ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄທເອົາບາດກ້າວ ຕ້ານການກົດ​ຂີ່ ແຮງງານຕ່າງດ້າວ ເພື່ອປັບປຸງພາບພົດຂອງຕົນ (ວີດີໂອ ພາສາລາວ/ອັງກິດ)


Thailand Takes Steps to Combat Migrant Labor Exploitation
please wait

No media source currently available

0:00 0:03:07 0:00

ເຈົ້າໜ້າທີ່ໄທ​ໄດ້ຈັດຕັ້ງ ສູນບໍລິການ “ຈຸດດຽວ” ​ຂຶ້ນ​ມາ ເພື່ອຈົດທະບຽນແຮງງານຕ່າງດ້າວ ຢູ່​ຈັງຫວັດສະມຸດສາຄອນ.

ບັນດາເຈົ້າໜ້າທີ່ທະຫານ​ໄທ ຍອມຮັບວ່າ ການທຸຈະລິດ
ຄໍ​ຣັບຊັ່ນ​ ໃນ​ບັນດາເຈົ້າໜ້າທີ່ປົກຄອງ ແລະພວກຄົນກາງ
ຫລື​ນາຍ​ໜ້າ ພ້ອມທັງ ການຂາດການບັງຄັບ​ໃຊ້ກົດໝາຍ
ຕໍ່ຕ້ານການຄ້າມະນຸດ ໄດ້ເຮັດໃຫ້ ລາດຊະອານາຈັກ​ໄທ
ຖືກຈັດໃຫ້ເປັນປະເທດໜຶ່ງ ທີ່ກະທຳຜິດຢ່າງ ຮ້າຍແຮງທີ່​
ສຸດ ​ໃນ​ເລື້ອງການບັງຄັບໃຊ້ ຫຼື ກົດ​ຂີ່ເອົາຮັດເອົາປຽບແຮງ
ງານຕ່າງດ້າວ. ຂະນະທີ່ປະເທດ​ໄທກຳລັງພະຍາຍາມລົບ
ລ້າງ ພາບພົດອັນນັ້ນຂອງຕົນ ແລະ ຮັກສາພວກແຮງງານ
ທີ່​ມີ​ຄຸນຄ່າ​ຕໍ່​ເສດຖະກິດ​ ຂອງ​ຕົນ​ໄວ້ນັ້ນ ຜູ້ສື່ຂ່າວວີໂອເອ
Steve Herman ​ໄດ້​ໄປ​ເບິ່ງ ບ່ອນທີ່ເຈົ້າໜ້າທີ່​ໄດ້ຈັດຕັ້ງ
ສູນບໍລິການ“ຈຸດດຽວ” ​ ຂຶ້ນ​ມາ ເພື່ອຈົດທະບຽນແຮງງານ
ຕ່າງດ້າວ ຢູ່​ຈັງຫວັດສະມຸດສາຄອນ ຊຶ່ງໄຊຈະເລີນສຸກ
ຈະນຳມາສະເໜີທ່ານ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ເພື່ອສະແດງໃຫ້ເຫັນວ່າ ອຳນາດປົກຄອງທະຫານໄທ ໃ​ຫ້ຄວາມສຳຄັນສູງ​ແນວ​ໃດ ຕໍ່ການ
ປາບ​ປາມການຄ້າມະນຸດນັ້ນ ເສນາທິການທະ​ຫານບົກ ນາຍພົນ​ເອກ ສິຣິ​ໄຊ ດິດຖະກຸລ ໄດ້​ໄປມີໜ້າ ໃນມື້ເປີດສູນບໍລິການ​ຈົດທະບຽນແຮງງານ ຕ່າງດ້າວໃໝ່ແຫ່ງໜຶ່ງ ເມື່ອວັນທີ 30 ມິຖຸນາ ຜ່ານ​ມານີ້.

