ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄທ ເລັ່ງຜະລິດ ລົດໂອໂຕ ໃຫ້ທັນ ຄວາມຕ້ອງການ (ວີດີໂອ/ສະໄລດ໌)


Thailand Racing to Supply SE Asia’s Demand for Vehicles
please wait

No media source currently available

0:00 0:03:25 0:00
ລິງໂດຍກົງ

ໂຮງງານປະກອບລົດຍົນແຫ່ງນຶ່ງ ໃນຫຼາຍໆແຫ່ງ ຂອງໄທ

ປະ​ເທດ​ໄທ​ກໍາລັງ​ມີ​ຊື່​ສຽງໂດ່​ງດັງວ່າ​ເປັນ ​ເມືອງ Detroit ​ແຫ່ງ​
ພາກ​ຕາ​ເວັນ​ອອກ ຍ້ອນ​ອຸດສາຫະກໍາ​ຍານຍົນ​ໃນ​ໄທ​ກໍາລັງ​ເຕີບ​
ໃຫຍ່​ຂະຫຍາຍຕົວ​ຂຶ້ນ​ໄປນັບ​ມື້ ຊຶ່ງ​ບັດ​ນີ້​ ໄທ​ ໄດ້​ກາຍ​ເປັນປະ​
ເທດ​ທີ່​ຜະລິ​ດລົດພານິດລາຍ​ໃຫຍ່ອັນ​ດັບ​ສາມ​ຂອງ​ໂລກ ຮອງ​
ຈາກ​ສະຫະລັດ​ແລະ​ຈີນ ​ແລະ​ຢູ່​ໃນ​ອັນ​ທີ​ 9 ຂອງ​ຜູ້​ຜະລິດ​ລົດ​
ທັງ​ໝົດ. Steve Herman ຜູ້​ສື່​ຂ່າວ​ວີ​ໂອ​ເອ ມີ​ລາຍ​ງານ​ເລຶ່ອງ
ນີ້ ຈາກ​ຈັງຫວັດ​ລະ​ຢອງ ທາງພາກ​ຕາ​ເວັນ​ອອກ​ຂອງ​ໄທ ບ່ອນ​
ທີ່​ຫຼາຍໆບໍລິສັດລົດ​ຍີ່​ຫໍ້​ຕ່າງປະ​ເທດ ກໍາລັງ​ຜະລິດ​ລົດເພື່ອ​ສະ
ໜອງຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພວກ​ຊົນ​ຊັ້ນ​ກາງ​ທີ່​ກໍາລັງ
ເພີ່ມ​ຈໍານວນ​ຫຼາຍ​ຂຶ້ນນັບ ມື້​ ຂອງ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ
ສຽງ​ໃຕ້​ນັ້ນ ຊຶ່ງ​ທອງ​ປານຈະ​ນໍາ​ມາສະ​ເໜີ​ທ່ານ.

ລິງໂດຍກົງ

ມີ​ການ​ປະ​ເມີນ​ວ່າ ລົດທີ່ຈະແລ່ນອອກ​ຈາກມາ​ໂຮງງານ​ປະກອບ​ລົດຍົນ​ຂອງ​ໄທ​ ໃນ​ປີ​ນີ້
ຈະ​ມີຈໍານວນ​ຮອດ ​ສອງ​ລ້ານ​ຫ້າ​ແສນ​ຄັນ.

ທ່ານ Matt Bradley ປະທານ​ບໍລິສັດຜະລິດ​ລົດ ​ຝອດ (Ford) ປະ​ຈໍາຂົງ​ເຂດ​ ກ່າວຊົມ​
ເຊີຍ​ໄທ ວ່າ​ເປັນ​ຕົວ​ແບບ​ທີ່​ປະສົບ​ຜົນ​ສໍາ​ເລັດຢ່າງ​ສູງ ​ໃນ​ການຜະລິດລົດຍົນປະ​ເທດນຶ່ງ.

