ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທ ໄວ້ອາໄລ ໃຫ້ຜູ້ເຄາະຮ້າຍ ຈາກເຫດລະເບີດ ທີ່ສານເຈົ້າ


ບັນດາຜູ້ນຳສາສະໜາຕ່າງໆ ເຂົ້າຮວມພິທີໄວ້ອາໄລ ແກ່ຜູ້ເຄາະຮ້າຍ ຈາກການວາງລະເບີດ ທີ່ສານເຈົ້າເອຣະວັນ ໃນບາງກອກ.
ບັນດາຜູ້ນຳສາສະໜາຕ່າງໆ ເຂົ້າຮວມພິທີໄວ້ອາໄລ ແກ່ຜູ້ເຄາະຮ້າຍ ຈາກການວາງລະເບີດ ທີ່ສານເຈົ້າເອຣະວັນ ໃນບາງກອກ.

ພິທີ​ໄດ້​ຈັດ​ຂື້ນ​ ໃນ​ວັນ​ສຸກ​ມື້​ນີ້ ຢູ່​ທີ່​ສານເຈົ້າ ບ່ອນ​ຖືກ​ໂຈມ​ຕີ​
ດ້ວຍການວາງ​ລະ​ເບີດ​ຮ້າຍ​ແຮງ​ໃນ​ອາທິດ​ນີ້ໃນ​ຂະນະ​ທີ່​ບັນ
ດາ​ເຈົ້າ​ໜ້າ​ທີ່​ໄທ ສືບຕໍ່ໃຫ້ການຖະ​ແຫລ​ງ​ທີ່​ສັບສົນ ກ່ຽວ​ກັບ
​ການ​ຊອກ​ຫາ​ບັນດາ​ຜູ້​ໂຈມ​ຕີ.

ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງໄທແລະ​ບຸກຄົນສຳຄັນທາງ​ສາ
ສະໜາ ໄດ້ເຂົ້າ​ຮ່ວມ ໃນພິທີທາງ​ສາສະໜາຕ່າງໆ ​ເພື່ອ​ໄວ້
ອາ​ໄລໃຫ້​ແກ່ 22 ຄົນ ທີ່ເສຍ​ຊີວິດ ຍ້ອນ ການວາງ​ລະ​ເບີດ​
ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ທີ່​ສານ​ເຈົ້າເອຣາວັນ ຊຶ່ງເປັນການໂຈມ
​ຕີ ​ທີ່ຮ້າຍ​ແຮງຢູ່ໃນ​ປະ​ເທດໄທ ເທົ່າທີ່ຍັງຈຳກັນໄດ້.

ພວກ​ເຈົ້າ​ໜ້າ​ທີ່​ໄດ້​ເພີ້​ມ ການລາດຕະ​ເວນ​ຮັກສາ​ຄວາມ​ປອດ​ໄພ ຢູ່ຕາມບ່ອນ ​ທ່ອງ​ທ່ຽວ
​ແລະ​ເຂດ​ອຶ່ນໆ​ທົ່ວ​ບາງກອກ ​ເຖິງ​ແມ່ນ​ວ່າ ການ​ສືບສວນ​ໄດ້​ນຳພາ​ໄປ​ສູ່່​ຫລັກ​ຖານ​ເລັກ
​ນ້ອຍ​ວ່າ ​ໃຜ​ເປັນ​ຜູ້​ປະຕິບັດ​ງານ ຫລືເປັນ​ດ້ວຍເຫດໃດ.

ບັນດາ​ເຈົ້າ​ໜ້າ​ທີ່ ​ໃນ​ວັນ​ພະຫັດ​ວານ​ນີ້ ​ໄດ້​ເນັ້ນ​ໜັກ​ວ່າ ການ​ວາງ​ລະ​ເບີດ ບໍ່​ໄດ້​ພົວພັນ​
ກັບການ​ກໍ່​ການ​ຮ້າຍ​ຕ່າງປະ​ເທດ ​ເຖິງ​ແມ່ນ​ວ່າ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າໄດ້ ​ອອກ​ໝາຍ​ຈັບ
​ແລະ​ເຜີຍ​ແຜ່​ຮູບ​ແຕ້ມ​ຜູ້​ຕ້ອງ​ສົງ​ໄສທີ່​ສຳຄັນ ທີ່​ເຂົາ​ເຈົ້າ​ກ່າວ​ວ່າ​ເປັນ​ຊາວ​ຕ່າງ​ດ້າວ.

