ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຫດລະເບີດ ທີ່ສານເຈົ້າ ໃນບາງກອກ ບໍ່ພົວພັນກັບ ກຸ່ມກໍ່ການຮ້າຍ


Bangkok Blast
please wait
Embed

No media source currently available

0:00 0:00:49 0:00

ເຈົ້າໜ້າທີ່​ໄທກ່າ​ວວ່າ ການ​ໂຈມຕີ​ຮ້າຍ​ແຮງ ທີ່ສານ​ເຈົ້າ ​
ໃນສັບປະດາ​ນີ້​ ຢູ່ບາງ​ກອກ ປະ​ເທດ​ໄທ ​ແມ່ນ​ມີທ່າທາງວ່າ ​
ເປັນ​ການວາງ​ແຜນ​ທີ່​ມີ​ຜູ້​ສົມຮູ້​ຮ່ວມ​ຄິດ​ນຳ​ກັນຢ່າງ​ນ້ອຍ 10 ຄົນ
ຊຶ່ງ​ຮວມທັງ​ຊາວ​ຕ່າງ​ຊາດ​ຈຳນວນ​ນຶ່ງ ​ແລະ​ເຊື່​ອກັນ​ວ່າ ບໍ່​ແມ່ນ​
ເປັນ​ການ​ໂຈມ​ຕີ​ໂດ​ຍ ກຸ່ມ​ກໍ່​ການ​ຮ້າຍ​ນາໆ​ຊາດ.

ທ່ານ​ພັນ​ເອກ Winthai Suvaree ​ໂຄສົກຂອງພວກທະຫານ
ທີ່ປົກຄອງປະເທດຢູ່ໃນເວລານີ້ ​ໄດ້​ກ່າວໃນຖະແຫຼງການທີ່ອອກ
​ທາງ​ໂທລະພາບ​ໃນວັນພະຫັດມື້ນີ້​ວ່າ: “​ເຫດ​ລະ​ເບີດ​ທີ່​ວ່າ​ນີ້
ບໍ່​ຊົງ​ວ່າ​ ຈະ​ພົວພັນ​ກັບກຸ່ມ​ກໍ່​ການ​ຮ້າຍ​ນາໆ​ຊາດ.”

ນອກນັ້ນທ່ານ​ຍັງ​ໄດ້​ກ່າວ​ວ່າ “ຊາວ​ຈີນ ບໍ່​ແມ່ນ​ເປົ້າ​ໝາຍ​ໂດຍ​ກົງ” ຂອງ​ການ​ໂຈມ​ຕີ​ໃນ​ເຊົ້າ​ວັນ​ຈັນ​ຜ່ານ​ມາ​ນີ້ ທີ່​ສານ​ເຈົ້າ​ເອຣະວັນ ຊຶ່ງ​ເປັນ​ທີ່​ນັບຖື​ຂອງພວກນັກທ່ອງທ່ຽວ​ຊາວ​ຈີນ​ແລະ​ຊາວຕ່າງປະ​ເທດນັ້ນ.

ພາບວາດຂອງຜູ້ວາງລະເບີດ ທີ່ທາງຕຳຫຼວດໄທ ນຳອອກມາເຜີຍແຜ່ 19 ສິງຫາ 2015.
ພາບວາດຂອງຜູ້ວາງລະເບີດ ທີ່ທາງຕຳຫຼວດໄທ ນຳອອກມາເຜີຍແຜ່ 19 ສິງຫາ 2015.

ກ່ອນ​ໜ້າ​ນີ້ ຜູ້ບັນຊາການຕຳຫຼວດ​ແຫ່ງ​ຊາດ ທ່ານ Somyot Poompanmoung ​ໄດ້​ກ່າວ​ວ່າ ມີ​ຢ່າງ​ນ້ອຍ 10 ຄົນ ໄດ້​ຊ່ອຍ​ກັນວາງ​ແຜນ​ການ​ໂຈມ​ຕີ​ຄັ້ງ​ນີ້ ທີ່​ໄດ້​ສັງຫານ​ຢ່າງນ້ອຍ 22 ຄົນ ​ແລະ​ບາດ​ເຈັບ​ອີກຫຼາຍ​ຮ້ອຍຄົນ. ທ່ານ​ຍັງ​ໄດ້​ກ່າວ​ວ່າ ກຸ່ມ​ດັ່ງກ່າວ ​ໄດ້​ວາງ​ແຜນເພື່ອໂຈມຕີດ້ວຍ​ລະ​ເບີດ​ຄັ້ງ​ນີ້​ປະມານນຶ່ງເດືອນລ່ວງໜ້າ.

