ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໄທພະຍາຍາມປົວແປງບາດແຜ ຈາກຄວາມແຕກແຍກກັນ ກ່ອນການເລືອກຕັ້ງ


ການປະທ້ວງຕໍ່ຕ້ານລັດຖະບານໄທຢ່າງສັນຕິບັ້ນນຶ່ງຂອງພວກເສື້ອແດງ ທີ່ບາງກອກ, ເມື່ອວັນທີ 10 ຕຸລາ 2010.
ການປະທ້ວງຕໍ່ຕ້ານລັດຖະບານໄທຢ່າງສັນຕິບັ້ນນຶ່ງຂອງພວກເສື້ອແດງ ທີ່ບາງກອກ, ເມື່ອວັນທີ 10 ຕຸລາ 2010.

ສອງ​ປີຫລັງ​ຈາກ​​ທີ່​ ທ່ານ​ອະພິສິດ ​ເວ​ດຊາ​ຊິ​ວະ ​ເຂົ້າມາ​ດໍາລົງຕໍາ​ແໜ່​ງ ນາຍົກລັດຖະມົນຕີ​ໄທ ລັດຖະບານ​ຂອງ​ທ່ານ​ແລະ​ພັກ​ຝ່າຍ​ຄ້ານ​ ກໍ​ພາກັນກະກຽມ​ສໍາລັບການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ແລ້ວ ຊຶ່ງ​​ຈະຕ້ອງ​ຈັດ​ຂື້ນ​ພາຍໃນ​ເວລາ 14 ​ເດືອນ​ຕໍ່ໜ້າ​ນີ້. ​ແຕ່ວ່າ ກ່ອນ​ອື່ນ​ນັ້ນ ລັດ ຖະບານ​​ແມ່​ນຢາກ​ຈະປົວ​ແປງຫລື​ແກ້​ໄຂ ​ບັນຫາຄວາມ​ແຕກ​ແຍກ​ທາງ​ສັງຄົມ​ທີ່​ກວ້າງຂວາງ​ ນັ້ນ​ໃຫ້​ໄດ້ ​ເພື່ອຮັບ​ປະກັນ​ວ່າການ​ເລືອກ​ຕັ້ງ​​ຈະ​ບໍ່​ນໍາ​ໄປ​ສູ່​ຄວາມ​ຮຸນ​ແຮງ​ທາງ​ການ​ເມືອງ​ຕື່ມ​ອີກ. ຜູ້​ສື່​ຂ່າວ​ວີ​ໂອ​ເອ ນາຍ Ron Corben ມີ​ລາຍ​ງານ​ມາຈາກ​ບາງກອກ ຊຶ່ງທອງ​ປານ ຈະນໍາມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ

// ສຽງທ່ານອະພິສິດ //

ນາ​ຍົກ​ລັດຖະມົນຕີ ອະພິສິດ ​ເວ​ດຊາ​ວິ​ວະ ​ໄດ້​ເນັ້ນ​ໜັກ​
ເຖິງ​ການ​ເຕີບ​ໂຕທີ່​ເຂັ້ມ​ແຂງ​ທາງເສດ​ຖະກິດ ​ທີ່​ປາກົດ​ໃຫ້
ເຫັນ​ໃນ​ປີ​ທີ່ສອງ​ຂອງ​ລັດຖະບານ​ຂອງທ່ານ ​ແລະ​ໂຄງ
ການ​ປະຕິ​ຮູບຕ່າງໆ ທາງດ້ານ​ສັງຄົມ.

ເສດຖະກິດ​ຂອງ​ໄທ​ໄດ້​ເຕີບ​ໂຕ​ຂື້ນ​ເກືອບ 8 ​ເປີ​ເຊັນ ​ໃນ​ປີ 2010 ພ້ອມ ກັບ​ອັດຕາ​ຫວ່າງ​ງານ​ທີ່​ຕໍ່າລົງ ​ແລະ​ການ​ສົ່ງ​ອອກ​ ສູງ​ຂື້ນ.

