ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຊິກສະພາ ຝ່າຍຄ້ານຂອງໄທ ຖືກຍິງບາດເຈັບ


ທ່ານອະພິສິດ ເວດຊາຊີວະ ນາຍົກລັດຖະມົນຕີໄທ
ທ່ານອະພິສິດ ເວດຊາຊີວະ ນາຍົກລັດຖະມົນຕີໄທ


















ສະມາຊິກ​ສະພາ​ໄທ​ທ່ານ​ນຶ່ງ​ ໄດ້​ຖືກ​ຍິງ​ແລະ​ໄດ້​ຮັບ​ບາດ​ເຈັບ​ໃນເຫດ ການ​ທີ່​ບັນດາ​ເຈົ້າ​ໜ້າ​ທີ່​
ກ່າວ​ວ່າ ​ອາດ​ຈະມີ​ຈຸດປະສົງ​ທາງ​ດ້ານ​ການ​ເມືອງ​ຢູ່​ນໍາ.

ທ່ານ​ປຣະຊາ​ປະສົບ​ດີ ​ໄດ້​ຖືກ​ຍິງ​ໃນ​ວັນ​ອັງຄານ​ວານ​ນີ້ໃນ​ຂະນະ​ທີ່ຂັບ​ລົດ​ແລ່ນ​ໄປ​ໃນ​ເຂດ​
ຊານ​ເມືອງ​ຂອງ​ນະ​ຄອນ​ຫລວງ​ບາງກອກ. ​ໂຄສົກປະ​ຈໍາ​ພັກ​ເພື່ອ​ໄທ ຂອງ​ທ່ານ​ປຣະຊາ
ກ່າວ​ວ່າ ມື​ປືນ​ໄດ້​ຂີ່​ລົດ​ຈັກ​ມາ​ແລ້ວ​ຍິງ​ປືນ 9 ນັດ​ໃສ່​ລົດ​ທ່ານ​ປຣະຊາ​ແລະ​ລູກປືນ​ໄດ້​ຖືກ
ຫລັງ​ແລະ​ບ່າ​ຂອງ​ທ່ານ ​ແຕ່​ບາດ​ແຜ​ຂອງ​ທ່ານ​ບໍ່​ຖື​ວ່າ​ເປັນ​ໄພ​ອັນຕະລາຍ​ເຖິງແກ່ຊີວິດ.

ການ​ຍິງ​ກັນ​ນີ້​ເກີດ​ຂຶ້ນ​ໃນ​ເວລາ​ບໍ່​ດົນ​ຫລັງ​ຈາກ​ນາຍົກລັດຖະມົນຕີ ອະພິສິດ ​ເວດ​ຊາ​ຊີວະ​
ປະກາດ​ຍຸບ​ສະພາ​ຕໍ່າ​ຫລື​ສະພາ​ຜູ້​ແທນຣາດສະ​ດອນ​ກ່ອນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ທີ່​ກໍານົດ​
ຈະ​ມີ​ຂຶ້ນ​ໃນ​ວັນ​ທີ3 ກໍລະກົດ​ນີ້. ນ້ອງ​ສາວ​ຂອງ​ທ່ານ​ປຣະຊາແລະເພື່ອນສະມາຊິກ​ສະພາ​
ນໍາ​ກັນທ່ານນາງ​ນະຣືມົນ ທັນ​ດໍາຣົງ ​ກ່າວ​ກັບ​ໜັງສືພິມ The Nation ວ່າ ນາງ​ເຊື່ອ​ວ່າ
ການ​ໂຈມ​ຕີ​ນີ້​ມີ​ຈຸດປະສົງ​ທາງ​ດ້ານ​ການ​ເມືອງ.

XS
SM
MD
LG