ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະທ້ວງ ຢູ່ໄທ ຈະຍື່ນຟ້ອງ ຕໍ່ສານ ລັດຖະທຳມະນູນ (ວີດີໂອ)


ທ່ານສຸເທບ ເທືອກສຸບັນ​ ໄດ້ຮັບການຕ້ອນຮັບຈາກພວກປະທ້ວງ
ທ່ານສຸເທບ ເທືອກສຸບັນ​ ໄດ້ຮັບການຕ້ອນຮັບຈາກພວກປະທ້ວງ
ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານໃນ​ໄທ ​ໄດ້ທຳການ​ເຄື່ອນ​ໄຫວ
​ທ້າ​ທາຍທາງກົດໝາຍຕໍ່​ການ​ເລືອກ​ຕັ້ງ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້
ຊຶ່ງເຖິງແມ່ນວ່າ ສະ​ງົບ​ງຽບ​ ແຕ່​ກໍ​ບໍ່​ໄດ້​ແກ້​ໄຂການ​ປະ​ເຊີນ​ໜ້າ
ທາງ​ການ​ເມືອງ​ທີ່​ຍືດ​ເຍື້ອຍາວ​ນານ​ມາ​ໄດ້ຫຼາຍ​ເດືອນ​ແລ້ວນັ້ນ
​ແຕ່​ຢ່າງ​ໃດ.

ພັກ​ປະຊາທິປັດ ຊຶ່ງເປັນພັກຝ່າຍ​ຄ້ານ ທີ່​ບອຍຄອດບໍ່ຍອມເຂົ້າ
ຮ່ວມການ​ເລືອກ​ຕັ້ງ ກ່າວ ວ່າ ຕົນ​ຈະຍື່ນ​ຟ້ອງ​ຕໍ່​ສານ​ລັດຖະ
ທໍາ​ມະນູນ ​ໃນ​ວັນ​ອັງຄານ​ມື້​ນີ້ ​ເພື່ອ​ຍຸບ​ພັກ “​ເພື່ອ​ໄທ” ທີ່​ປົກຄອງ​ປະ​ເທດ​ຢູ່​ໃນ​ຂະນະນີ້.

ສຳນວນທີ່ຈະຍື່ນຟ້ອງໂດຍ​ພັກປະຊາທິປັດ ກ່າວ​ວ່າ ລັດຖະ
ບານພະຍາຍາມ​ເພື່ອໃຫ້ໄດ້ມາຊຶ່ງອໍານາດ ​ໂດຍວິທີທີ່ບໍ່ຖືກ
ຕ້ອງຕາມລັດຖະທໍາ​ມະນູນ ຄືຈັດການ​ເລືອ​ກຕັ້ງ​ກ່ອນ​ກໍານົດ.

ສຳນວນຟ້ອງຂໍ້ທີ 2 ກ່າວ​ວ່າ ການ​ເລືອກ​ຕັ້ງບໍ່​ຄວນ​ຈະ​ມີ​ຂຶ້ນ
ໃນ​ລະຫວ່າງພາວະ​ສຸກ​ເສີນຂອງ​ປະ​ເທ​ດ ທີ່​ໄດ້​ປະກາດ​ໄປ​
​ໃນ​ເດືອນແລ້ວນີ້ ເພື່ອຮັບມືກັບສະພາບຄວາມ​ຮຸນ​ແຮງ​ ກ່ອນ​ການ​ເລືອກ​ຕັ້ງ​ນັ້ນ.

ເຖິງ​ແມ່ນ​ວ່າ ບໍ່​ໄດ້​ມີ​ການ​ກໍ່​ຄວາມ​ຮຸນ​ແຮງ​ໃນມື້ປ່ອນບັດເລືອກຕັ້ງກໍຈິງ ແຕ່ການໄປປ່ອນ
ບັດຂອງປະຊາຊົນ ​ແມ່ນ​ໜ້ອຍ​ກວ່າ 50 ສ່ວນ​ຮ້ອຍ. ຢູ່​ໃນ​ຫຼາຍ​ໆ​ເຂດ ພວກ​ປະ​ທ້ວງຕໍ່ຕ້ານ
​ລັດຖະບານໄດ້ພາກັນ​ຂັດຂວາງແລະ​ລົບ​ກວນການ​ປ່ອນ​ບັດ.

ພວກ​ປະ​ທ້ວງ​ໄດ້ໃຫ້ຄໍາ​ໝັ້ນ​ສັນຍາທີ່​ຈະສືບຕໍ່​ກົດ​ດັນນາຍົກລັດຖະມົນຕີ​ຍິ່ງ​ລັກ​ ຊິນ​ນະວັດ
​ໃຫ້​ລາ​ອອກໂດຍ​ການ​ປະ​ທ້ວງຢູ່ທີ່​ບາງກອກນັ້ນ ປາກົດວ່າໄດ້ຫລຸດນ້ອຍຖອຍລົງຫຼັງຈາ​ກ
​ໄດ້​ມີ​ການ​ເລືອກ​ຕັ້ງແລ້ວນັ້ນ.

THAILAND ELECTIONS
please wait
Embed

No media source currently available

0:00 0:01:37 0:00
XS
SM
MD
LG