ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານໄທຍື່ນຄໍາຂາດ ຕໍ່ພວກ​ປະ​ທ້ວງ​


ການປະທ້ວງໃນໄທ
ການປະທ້ວງໃນໄທ

ພວກ​ປະ​ທ້ວງ​ຈຳນວນ​ຫຼາຍ​ພັນ​ຄົນທີ່ຕໍ່ຕ້ານ​ລັດ​ຖະບານ
ໃນ​ບາງ​ກອກ​ໄດ້ຂັດ​ຂືນຄໍ່​ຄຳ​ສັ່ງໃຫ້ຍ້າຍ​ອອກ​ຈາກ​ຄ້າຍ​
ໂຮມ​ຊຸມນຸມ​ໃນ​ວັນ​ຈັນ​ນີ້ເຖິງ​ແມ່ນ​ຖືກ​ຂູ່​ວ່າ​ຈະ​ຖືກ​ປາບ​ປາມ​
ນັ້ນ. ​ເຮືອບິນ​ທະຫານ​ລຳ​ນຶ່ງ​ໄດ້​ໄປຫວ່ານ​ໃບ​ປີວ​ເຕື່ອນ​ໃຫ້
ພວກ​ປະ​ທ້ວງວ່າ​ພວກ​ເຂົາ​ເຈົ້າ​ມີ​ເວລາ​ເຖິງ​ບ່າຍ​ສາມໂມງ​
ວັນ​ນີ້ເທົ່ານັ້ນ ທີ່​ຈະ​ຕ້ອງຍົກຍ້າຍ​ອອກ​ຈາກ​ຄ້າຍຊຸມນຸມ
ປະ​ທ້ວງ​ແລ​ະພວກ​ທີ່​ຝ່າຜືນ​ນັ້ນຈະ​ຖືກ​ລົງ​ໂທດຕິດ​ຄຸກ​ເຖິງ2 ປີ.

ໂຄສົກ​ຂອງທະຫານ​ຖະ​ແລງວ່າວັນ​ອາທິດ​ວານ​ນີ້​ວ່າທາງ​ຝ່າ​ຍຮັກສາຄວາມ​ປອດ​ໄພ​
ຈະ​ອະນຸຍາດ​ໃຫ້​ທາງ​ສະພາກາ​ແດງ​ເຂົ້າ​ໄປ​ຊ່ອຍ​ເຫຼືອ​ພວກແມ່ຍິງ,​ ພວກເດັກນ້ອຍ​,
ພວກຜູ້​ເຖົ້າແລະຜູ້​ໃດ​ກໍ​ຕາມ​ແຕ່​ທີ່​ບໍ່​ໄດ້ຖື​ອາວຸດ​ ທີ່​ຢາກ​ອອກ​ຈາກ​ສະຖານ​ທີ່​ໂຮມ​ຊຸມນຸມ​ນັ້ນ
ກໍ​ສາມາດ​ອອກ​ໄປ​ໄດ້.ແຕ່​ເຖິງ​ຢ່າງ​ນັ້ນກໍ​ຕາມ​, ຍັງ​ບໍ່​ມີ​ລາຍ​ງານ​ວ່າ​ໄດ້​ມີ​ຜູ້​ຄົນ​ຈຳນວນ
ຫຼາຍ​ຫນີອອກ​ຈາກ​ທີ່​ນັ້ນ​ ​ແລະ​ກໍ​ບໍ່​ໄດ້​ມີ​ສັນຍານ​ວ່າ​ຝ່າຍ​ທະຫານ​ໄດ້​ລົງ​ມື​ປະຕິບັດ​ຕໍ່​ພວກ​
ປະ​ທ້ວງ​ທີ່ໂຮມ​ຊຸມນຸມ​ຢູ່​ທີ່​ນັ້ນເທື່ອ.

ເຈົ້າຫນ້າ​ທີ່​ໄທ​ກ່າວວ່າການ​ປະ​ທະ​ກັນ​ແມ່ນ​ໄດ້​ເລີ່​ມຂຶ້ນຕັ້ງ​ແຕ່​ງວັນ​ພະຫັດ​ແລ້ວ
ແລະ​ຢ່າງນ້ອຍ​ໄດ້​ມີ​ຜູ້​ເສັຍ​ຊີວິດ ​36 ຄົນ​ແລ້ວຮວມທັງ​ທ່ານ​ນາຍ​ພົນທະຫານ​ນອກ​ຣີດ​
ຄົນ​ນຶ່ງ​ທີ່ເຂົ້າຮ່ວມກັບກຸ່ມ​ພວກ​ເສື້ອ​ແດງຄື ທ່ານນາຍ​ພົນ​ຕຣີ ຂັດຕິຍະ ສະ​ວັດດີ​ຜົນ
ທີ່​ໄດ້​ຖືກ​ມື​ປິນຍິງ​ທີ່​ຫົວ​ໃນວັນພະຫັ​ດ​ແລ້ວ​ ແລະ​ເສັຽຊີວິດ​ໃນ​ວັນ​ຈັນ​ນີ້​ ຍ້ອນ​ບາດ​ແຜ
ທີ່​ຮ້າຍ​ແຮງ​ຈາກ​ການ​ຖືກຍິງນັ້ນ.

XS
SM
MD
LG