຊື້ອເອັຈ
ໄອວີນັ້ນ ຍັງສາມາດ​ໃຊ້​ເປັນຕົວຢາ ປ້ອງກັນຢ່າງ​ໄດ້ຜົນ ສໍາລັບ​ທຸກກຸ່ມຄົນທີ່ມີຄວາມສ່ຽງສູງ ຕໍ່​ການ​ທີ່​ຈະຕິດ​ແປ​ດເຊື້ອ​ໄວຣັສ ທີ່ພາໃຫ້ເປັນໂຣກເອດສ໌ນັ້ນ. ການສຶກສາຄົ້ນຄວ້າທີ່ສະໜັບ ສະໜຸນໂດຍສະຫະລັດພົບວ່າ ຢາ Tenofovir ຊຶ່ງເປັນຢາຕ້ານ
ການ​ກັບ​ຄືນ​ມາ​ຂອງເຊື້ອໄວຣັສນັ້ນ ສາມາດຫຼຸດຄວາມສ່ຽງຕໍ່
ການຕິດເຊື້ອເອັຈ ໄອວີ ລົງໄດ້ເຄິ່ງນຶ່ງ ໃນກຸ່ມຄົນທີ່ໃຊ້ຢາເສບ
ຕິດທີ່ໃຊ້ເຂັມສີດ ຊຶ່ງເປັນກຸ່ມ ສ່ຽງສູງກຸ່ມສຸດທ້າຍທີ່ໄດ້ຖືກທົດ
ລອງ. Daniel Schearf ຜູ້ສື່ຂ່າວວີໂອເອ ລາຍງານຈາກບາງ
ກອກ ຊຶ່ງທອງປານມີລາຍລະອຽດມາສະເໜີທ່ານ.


ບັນດານັກຄົ້ນຄວ້າຈາກສະຫະລັດແລະໄທ ເວົ້າວ່າ ການທົດລອງທາງ​ຄລີ​ນິກ ກໍ​ຄືທົດ​
ລອງ​ກັບ​ຄົນ​ເຈັບ ​ເພື່ອ​ປະ​ເມີນ​ເບິ່ງ​ປະສິດທິ​ພາບຂອງ​ຢາຊະນິດນຶ່ງ ເພື່ອປ້ອງກັນການ
ແຜ່ລາມຂອງເຊື້ອເອັຈໄອວີນັ້ນ ພົບວ່າ ສາມາດລົດອັດຕາຄວາມສ່ຽງການຕິດເຊື້ອລົງ
ໄດ້ 49​ ເປີເຊັນ ໃນກຸ່ມຄົນ ທີ່ໃຊ້ຢາເສບຕິດດ້ວຍເຂັມສີດນັ້ນ.

ການສຶກສາຄົ້ນຄວ້າຂອງຢາຕ້ານເຊື້ອໄວຣັສ Tenofovir ໄດ້ເລີ່ມຕົ້ນໃນ ປີ 2005 ແລະໄດ້ທົດລອງກັບຊາຍແລະຍິງ ຫຼາຍກວ່າ 2,400 ຄົນ ທີ່ ໃຊ້ເຂັມສີດຢາ​ເສບ​ຕິດ ແຕ່ບໍ່ໄດ້ຕິດເຊື້ອເອັຈໄອວີ.

ເຄິ່ງນຶ່ງໃນຈໍານວນຍິງຊາຍດັ່ງກ່າວໃຫ້ໃຊ້ຢາ Tenofovir ແລະອີກເຄິ່ງນຶ່ງໃຫ້ໃຊ້ຢາ
ປອມ ​ແລະທັງສອງກຸ່ມໄດ້ຮັບຄໍາປຶກສາແນະນໍາ ກ່ຽວກັບຜົນ​ຮ້າຍ​ຂອງການໃຊ້ຢາເສບ ຕິດ ແລະການປ້ອງກັນເຊື້ອເອັຈໄອວີ. ຕໍ່ຈາກນັ້ນ ພວກເຂົາເຈົ້າກໍຖືກຕິດຕາມ​ເບິ່ງເພື່ອ​ ໃຫ້​ຮູ້ວ່າມີຈັກຄົນ ທີ່ຕິດເຊື້ອໄວຣັສດັ່ງກ່າວ.