ປະມານ 2,000 ຄົນ ສ່ວນຫຼາຍແມ່ນ​ແຮງ​ງານຈາກປະເທດມຽນມາ ໄດ້​ໄປຈົດ​ທະບຽນ ທີ່
ສູນດັ່ງກ່າວໃນມື້ທຳອິດນັ້ນ. ພວກເຂົາໄດ້ຖືກຖ່າຍຮູບ​ໄວ້ ​ແປະ​ໂປ້ມື ແລະ​ສາຍ​ແສງເອັກ
ສະ​ເຣ ແລະ​ໄດ້ໃຫ້ຕົວຢ່າງເລືອດ ກັບ ປັດ​ສະວະ ​ຫລື ຍ່ຽວ ເພື່ອ​ເອົາ​ໄປ​ກວດ. ເພື່ອເປັນ
ການແລກປ່ຽນ ພວກເຂົາ​ເຈົ້າໄດ້ຮັບບັດແຮງງານປະຈຳຕົວ ຊົ່ວຄາວ. ຖ້າຫາກວ່າ ພວກ
ເຂົາ​ເຈົ້າຜ່ານການກວດດ້ານພື້ນຖານ ຄວາມເປັນມາ ແລະດ້ານການແພດແລ້ວ ພວກເຂົາ
ຈະໄດ້ຮັບ​ໃບຢັ້ງຢືນໃຫ້ເຮັດວຽກໃນປະເທດໄທ ຕໍ່ໄປໄດ້.

ຄາດຄະເນກັນວ່າ ມີ​ແຮງ​ງານກຳປູເຈຍປະມານ 200,000 ຄົນໄດ້ພາກັນໜີອອກຈາກໄທ
ຕັ້ງແຕ່ມື້ກໍ່ລັດຖະປະຫານ ເມື່ອວັນທີ 22 ພຶດສະພາ ຍ້ອນຢ້ານການປາບປາມ ແຮງງານ
ຕ່າງດ້າວທັງໝົດ ທັງ​ພວກທີ່ມີເອກະສານ ຖືກຕ້ອງ ຫຼື ບໍ່ມີ​ເອກະສານ.

ເສນາທິການທະ​ຫານບົກ ນາຍພົນ​ເອກ ສິຣິ​ໄຊ ດິດຖະກຸລ ໄດ້​ໄປມີໜ້າ ໃນມື້ເປີດ ສູນບໍລິການ​ ຈົດທະບຽນແຮງງານ ຕ່າງດ້າວໃໝ່ແຫ່ງໜຶ່ງ ທີ່ຈັງຫວັດສະມຸດສາຄອນ ເມື່ອວັນທີ 30 ມິຖຸນາ ຜ່ານ​ມານີ້.
ເສນາທິການທະ​ຫານບົກ ນາຍພົນ​ເອກ ສິຣິ​ໄຊ ດິດຖະກຸລ ໄດ້​ໄປມີໜ້າ ໃນມື້ເປີດ ສູນບໍລິການ​ ຈົດທະບຽນແຮງງານ ຕ່າງດ້າວໃໝ່ແຫ່ງໜຶ່ງ ທີ່ຈັງຫວັດສະມຸດສາຄອນ ເມື່ອວັນທີ 30 ມິຖຸນາ ຜ່ານ​ມານີ້.

ອຳນາດປົກຄອງທະຫານ ຖິ້ມ​ໂທດໃສ່ພວກເຈົ້າໜ້າທີ່ໄທທີ່
ທຸຈະລິດ ວ່າເປັນຜູ້ປ່ອຍຂ່າວລືຕ່າງໆ ທີ່ພາໃຫ້ພວກແຮງງານ
ຕ່າງຊາດແຕກຕື່ນ ໜີອອກໄປ ເພື່ອທີ່ພວກເຂົາ​ເຈົ້າຈະສາມາດ
ຮຽກຮ້ອງເອົາເງິນ ​ເວລາພວກແຮງ​ງານກຳປູເຈຍ​ກັບຄືນເຂົ້າມາ
​ໄທໃນທີ່ສຸດນັ້ນ.

