ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະເທດໄທ ສົ່ງອົບພະຍົບ ຊົນກຸ່ມນ້ອຍ ຊາວ Uighur ກັບຈີນ


ຊົນກຸ່ມນ້ອຍຊາວ Uighur ເຂົ້າແຖວ ຂ້າງລົດຕຳຫຼວດ ໃນຈັງຫວັດສົງຂລາ ພາກໃຕ້ຂອງໄທ 15 ມີນາ 2014.
ຊົນກຸ່ມນ້ອຍຊາວ Uighur ເຂົ້າແຖວ ຂ້າງລົດຕຳຫຼວດ ໃນຈັງຫວັດສົງຂລາ ພາກໃຕ້ຂອງໄທ 15 ມີນາ 2014.

ປະເທດໄທ ໄດ້ສົ່ງອົບພະຍົບຊົນກຸ່ມນ້ອຍຊາວ Uighur ປະມານ
100 ຄົນ ໃຫ້ຈີນ ບ່ອນທີ່ກຸ່ມປົກປ້ອງສິດທິມະນຸດ Human Right
Watch ກ່າວວ່າ ພວກເຂົາອາດຖືກປະຫັດ ປະຫານກໍເປັນໄດ້.

ຊົນກຸ່ມນ້ອຍຊາວ Uighur ທີ່ປາກພາສາເທີກີ ແມ່ນໄດ້ຈົ່ມທຸກ
ມາເປັນເວລາຍາວນານແລ້ວ ທີ່ທາງການໄດ້ຖືກຈຳແນກກີດກັນ
ໃນເຂດ Xinjiang ຂອງຈີນ ຊຶ່ງພາໃຫ້ມີຄື້ນຟອງຂອງການອົບ
ພະຍົບໜີອອກຈາກເຂດດັ່ງກ່າວ.

ມີຫຼາຍກຸ່ມ ທີ່ໄດ້ພາກັນລັກໜີອອກໄປທາງປະເທດເອເຊຍອາຄະ
ເນ ຊຶ່ງຮວມມີ: ໄທ ບ່ອນທີ່ບາງຄັ້ງຖືກກັກຂັງ ໃນຖານະເປັນຄົນ
ເຂົ້າເມືອງຜິດກົດໝາຍນັ້ນ.

ໂຄສົກຂອງລັດຖະບານໄທ ທ່ານພົນຕີ ວິຣະຊົນ ສຸຄົນປະຕິພັກ ໄດ້ກ່າວໃນວັນພະຫັດ
ມື້ນີ້ວ່າ ຊາວອົບພະຍົບ Uighur ທີ່ເປັນບັນຫານັ້ນ ແມ່ນໄດ້ຖືກກັກຂັງນານກວ່າປີແລ້ວ.

ໂຄສົກຍັງໄດ້ກ່າວອີກວ່າ ອົບພະຍົບພວກນີ້ ແມ່ນຖືກສົ່ງກັບໄປຈີນ ຫລັງຈາກມີການພົບ
ວ່າພວກເຂົາເປັນຄົນຈີນ. ມີປະມານ 170 ຄົນ ທີ່ຄົ້ນພົບວ່າເປັນຊາວເທີກີ ແລະກໍໄດ້ ສົ່ງ
ກັບເທີກີ ໄປແລ້ວ.

ທ່ານໄດ້ກ່າວວ່າ ໄທ ໄດ້ຮັບການຄ້ຳປະກັນຈາກປັກກິ່ງວ່າ ຊາວອົບພະຍົບພວກນີ້ ຈະບໍ່
ໄດ້ຮັບການລົງໂທດ ຫຼືປະຫັດປະຫານແຕ່ຢ່າງໃດ ແຕ່ວ່າ ບໍ່ໄດ້ເປັນທີ່ພໍໃຈຕໍ່ກຸ່ມປົກປ້ອງ
ສິດທິ ມະນຸດ.

ທ່ານສຸໄນ ຜາສຸກ ຈາກກຸ່ມ Human Right Watch ເອີ້ນການເອົາບາດກ້າວທີ່ວ່ານີ້ຕົກໃຈ ຊຶ່ງທ່ານໄດ້ຂຽນຜ່ານທາງ Twitter ວ່າ ຊົນກຸ່ມນ້ອຍຊາວ Uighur ສາມາດ
ປະເຊີນການທໍລະມານ ແລະການທາລຸນນະກຳຢ່າງອື່ນໆ ທີ່ຮ້າຍແຮງໄດ້.

ຫ້ອງການອົບພະຍົບຂອງອົງການສະຫະປະຊາຊາດ ຍັງໄດ້ກ່າວອີກວ່າ ມັນເປັນທີ່ຕື່ນ ຕົກໃຈ ກ່ຽວກັບການເນລະເທດຊາວເທີກີ 100 ກວ່າຄົນໃນມື້ນີ້ ໂດຍທາງການໄທ.

ຈີນ ໄດ້ກົດດັນໄທ ໃຫ້ສົ່ງຊົນພວກກຸ່ມນ້ອຍຊາວ Uighur ໃຫ້ຕົນ ແລະໄດ້ສະແດງອອກເຖິງ
ຄວາມບໍ່ພໍໃຈ ໃນຕົ້ນສັບປະດານີ້ ເວລາທີ່ບາງຄົນໄດ້ຖືກສົ່ງໄປໃຫ້ເທີກີ ນັ້ນ.

XS
SM
MD
LG