ຜູ້ບັນຊາການ​ຕຳຫລວດ​ແຫ່ງ​ຊາດ ທ່ານ Somyot Poompanmoung ກ່າວ​ໃນ​ວັນ​ສຸກ
​ມື້​ນີ້ວ່າ “ບັນດາ​ຜູ້​ສືບສວນ ​ໄດ້ລົງຄວາມເຫັນ​ວ່າ ນີ້​ບໍ່ແມ່ນ​ການ​ປະຕິ ບັດ​ງານ​ຂອງ​ພວກ
ກໍ່ການ​ຮ້າຍ ​ແຕ່​ເຫດຮ້າຍດັ່ງກ່າວ ແມ່ນ​ແນ່ໃສ່​ ບໍ່​ໃຫ້​ຄວາມ​ເຊື່ອ​ຖື​ແກ່​ລັດຖະບານ ທຳ
ລາ​ຍຄວາມ​ເຊື່ອ​ໝັ້ນ ​ແລະ​ເຮັດ​ໃຫ້​ບັນດາ​ນັກ​ທ່ອງ​ທ່ຽວ​ຢ້ານ​ກົວ.”

​ເຖິງ​ແມ່ນ​ມີ​ການ​ສັບສົນ ພວກຜູ້ນຳ​ທະຫານຂອງ​ໄທ ກຳລັງ​ທັບ​ມ້າງ​ຜູ້​ທີ່​ເປົ່າ​ຂ່າວ​ລື​ກ່ຽວ​ກັບວ່າ ​ໃຜ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ການ​ໂຈມ​ຕີ. ​ໂຄສົກ​ທະຫານຄົນ​ນຶ່ງ ກ່າວ​ຜ່ານ​ທາງລາຍ
ການໂທລະພາບ ​ໃນ​ວັນ​ສຸກ​ມື້​ນີ້​ວ່າ​. ພວກ​ທີ່​ພາກັນເຜີຍ​ແຜ່​ຂ່າວ​ທີ່ ບໍ່ຖືກຕ້ອງທາງສື່ສັງ
ຄົມ ຈະ​ປະ​ເຊິ​ນໜ້າ​ກັບການຖືກ​ລົງ​ໂທດ.

ທ່ານ Somyot ​ບໍ່​ໄດ້​ໃຫ້ຄວາມສຳຄັນ ຕໍ່ການໃຫ້ຄວາມເຫັນກ່ອນໜ້ານີ້​ທີ່​ວ່າ ​ເຈົ້າ​ໜ້າ​ທີ່
​ໄດ້​ຊອກ​ຫາ​ຜູ້​ຕ້ອງ​ສົງ​ໄສຢ່າງໜ້ອຍ 10 ຄົນທີ່​ວາງ​ແຜນການ​ໂຈ​ມຕີ. ທ່ານເວົ້າວ່າ “ຂ້າພະ​ເຈົ້າບໍ່​ໄດ້​ກ່າວ​ວ່າ ພວກ​ເຮົາ​ມີ​ຜູ້​ຕ້ອງ​ສົງ​ໄສ 10 ຄົນ. ​ແຕ່​ໃນ​ຕອນ​ຕົ້ນ ໃນທາງທິດສະດີ
ແລ້ວ ສຳລັບ​ບັນດານັກ​ຊຽວຊານແລ້ວ ການ​ໂຈມ​ຕີ​ດ້ວຍລະ​ເບີດ​ໃນທຳນອງນີ້ ພວກ​ເຮົາ​
ເຊື່ອ​ວ່າ ຄວນມີ​ຫລາຍ​ຄົນ​ຮ່ວມມືກັນ.”

Bangkok Blast
please wait
Embed

No media source currently available

0:00 0:01:30 0:00

XS
SM
MD
LG