ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄທ ຈົດທະບຽນ ຜູ້ສະໝັກ ລົງແຂ່ງຂັນ ໃນການເລືອກຕັ້ງ (ສະໄລດ໌/ວີດີໂອ)


ທ່ານນາງ Poowanida Kunpalin ຈາກພັກເພື່ອໄທ ຊຶ່ງເປັນພັກລັດຖະບານ ພວມຖືກກວດເບິ່ງເອກກະສານ ໃນລະຫວ່າງທີ່ທ່ານນາງ ຈົດທະບຽນລົງສະໝັກແຂ່ງຂັນ ໃນການ ເລືອກຕັ້ງ (28 ທັນວາ 2013)
ທ່ານນາງ Poowanida Kunpalin ຈາກພັກເພື່ອໄທ ຊຶ່ງເປັນພັກລັດຖະບານ ພວມຖືກກວດເບິ່ງເອກກະສານ ໃນລະຫວ່າງທີ່ທ່ານນາງ ຈົດທະບຽນລົງສະໝັກແຂ່ງຂັນ ໃນການ ເລືອກຕັ້ງ (28 ທັນວາ 2013)
ປະເທດໄທ ໄດ້ເອົາອີກບາດກ້າວນຶ່ງ ໄປສູ່ການເລືອກຕັ້ງທົ່ວໄປ
ໃນວັນທີ 2 ກຸມພາໂດຍທີ່ບັນດາຜູ້ສະໝັກສ່ວນໃຫຍ່ສາມາດໄປ
ຈົດທະບຽນໃນມື້ວັນເສົາ ແລະວັນອາທິດຜ່ານມາ ຢູ່ໃນຈັງຫວັດ
ຕ່າງໆທົ່ວປະເທດ. ພວກປະທ້ວງຕໍ່ຕ້ານລັດຖະບານໄດ້ລົບກວນ
ການຈົດທະບຽນຢູ່ໃນ 7 ຫົວເມືອງຊຶ່ງສ່ວນໃຫຍ່ແລ້ວ ແມ່ນຢູ່ໃນ
ພາກໃຕ້ຂອງປະເທດ. Ron Corben ຜູ້ສື່ຂ່າວວີໂອເອລາຍງານ
ມາຈາກບາງກອກວ່າຄວາມເຄັ່ງຕຶງກ່ອນໜ້າການເລືອກຕັ້ງແມ່ນ
ຍັງສູງຢູ່ຫຼັງຈາກຍາມຄົນນຶ່ງຢູ່ບ່ອນປະທ້ວງແຫ່ງນຶ່ງໃນບາງກອກ
ຖືກຍິງຕາຍໂດຍຄົນທີ່ຂີ່ລົດແລ່ນກາຍໄປ ດັ່ງໄພສານຈະນຳເອົາ
ລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ຄະນະກຳມາທິການເລືອກຕັ້ງຂອງໄທກ່າວວ່າ ການຈົດທະບຽນ
ຂອງບັນດາຜູ້ສະໝັກລົງເລືອກຕັ້ງ ໂດຍສ່ວນໃຫຍ່ແລ້ວ ແມ່ນດຳເນີນໄປ ດ້ວຍຄວາມສະ
ຫງົບ.

ຄະນະກຳມາທິການເວົ້າວ່າ ພວກປະທ້ວງໄດ້ຂັດຂວາງບໍ່ໃຫ້ຜູ້ສະໝັກເຂົ້າແຂ່ງຂັນເລືອກ ຕັ້ງໄປຈົດທະບຽນຢູ່ໃນ 7 ຈັງຫວັດ ສ່ວນໃຫຍ່ແລ້ວແມ່ນຢູ່ໃນເຂດພາກໃຕ້ ຊຶ່ງເປັນທີ່ໝັ້ນ ອັນເຂັ້ມແຂງ ຂອງພັກປະຊາທິປັດ ອັນເປັນພັກຝ່າຍຄ້ານຂອງໄທ ທີ່ບໍ່ຍອມເຂົ້າຮ່ວມ ຫລື ບອຍຄອດການປ່ອນບັດດັ່ງກ່າວນີ້.

