ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄທວ່າ ຕົນບໍ່ສົມຄວນ ຈະຖືກຈັດເຂົ້າ ບັນຊີດຳ ຄ້າມະນຸດ ຂອງ ສຫລ (ວີດີໂອ)


ນາຍພົນເອກ ປຣະຍຸດ ຈັນໂອຊາ ມາເຖິງ ສະໂມສອນທະຫານໄທ ໃນບາງກອກ ກ່ອນຈະເຂົ້າຮ່ວມກອງປະຊຸມ ປຶກສາຫາລື ກ່ຽວກັບ ງົບປະມານແຫ່ງຊາດ ສຳຫລັບປີ 2015 ເມື່ອວັນທີ 13 ມິຖຸນາ 2014.
ນາຍພົນເອກ ປຣະຍຸດ ຈັນໂອຊາ ມາເຖິງ ສະໂມສອນທະຫານໄທ ໃນບາງກອກ ກ່ອນຈະເຂົ້າຮ່ວມກອງປະຊຸມ ປຶກສາຫາລື ກ່ຽວກັບ ງົບປະມານແຫ່ງຊາດ ສຳຫລັບປີ 2015 ເມື່ອວັນທີ 13 ມິຖຸນາ 2014.

ປະເທດໄທ ຂໍໃຫ້ສະຫະລັດ ພິຈາລະນາຄືນ ໃນການທີ່ສະຫະລັດ
ໄດ້ຈັດໃຫ້ຣາຊະອານາຈັກໄທ ຢູ່ໃນກຸ່ມຕ່ຳສຸດຂອງລາຍງານ
ປະຈຳປີ ກະຊວງການຕ່າງປະເທດ ກ່ຽວກັບການຄ້າມະນຸດທີ່ໄດ້
ນຳອອກເຜີຍແຜ່ ເມື່ອວັນສຸກຜ່ານມານີ້. ຜູ້ສື່ຂ່າວວີໂອເອ Steve
Herman ມີລາຍງານຈາກບາງກອກ ຊຶ່ງໄຊຈະເລີນສຸກ ຈະນຳມາ
ສະເໜີທ່ານ.

ປະເທດໄທໄດ້ສະແດງຄວາມເສຍໃຈ ຄວາມຜິດຫວັງ ແລະ
ບໍ່ເຫັນດ້ວຍກັບການຕັດສິນໃຈຂອ ງກະຊວງການຕ່າງ
ປະເທດສະຫະລັດ ທີ່ໄດ້ຈັດໃຫ້ຕົນເຂົ້າຢູ່ໃນກຸ່ມບັນດາ
ປະເທດ ທີ່ທຳການປາບປາມການຄ້າມະນຸດໜ້ອຍທີ່ສຸດ.

ພວກນັກການທູດສະຫະລັດ ໄດ້ຕີລາຄາລັກສະນະວິທີການ
ຮັບມືຂອງ ລັດຖະບານໄທວ່າເຕັມໄປດ້ວຍຄຳໝັ້ນສັນຍາຕ່າງໆ ແຕ່ບໍ່ໄດ້ຮັບຜົນ ຫຍັງຫຼາຍ.

ປະເທດໄທ ມາເລເຊຍ ແກມເບຍ ແລະ ເວ​ເນຊູ​ເອລາ ໄດ້ຖືກຫລຸດ ຂັ້ນ ລົງໄປຢູ່ໃນກຸ່ມທີ
3 ຊຶ່ງເປັນກຸ່ມທີ່ຢູ່ໃນລະດັບຕ່ຳສຸດ ໂດຍເຂົ້າ ຮ່ວມກັບປະເທດອື່ນໆ ເຊັ່ນ ຄິວບາ ອີຣ່ານ
ເກົາຫຼີເໜືອ ແລະ ຊິມບັບ​ເວ.