ໃນ​ຖະ​ແຫລ​ງການ​ສະ​ຫລູບຜົນງານ​ປະ​ຈໍາປີ​ເມື່ອ​ບໍ່​ນານ​ມາ​ນີ້ ທ່ານ​ອະພິສິດ​ໄດ້​ອ້າງ​ເຖິງໂຄງການ​ຕ່າງໆ ​ເພື່ອ​ຊ່ວຍ​ເຫລືອ​ພວກ​ທຸກ​ຈົນ ​ໂຮ​ມທັງ​ໃຫ້ການສຶກສາ​ລະດັບ​ພື້ນຖານ​ຟີ ​ຊ່ວຍ​ເຫລືອ​ພວກ​ຜູ້​ເຖົ້າ ​ແລະ​ສະໜັບສະໜຸນ​ພວກຊາວນາ​ຊາວ​ສວນ.

ທ່ານ ປະ​ນິທານ ວັດຕະນະ​ຍາກອນ ​ໂຄສົກ​ລັດຖະບານ​ກ່າວ​ວ່າ ​ເສດຖະກິດ​ທີ່ດີຂື້ນ​ມາ​ນັ້ນ ​ແມ່ນ​ພາກສ່ວນນຶ່ງ​ຂອງ​ຄວາມ​ພະຍາຍາມ​ຂອງ​ລັດຖະບານ ​ເພື່ອ​ກະກຽມ​ສໍາລັບ​ການ​ເລືອກ​ຕັ້ງ ຊຶ່ງ​ຈະ​ຕ້ອງ​ໄດ້​ຈັດ​ຂື້ນ​ ໃນ​ເດືອນກຸມພາ​ ປີ 2012. ທ່ານປະນິທານກ່າວຕໍ່ໄປວ່າ:

“ເປັນ​ທີ່​ແນ່ນອນ​ແລ້ວວ່າ​ ຈະ​ມີ​ການ​ເລືອກ​ຕັ້ງ​ໃນ​ອີກ​ບໍ່​ດົນ. ​ເລຶ່ອງນີ້​ ນາ​ຍົກລັດຖະ
ມົນຕີ​ກໍ​ໄດ້​ປະກາດໃຫ້ເປັນ​ທີ່​ແຈ້ງ​ຂາວ​ແລ້ວ​ ທ່ານ​ກໍ​າລັງ​ສົ່ງສັນຍານ​ອັນໄປ​ເຖິງ​ຊາວ​
ໄທໃຫ້​ກຽມພ້ອມ. ການ​ຟື້ນ​ຕົວ​ຄືນ​ຂອງເສດຖະກິດນັ້ນ ກໍ​ເປັນ​ທີ່​ແຈ້ງ​ຂາວ​ທີ່​ສຸດ​
ຄື​ພວກ​ເຮົາ​ໄດ້​ບັນລຸ​ແລ້ວ. ປະການ​ທີ່​ສອງ ກົດ​ເກນ​ການ​ເລືອກ​ຕັ້ງໃໝ່​ນັ້ນ ກໍ​ໜ້າ
ຈະ​ສຳ​ເລັດ​ພາຍ​ໃນ​ບໍ່​ເທົ່າ​ໃດ​ອາທິດ​ຕໍ່ໜ້າ​ນີ້. ປະການ​ສຸດ​ທ້າຍ​ທີ່​ຍັງ​ຄ້າງ​ຄ້າ​ຢູ່ ກໍ​
ຈະ​ແມ່ນເຮັດ​ແນວ​ໃດ ຈື່ງ​ຈະ​ຮັບປະກັນ​ໃຫ້​ມີ​ການ​ເລືອກຕັ້ງ​ທີ່​ສັນຕິ ​ແລະ​ມີ​ສະ​ເຖຍ ລະ​ພາບ​ໄດ້?”

ທ່ານ​ນາຍົກ​ອະພິ​ສິດ ​ເປັນ​ຫົວໜ້າ​ລັດຖະບານ​ຜະສົມທີ່​ເຂົ້າດໍາລົງ​ຕໍາ​ແໜ່​ງ ​ໃນ​ປີ 2008
ຫລັງ​ຈາກ​ການ​ຕັດສິນ​ຂອງສານ​ໄດ້ໂຄ່ນ​ລົ້ມ​ສອງ​ລັດຖະບານ​ ທີ່​ເປັນ​ພັນທະ​ມິດ​ກັບ​ອະດີດ
ນາຍົກລັດຖະມົນຕີທັກສິນ ຊິນນະ​ວັດ. ທ່ານ​ທັກສິນ ​ໄດ້​ຖືກ​ໂຄ່ນ​ລົ້ມ​ໂດຍ​ການກໍ່​ລັດ​ຖະ
ປະຫານ​ໃນ​ປີ 2006. ​ເມື່ອ​ວັນ​ຈັນ​ທີ່​ຜ່ານມາ​ນີ້ ທ່ານ​ອະພິສິດ​ໄດ້​ກ່າວ​ປະຕິ​ເສດຕໍ່​ການ
ຄາດ​ການ​ຂອງ​ສື່​ມວນ​ຊົນ​ ທີ່ວ່າ​ທ່ານ​ອາດຈະ​ຈັດການ​ເລືອກ​ຕັ້ງ​ຂື້ນ ​ໄວ​ກວ່າ​ກໍານົດນັ້ນ.