ທີ່ບາງກອກ ບ່ອນທີ່ການປະທະກັນລະຫວ່າງຕຳຫຼວດແລະພວກປະທ້ວງໃນມື້ວັນພະຫັດ ແລ້ວເຮັດໃຫ້ 2 ຄົນເສຍຊີວິດແລະ 160 ກວ່າຄົນບາດເຈັບນັ້ນ ໄດ້ມີການຍິງປືນສາດໃສ່ ຄ້າຍຂອງພວກປະທ້ວງຕໍ່ຕ້ານລັດຖະບານແຫ່ງນຶ່ງ ຈາກລົດທີ່ແລ່ນຜ່ານໄປ ໃນມື້ວັນເສົາ ຜ່ານມາ ເຮັດໃຫ້ຄົນນຶ່ງເສຍຊີວິດ ແລະຫຼາຍໆຄົນໄດ້ຮັບບາດເຈັບ.

ທ່ານນິຕິທອນ ລຳເຮື້ອ ທີ່ປຶກສາຕາໜ່າງປະທ້ວງຕໍ່ການປ່ອນບັດທີ່ນຳພາໂດຍພວກນັກ ສຶກສານັ້ນ ກ່າວວ່າ ຜູ້ຊາຍອາຍຸ 26 ປີ ທີ່ຖືກຍິງຕາຍ ແມ່ນຍາມອາສາສະໝັກ ຢູ່ທີ່ຄ້າຍ ດັ່ງກ່າວ.

ທ່ານນິຕິທອນເວົ້າວ່າ "ເຫດການ ທີ່ເກີດຂຶ້ນນີ້ ເກີດຂຶ້ນ ປະມານ 3 ໂມງເຊົ້າ ຊຶ່ງ
ຍົງຍຸດກໍເຮັດໜ້າທີ່ໃນການດູແລເວນຍາມຕາມປົກກະຕິກໍມີລົດແລ່ນມາ 2 ຄັນ ພໍມາເຖິງ ກໍຍິງປືນສາດໃສ່ ໂດຍບໍ່ໄດ້ເລັງ ແຕ່ເປັນການຍິງສາດ ຍົງຍຸດກໍເປັນ ບຸກຄົນນຶ່ງທີ່ຖືກລູກປືນຢູ່ບ່ອນນັ້ນ ລາວໄດ້ເສຍຊີວິດໃນເວລາຕໍ່ມາຢູ່ທີ່ໂຮງໝໍ."


ໃນການໂຈມຕີອີກຄັ້ງນຶ່ງ ໃນຕອນບ່າຍ ຂອງມື້ວັນອາທິດນັ້ນ ກໍໄດ້ມີການແກວ່ງລະເບີດ ນ້ອຍລູກນຶ່ງ ເຂົ້າໃສ່ພວກປະທ້ວງ ເຮັດໃຫ້ 5 ຄົນໄດ້ຮັບບາດເຈັບ.

Thailand
please wait
Embed

No media source currently available

0:00 0:00:40 0:00


ຕາໜ່າງພວກນັກສຶກສາ ແລະປະຊາຊົນເພື່ອການປະຕິຮູບ ແຫ່ງປະເທດໄທ ແມ່ນໄດ້ມີ ສ່ວນພົວພັນນໍາການປະທະກັນກັບຕຳຫຼວດ ຢູ່ບ່ອນຈົດທະບຽນແຫ່ງນຶ່ງ ໃນເຂດໃຈກາງ ບາງກອກເມື່ອວັນພະຫັດອາທິດແລ້ວຊຶ່ງເປັນຄວາມຮຸນແຮງທາງດ້ານການເມືອງທີ່ຮ້າຍ ແຮງສຸດ ນັບແຕ່ປີ 2010 ເປັນຕົ້ນມາ.

