ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະເທດໄທ ມີກະສັດອົງໃໝ່ ຂຶ້ນສະເຫວີຍຣາດ


Thai King
please wait
Embed

No media source currently available

0:00 0:00:59 0:00

ອົງ​ມົງກຸດ​ຣາຊະ​ກຸມມານຂອງ​ໄທ ​ເຈົ້າຟ້າ​ຊາຍ​ມະຫາ​ວະ​ຈິຣາ​ລົງ​ກອນ​ໄດ້​ຂຶ້ນຄອງຣາດ ​ເປັນ​ກະສັດ​ອົງ​ໃໝ່ ຊຶ່ງ​ເປັນ​ຂີດ​ໝາຍ​ ຂອງ​ຍຸກ​ໃໝ່​ ໃນ​ປະຫວັດສາດ​ໄທ​ຫລັງ​ຈາກ​ຄອງ​ຣາດ​ເປັນ​ເວລາ 70 ປີ​ຂອງ​ມື້ລາງ​ບິດາ​ຂອງ​ພະ​ອົງ ກະສັດພູມີ​ພົນ ອະດຸນ​ຍະ​ເດດ ທີ່​ໄດ້ ​ສະ​ເດັດ​ສະຫວັນ​ນະ​ຄົນໃນ​ເດືອນ​ຕຸລາ​ຜ່ານ​ມານີ້.

​ສື່​ມວນ​ຊົນ​ຂອງ​ໄທ ລາຍ​ງານ​ໃນ​ຕອນ​ແລງ​ວັນ​ພະຫັດ​ວານ​ນີ້ວ່າ ​ເຈົ້າຟ້າ​ຊາຍ​ມົງກຸດ​ຣາ ຊະ​ກຸ​ມານ ທີ່​ມີພະ​ຊົນມາຍຸ 64 ປີ ຊົງ​ຮັບ​ເອົາ ​ການ​ເຊື້ອ​ເຊີນ ​ໃຫ້​ຂຶ້ນຄອງຣາດ ທີ່​ໄດ້​ສະ ​ເໜີໂດ​ຍປະທານ​ສະພາ​ນິຕິບັນຍັດ​ຂອງ​ໄທ ທ່ານ​ພອນ​ເພັດ ວິ​ຈິດ​ຊົນ​ໄຊ.

ການ​ເຊື້ອ​ເຊີນ​ດັ່ງກ່າວ ​ໄດ້​ນຳ​ສະ​ເໜີ​ຕໍ່​ອົງ​ມົງກົດຣາຊະ​ກຸ​ມານ ບໍ່​ເທົ່າ​ໃດ​ຊົ່ວໂມງ​ຫຼັງຈາກ​ຊົງ​ສະ​ເດັດ​ກັບ​ຄືນ​ມາ​ ແຕ່​ປະ​ພາດ​ເຢຍຣະມັນ ບ່ອນ​ທີ່​ພະ​ອົງ​ຊົງ​ມີບ້ານ​ພັກ​ທີ່​ນັ້ນ.

ກະສັດ​ອົງ​ໃໝ່​ນີ້ ຈະ​ຮູ້​ກັນ​ໃນນາມ​ ກະສັດ​ພະ​ມະຫາ​ວະ​ຈິຣາລົງ​ກອນ ບໍດິນ​ທອນເທບ​ວະ ຣາງກູນ ​ແລະ​ຈະ​ເປັນ​ກະສັດ​ອົງ​ທີ 10 ​ໃນ​ຣາຊະ​ວົງ​ຈັກກຣີ.

ວັນຣາຊາ​ພິ​ເສກ​ຍັງ​ບໍ່​ທັນ​ເປັນ​ທີ່​ກຳນົດ​ກັນ​ເທື່ອ. ​ແຕ່​ກໍ​ມີ​ທ່າ​ທາງ​ວ່າ​ຈະ​ມີ​ຂຶ້ນຫຼັງຈາກ​ພິທີ​ຖວາຍ​ພະ​ເພີງ​ສົບ​ຂອງ​ກະສັດ​ພູ​ມີ​ພົນ ຊຶ່ງ​ຄາດ​ວ່າ ຈະ​ແມ່ນ​ໃນ​ທ້າຍ​ປີ 2017.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG