ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍອາຣິສມັນ ຜູ້ນຳເສື້ອແດງໄທ ຖືກປະກັນໂຕ ອອກມາ


ນາຍອາຣິສມັນ ພົງເຣືອງຣອງ ນຶ່ງໃນບັນດາຜູ້ນຳເສື້ອແດງ ທີ່ເຂົ້າມອບໂຕຕໍ່ເຈົ້າໜ້າທີ່ (7 ທັນວາ 2011)
ນາຍອາຣິສມັນ ພົງເຣືອງຣອງ ນຶ່ງໃນບັນດາຜູ້ນຳເສື້ອແດງ ທີ່ເຂົ້າມອບໂຕຕໍ່ເຈົ້າໜ້າທີ່ (7 ທັນວາ 2011)

ສານ​ແຫ່ງ​ນຶ່ງ​ຂອງ​ໄທ​ໄດ້​ອະນຸຍາດ​ໃຫ້​ປະກັນ​ໂຕ​ຜູ້ນຳ​ຄົນ​ສຳ​ຄັນ​ຂອງຂະ​ບວນປະ​ທ້ວງ​ພວກ
ເສື້ອ​ແດງຫຼື ນປຊ ທີ່​ໄດ້​ຖືກ​ເຈົ້າໜ້າ​ທີ່​ຄວບ​ຄຸມໂຕ​ໄວ້​ໃນ​ຂໍ້​ຫາ​ກໍ່ການ​ຮ້າຍພົວພັນ​ກັບ​ການ​ປະ
ທ້ວງ​ຢ່າງ​ຮຸນ​ແຮງ​ໃນ​ປີ​ກາຍ​ນີ້.

ນາຍອາ​ຣິສມັນ ພົງ​ເຮືອງຣອງ ທີ່​ໄດ້​ເຂົ້າມອບ​ໂຕ​ຕໍ່​ເຈົ້າໜ້າ​ທີ່​ ໃນຕົ້ນ​ເດືອນ​ນີ້​ເພື່ອ​ຕໍ່ສູ້​ຄະດີ​
ນັ້ນ ​ໄດ້​ຖືກ​ປ່ອຍ​ໃນ​ມື້ວັນ​ພຸດ​ວານ​ນີ້​ໂດຍໄດ້​ວາງຄ່າ​ເງິນ​ປະກັນ 190000 ບາດ.

ນາຍ​ອາຣິສມັນ​ໄດ້​ສາມາດ​ຫຼົບໜີ​ການ​ຈັບ​ກຸມ​ໄປ​ໄດ້​ຢ່າງ​ຫວຸດ​ຫວິດ​ໃນ​ເດືອນ​ເມສາ​ລຸນ​ຫຼັງທີ່​
ໄດ້​ມີ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ຂະໜາດ​ໃຫຍ່ ​ເປັນ​ເວລາ​ຫຼາຍອາທິດ​ ທີ່​ບາງກອກນະ
ຄອນຫຼວງຂອງ​ໄທ ຊຶ່ງ​ໃນ​ລະຫວ່າງ​ນັ້ນມີ​ຜູ້​ເສຍ​ຊີວິດ​ຢ່າງນ້ອຍ 90 ຄົນສ່ວນ​ໃຫຍ່​ແລ້ວ​ເປັນ
ພົນລະ​ເຮືອນ.

ສານ​ອຸທອນ​ແຫ່ງ​ນຶ່ງ​ຂອງ​ໄທ​ ໄດ້​ອະນຸມັດ​ຕໍ່​ການ​ພະຍາຍາມຂໍປະກັນ​ໂຕ​ຄັ້ງທີ 3 ຂອງ​ນາຍ
ອາ​ຣິສມັນ​ຍ້ອນ​ສານ​ກ່າວ​ວ່າ ບໍ່​ມີ​ທ່າ​ທາງ​ວ່າ​ຜູ້ກ່ຽວ​ຈະ​ຫຼົບໜີ​ອອກ​ຈາກ​ປະ​ເທດອີກ.

ສານ​ດັ່ງກ່າວ​ໄດ້​ຫ້າມ​ບໍ່​ໃຫ້​ນາຍ​ອາຣິສມັນ ​ເດີນທາງ​ອອກ​ໄປ​ຕ່າງປະ​ເທດ​ຊຶ່ງ​ເປັນເງື່ອນ​ໄຂ
ນຶ່ງ​ໃນ​ການ​ປະກັນ​ໂຕ​ຜູ້ກ່ຽວ.

XS
SM
MD
LG