ຫລັງຈາກເກີດຄວາມຮຸນແຮງໃນວັນພະຫັດແລ້ວ ຄະນະກຳມາທິການເລືອກຕັ້ງຂອງໄທ
ກໍໄດ້ຮຽກຮ້ອງ ໃຫ້ນາຍົກລັດຖະມົນຕີ ຍິ່ງລັກ ຊິນນະວັດ ເລື່ອນເວລາໃນການປ່ອນບັດ ອອກໄປ. ທ່ານນາງຍິ່ງລັກ ເວົ້າວ່າ ການປ່ອນບັດໃນເດືອນກຸມພາ ແມ່ນຊ່ອງທາງ ທີ່ປະ ເທດຊາດ ຈະເຄື່ອນໄຫວໄປໜ້າ ຈາກວິກິດການດ້ານການເມືອງ. ແລະໃນມື້ວັນອາທິດ ຜ່ານມານີ້ ສະມາຄົມລັດຖະກອນພົນລະເຮືອນຂອງໄທ ກ່າວວ່າ ຕົນສະໜັບສະໜຸນຄໍາ ຮຽກຮ້ອງໃຫ້ເລື່ອນເວລາໃນການເລືອກຕັ້ງແລະໃຫ້ມີການຈັດຕັ້ງປະຕິບັດການປະຕິຮູບ ເສຍກ່ອນ ກ່ອນການປ່ອນບັດຄັ້ງໃໝ່.

ທ່ານນິຕິທອນ ທີ່ປຶກສາຂອງພວກນັກສຶກສາ ກ່າວວ່າ ຂະບວນການຂອງພວກປະທ້ວງມີ
ຄວາມຢ້ານກົວວ່າຈະມີການຂັດແຍ້ງກັນເພີ້ມຕື່ມ ຖ້າການເລືອກຕັ້ງຫາກຍັງດຳເນີນຕໍ່ໄປ.

ທ່ານນິຕິທອນເວົ້າວ່າ "ຄືເຮົາຈະຄັດຄ້ານ ຢ່າງເຕັມທີ່ ບໍ່ແມ່ນວ່າ ພວກເຮົາບໍ່ເຫັນ ພ້ອມກັບການເລືອກຕັ້ງແຕ່ເຮົາເຫັນວ່າການເລືອກຕັ້ງໃນຂະນະນີ້ຍັງບໍ່ທັນພ້ອມ ຍັງບໍ່ພ້ອມ ທີ່ຈະຈັດໃຫ້ມີ ການເລືອກຕັ້ງ ຖ້າເລືອກຕັ້ງໄປນີ້ ຄວາມຂັດແຍ້ງຂອງ
ປະຊາຊົນຈະສູງຫລາຍ ໃນະຂະນະທີ່ປະຊາຊົນທຸກຄົນໃນເວລານີ້ຕ້ອງການໃຫ້
ບ້ານເມືອງ ປ່ຽນແປງໄປ ໃນທິດທາງ ທີ່ດີຂຶ້ນ ເຊັ່ນການມີສ່ວນຮ່ວມຂອງປະຊາ ຊົນຢ່າງແທ້ຈິງ ການເລືອກຕັ້ງ ຕ້ອງສຸດຈະລິດທ່ຽງທຳ ບໍ່ມີການທຸດຈະລິດ ຄໍຣັບ
ຊັ່ນ."


ທ່ານນາງຍິ່ງລັກກ່າວວ່າ ການປະຕິຮູບທາງດ້ານການເມືອງສາມາດມີຂຶ້ນໄດ້ຫຼັງຈາກການ
ເລືອກຕັ້ງແລ້ວ ແລະປະກາດຈັດຕັ້ງຄະນະກຳມາທິການ ທີ່ຈະໃຫ້ຄຳສະເໜີແນະ ກ່ຽວກັບ
ການປ່ຽນແປງທາງດ້ານການເມືອງ ແລະເສດຖະກິດ.