ຜົນປະກົດວ່າ ພວກທີ່ກິນຢາປອມ ຕິດເຊື້ອເອັຈໄອວີ 33 ຄົນ ແລະພວກທີ່ກິນຢາຕ້ານ ເຊື້ອໄວຣັສ Tenofovir ຕິດເຊື້ອ​ໂຣກນີ້ 17 ຄົນ ຊຶ່ງ​ເປັນ​ການຫຼຸດຄວາມສ່ຽງລົງໄດ້ 49 ເປີເຊັນ.

ພວກຄົນເຈັບທີ່ກິນຢາເປັນປະຈໍາບໍ່ຂາດນັ້ນ ​ແມ່ນມີລະດັບການປ້ອງກັນສູງທີ່ສຸດ ຊຶ່ງ​ຫຼຸດຄວາມສ່ຽງ​ໃນການຕິດເຊື້ອເອັຈໄອວີຂອງ​ເຂົ​າ​ເຈົ້າ ລົງໄດ້ເຖິງ 74 ເປີເຊັນ.

Dr. Michael Martin ຫົວໜ້າຝ່າຍຄົ້ນຄວ້າເຊື້ອເອັຈໄອວີ ຂອງສູນກາງຄວບຄຸມແລະ
ປ້ອງກັນພະຍາດຂອງສະຫະລັດ ປະຈໍາຫ້ອງການຂົງເຂດເອເຊຍຕາເວັນອອກສຽງໃຕ້
ເວົ້າວ່າ ຂະນະທີ່ພວກນັກຄົ້ນຄວ້າສືບຕໍ່ ພະຍາຍາມຄົ້ນ​ຄ້ວາຫາຢາວັກຊີນທີ່ປ້ອງກັນ
ການຕິດເຊື້ອໄດ້ໂດຍທັງໝົດຢູ່ນັ້ນ ຢາຕ້ານເຊື້ອ​ໂຣກ Tenofovir ກໍ​ແມ່ນເປັນຕົວຢາ
ທີ່ໃຫ້ການປ້ອງກັນໄດ້ດີທີ່ສຸດ ເທົ່າເຖິງປັດຈຸບັນນີ້.

ທ່ານ ມາຕິນ ເວົ້າວ່າ: “ພວກເຮົາຮູ້ວ່າຢານີ້ສາມາດປ້ອງກັນການຕິດເຊື້ອໃນກຸ່ມ
ຄົນທີ່ໃຊ້ເຂັມສີດຢາ​ເສບ​ຕິດ ໃນກຸ່ມຜູ້ຊາຍທີ່ມີເພດສໍາພັນກັບຄົນເພດດຽວກັນ ແລະໃນກຸ່ມທີ່ມີເພດສໍາພັນກັບເພດກົງກັນຂ້າມ. ສະນັ້ນ ຈຶ່ງ​ນັບ​ວ່າເປັນຂ່າວ
ທີ່ດີຫຼາຍ ສໍາລັບການສາທາລະນະສຸກໃນທົ່ວໂລກ.”


ການສຶກສາຄົ້ນຄວ້າດັ່ງກ່າວແມ່ນໄດ້ດໍາເນີນການ ໂດຍສູນກາງຄວບຄຸມແລະປ້ອງກັນ
ພະຍາດຂອງສະຫະລັດ ໃນການຮ່ວມມືກັບຫ້ອງການປົກຄອງເຂດປະລິມົນທົນບາງ
ກອກ ແລະກະຊວງສາທາລະນະສຸກຂອງໄທ.

Kristie Kenney ເອກອັກຄະລັດຖະທູດສະຫະລັດປະຈໍາປະເທດໄທ ໄດ້ຊົມເຊີຍຜົນ ການຄົ້ນຄວ້າດັ່ງກ່າວ ວ່າເປັນອີກບາດກ້າວນຶ່ງໄປຂ້າງໜ້າ ໃນການຮ່ວມມືລະຫວ່າງ ສະຫະລັດແລະໄທ ເພື່ອກໍາຈັດຖອນຮາກເຊື້ອເອັຈໄອວີນັ້ນ.