ອາທິດນີ້​ ແມ່ນ​ເປັນ​ການ​ສິ້ນ​ສຸດຂອງ​ປີ ທີ່ວຸ້ນ​ວາຍ​ ມີການ​ປ່ຽນ​ແປງ​ງ່າຍ​ທີ່​ສຸດ​ໃນການ​ເມືອງ
ຂອງ​ໄທ​ໃນໄລຍະ​ເກືອບ​ສອງ​ທົດ​ສະ​ວັດ. ພວກ​ປະ​ທ້ວງ​ທີ່​ນໍາໂດຍ​ກຸ່ມ ນປຊ ໄດ້ກົດ​ດັນ​ໃຫ້
ລັດຖະບານ​ລາ​ອອກ ​ແລະ​ໃຫ້​ຮຽກການ​ເລືອກຕັ້ງຂຶ້ນ. ​ ພວກ​ປະ​ທ້ວງ​ຫລາຍ​ພັນ​ຄົນ ທີ່​ເອີ້ນ​
ກັນ​ວ່າ​ພວກ​ເສື້ອ​ແດງ​ນັ້ນ ​ໄດ້​ເຂົ້າຍຶດຄອງເຂດ​ນຶ່ງ​ໃນ​ໃຈກາງເມືອງ​ຫລວງ​ບາງກອກ ເປັນ ເວລາ​ດົນ​ເຖິງສອງ​ເດືອນ.

ການປະທ້ວງຂອງພວກ ເສື້ອແດງ, ເດືອນເມສາ 2010.
ການປະທ້ວງຂອງພວກ ເສື້ອແດງ, ເດືອນເມສາ 2010.

ໃນ​ທ້າຍ​ເດືອ​ນພືດ​ສ​ະພາ ລັດຖະຍາ​ນ​ໄດ້​ສົ່ງ​ກໍາລັງ​ທະຫານ
ເຂົ້າ​ສະຫລາຍ​ພວກ​ປະ​ທ້ວງ. ການ​ກວາດ​ລ້າງດັ່ງກ່າວແລະ
ການ​ປະ​ທ້ວງ​ເປັນ​ເວລາ​ຫລາຍ​ອາທິດ​ກ່ອນ​ໜ້າ​ນັ້ນ ໄດ້​ຍັງ​ຜົນ
ໃຫ້​ມີຜູ້​ເສຍ​ຊີວິດ 92 ຄົນ ​ແລະບາດ​ເຈັບ​ຫລາຍ​ເຖິງ 2 ພັນ
ຊຶ່ງ​ມີທັງ​ທະຫານ​ແລະ​ພົນລະ​ເຮືອນ.

ພວກ​ປະ​ທ້ວງເສື້ອ​ແດງ​ແລະ​ພວກ​ຜູ້​ນໍາ ​ຈໍານວນ​ປະມານ
400 ຄົນຖືກກັກ​ຂັງ. ມີ​ຫລາຍໆ​ຄົນ​ປະ​ເຊີນ​ກັບ​ຂໍ້ຫາ​ວ່າ
ເປັນ​ພວກ​ກໍ່​ການ​ຮ້າຍ ​ແລະ​ປະ​ເທດໄທ​ຍັງ​ຄົງຖືກ​ແບ່ງ​ແຍ​ກ
ຢ່າງ​ກວ້າງ​ຂວາງ ​ລະຫວ່າງ​ພວກ​ເສື້ອ​ແດງ ​ແລະພວກ​ປະ​
ທ້ວງເສື້ອເຫລືອງ ທີ່​ເປັນ​ກຸ່ມ​ທີ່ໂຄ່ນລົ້ມ​ທ່ານ​ທັກສິນ ​ແລະ​ພວກສືບ​ຕໍາ​ແໜ່​ງ​ແທນ​ທ່ານ ອອກ​ຈາກ​ອໍານາດນັ້ນ.