ບັນດາປະເທດ ທີ່ຢູ່ໃນລະດັບຕ່ຳສຸດ ໃນລາຍງານການຄ້າມະນຸດ ຂອງສະຫະລັດ

ບັນດາປະເທດ ທີ່ຢູ່ໃນລະດັບຕ່ຳສຸດ ໃນລາຍງານການຄ້າມະນຸດ ຂອງສະຫະລັດ

ໄນຈີເຣຍ
ສາທາລະນະລັດ ອາຟຣິກາກາງ
ຄິວບາ
ສາທາລະນະລັດ ປະຊາທິປະໄຕ ຄອງໂກ
ກີເນຍ ເອກົວຕໍຣີອາລ
ອີຣິຕເທຣຍ
ແກມເບຍ
ກີເນຍ ບິດຊາວ
ອີຣ່ານ
ຄູເວດ
ລີເບຍ
ມາເລເຊຍ
ມໍຣິທາເນຍ
ເກົາຫຼີເໜືອ
ປາປົວ ນິວກີເນຍ
ຣັດເຊຍ
ຊາອຸດີ ອາເຣເບຍ
ຊີເຣຍ
ໄທ
ອຸສເບັກກິສຖານ
ເວເນຊູເອລາ
ເຢເມັນ
ຊິມບັບເວ

ແຫລ່ງຂໍ້ມູນ: ກະຊວງຕ່າງປະເທດສະຫະລັດ

ຫົວໜ້າຫ້ອງການຂອງກະຊວງການຕ່າງປະເທດໄທ ທ່ານ
ສີຫາສັກ ພວງເກດແກ້ວ ກ່າວວ່າ ໄທບໍ່ສົມຄວນທີ່ຈະຖືກ
ຈັດໃຫ້ຢູ່ລະດັບຕ່ຳສຸດແບບນີ້ ຊຶ່ງເປັນລະດັບ ສຳລັບບັນດາ
ປະເທດ ທີ່ບໍ່ໄດ້ປະຕິບັດຕາມມາດຕະຖານ ຕ່ຳສຸດ ເພື່ອລົບ
ລ້າງການຄ້າມະນຸດນັ້ນ.

ທ່ານ ສີຫາສັກ ພວງເກດແກ້ວ ກ່າວວ່າ “ຂ້າພະເຈົ້າຮູ້ວ່າ
ປະເທດໄທ ແມ່ນເຮັດດີກວ່າ ດີກວ່າຫລາຍ ດີກວ່າ
ປະເທດອື່ນໆ ຢູ່ໃນກຸ່ມດັ່ງກ່າວນັ້ນ. ຂ້າພະເຈົ້າໝັ້ນ
ໃຈ​ວ່າ ທ່ານສາມາດຮັບຮອງໄດ້ ສຳລັບເລື້ອງນັ້ນ.
ເຊັ່ນດຽວກັນນັ້ນ ມັນໄດ້ສະທ້ອນໃຫ້ເຫັນ ຈຸດຢືນຂອງ
ປະເທດໄທບໍ? ມັນໄດ້ສະໜອງ ການສະໜັບສະໜຸນ
ຫລືບໍ່ ການຊຸກຍູ້ສຳລັບພວກເຮົາ ເພື່ອສືບຕໍ່ເຮັດໃນ
ສິ່ງທີ່ພວກເຮົາ
ໄດ້ເຮັດ ແລະ ກຳລັງເຮັດຢູ່ນັ້ນບໍ?
ດັ່ງນັ້ນ ຂ້າພະເຈົ້າ ຈຶ່ງຂໍຖາມສະຫະລັດວ່າປະເທດ
ໄທ ຄວນຢູ່ໃນກຸ່ມດັ່ງກ່າວນັ້ນຫຼືບໍ່?”