ທ່ານນາງເອກອັກຄະລັດຖະທູດ Kenny ເວົ້າວ່າ: “ເປັນເວລາ 20 ປີມາ​ແລ້ວ ທີ່ໄທ
ແລະສະຫະລັດໄດ້ຮ່ວມມືກັນກ່ຽວກັບເຊື້ອ ເອັຈໄອວີ-ເອດສ໌ ກ່ຽວ​ກັບການຄົ້ນ
ຄວ້າ ການປ້ອງກັນ ​ໂດ​ຍມີເປົ້າໝາຍຮ່ວມກັນວ່າ ຈະ​ເຮັດ​ໃຫ້ຄົນລຸ້ນຕໍ່​ໄປ ປອດ
ເຊື້ອເອັຈໄອວີ-ເອດສ໌ 100 ເປີເຊັນ. ແລະຂ້າພະເຈົ້າຄິດວ່າ ມື້ນີ້ ພວກເຮົາກໍາ
ລັງເອົາບາດກ້າວທີ່ສໍາຄັນອີກບັ້ນນຶ່ງ ໄປໃນທິດທາງນັ້ນແລ້ວ.”


ຢາຕ້ານເຊື້ອ​ໂຣກ Tenofovir ໄດ້ຮັບ​ການອະນຸມັດໃຫ້ໃຊ້​ໄດ້ຢູ່ໃນສະຫະລັດ ເພື່ອປິ່ນ ປົວເຊື້ອເອັຈໄອວີ ໃນປີ 2001 ແຕ່ກໍໄດ້ພິສູດໃຫ້ເຫັນພຽງເມື່ອບໍ່ດົນມານີ້​ເອງວ່າສາມາດ ໃຊ້​ເປັນ​ຢາປ້ອງກັນ​ໄດ້​ ຢ່າງມີປະສິດທິຜົນ.

ການສຶກສາຄົ້ນຄວ້າບັ້ນນຶ່ງໃນປີ 2010 ຢູ່ໃນສະຫະລັດ ພົບວ່າ ​ໃນການ​ໃຊ້ຢານີ້ຜະສົມ ກັບຢາອີກຊະນິດນຶ່ງນັ້ນ Tenofovir ສາມາດ​ຫຼຸດຄວາມສ່ຽງຕໍ່ການຕິດເຊື້ອເອັຈໄອວີ
ໃນກຸ່ມຜູ້ຊາຍທີ່ມີເພດສໍາພັນກັບຊາຍດ້ວຍກັນນັ້ນ ລົງໄດ້ 44 ເປີເຊັນ. ການທົດລອງຢູ່
ໃນ ປະເທດ Botswana, Kenya ແລະ Uganda ສະແດງໃຫ້ເຫັນປະສິດທິພາບ​ຂອງ​
ຢາ​ນີ້ ໃນກຸ່ມຄົນມີເພດສໍາພັນກັບເພດກົງກັນຂ້າມ ແລະ​ໃນ​ກໍລະນີທີ່ຄູ່ຮ່ວມເພດຄົນນຶ່ງ ຕິດເຊື້ອເອັຈໄອວີ.

ພວກໃຊ້ຢາເສບຕິດດ້ວຍການ​ສັກ​ໃສ່ນັ້ນ ເປັນກຸ່ມທີ່ມີຄວາມສ່ຽງສູງກຸ່ມສຸດທ້າຍ ທີ່ໄດ້ ທົດລອງຢາ Tenofovir ໃນການທົດລອງຢູ່ບາງກອກ ປະເທດໄທ.

ການໃຊ້ຢາເສບຕິດດ້ວຍການ​ສັກ​ໃສ່​ນັ້ນ ​ແມ່ນ​ເປັນສາ​ເຫດ​ຂອງ 80 ເປີເຊັນຂອງພວກ ຕິດເຊື້ອເອັຈໄອວີລາຍໃໝ່ໃນຢູໂຣບຕາເວັນອອກແລະເອເຊຍກາງ, 8 ເປີເຊັນໃນ ສະຫະລັດ ແລະປະມານ 10 ເປີເຊັນ ໃນທົ່ວໂລກ.

