ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕໍາຫຼວດຈັບນໍແຮດ ຜິດກົດໝາຍໄດ້ ໃນໄທ (ວີດິໂອ)


ໄທຈັບນໍແຮດຜິດກົດໝາຍ
please wait

No media source currently available

0:00 0:00:42 0:00

ໄທຈັບນໍແຮດຜິດກົດໝາຍ

ຕໍາຫຼວດ​ໄທ​ໄດ້​ຈັບ​ກຸມ​ຊາຍ​ຊາວ Guinea ຄົນ​ນຶ່ງ​ທີ່​ຖືກ​ກ່າວ​ຫາ​ວ່າ​ລັກ​ລອບ​ຂົນ​ສົ່ງ​ນໍ​ແຮດ​ມູນ​ຄ່າຫຼາຍກວ່າ 330,000 ​ໂດ​ລ່າ​ເຂົ້າປະ​ເທດ​ໄທ.

ທາງ​ການ​ໄທ​ເວົ້າ​ວ່າ ​ເຈົ້າໜ້າ​ທີ່​ພາສີ ພົບ​ເຫັນ​ນໍ​ແຮດແປດ​ນໍ ຢູ່​ໃນ​ຫີບ​ເດີນ ທາງ​ຂອງ​ຜູ້​ຕ້ອງ​ສົງ​ໃສ​ເມື່ອ​ວັນ​ເສົາ​ວານ​ນີ້​ເວລາ​ຜູ້​ກ່ຽວ​ເດີນທາງໄປ​ເຖິງ​ສະ ໜາມ​ບິນນານາ​ຊາດສຸວັນນະ​ພູມ​ຂອງ​ໄທຈາກປະ​ເທດ​ຢູກັນດາ.

​ເຈົ້າໜ້າ​ທີ່​ເວົ້າ​ວ່າ ຜູ້​ຕ້ອງ​ສົງໄສ ​ຄື ນາຍ Doukoure N'Faly ອ້າງ ວ່າ​ມີ​ໝູ່​ຜູ້​ນຶ່ງ​ບອກ​ໃຫ້​ລາວ​ຖື​ຫີບ​ເດີນທາງ​ດັ່ງກ່າວ​ໄປ​ຍັງ​ບາງກອກ

ນໍ​ແຮດຖື​ວ່າ​ເປັນ​ສິ່ງ​ສໍາຄັນ​ທີ່​ສຸດ​ໃນ​ວັດທະນະ​ທໍາ​ຊາວເອ​ເຊຍ ສໍາລັບ​ໃຊ້​ເປັນ​ຢາ​ພື້ນ​ບ້ານ.

ພວກ​ລັກ​ລອບ​ຂ້າ​ສັດ ​ໄດ້​ທໍາລາຍ​ລ້າງ​ຜານປະຊາກອນ​ແຮດ ​ເພື່ອ​ພະຍາ​ຍາມ ໃຫ້​ໄດ້​ມາ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ. ການຄ້າ​ຊິ້ນ​ສ່ວນ​ໃດໆ​ຂອງ​ແຮດ ຖື​ວ່າ​ຜິດ​ກົດ ໝາຍ​ພາຍ​ໃຕ້​ຂໍ້​ຕົກລົງ​ຂອງ​ນານາ​ຊາດ.


Police in Thailand have arrested a Guinea man for allegedly smuggling rhino horns worth more than $330,000.

Officials say customs officers found eight rhino horns in the suspect's luggage Saturday as he arrived at Suvarnabhumi International airport on a flight from Uganda.

Authorities say suspect Doukoure N'Faly claims a friend told him to carry the luggage to Bangkok.

Rhino horns are revered in Asian culture for what is considered their medicinal uses.

Poachers have diminished the rhino population trying to meet the demand. The trade of rhino parts is illegal under international agreements.
XS
SM
MD
LG