ທ່ານສີຫາສັກ ກ່າວວ່າ ລັດຖະບານ ຊຶ່ງໄດ້ຖືກຍຶດອຳນາດ
ໂດຍພວກທະຫານ ໃນການກໍ່ລັດຖະປະຫານ ເມື່ອເດືອນ
ແລ້ວນີ້ ຈະຂໍໃຫ້ວໍຊິງຕັນ ພິຈາລະນາຄືນໃໝ່ ການປະເມີນ
ຜົນ ຂອງຕົນກ່ຽວກັບປະເທດໄທ ແລະ ຊັ່ງຊາຕີລາຄາຄືນ
ອິງ​ຕາມ “ຄວາມກ້າວໜ້າ ທີ່ເປັນຮູບປະທຳ” ທີ່ໄດ້
ເຮັດມາແລ້ວ ໃນປີຜ່ານມາ.

ທ່ານ ສີຫາສັກ ໄດ້ໂຕ້ແຍ້ງກ່ຽວກັບແນວຄິດ ທີ່ຢູ່ເບື້ອງຫລັງ
ລາຍງານ ຂອງກະຊວງຕ່າງປະເທດສະຫະລັດ ກ່ຽວກັບການ
ຄ້າມະນຸດ ທີ່ໄດ້ຈັດ ອັນດັບ 188 ປະເທດ ເຂົ້າເປັນ 3 ກຸ່ມ
ດ້ວຍກັນ.

ທ່ານສີຫາສັກເວົ້າວ່າ “ພວກເຮົາບໍ່ເຊື່ອວ່າ ມັນຖືກຕ້ອງສຳລັບປະ ເທດໜຶ່ງ ທີ່ໃຊ້
ເຄື່ອງວັດແທກ ຂອງຕົນເພື່ອຕີລາຄາ ໃນສິ່ງທີ່ປະເທດອື່ນກຳລັງເຮັດຢູ່ນັ້ນ ຫຼື
ການປະຕິບັດ ຂອງປະເທດອື່ນ ເມື່ອເວົ້າເຖິງ ການຮັບມືກັບບັນຫານີ້.”

ກະຊວງ​ຕ່າງປະ​ເທດ​ສະຫະລັດ​ ໄດ້​ຢືນຢັນ​ ເມື່ອວັນ​ສຸກ​ແລ້ວນີ້ ວ່າ ລັດຖະບານໄທ “​ໄດ້​
ສະ​ແດງ​ໃຫ້​ເຫັນການດຳເນີນຄວາມ​ພະຍາຍາມ ທີ່​ນ້ອຍ​ໜັກ ​ເພື່ອແກ້​ໄຂອາຊາ​
ຍາ​ກຳ​ການ​ຄ້າ​ມະ​ນຸດ​ເຫຼົ່ານີ້.”

​ດ້ວຍການ​ຖືກ​ຈັດ​ໃຫ້​ຢູ່​ບັນຊີດຳຂອງກຸ່ມທີ 3 ນີ້ ​ປະເທດດັ່ງກ່າວ ສາມາດ​ຖືກ​ລົງ​ໂທດ
ຫຼາຍດ້ານ ​ແລະ ຈະເຮັດໃຫ້​ບັນດາ​ບໍລິສັດ​ຕ່າງ​ຊາດ ລັງ​ເລ​ໃຈ​ທີ່​ຈະ​ເຂົ້າ​ໄປ​ລົງທຶນ​ ຢູ່​ໃນ
​ປະ​ເທດ​ທີ່​ຖືກ​ກ່າວ​ຫາ​ວ່າ ບໍ່​ມີ​ມາດ​ຕະການ ຕໍ່ຕ້ານ​ການ​ລັກລອບ​ຄ້າແຮງ​ງານ​ຢ່າງ​ພຽງພໍ.

ປະ​ເທດ​ໄທ​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ພິຈາລະນາ​ກວດ​ສອບ ​ໃນ​ຂະນະ​ທີ່ໄດ້ຖືກ​ກ່າວຫາ
ຈາກ​ນັກ​ເຄື່​ອນ​ໄຫວ​ຈຳນວນ​ນຶ່ງ​ທີ່​ເຂົາ​ເຈົ້າ​ເອີ້ນ​ວ່າ ​ເປັນ​ສູນ​ກາງຂອງ​ຂ້າ​ທາດ​ນັ້ນ.