ດຣ. ຂະຈິດ ຊູປັນຢາ ຜູ້ສໍາຫຼວດຫຼັກໃນການສຶກສາຄົ້ນຄວ້າດັ່ງກ່າວ ​ເວົ້າ​ໃນ​ກອງ​ປະຊຸມ
ຖະ​ແຫລ​ງຂ່າວ​ວ່າ ຜົນ​ການ​ຄົ້ນ​ຄ້ວາສະ​ແດ​ງໃຫ້​ເຫັນ​ຢ່າງ​ແຈ້ງ​ຂາວ​ວ່າ ການ​ໃຊ້​ຢາ​ນີ້ ເພື່ອ​ປ້ອງ​ກັນ​ການ​ຕິດ​ເຊື້ອ​ເອັຈ​ໄປ​ວີ​ນັ້ນ ​ແມ່ນ​ປອດ​ໄພ​ແລະ​ໄດ້ຜົນ​ດີ ​ໃນ​ການຫຼຸດຜ່ອນ​ການ​ຕິດ​ເຊື້ອ​ໂຣກ​ເອດ​ສ໌ ​ໃນ​ບັນດາ​ພວກ​ເສບ​ຢາ​ເສບ​ຕິດ​ທີ່​ສັກ​ໃສ່​ເອົາ ​ແລະໃນພວກ
ກຸ່ມທີ່ມີຄວາມສ່ຽງສູງທັງໝົດ.

ການທົດລອງຢາປ້ອງການເຊື້ອເອັຈໄອວີ Tenofovir
please wait

No media source currently available

0:00 0:00:14 0:00


​ທ່ານ​ຂະຈິດກ່າວ​ຕໍ່​ໄປ​ວ່າ ສະ​ນັ້ນ ບັດ​ນີ້ມັນກໍຂຶ້ນຢູ່ກັບລັດຖະບານຕ່າງໆ ທີ່ຈະນໍາ​ໃຊ້ຢານີ້
ເຂົ້າໃນລະບົບການຮັກສາສຸຂະພາບຂອງພວກເຂົາເຈົ້າ.

Dr. Kachit ເວົ້າວ່າ: “ແລະພວກເຮົາສາມາດຊ່ວຍຊີວິດຂອງພວກເຂົາເຈົ້າ
ໄວ້ໄດ້. ຂ້າພະ​ເຈົ້າຄິດວ່າ ທຸກໆຄົນ ບໍ່ແມ່ນແຕ່ໄທ ແຕ່ທຸກໆປະເທດ ກໍຄວນ
ຈະເຮັດສິ່ງນີ້ນໍາກັນ.”


ປະເມີນກັນວ່າ ມີ 30 ຫາ 50 ເປີເຊັນ ຂອງພວກທີ່ໃຊ້ຢາເສບຕິດດ້ວຍການ​ສັກ​ໃສ່ ທີ່ຕິດ
ເຊື້ອເອັຈໄອວີ ຢູ່ໃນໄທ.

ພວກທີ່ປະກອບສ່ວນໃນການທົດລອງດັ່ງກ່າວນີ້ ລາຍງານວ່າ ການສັກຢາເສບຕິດ ແລະການໃຊ້ເຂັມສັກຮ່ວມກັນ ແລະການມີເພດສໍາພັນໂດຍບໍ່ມີການປ້ອງກັນ ຫຼືບໍ່ໃສ່ ຖົງຢາງອະນາໄມນັ້ນ ໄດ້ຫຼຸດຕໍ່າລົງ. ພວກນັກຄົ້ນຄວ້າເວົ້າວ່າ ນັ້ນກໍຊີ້ໃຫ້ເຫັນວ່າ ການ ໃຫ້ຄໍາແນະນໍາ ແລະການໃຫ້ຄວາມຮູ້ ກ່ຽວກັບເຊື້ອເອັຈໄອວີ ກໍຍັງສືບຕໍ່ເປັນວິທີການ ປ້ອງກັນທີ່ມີປະສິດທິຜົນທີ່ສຸດ ວິທີນຶ່ງ.
XS
SM
MD
LG