ແຕ່ຜູ້ປະທ້ວງຄົນນຶ່ງທີ່ຖະໜົນຣາຊດຳເນີນ ກ່າວໃນວັນອາທິດທີ່ຜ່ານມານີ້ວ່າ ການເລືອກ
ຕັ້ງກ່ອນກຳນົດມີແຕ່ຈະໃຫ້ຜົນປະໂຫຍດແກ່ພັກເພື່ອໄທຊຶ່ງເປັນພັກລັດຖະບານ ນັ້ນ.

ຜູ້ປະທ້ວງຄົນນີ້ເວົ້າວ່າ “ລັດຖະບານແມ່ນໄດ້ພະຍາຍາມເລື່ອນທຸກສິ່ງຢ່າງ ແລະຈັດ
ການເລືອກຕັ້ງ. ການເລືອກຕັ້ງນັ້ນບໍ່ແມ່ນປອດການສໍ້ລາດບັງຫລວງ ມັນບໍ່ແມ່ນດີ
ສຳລັບໝົດທຸກໆຄົນ ໃນປະເທດ ມີແຕ່ດີ ສຳລັບພວກເຂົາເຈົ້າ ສຳລັບລັດຖະບານ ສຳລັບພັກໄທເພື່ອໄທແລະສຳລັບທ່ານທັກສິນ ຊິນນະວັດເທົ່ານັ້ນ ນັ້ນຄືສິ່ງທີ່ທ່ານ ນາງຍິ່ງລັກ ຢາກກະທຳໃນເວລານີ້."


ທ່ານທັກສິນ ແມ່ນອ້າຍຂອງນາຍົກລັດຖະມົນຕີຍິ່ງລັກ ແລະໄດ້ໄປລີ້ໄພຢູ່ຕ່າງປະເທດ ນັບ
ແຕ່ປີ 2008 ເປັນຕົ້ນມາເພື່ອຫຼີກລ່ຽງບໍ່ຢາກຖືກຄຸກເປັນເວລາ 2 ປີໃນຂໍ້ຫາສໍ້ລາດບັງຫຼວງ. ການປະທ້ວງເມື່ອໄວໆມານີ້ ເລີ້ມຂຶ້ນຫລັງຈາກລັດຖະບານ ໄດ້ຮັບຜ່ານຮ່າງກົດໝາຍ ໃຫ້ ອະໄພໂຍໂທດ ໃນເດືອນຕຸລາຜ່ານມາ ທີ່ເບິ່ງກັນວ່າ ເປັນການຊ່ອຍເຫຼືອ ທ່ານທັກສິນນັ້ນ. ຮ່າງກົດໝາຍສະບັບນີ້ ໄດ້ຖືກປະຕິເສດໃນເວລາຕໍ່ມາໂດຍສະພາສູງ ຂອງໄທ.

ພວກຜູ້ນຳການປະທ້ວງພາກັນຂົ່ມຂູ່ວ່າ ຈະເຂົ້າຢຶດເອົາບາງກອກຫຼັງຈາກວັນພັກສະຫຼອງ
ວັນຂຶນປີໃໝ່ແລ້ວເພື່ອຍັບຍັ້ງບໍ່ໃຫ້ມີການເລືອກຕັ້ງ. ພວກສະໜັບສະໜຸນລັດຖະບານກໍຂູ່ ວ່າ ຈະໂຮມຊຸມນຸມປະທ້ວງເຊັ່ນກັນ. ສ່ວນກອງທັບໄທກໍເວົ້າວ່າ ຕົນຈະເຂົ້າແຊກແຊງ ຖ້າ ຫາກເກີດການນອງເລືອດຂຶ້ນ ແບບທີ່ຕຳຫຼວດຄວບຄຸມບໍ່ໄດ້.

XS
SM
MD
LG