ນາຍພົນ ສິຣິ​ໄຊ ດິດຖະກຸລ ເອີ້ນ​ເຫດການນີ້ ວ່າເປັນຄວາມ
ເຂົ້າໃຈ ຜິດຂ້າມຊາຍແດນຄັ້ງໃຫຍ່.

ນາຍພົນ Sirichai Distakul ເວົ້າວ່າ “ພວກເຮົາໄດ້ອະນຸຍາດໃຫ້ພວກເຂົາເຈົ້າກັບ
ຄືນມາ ຈຳນວນ​ໜຶ່ງ​ແລ້ວ ໂດຍທີ່ບໍ່ມີໜັງສືເດີນທາງຫຍັງເພາະວ່າ ພວກ​ປະກອບ
​ການທັງຫຼາຍ ຈະມີບັນຫາ ໃນການດຳເນີນທຸລະກິດຂອງພວກເຂົາເຈົ້າ ຖ້າຫາກ
ພວກແຮງງານເຫຼົ່ານັ້ນ ບໍ່ມາ​ຢູ່​ໜີ້.”

ຄົນງານກໍ່ສ້າງ ທ້າວ Sam Phai ​ເປັນ​ຜູ້ໜຶ່ງໃນໝູ່​ແຮງ​ງານກຳປູເຈຍ ຈຳນວນນ້ອຍໆ
ທີ່ບໍ່ໄດ້ໜີອອກໄປ.

ທ້າວ Sam Phai ເວົ້າວ່າ “ຂ້ອຍບໍ່ຢາກກັບຄືນເມືອບ້ານ. ຂ້ອຍຮູ້ວ່າ ມັນເປັນການ ຍາກຫຼາຍ ທີ່ຈະກັບຄືນເຂົ້າມາທີ່ນີ້ອີກ ຖ້າຂ້ອຍອອກໄປ​ແລ້ວ. ຂ້ອຍຍາກເຮັດວຽກ
ຢູ່ໜີ້ຕໍ່ໄປ. ນາຍຈ້າງຂ້ອຍບອກຂ້ອຍວ່າ ຂ້ອຍສາມາດຢູ່ໜີ້ໄດ້ ຄັນຂ້ອຍໄດ້ຮັບບັດ ແຮງງານໃໝ່ນີ້. ມັນຈະອຳ​ນວຍໃຫ້ນາຍຈ້າງ ຂອງຂ້ອຍ ປ້ອງກັນບໍ່ໃຫ້ ຕຳຫລວດ
ຈັບຂ້ອຍໄປ ຖ້າມີການກວດຄົ້ນ.”

ພະນັກງານປະຈຳ ສູນບໍລິການຈົດທະບຽນ ແຮງງານຕ່າງດ້າວ ຕຽມພ້ອມຮັບ ຈົດທະບຽນແຮງງານຕ່າງດ້າວທັງຫຼາຍ ທີ່ຈັງຫວັດສະມຸດສາຄອນ.
ພະນັກງານປະຈຳ ສູນບໍລິການຈົດທະບຽນ ແຮງງານຕ່າງດ້າວ ຕຽມພ້ອມຮັບ ຈົດທະບຽນແຮງງານຕ່າງດ້າວທັງຫຼາຍ ທີ່ຈັງຫວັດສະມຸດສາຄອນ.