ນາຍ​ກຸ​ເດ​ບ ໄສ​ກຣະຈາງ ສະມາຊິກ​ພັກຝ່າຍ​ຄ້ານ ເພື່ອ​ໄທ​ ທີ່​ນິຍົມ​ທັກສິນ ກ່າວ​ວ່າ ພັກ
ເພື່ອ​ໄທແມ່ນພ້ອມ​ແລ້ວສໍາ​ລັບ​ການ​ເລືອກ​ຕັ້ງ ​ແຕ່​ລາວ​ກໍບໍ່​ຄາດວ່າມັນຈະ​ເກີດ​ຂື້ນໃນ​ບໍ່​ຊ້າ​ນີ້.

ພວກ​ເຮົາ​ບໍ່​ເຊື່ອ​ວ່າການ​ເລືອກ​ຕັ້ງ​ຈະ​ມີຂື້ນ​ ກ່ອນ​ວາລະໝົດ​ກໍານົດ​ດໍາລົງ​ຕໍາ​ແໜ່​ງ
ຂອງ​ລັດຖະບານ​ຊຸດ​ນີ້ ​ເນ່ືອງຈາກ​ວ່າພວກ​ພັກ​ການ​ເມືອງ​ ທີ່​ຮ່ວມ​ຢູ່​ໃນລັດຖະບານ
ປະສົມ​ນັ້ນ ຕ້ອງການ​ໃຫ້​ລັດຖະບານ​ກໍາ​ອໍ​ານາດ ຕໍ່​ໄປ​ອີກ​ນຶ່ງ​ປີ.”

ນາຍກຸ​ເດ​ບ ກ່າວ​ວ່າ ພັກ​ຂອງ​ລາວ​ແມ່ນ​ປຸ້ມລຸມ​ເປັນອັນ​ນຶ່ງ​ອັນ​ດຽວ​ກັນ ​ແລະ​ ທ່ານ​ທັກສິນ ກໍຍັງ​ມີ​ອິດ​ທິພົນຫລາຍ​ຢູ່ ຕໍ່​ພວກ​ຜູ້​ນໍາ​ຂອງ​ພັກ​.

ກຸ່ມ ນປຊ ພາຍ​ໃຕ້​ການນໍາ​ພາ​ຂອງຫົວໜ້າ​ຄົນໃໝ່ ນາງ ທິດາ ຖາວອນ​ເສດ ຈະ​ໜຸນ​ຫລັງ​ພັກ​ເພື່ອ​ໄທ​ໃນ​ການ​ເລືອກ​ຕັ້ງ. ນາງ​ທິດາ​ກ່າວ​ວ່າ ພວກ​ເຂົາເຈົ້າຈະ​ທໍາ​ງານ​ຮ່ວມ​ກັນ ​ເພື່ອ​ຮັບປະກັນ​ໃຫ້ການ​ຊຸມ​ນຸມຂອງ​ກຸ່ມ ນປຊ ໃນ​ລະຫວ່າງການ​ເລືອກ​ຕັ້ງ​ນັ້ນ ດໍາ​ເນີນ​ໄປ​ຢ່າງ​ສັນຕິ. ນາງ​ຊີ້​ແຈງ​ຕື່ມ​ວ່າ:

ທ່ານນາງ ທິດາ ຖາວອນ​ເສດ ຫົວໜ້າຄົນໃໝ່ຂອງກຸ່ມ ນປຊ.
ທ່ານນາງ ທິດາ ຖາວອນ​ເສດ ຫົວໜ້າຄົນໃໝ່ຂອງກຸ່ມ ນປຊ.

“ພວກ​ເຮົາ​ມີ​ຍຸ​ທະ​ສາດ​ອັນ​ນຶ່ງ​ທີ່​ພວກ​ເຮົາ​ເອີ້ນ​ວ່າ ຍຸ​ທະ​ສາດ​ແບບ​ມີ​ສອງ​ຂາ ຄື ຂາ​ນຶ່ງ​ແມ່ນ​ການ​ເຄຶ່ອນ​ໄຫວ​ຂອງ​ກຸ່ມ​ເສື້ອ​ແດງ ​ແລະ​ອີກ​ຂາ​ນຶ່ງ​ກໍ​ຄື​ພັກ ​ນປຊ. ໃນ​ລັດ​ຖະສະ​ພາ​ນັ້ນ​ພວກ​ເຮົາ​ໃຊ້ສອງຂາ​.”

