ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄທ ຈະຍົກ​​ເລີກ ພາວະ​ສຸກ​ເສີນ ໃນວັນພຸດ ມື້ອື່ນນີ້ (ວີດີໂອ)


THAILAND EMERGENCY LAW
please wait

No media source currently available

0:00 0:00:27 0:00
ໄທ​ປະກາດຍົກເລີກພາວະ​ສຸກ​ເສີນ​ ທີ່ໄດ້​ມີຜົນ​ບັງຄັບ​ໃຊ້
ເມື່ອ 2 ​ເດືອນ​ກ່ອນ​ ​ເພື່ອ​ຮັບ ມືກັບການ​ປະທ້ວງ ຕໍ່ຕ້ານ​
ລັດຖະບານ ທີ່​ກຳລັງ​ລຸດນ້ອຍຖອຍ​ລົງ ​ໃນເວລານີ້.

​ບັນດາເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ໄທກ່າວ​ວ່າ ການ​ເຄື່ອນ​ໄຫວ
​ດັ່ງ​ກ່າວ​ນີ້ ​ແມ່ນມີ​ຂຶ້ນ​ ​ທັງເປັນຍ້ອນ ມີ​ການ​ປະ​ທ້ວງ​ນ້ອຍ​ລົງ
ແລະ​ເພື່ອ​ປັບປຸງ​ການທ່ອງທ່ຽວ.

ຄວາມ​ວຸ້ນວາຍ​ທາງ​ການ​ເມືອງ​ໄດ້​ສັງຫານ 23 ຄົນ​ແລະ​ມີ​
ຫຼາຍ​ໆຮ້ອຍຄົນ ​ໄດ້​ຮັບ​ບາດ​ເຈັບ ນັບ​ຕັ້ງ​ແຕ່​ເດືອນ​ພະ​ຈິກ
​ທ້າຍປີກາຍນີ້ເວລາການ​ປະ​ທ້ວງຂອງພວກຝ່າຍຄ້ານລະເບີດ​ຂຶ້ນ​ນັ້ນ.

ພວກປະ​ທ້ວງ​ຊຶ່ງ​ຄັ້ງ​ນຶ່ງ ເຄີຍ​ໄດ້​ເຂົ້າ​ຍຶດຄອງ ສ່ວນ​ໃຫຍ່​ຂອງ​ບາງກອກ​ນັ້ນ ​ແຕ່​ດຽວ​ນີ້
ກັບປັກຫຼັກ​ສຳຄັນ ​ຢູ່ທີ່ສວນ​ສາ​ທາ​ລະນະ​ໃນ​ເຂດໃຈກາງ​ເມືອງ​ຂອງ​ນະຄອນຫຼວງ​ເທົ່າ​ນັ້ນ.

ພວກ​ປະ​ທ້ວງ​ຮຽກຮ້ອງ​ໃຫ້​ນາຍົກລັດຖະມົນຕີ​ໄທ ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ​ ລົງ​ຈາກ
​ຕຳ​ແໜ່​ງ ໂດຍໄດ້​ກ່າວ​ຫາ​ວ່າ ລັດຖະບານ​ຂອງ​ທ່ານ​ນາງ ສໍ້​ລາດ​ບັງ​ຫຼວງ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ໄທກ່າວ​ວ່າ ຈະມີການນຳໃຊ້ກົດໝາຍພິເສດອີກສະບັບນຶ່ງ ທີ່ບໍ່ຮ້າຍ
ແຮງປານໃດ ຄືກົດໝາຍວ່າດ້ວຍຄວາມໝັ້ນຄົງພາຍໃນ ແທນພາວະ​ສຸກ​ເສີນ ​ໃນ​ວັນ​ພຸດ
​ມື້​ອື່ນ​ນີ້.

ກົດໝາຍ​ໃໝ່ສະບັບ​ນີ້ ຍັງຈະ​ອະນຸຍາດໃຫ້ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ຮັບມືກັບ
ພວກ ​ປະ​ທ້ວງ ດ້ວຍ​ການຫ້າມ​ອອກ​ນອກ​ເຮືອນ​ໃນ​ຍາມ​ກາງຄືນ ​ຕັ້ງດ່ານກວດຕາມຈຸດ
​ຕ່າງໆ​ແລະ​ການ​ກຳຈັດ​ຮັດ​ແຄບ​ອື່ນໆ​ນຳອີກ.
XS
SM
MD
LG