ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສປຊ ຮຽກຮ້ອງ ບໍ່ໃຫ້ໄທ ເນລະເທດ ຊາວໂຣຮິງຢາ (ສະໄລດ໌)


ອົບພະຍົບຊາວໂຣຮິງຢາ 73 ຄົນ ລ່ອງລອຍຢູ່ໃນເຮືອນ້ອຍ ທີ່ແອອັດ ຢູ່ນອກແຄມຝັ່ງທະເລຂອງເມືອງຕາກອາກາດພູເກັດ ໄດ້ຖືກລັດໂດຍຕໍາຫລວດໄທໃນວັນທີ 1 ມັງກອນ 2013.
ອົບພະຍົບຊາວໂຣຮິງຢາ 73 ຄົນ ລ່ອງລອຍຢູ່ໃນເຮືອນ້ອຍ ທີ່ແອອັດ ຢູ່ນອກແຄມຝັ່ງທະເລຂອງເມືອງຕາກອາກາດພູເກັດ ໄດ້ຖືກລັດໂດຍຕໍາຫລວດໄທໃນວັນທີ 1 ມັງກອນ 2013.
ອົງການອົບພະຍົບຂອງສະຫະປະຊາຊາດ ຮຽກຮ້ອງບໍ່ໃຫ້ໄທ
ເນລະ ເທດຊາວມຸສລິມໂຣຮິງຢາກຸ່ມນຶ່ງ ທີ່ເຂົ້າໄປໄທໂດຍ
ທາງເຮືອ ໂດຍເວົ້າວ່າພວກເຂົາເຈົ້າອາດຕົກຢູ່ໃນອັນຕະລາຍ
ຖ້າຫາກຖືກສົ່ງກັບຄືນໄປມຽນມາ.

ທ່ານນາງ Vivian Tan ໂຄສົກຂອງອົງການ UNHCR ກ່າວຕໍ່ວີ
ໂອເອວ່າ ກຸ່ມດັ່ງກ່າວ ທີ່ຫລົບໜີຄວາມຮຸນແຮງທາງສາສະໜາ
ແລະ ການປະຫັດປະຫານຢູ່ລັດຣາໄຄນ໌ ໃນພາກຕາເວັນຕົກ
ຂອງມຽນມາ ອາດຈະຖືກລົງໂທດ ຖ້າເຂົາເຈົ້າຫາກຖືກກັບຄືນ
ໄປມຽນມານັ້ນ.

ທ່ານນາງ Tan ກ່າວອີກວ່າ ບັນດາເຈົ້າໜ້າທີ່ອົງການສະຫະປະ
ຊາຊາດກໍາລັງພົບປະກັບພວກເຈົ້າໜ້າທີ່ໄທ ໃນວັນພະຫັດມື້ນີ້
ໃນການ ພະຍາຍາມທີ່ຈະເຂົ້າໄປຫາກຸ່ມດັ່ງກ່າວ ເພື່ອຈະສາມາດ “ຮູ້ໄດ້ຢ່າງ ຊັດເຈນວ່າ ພວກເຂົາເຈົ້າແມ່ນໃຜ ແລະເຂົາເຈົ້າຕ້ອງການຫຍັງແດ່.”

ເຈົ້າໜ້າທີ່ໄທເວົ້າໃນວັນພຸດວານນີ້ວ່າ ຊາວໂຣຮິງຢາ 73 ຄົນຮວມທັງຜູ້ຍິງ ແລະເດັກນ້ອຍ
ຈະຕ້ອງຖືກເນລະເທດກັບຄືນໄປຍັງມຽນມາ ແຕ່ວ່າ ຍັງບໍ່ມີໃຜຮູ້ສະພາບປັດຈຸບັນຂອງ ພວກເຂົາເຈົ້າເທື່ອ.

ພວກເຂົ້າເມືອງຈຸດັ່ງກ່າວໄດ້ຖືກເຈົ້າໜ້າທີ່ໄທກັກຂັງໃນອາທິດນີ້ ລຸນຫລັງທີ່ພວກເຂົາ ເຈົ້າໄດ້ຖືກພົບເຫັນລ່ອງລອຍຢູ່ໃນເຮືອນ້ອຍ ທີ່ແອອັດ ຢູ່ນອກແຄມຝັ່ງທະເລຂອງເມືອງ ຕາກອາກາດພູເກັດ ຊຶ່ງບໍ່ໄດ້ໄປເຖິງສິ່ງທີ່ພວກເຈົ້າໜ້າທີ່ເວົ້າວ່າ ປາຍທາງສຸດທ້າຍຂອງ ພວກເຂົາເຈົ້າ ນັ້ນກໍຄືມາເລເຊຍ.

ພາບກ່ຽວກັບອົບພະຍົບຊາວໂຣຮິງຢາທີ່ໄທຈະເນລະເທດກັບໄປມຽນມາ:

XS
SM
MD
LG