ໃນ​ວັນ​ພຸດ​ວານ​ນີ້ ລັດຖະບານ​ໄດ້​ອອກ​ໝາຍ​ຈັບ ​ແລະ​ຮູບ​ແຕ້ມ ຂອງ​ຊາຍ​ຊາວ​ຕ່າງ​ດ້າວ ທີ່​ເຊື່ອ​ກັນ​ວ່າ ​ເປັນ​ຜູ້​ວາງລະ​ເບີດໂຈມຕີ ​ໃນ​ວັນ​ຈັນ​ແລ້ວ ທີ່​ສານ​ເຈົ້າ​ເອຣະວັນ.

ສານເຈົ້າເອຣະວັນ, ກຸງເທບ
ສານເຈົ້າເອຣະວັນ, ກຸງເທບ

ຮູບແຕ້ມຂອງຕຳຫຼວດ ສະແດງໃຫ້ເຫັນວ່າ ຜູ້ຊາຍຄົນດັ່ງກ່າວ ​ມີ​ຜົມ​ຍາວ​ດຳກູດບໍ່ເປັນລະ ບຽບ ແລະໃສ່​ແວນ​ຕາ​ມົນ ຂອບເປັນປລາ​ສຕິກ. ພວກ​ເຈົ້າ​ໜ້າ​ທີ່ ສະ​ເໜີ​ໃຫ້​ເງິນລາງວັນ 28,000 ​ໂດ​ລາ ແກ່ຜູ້ໃດກໍຕາມທີ່ມີຂໍ້ມູນ ​ນຳ​ໄປ​ສູ່​ການ​ຈັບ​ກຸມ​ຜູ້​ຕ້ອງ​ສົງ​ໄສຄົນນີ້.

ຊາຍ​ໜຸ່ມຮ່າງ​ສູງ​ ຜອມ ທີ່​ສວມ​ໃສ່​ເສື້ອ​ຍືດສີ​ເຫຼືອງ ໄດ້ປາກົດໃຫ້​ເຫັນ​ຢູ່​ໜ້າ​ຈໍ​ກ້ອງ​ວົງ​ຈອນ​ປິດ ​ໄດ້​ຍ່າງ​ອອກ​ໄປ​ຈາກ​ສະຖານ​ທີ່​ເກີດ​ເຫດ​ຢ່າງ​ສະ​ງົບງຽບ ຫຼັງ​ຈາກ​ທີ່​ໄດ້​ວາງ​ຖົງເປ້​ທີ່​ລາວ​ພາຍ​ໄປ ໄວ້​ກ້ອງ​ມ້າ​ນັ່ງ ກ່ອນ​ທີ່​ມັນ​ຈະລະ​ເບີດ​ຂຶ້ນ​ນັ້ນ.

ແມ່ຍິງຜູ້ນຶ່ງກຳລັງໄຫວ້ສານເຈົ້າ ສີ່ແຍກຣາຊປຣະສົງ, ກຸງເທບ ປະເທດໄທ 19 ສິງຫາ, 2015.
ແມ່ຍິງຜູ້ນຶ່ງກຳລັງໄຫວ້ສານເຈົ້າ ສີ່ແຍກຣາຊປຣະສົງ, ກຸງເທບ ປະເທດໄທ 19 ສິງຫາ, 2015.

​ເຈົ້າ​ໜ້າ​ທີ່​ຕຳຫຼວດ ກ່າວ​ວ່າ​ ມີ​ຢ່າງ​ນ້ອຍ​ອີກ 2 ຄົນ ຊຶ່ງ​ຜູ້ນຶ່ງ​ໃສ່​ເສື້ອ​ສີ​ແດງ ​ແລະ​ອີກ​ຜູ້​ນຶ່ງ​ໃສ່​ເສື້ອ​ສີຂາວ ທີ່​ເຫັນ​ຢູ່ໃນ​ກ້ອງວົງຈອນປິດນັ້ນ ກໍ​ຖືວ່າ​ເປັນ​ພວກ​ຕ້ອງ​ສົງໄສ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້.

ພົນ​ຕີ Apichart Suriboonya ​ໄດ້​ບອກ​ກັບ ອົງການ​ຂ່າວ​ຝຣັ່ງ​ໃນ​ວັນ​ພະຫັດ​ມື້​ນີ້ວ່າ ລັດ ຖະບານ​ໄທ ຈະ​ຂໍຄວາມ​ຊ່ອຍ​ເຫຼືອ​ຈາກ​ໜ່ວຍ​ງານ​ຕຳຫຼວດ​ນາໆ​ຊາດ ເພື່ອຕາມລ່າຫາໂຕ ພວກຕ້ອງສົງໄສ ທີ່ທຳ​ການ​ໂຈມ​ຕີ​ຄັ້ງ​ນີ້.

XS
SM
MD
LG