ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັກຝ່າຍຄ້ານຂອງໄທໝັ້ນໃຈວ່າ ຕົນຈະຊະນະການເລືອກຕັ້ງ ໃນວັນທີ່ 3 ກໍລະກົດນີ້


ນາຍົກລັດຖະມົນຕີໄທ ທ່ານອະພິສິດ ເວຊຊາຊິວະ ກໍາລັງໂຄສະນາຫາ ສຽງທີ່ຈັງຫວັດເພັດຊະບູນ
ນາຍົກລັດຖະມົນຕີໄທ ທ່ານອະພິສິດ ເວຊຊາຊິວະ ກໍາລັງໂຄສະນາຫາ ສຽງທີ່ຈັງຫວັດເພັດຊະບູນ

ພັກ​ເພື່ອ​ໄທ ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ຂອງ​ໄທ ກ່າວ​ວ່າ ຕົນ​ໝັ້ນ​ໃຈ​ວ່າຈະ​ຊະນະ​ການ​ເລືອກ​ຕັ້ງ​ ​ຄັ້ງ​ວັນ​ທີ 3 ກໍລະກົດນີ້ ຍ້ອນ​​ວ່າ​ຜົນການ​ຢັ່ງສຽງປະຊາຊົນ ທີ່​ອອກ​ມາ​ເມື່ອ​ຕົົ້ນອາທິດ​ແລ້ວ​ນີ້​ ບໍ່​ຮອດ​ສອງ​ອາທິດ​ກ່ອນ​ການ​ເລືອກ​ຕັ້ງ​ທົ່ວ​ປະເທດນັ້ນ ສະ​ແດງ​ວ່າ ພັກເພື່ອ​ໄທມີ​ຄະ​ແນນ​ນໍາ​ໜ້າ​ພັກ​ປະຊາທິປັດ ​ທີ່ປົກຄອງ​ປະ​ເທດ​ຢູ່​ໃນ​ເວລາ​ນີ້. ຜູ້​ສື່​ຂ່າວ​ທີ​ໂອ​ເອ Ron Corben ລາຍ​ງານ​ຈາກ​ບາງກອກ​ວ່າ ພວກ​ຜູ້​ນໍາ​ພັກ​ເພື່ອ​ໄທ​ເຊື່ອ​ວ່າ​ ຕໍາ​ແໜ່​ງພັກ​ສຽງ​ສ່ວນ​ຫລາຍ​ໃນສະພາ​ ຊຶ່ງ​ມີ​ບ່ອນ​ນັ່ງ​ທັງ​ໝົດ 500 ບ່ອນ​ນັ້ນ ​ແມ່ນ​ສາມາດ​ຄວ້າ​ມາ​ໄດ້. ດາຣາມີ​ເລຶ່ອງນີ້ ມາສະ​ເໜີ​ທ່ານ.

ໃນ​ຈໍານວນຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ຫລາຍ​ກວ່າ 100,000 ຄົນທີ່​ຢັ່ງສຽງ​ໂດຍມະຫາ
​ວິ​ທະຍາ​ໄລ ສວນ​ດຸສິດ ຣາຊະ​ພັດ ​ແມ່ນມີ​ຫລາຍ​ກວ່າ 51 ​ເປີ​ເຊັນ ທີ່​ສະ​ແດງ​ຄວາມ​
ສະໜັບສະໜຸນ​ພັກ​ເພື່ອ​ໄທ ຂະນະ​ທີ່ພັກ​ປະຊາ​ທິປັດ​ຂອງ​ນາຍົກ​ອະພິ​ສິດ ​ເວ​ດຊາ​ຊີວະ
ທີ່​ບໍລິຫານ​ປະ​ເທດ​ຢູ່​ໃນ​ເວລາ​ນີ້ ​ໄດ້​ຮັບ​ສຽງ​ສະໜັບ​ສະ​ໜຸນແຕ່​ພຽງປະມານ 34 ​ເປີ​ເຊັນ.
ພວກນັກວິ​ເຄາະ​ຂ່າວກ່າວ​ວ່າ ຜົນການ​ສໍາ​ຫລວດ​ນີ້ຖື​ວ່າ​ເປັນ​ຕົວ​ຊີ້ແນະເຖິງ​ການສະໜັບ
ສະ​ໜຸນ​ ສໍາລັບ​ບ່ອນ​ນັ່ງ​ທີ່ຍັງ​ເຫລືອ 375 ບ່ອນ​ນັ້ນ.