ຄວາມ​ເປັນ​ຫ່ວງ​ໂດຍລວມອັນ​ນຶ່ງສໍາລັບອະນາ
ຄົດ​ທາງ​ການ​ເມືອງ​ຂອງ​ປະ​ເທດໄທນັ້ນ ກໍ​
ແມ່ນວ່າພວກ​ຄະນະ​ກໍາມະການ​ສອບ​ສວນ​
ຂອງ​ລັດຖະບານ​ກ່ຽວ​ກັບ​ເຫດການ​ນອງ​ເລືອດ
ໃນ​ປີ​ນີ້​ນັ້ນ ຈະສາມາດກູ້ເອົາຄວາມ​ໄວ້​ເນື້ອ
ເຊື່ອ​ໃຈ​ຂອງ​ປະຊາ​ຊົນ ​ຄືນມາໄດ້ ​ຫລື​ບໍ່ ​ກ່ອນ​ການ​ເລືອກ​ຕັ້ງ​ນັ້ນ.

ນາຍ​ສົມ​ຊາຍ ຫອມ​ລະ​ອໍ ທະນາຍຄວາມ​ຄົນ​ນຶ່ງດ້ານ​ສິດທິມະນຸດ​ແລະ​ເປັນ​ຜູ້​ນຶ່ງ​ຢູ່​ໃນ​ຄະນະ
ກໍາມະການ​ສອບ​ສວນ​ດັ່ງກ່າວ ມີ​ຄວາມ​ໝັ້ນ​ໃຈວ່າ ປະຊາຊົນ​ໄທຈະ​ສາມາດ​ບັນລຸ​ຄວາມ​ປອງ​ ດອງ​ກັນ​ໄດ້.

ທະນາຍຄວາມໄທ ທ່ານສົມຊາຍ ຫອມລະອໍ
ທະນາຍຄວາມໄທ ທ່ານສົມຊາຍ ຫອມລະອໍ

“ໃນ​ບັນດາ​ພັກຝ່າຍ​ທີ່​ມີ​ຂໍ້​ຂັດ​ແຍ້​ງກັນ​ນັ້ນ ຂ້າພ​ະເຈົ້າ​ເຊື່ອ​
ວ່າ ພວກ​ເຂົາ​ເຈົ້າສ່ວນ​ໃຫຍ່
ບໍ່​ແມ່ນ​ພວກ​ທີ່​ຢາກ​ໃຊ້​ຄວາມ​
ຮຸນ​ແຮງ ​ແລະ​ພວກ​ເຂົາ​ເຈົ້າ​
ກໍເປັນ​ເພື່ອນ​ມິດ​ກັນ ​ແລະ
ພວກ​ເຂົາ​ເຈົ້າກໍ​ຢູ່​ໃນ​ທ່າ​ທີ​
ດຽວກັນ ຄືຕ້ອງການ​ຢາກ​
ຈະ​ສ້າງຄວາມ​ເຂັ້ມ​ແຂງ​ໃຫ້​
ແກ່​ລະບອບປະຊາທິປະ​ໄຕ​
ຂອງ​ພວກ​ເຮົາ. ພວກ​ເຂົາ​
ເຈົ້າຕ້ອງການ​ຢາກ​ເຫັນ​ໄທ​
ພັດທະນາໄປຢ່າງ​ໝັ້ນຄົງ​ຖາ
ວອນ ຢາກ​ເຫັນ​ໄທເປັນ​ປະ​
ເທດ​ທີ່​ມີ​ສັງຄົມ​ອັນ​ທ່ຽງ​ທໍາ
ມີ​ຄວາມຮັກ​ຫອມ​ກັນ ​ແລະ​ມີ​ ຄວາມເຫັນ​ອົກ​ເຫັນ​ໃຈ​ກັນ.”

ນານ​ສົມ​ຊາຍ​ກ່າວ​ວ່າ ພວກ​ຜູ້​ນໍາ​ກຸ່ມ ນປຊ ​ໄດ້ບອກ​ລາວ​ວ່າ ພວກ​ເຂົາ​ເຈົ້າຍືື​ດໝັ້ນ​ໃນ
ແຜນການ​ຂອງ​ພວກ​ເຂົາ​ເຈົ້າ ​ທີ່​ຈະ​ຊ່ວຍຮັບປະກັນ​ໃຫ້​ການ​ເລືອກ​ຕັ້ງດໍາເນີນ​ໄປ​ຢ່າ​ງ ສັນຕິ.