ທ່ານ Bradley ເວົ້າວ່າ: “​ຂ້າພະ​ເຈົ້າຄິດ​ວ່າ​ ປະ​ເທດ​ໄທໄດ້​ທໍາ​ຄວາມພະຍາຍາມ
ຢ່າງ​ພ້ອມພຽງ​ກັນ ປະຕິບັດ​ຕາມນະ​ໂຍບາຍ​ຂອງ​ລັດຖະບານ ​ໃນ​ຊ່ວງ 15 ປີທີ່
ຜ່ານມາ ​ທີ່​ຈະ​ສະໜັບສະໜຸນ​ອຸດສາຫະກໍາ​ລົດ​ໂອ​ໂຕ​ນັ້ນ. ບໍລິສັດ ຝອດ ເຂົ້າ​
ມາ​ຢູ່​ໄທ​ໄດ້ ປະມານ 17 ປີ​ນີ້​ແລ້ວ ແລະ​ພຽງ ເມື່ອປີ 2007 ​ເປັນ​ຕົ້ນ​ມາ​ນີ້​ເອງ
ທີ່ພວກ​ເຮົາໄດ້ລົງທຶນ​ໄປ​ຫຼາຍກ່ວານຶ່ງ​ ພັນ​ລ້ານ​ກວ່າ​ໂດ​ລ່າ ​ໃສ່​ໃນໂຮງ​ງານ​
ຜະລິດ ແລະ​ສ້າງສ່ວນ​ປະກອບ​ຕ່າງໆ ໃນໄທ.”


​ເວລານີ້ ພາກສ່ວນ​ການ​ຜະລິດລົດຍົນ​ແມ່ນເປັນ​ອຸດສາຫະກໍາ​ໃຫຍ່ອັນ​ດັບ​ສາມຂອງໄທ
ທີ່​ປະກອບ​ເປັນ 12 ​ເປີ​ເຊັນ ຂອງ​ຜະລິດ​ຕະພັນ​ລວມພາຍ​ໃນ ຫຼື GDP ຂອງ​ປະ​ເທດ ​
ແລະ​ຈ້າງ​ຄົນ​ງານ ສີ່​ແສນ​ຄົນ.

ຖະໜົນ​ຫົນທາງ​ທີ່​ແອ​ອັດ​ດ້ວຍ​ລົດ​ລາ​ ຂອງ​ນະຄອນຫຼວງ​ບາງ​ກອກ​ນັ້ນ ​ແມ່ນບົ່ງ​ບອກເຖິງ
​ຜົນ​ສໍາ​ເລັດ​ໃນ​ດ້ານ​ນີ້ ​ໂດຍ​ທີ່​ຍອດ​ຂາຍໄດ້​ຮັບ​ການ​ສົ່ງ​ເສີມ ຈາກ​ໂຄງການ​ຂອງລັດຖະ
ບານ ທີ່​ສົ່ງ​ເງິນ​ພາສີ​ຄືນ​ໃຫ້​ແກ່​ພວກຊື້​ລົດ​ເປັນ​ເທື່ອ​ທໍາອິດ.

​ແຕ່​ລົດເຫຼົ່າ​ນີ້ ສາມາດແຂ່ງຂັນ​ກັບ​ພວກ​ລົດ​ທີ່​ຜະລິດ​ຢູ່​ໃນ​ຍີ່ປຸ່ນ ຢູ​ໂຣບ ຫຼື​ສະຫະລັດ ​
ໄດ້​ຫຼື​ບໍ່?

Pitak Pruittisarikorn ຮອງ​ປະທານ​ບໍລິຫານ​ບໍລິສັດ​ລົດ​ຮອນ​ດ້າ​ຂອງ​ຍີ່ປຸ່ນ ເວົ້າ​ວ່າ
ຢູ່​ບາງກ​ອກ​ນີ້ ບໍລິສັດ​ຮອນ​ດ້າ​ຜະລິດລົດ​ທີ່​ມີ​ຄຸນ​ນະພາ​ບສູງ ​ໃນ​ລາຄາທີ່​ແຂ່ງ​ກັນ​ໄດ້.

ທ່ານ ພິທັກ ​ເວົ້າ​ວ່າ: “ສໍາລັບ​ຮອນ​ດ້າ​ແລ້ວ ການໃຊ້​ຈ່າຍຢ່າ​ງມີ​ປະສິດທິພາບ ​
ແມ່ນເປັນ​ນຶ່ງ​ໃນຍຸທະ​ສາດ​ທີ່ສໍາຄັນ​ຂອງ​ພວກ​ເຮົາ. ສະ​ນັ້ນ ພວກ​ເຮົາ​ຈຶ່ງໄດ້
ສ້າງ​ຄວາມ​ສໍາພັນ​ອັນ​ດີ​ກັບ ພວກ​ບໍລິສັດ​ສະໜອງ​ເຄຶ່ອງອາ​ໄຫຼ່ ​ທີ່ເຂັ້ມ​ແຂງ
ແລະມີ​ຄຸນ​ນະພາ​ບສູງ​ທີ່​ສຸດ ຈາກທັງ​ລະດັບ​ໂລກ ​ແລະລະດັບທ້ອງ​ຖິ່ນ.”