ໃນ​ການ​ໂຮມ​ຊຸມນຸມ​ໃນ​ທ້າຍ​ສັບປະດາກ່ອນ​ນີ້ ທ່ານ ຢົງ​ຢຸດ ວິ​ໄຊ​ດິດ ຜູ້​ນໍາພັກ​ເພື່ອ​ໄທ
​ສະ​ແດງ​ຄວາມ​ໝັ້ນ​ໃຈ​ວ່າ ​ພັກ​ເພື່ອ​ໄທ​ຈະໄດ້ຮັບ​ບ່ອນນັ່ງ​ໃນ​ສະພາ​ຫລາຍ​ຂື້ນ.

“ຂ້າພະ​ເຈົ້າຄິດ​ວ່າ ພວກ​ເຮົາ​ກໍາລັງ​ກ້າວໜ້າ​ໄປ​ໄດ້ດີ​ຫລາຍ​. ຢ່າງ​ໜ້ອຍ​ທັງ​ໃນບັນຊີ​ຂອງເຂດ​ເລືອກ​ຕັ້ງ​ແລະ​ຂອງ​ພັກ ພວກ​ເຮົາຄວນ​ຈະໄດ້ 248 ບ່ອນນັ່ງ​. ຖ້າ​ຫາກ​ວ່າ​ ພວກ​ເຮົາ​ໄດ້​ຊະນະ​ໄດ້​ສຽງ​ຂ້າງ​ຫລາຍ​ຢ່າງ​ເດັດຂາດ​ໃນ​ສະພາ​ແລ້ວ ບັນຫາ​ກໍ​ຈະ​ບໍ່​ໜັກໜ່ວງ​ປານ​ໃດ ​ແຕ່​ຖ້າ​ຫາກ​ວ່າ​ພວກ​ເຮົາ​ບໍ່​ສາມາດໄດ້​ຮັບສຽງ​ຂ້າງ​ຫລາຍ​ໂດຍ​ເດັດ
ຂາດ​ໃນ​ສະພາ ຄື​ຕໍ່າ​ກວ່າ 250 ບ່ອນນັ່ງ​ແລ້ວ ພວກ​ເຮົາ​ກໍ​ຄວນ​ຈະ​ເຂົ້າຕໍ່​ຮອງ​ກັບ​ພັກ
​ລະດັບ​ປານ​ກາງ ​ແລະ​ພັກ​ນ້ອຍ.”

ນາງຍິ່ງຣັກ ຊິນນະວັດ ຜູ້ສະມັກເລືອກຕັ້ງຂອງພັກເພື່ອໄທ. REUTERS/Chaiwat Subprasom
ນາງຍິ່ງຣັກ ຊິນນະວັດ ຜູ້ສະມັກເລືອກຕັ້ງຂອງພັກເພື່ອໄທ. REUTERS/Chaiwat Subprasom

ພວກ​ພັກ​ການ​ເມືອງ​ໃຫຍ່ໆ​ທັງ
ຫລາຍ ​ໄດ້ເພີ່ມ​ທະວີການ​ປຸກ
ລະດົມໂຄສະນາ​ຫາ​ສຽງ​ກັນ
​ຢ່າງ​ໃຫຍ່ ກ່ອນການ​ເລືອກ​ຕັ້ງ
ໃນວັນ​ທີ 3 ກໍລ​ະກົດ ​ເດືອນ​ໜ້າ​ນີ້ ຊຶ່ງ​ເປັນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ເທື່ອ​ທໍາ​ອິດ ​ນັບ​ຕັ້ງ​ແຕ່​ຄັ້ງ​ປີ 2007 ມາ. ພັກ​ເພື່ອ​ໄທ​ທີ່​ນໍາ​ໂດຍ ນາງ ຢິ່ງຣັກ ຊິນນະ​ວັດ ນ້ອງ​ສາວຫລ້າ​ຂອງອະດີດ​ນາຍົກລັດຖະມົນຕີ ທັກສິນ ຊິນ
ນະ​ວັດ ​ທີ່​ໄດ້​ຫລົບໜີອອກ​ນອກ
​ປະ​ເທດ​ໄທ​ໃນ​ປີ 2008 ເພື່ອ​ໜີ
ຂໍ້​ຫາ​ສໍ້​ລາດ​ບັງ​ຫລວງ ຫລັງ​ຈາກ
​ຖືກໂຄ່​ນລົ້ມ​ໂດຍ​ການ​ກໍ່​ລັດ​ຖະ
​ປະຫານ​ໃນ​ປີ 2006. ​ຄວາມ
​ຫວັງ​ຂອງທັກສິນ​ໃນ​ການ​ຫວນ​ກັບ​ຄືນ​ມາປະ​ເທດ​ໄທອີກ ກໍ​ແມ່ນ​ຂຶ້ນ​ຢູ່​ກັບ​ໄຊຊະນະ​ຂອງພັກ​
ເພື່ອ​ໄທ ​ໃນ​ການ​ເລືອກ​ຕັ້ງໃນ​ວັນ​ທີ 3 ​ເດືອນ​ກໍ​ລະ​ກົດ​ນີ້.