ຄວາມຄາດ ​ຫວັງກໍ​ແມ່ນ​ວ່າ ​ລະບົບ​ໃໝ່​ນີ້ ໃນແບບ​ທະຫານ
ຈະຄ່ອຍໆ ປູກຝັງ ໃຫ້ມີ​ກົດ​ລະບຽບ ​ແລະ ຄວາມ​ສັດ​ຊື່. ບັນດາ
​ເຈົ້າໜ້າ​ທີ່​ກວດ​ຄົນ​ເຂົ້າ​ເມືອງ ບອກ​ກັບ ວີ​ໂອ​ເອ ວ່າ ພວກ​ເຂົາ
ເຈົ້າຄາດ​ໝາຍວ່າ​ ຈະ​ຫັນປ່ຽນ 90 ​ເປີ​ເຊັນ ຂອງ​ແຮງ​ງານຕ່າງ​
ຊາດ​ທີ່​ບໍ່​ໄດ້​ຂຶ້ນທະບຽນ ​ໃນໄທ ​ໃຫ້ໄດ້​ຮັບ​ສະຖານະ​ພາບ ​ທີ່​
ຖືກຕ້ອງຕາມ​ກົດໝາຍ.

ທ່ານ Athit Boonyasopat ​ຜູ້​ວ່າການ​ຈັງຫວັດ​ສະມຸດ​ສາຄອນ ​ເວົ້າວ່າ “​ໂດຍ​ລວມ​ແລ້ວ ຖ້າ​ພວກ​ເຮົາ​ເຮັດ​ຕາມ​ຂັ້ນ​ຕອນ ມັນ​ກໍຈະ​ບໍ່​ມີ​ການ​ທຸ​ຈະລິດ. ຢູ່​ໃນ​ຂັ້ນຈັງຫວັດ​ນັ້ນ ພວກ​ເຮົາ​ຢຶດໝັ້ນປະຕິບັດນະ​ໂຍບາຍ ທີ່​
ວາງ​ອອກໂດຍ ຄະນະ​ຮັກສາ​ຄວາມ​ສະຫງົບ​ແຫ່ງ​ຊາດ ຄສຊ ຫຼື National Council
for Peace and Order. ​ມັນ​ໂປ່​ງໃສ​ສົມຄວນ​.”

ທ້າວ Myint Aung ຊາວມຽນມາຈາກລັດ Rakhine ​ໃນ​ມຽນມາ ໄດ້ເຮັດວຽກງານກໍ່ສ້າງ
ຢູ່ໃນໄທ ເປັນເວລາ 2 ປີ ມາແລ້ວ. ລາວ​ເອງ​ກໍມີຄວາມຫວັງສູງ ກັບລະບົບໃໝ່ນີ້.

ທ້າວ Myint Aung ເວົ້າວ່າ “ລະບັບເກົ່ານັ້ນ ມັນທຸຈະລິດ. ພວກເຮົາຕ້ອງອາໃສ
ພວກນາຍໜ້າເພື່ອຂໍເອົາບັດປະຈຳຕົວ ໃຫ້ພວກເຮົາ. ແຕ່ຕຳຫລວດກໍຍັງຮຽກຮ້ອງ
ເອົາຄ່າສິນບົນອີກ ເວລາທີ່ພວກເຮົາເອົາບັດຂອງພວກເຮົາໃຫ້ເບິ່ງ. ຂ້ອຍໄດ້ຍິນ
ວ່າ ບັດປະຈຳຕົວໃໝ່ນີ້ ຈະຊ່ວຍຫຼາຍ ແລະ ປອດໄພ.”

ອີກສິ່ງໜຶ່ງ ທີ່​ເປັນແຮງຈູງໃຈ ​ໃຫ້ນຳໃຊ້ລະບົບໃໝ່ນີ້ ກໍຄື: ພວກແຮງງານບໍ່​ມີ​ເອກະສານ ທີ່ມາຈົດທະບຽນ ຈະບໍ່​ໄດ້​ຮັບການ ນີລະ​ໂທດ​ກຳ ແລະ ນາຍຈ້າງ ຜູ້ທີ່ນຳແຮງງານຂອງ
ຕົນ ມາສູນບໍລິການຈົດທະບຽນ ຈຸດດຽວນັ້ນ ກໍຈະບໍ່ຖືກລົງໂທດເຊັ່ນກັນ.

XS
SM
MD
LG