ບາງ​ບໍລິສັດ​ຜະລິດ​ລົດຢູ່ໃນ​ໄທ ​ແມ່ນຈະ​ນໍາ​ເຂົ້າ​ເຄຶ່ອງອາ​ໄຫຼ່ທີ່​ສໍາຄັນຕ່າງໆ ​ທີ່ໂຮມທັງ​
ເຄຶ່ອງ​ຈັກ​ລົດນັ້ນ ມາຈາກ​ຕ່າງປະ​ເທດ.

​ແຕ່​ Jennifer Bigelow ຜູ້​ຈັດການ​ໂຮງງານລະບົບ​ຂັບ​ເຄື່ອນ ຂອງ​ບໍລິສັດ GM ຂອງ
​ອາ​ເມຣິກາ ​ເວົ້າ​ວ່າ ບໍລິສັດ​ GM ບໍ່ພຽງ​ແຕ່​ປະກອບ​ເຄຶ່ອງຈັກ​ຂອງ​ຕົນຢູ່​ກັບ​ບ່ອນ​ຜະລິດ
ໃນ​ໄທເທົ່າ​ນັ້ນ ແຕ່​ຍັງ​ໃຊ້ຊິ້ນ​ສ່ວນ​ຕ່າງໆ ທີ່​ຜະລິດ​ຢູ່​ໄທ​ນໍາ.

ນາງ Jennifer ​ເວົ້າ​ວ່າ: “​ແນ່ນອນ​ທີ່​ສຸດ ມັນ​ປະ​ຫຍັດຄ່າ​ໃຊ້​ຈ່າຍ ຄື​ພວກ​ເຮົາ​
ຫລຸດຄ່າ​ສົ່ງລົງ. ພວກ​ເຮົາ​ຊອກ​ຫາ​ພາຄີ ຢູ່​ທີ່​ນີ້ ທີ່​ພວກ​ເຮົາ​ສາມາດ​ປະຕິບັດ​
ງານ​ຮ່ວມ​ກັນ​ໄດ້ ​ແລະ​ສ້າງຄວາມ​ເປັນ​ພາຄີ​ກັນ ທີ່​ສາມາດ​ປັບປຸງ​ເຄຶ່ອງຈັກ​ລົດ ​
ແລະ​ຜະລິດ​ຕະພັນຂອງ​ພວກ​ເຮົາ​ ໃຫ້​ດີ​ຂຶ້ນ.”


ພວກບໍລິສັດ​ຜະລິດ​ລົດໃນ​ໄທ ຍັງ​ຕ້ອງ​ໄດ້​ຜະລິດ​ລົດ​ໃຫ້​ໄດ້ ​ຕາມຄວາມ​ຮຽກຮ້ອງ​ຕ້ອງ
ການ​ຂອງ​ຂົງ​ເຂດນໍາ​ອີກ ​ເຊັ່ນ​ອອກ​ແບບເຄື່ອງຈັກ​ສີ່​ສູບທີ່ໃຊ້​ນໍ້າມັນ​ກາ​ຊ້ວນ ​ເພື່ອສວຍ
​ເອົາ​ປະ​ໂຫຍ​ດຈາກ​ນໍ້າມັນກາຊ້ວນ​ ລາຄາ​ຖືກ​ທີ່​ມີ​ຂາຍ​ກັນ​ຢ່າງ​ກວ້າງຂວາງ​ນັ້ນ​.
Michael Perez ​ເປັນຮອງປະທານ​ຝ່າຍຜະລິດ​ຂອງ​ບໍລິສັດ GM ​ໃນ​ໄທ ​ເວົ້າ​ວ່າ:

“ພວກ​ທີ​ມງານ​ວິ​ສະ​ວະ​ກອນ​ຝ່າຍ​ຜະລິດ​ຕະພັນຈະ​ທໍາການ​ຄົ້ນຄວ້າ​ຢ່າງ​ກ້ວາງ​
ຂວາງ ຢູ່ໃນ​ແຕ່​ລະ​ຕະຫຼາດ​ທີ່​ພວກ​ເຮົາ​ປະກອບ​ທຸລະ​ກິດ​ຢູ່​ນັ້ນ ​ເພື່ອ​ໃຫ້​ໝັ້ນ​ໃຈ​
ວ່າພວກ​ເຮົາ​ອອກ​ແບບ​ຜະລິດ​ຕະພັນທີ່ແທດເໝາະ​ ບໍ່​ສະ​ເພາະ​ແຕ່​ກັບສິ່ງ​ແວດ
​ລ້ອມ​ເທົ່າ​ນັ້ນ ​ແຕ່​ກັບ​ນິ​ໄສ​ໃນ​ການ​ຂັບ​ຂີ່​ລົດ ​ຢູ່​ໃນຊຸມ​ຕະຫຼາດ ​ທີ່​ພວກ​ເຮົາ​ຂາຍ
​ລົດ​ໃຫ້​ ນັ້ນນໍາ.“