ພວກສະໜັບ​ສະໜຸນພັກ​ເພື່ອ​ໄທ ປະມານ 5000 ຄົນ ທີ່ໃສ່ເສື້ອ​ແດງສັນຍາລັກຂອງ​ພວກ​ເຂົາ​ເຈົ້າ​ນັ້ນ ​ໄດ້ໂຮມ​ຊຸມ​ນຸມກັນ​ ໃນທ້າ​ຍ​ສັບປະດາກ່ອນນີ້ ​ໃນໃຈ​ກາງ​ນະຄອນຫລວງ​ ບາງກອກ.

ນາຍ ນັດ​ທະ​ວຸດ ໄສ​ເກື້ອ ນັກ​ເຄຶ່ອນ​ໄຫວ​ທີ່​ໄດ້​ຮັບຄວາມ​ນິຍົມ​ສູງຂອງ​ພວກ​ເສື້ອ​ແດງ ​ໄດ້​ກ່າວຕໍາ​ໜິຕິຕຽນນະ​ໂບາຍ​ຂອງ​ລັດຖະບານ.

ນາຍ ນັດທະວຸດ ຊຶ່ງ​ເປັນຜູ້ນໍາ​ແລະຜູ້ສະໜັກເລືອກຕັ້ງຈາກແນວ​ຮ່ວມ​ປະຊາທິປະ​ໄຕ​ຕໍ່ຕ້ານ​ຜະ​ເດັດ​ການ​ແຫ່ງ​ຊາດ ຫລື UDD ກໍ​ຄື​ພວກ ນປຊ ຫລືພວກເສື້ອແດງນັ້ນ ໝັ້ນໃຈວ່າ ພັກ ເພື່ອໄທຈະ​ໄດ້​ຮັບສຽງສ່ວນຫລາຍໃນສະພາ ທີ່​ມີ​ບ່ອນ​ນັ່ງ 500 ບ່ອນນັ້ນ.

ນາຍ​ນັດ​ທະ​ວຸດ ​ເວົ້າ​ວ່າ “ແມ່ນແລ້ວ ຂ້ອຍ​ເຊື່ອ​ວ່າ ພວກເຮົາສາມາດ ໄດ້ຫລາຍກວ່າ 250 ບ່ອນນັ່ງ.”

ທາງພັກປະຊາທິປັດກ່າວວ່າ ຄະແນນສຽງຈະສູສີກັນຫລາຍກວ່າທີ່ຜົນການຢັ່ງສຽງຊີ້ໃຫ້
​ເຫັນ. ພວກສະໜັກເລືອກຕັ້ງທີ່ສໍາຄັນໆທີ່​ໄດ້​ຮັບ​ການສະໜັບສະໜຸນ ຈາກທັງພັກປະຊາ
ທິປັດແລະພັກເພື່ອໄທ ກໍາລັງພາກັນໂຄສະຫາສຽງຢ່າງຕັ້ງໜ້າ ​ໂດຍເນັ້ນຍໍ້າ​ໃສ່ນະໂຍບາຍ
ສົ່ງ​ເສີມຊ່ວຍ​ເຫລືອມະຫາຊົນ ເພື່ອຮັບປະກັນ​ໄຊຊະນະ​ໃນ​ການເລືອກຕັ້ງ.