ແຕ່​ນາຍ Chris Baker ​ນັກ​ຂຽນ​ແລະ​ນັກ​ວິຈານ​ການ​ເມືອງ​ໄທ ບໍ່​ແນ່​ໃຈ​ວ່າ​ ພວກຄະນະ​ ກໍ​າມະ​ການຈະສາມາດ​ຜ່ອນ​ຄາຍ​ຄວາມ​ເຄັ່ງ​ຕຶງ​ລົງ​ໄດ້ ກ່ອນ​ໜ້າການ​ເລືອກ​ຕັ້ງນັ້ນ​.

“ພວກ​ປະຊາຊົນໃນທັງ​ສອງ​ຝ່າຍ​ນັ້ນ​ ແມ່ນ​ມີ​ຄວາມ​ຄິດ​ເຫັນ​ຂອງ​ພວກ​ເຂົາ​ເຈົ້າ
ຕາຍ​ຕົວ​ຢູ່ແລ້ວ​ ກ່ຽວ​ກັບ​ສິ່ງ​ທີ່ໄດ້ເກີດ​ຂື້ນ. ຄົນ​ສ່ວນໃຫຍ່ມີ​ຄວາມ​ສົງ​ໃສ​ຢ່າງ
ຫລວງຫລາຍວ່າ ຄະນະ​ກໍາມະການ​ໃດໆກໍ​ຕາມໃນເລື້ອງທໍານອງ​ນີ້ ​ແມ່ນ​ຈະ
ສ້າງ​ສິ່ງໃໝ່ໆ​ ຫລື​ສິ່ງ​ທີ່​ໜ້າ​ເຊື່ອ​ຖື ຂື້ນ​ມາໄດ້. ມັນ​ຈະ​ເປັນ​ສິ່ງ​ທີ່​ດີ​ຫລາຍ​ ຖ້າ
ຫາກ​ຄະນະ​ກໍາມະການ​ຈະ​ສາມາດເຮັດ​ຂື້ນ​ມາໄດ້ຢ່າງແທ້​ຈິງ​ ສິ່ງໃດ​ສິ່ງນື່ງທີ່​
ທຸກໆ​ຄົນ ຫລືຢ່າງ​ໜ້ອຍ​ ກໍຫລາຍໆ​ຄົນ​ເຫັນ​ພ້ອມ​ນໍາກັນ​ ​ແຕ່​ຂ້າພະ​ເຈົ້າກໍຄິດ
ວ່າ ມັນເປັນ​ເລື່ອງ​ທີ່ີບໍ່ແນ່​ໃຈກັນ​ຫລາຍ​ທີ່​ສຸດ.”

ໃນ​ວັນ​ທີ 1 ​ເດືອນ​ມັງກອນ​ ປີ 2011 ຄື​ມື້​ອື່ນ​ນີ້ ລັດຖະບານ​ໄທ​ຈະນໍາ​ສະ​ເໜີ ​ແຜນການ​ປອງ​ດອງຊາດ​ອັນ​ນຶ່ງ ​ເພື່ອ​ຊຸກຍູ້​ສົ່ງ​ເສີມ​ຄວາມ​ເທົ່າ​ທຽມ​ກັນ ​ແລະ​ຄວາມ​ຍຸຕິ​ທໍາ. ​ແຕ່​ພວກ​ນັກ​ວິເຄາະການ​ເມືອງ ​ແລະ​ພວກ​ນັກ​ການ​ເມືອງບາງ​ຄົນ​ຢ້ານ​ວ່າ ມັນ​ອາດ​ຈະ​ໜ້ອຍ​ເກີນ​ໄປ​ທີ່​ຈະ​ປົວແປງ​ຄວາມ​ແຕກ​ແຍກກັນ​ໄດ້​ ກ່ອນ​ທີ່ພວກ​ພັກ​ການ​ເມືອງ​ທັງຫລາຍ​ຂອງ​ໄທ​ ຈະ​ເລີ່​ມ ທໍາ​ການປຸກລະ​ດົມ​ ​ເພື່ອ​ສິດທິ​ໃນ​ການທີ່​ຈະໄດ້​ເປັນ​ຝ່າຍປົກຄອງ​ປະ​ເທດ ​ທີ່ມີ​ການ​ແບ່ງ​ແຍກ​ກັນ​ນັ້ນ​.

XS
SM
MD
LG