ຢ່າງ​ໃດ​ກໍ​ຕາມ ອຸດສາຫະກໍາ​ຜະລິດ​ລົດຂອງ​ໄທ ທີ່​ຄອບ​ງໍາ​ຢູ່​ໃນ​ຂົງ​ເຂດ​ແລະນໍາ​ພາໂດຍ​
ບໍລິສັດ Toyota ​ແລະບໍລິສັດ​ຜະລິດ​ລົດ​ຍີ່​ຫໍ້ອື່ນໆ​ຂອງ​ຍີ່ປຸ່ນນັ້ນ ກໍ​ຍັງປະ​ເຊີນ​ກັບ​ອຸບປະ
ສັກ​ຫຼາຍຢ່າງ​ຢູ່ ​ເຖິງ​ແມ່ນ​ວ່າໄທ​ຈະ​ສົ່ງ​ອອກ​ລົດ​ກາຍ​ ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້
ຫຼືອາ​ຊຽນ​ໄປ​ອີກ​ ຄື​ໄປຮອດ​ຍີ່ປຸ່ນ ​ພາກຕາ​ເວັນ​ອອກ​ກາງ ​ແລະອາ​ເມຣິກາ​ເໜືອ ກໍ​ຕາມ.

ການ​ຂະຫຍາ​ຍຕົວ​ແມ່ນ​ມີອຸບປະສັກ ​ຍ້ອນ​ການ​ຂາດ​ແຄນ​ແຮງ​ງານ​ຢູ່ໃນ​ປະ​ເທດທີ່​ມີອັດ
ຕາ​ການວ່າ​ຈ້າງ​ເກືອບ​ເຕັມ ຊຶ່ງ​ໄດ້ເປີດ​ໂອກາດ​ໃຫ້​ພວກ​ແມ່ຍິງ ທີ່​ປະກອບ​ເປັນ​ເກືອ​ບ
ນຶ່ງ​ສ່ວນ​ສາມ​ຂອງ​ແຮງ​ງານທັງ​ໝົດ ​ຢູ່ໃນໂຮງງານ​ຜະລິດ​ຍົດ​ບາງ​ແຫ່ງ​ຂອງ​ໄທ.

ແລະ​ເມື່ອ​ໄພ​ນໍ້າ​ຖ້ວມ​ໃນ​ຂັ້ນ​ກ້ວາງ​ຂວາງ​ໃນ​ໄທ​ ເມື່ອ​ປີ 2011 ​ໄດ້​ອັດ​ໂຮງງານ​ຜະລິດລົດ
ແລະ​ພວກ​ບໍລິສັດ​ປ້ອນເຄື່ອງ​ອາ​ໄຫລ່​ຫຼາຍໆ​ແຫ່ງ​ນັ້ນ ອິນ​ໂດ​ເນ​ເຊຍ​ທີ່​ຫາ​ກໍ​ຈະ​ເລີ້ມ​ພັດທະ
ນາ​ອຸດ​ສາ​ຫະ​ກໍາ ຜະລິດລົດ​ໄດ້​ບໍ່​ດົນ​ນັ້ນ ກໍ​ໄດ້​ລໍ້າ​ໜ້າ​ປະ​ເທດ​ໄທ​ໃນ​ດ້ານ​ການ​ຜະລິດລົດ​
ໄປ​ໄລ​ຍະ​ນຶ່ງ​ເປັນ​ເວລາ​ສັ້ນໆ ຊຶ່ງ​ໄດ້​ນໍາ​ມາ​ຊຶ່ງ​ການ​ແຂ່ງຂັນ​ກັນ ທີ່​ແນ່ນອນ​ວ່າ ຈະ​ດໍາເນີນ
​ສືບ​ຕໍ່​ໄປ ​ເ​ປັນ​ເວລາ​ອີກ​ຫຼາຍໆ​ປີ.
XS
SM
MD
LG