ໂຄງການຕ່າງໆທີ່ພັກປະຊາທິປັດ​ໂຄສະນາ​ຫາ​ສຽງ​ນັ້ນ ​ແມ່ນໂຮມທັງໂຄງການຮັບປະກັນ
ລາຍ​ໄດ້​ໃຫ້​ແກ່ພວກພໍ່ນາ ການສຶກສາຟີສໍາລັບເດັກ ແລະໂຄງການເບັ້ຍບໍານານ​ໃນ​ລະດັບ
​ພໍ​ປານ​ກາງ ສໍາລັບພວກຜູ້​ເຖົ້າ.

ຝ່າຍພັກເພື່ອໄທ ໄດ້​ໃຫ້​ຄໍາ​ໝັ້ນສັນຍາວ່າ ຈະຂື້ນຄ່າແຮງງານຕໍ່າສຸດເປັນສອງເທົ່າຕົວ
ຂື້ນລາຄາເຂົ້າ​ໃຫ້ພວກຊາວນາ ສະໜອງເຄຶ່ອງຄອມພິວເຕີໃຫ້ແກ່ເດັກນັກຮຽນ ຈັດຕັ້ງ
ໂຄງການພັດທະນາມູນຄ່າສາມພັນລ້ານໂດລາ ແກ່ໝູ່ບ້ານຕ່າງໆ ແລະ​ເລຶ່ອນ​ເວລາ​ໃນ
ການຊໍາລະໜີ້ໃຫ້​ແກ່ພວກທີ່ມີລາຍໄດ້ຕໍ່າ.

ແຕ່ ນາຍ ຊູວິດ ກະມົນວິສິດ ຜູ້ນໍາພັກຮັກໄທ ອະດີດເຈົ້າຂອງຮ້ານອາບອົບນວດ ທີ່ຫັນ
​ມາ​ຫລີ້ນການເມືອງ ກ່າວວ່າ ນະໂຍບາຍຊ່ວຍ​ເຫລືອມະຫາຊົນນັ້ນ ຈະສ້າງບັນຫາໃຫ້
ແກ່ສັງຄົມໄທໃນໄລຍະຍາວໄດ້

“ປະ​ເດັນກໍຄືວ່າ ພວກເຂົາເຈົາໃຊ້ນະໂຍບາຍການເມືອງ ຫລາຍກວ່າການເສດຖະກິດ. ກໍຄືພວກນັກການເມືອງໄທທັງໝົດ ພະຍາຍາມສະໜອງຕາມຄວາມນິຍົມຂອງມະຫາຊົນ
ຊຶ່ງນັ້ນໝາຍຄວາມວ່າ ເຮັດໃຫ້ພວກປະຊາຊົນຫຍ້າມ ກໍຄືເມື່ອໃດພວກເຮົາໃຊ້ລະບົບນີ້
ແກ່ສັງຄົມໄທ ແກ່ພວກຄົນທຸກຈົນ ພວກເຂົາເຈົ້າກໍເກີດມີຄວາມຮູ້ສຶກວ່າ ພວກເຂົາເຈົ້າຈະ
ຕ້ອງໄດ້ທຸກຢ່າງຟີຈາກລັດຖະບານ.”

ນາຍ ຊູວິດ ກ່າວວ່າ ນະໂຍບາຍແບບນັ້ນ ອາດ​ສາມາດ​ບ່ອນ​ທໍາລາຍຄວາມສາມາດ​ໃນ​
ການ​ກຸ້ມຕົນເອງຂ​ອງປະຊາຊົນໄດ້. ນອກນີ້ແລ້ວ ພວກຜູ້ນໍາດ້ານເສດຖະກິດແລະທຸລະກິດ
ຍັງມີ​ຄວາມຢ້ານກົວ ກ່ຽວກັບຜົນກະທົບຈາກຄ່າແຮງງານທີ່ສູງຂື້ນ ຕໍ່​ວຽກ​ເຮັດງານ​ທໍາ ​
ແລະຢ້ານ​ວ່າການ​ຂຶ້ນລາຄາເຂົ້າຢ່າງຫລວງຫລາຍຂອງລັດຖະບານ ຈະ​ສ້າງ​ຄວາມ​ເສຍ
​ຫາຍ​ໃຫ້​ແກ່ຖານະຂອງ​ປະ​ເທດ​ໄທ ​ໃນ​ການເປັນປະເທດສົ່ງອອກເຂົ້າຊັ້ນ​ນໍາ​ຂອງໂລກນັ້ນ.

XS
SM
MD
LG