ການ​ສືບສວນ​ສອບ​ສວນ​ຂອງ​ສື່​ຂ່າວ​ສາກົນ​ຕ່າງໆ ​ໃນຮອບປີຜ່ານມາ​ນີ້ ​ໄດ້​ກ່າວ​ຫາ​ວ່າ
ພວກ​ກຳມະກອນ​ທີ່​ຖືກ​ຂາຍ​ໃຫ້​ກອງ​ເຮືອ​ຫາ​ກຸ້ງ​ໃນປະ​ເທດ​ໄທນັ້ນ ​ແມ່ນ​ຕົກຢູ່​ໃນສະພາບ
​ການດຳລົງຊີວິດແບບໂຫດຮ້າຍປ່າ ເຖື່ອນ.

ຢູ່​ໃນ​ລາຍ​ງານຫຼາຍສະບັບ​ທີ່​ໄດ້​ຮັບ​ລາງວັນ Pulitzer Prize ຂອງ​ອົງການ​ຂ່າວ Reuters ​ໄດ້​ກ່າວ​ຫາກອງທັບ​ເຮືອ​ໄທ​ ວ່າມີ​ສ່ວນ​ກ່ຽວ ຂ້ອງ​ໃນ​ການ​ລັກລອບຄ້າ​ຊາວມຸສ​ລິ​ມ
Rohingya ທີ່​ຫລົບ​ໜີ​ຈາກ​ການ​ ປະຫັດປະຫານຢູ່ໃນ​ມຽນມາ ຊຶ່ງເປັນເພື່ອນບ້ານຂອງໄທ.

ນັກ​ຂ່າວ ​ແລະ ນັກຄົ້ນຄວ້າຫຼາຍໆ​ຄົນ​ໃນ​ໄທ ທີ່ໄດ້​ເຜີຍ​ແບ​ການລະ​ເມີ​ດຕ່າງໆ ທີ່​ລວມ​ໄປ
ເຖິງ​ພາກສ່ວນ​ການກະ​ເສດນຳ​ດ້ວຍນັ້ນ ນັບເປັນ​ເວລາ ຫຼາຍປີ​ມາແລ້ວ ທີ່ເ​ຂົາ​ເຈົ້າໄດ້​ປະ​
ເຊີນກັບການຂົ່ມຂູ່​ຈະທຳຮ້າຍ ການ​ຟ້ອງ​ຮ້ອງຂຶ້ນສານ ​ແລະ ການ​ກ່າວ​ຫາ​ທາງ​ອາຍາ
ຕ່າງໆນາໆ.

ກະຊວງການ​ຕ່າງປະ​ເທດ​ໄທ ກ່າວ​ວ່າ ​ເຖິງແມ່ນ​ມີ​ຄວາມ​ຜິດ​ຫວັງ ​ໃນ​ການຈັດ​ອັນ​ດັບ​
ດັ່ງກ່າວ​ນີ້ກໍຈິງ ແຕ່ປະ​ເທດ​ໄທ​ກໍ “ພ້ອມແລ້ວທີ່​ຈະດຳ​ເນີນ​ການ​ເພີ້​ມອີກ” ​ແລະ ​
ຈະ​ສືບ​ຕໍ່ພະຍາຍາມ​ຮ່ວມ​ກັນ​ກຳຈັດ​ການ​ຄ້າ ມ​ະນຸດ​ໃຫ້ໝົດໄປຈາກ​ປະ​ເທດໄທ
ໂດຍ​ເອີ້ນ​ວ່າ “​ເປັນບຸລິ​ມະ​ສິດ​ແຫ່ງ​ຊາດ​ຂອງ​ພວກ​ເຮົາ.”

US: Thailand, Malaysia, Venezuela Fail on Human Trafficking
please wait

No media source currently available

0:00 0:02:01 0:00

XS
SM
MD
LG