ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄທວາງແຜນ ຈະຊຸກຍູ້ ເສດຖະກິດ ຢູ່ຈັງຫວັດຕ່າງໆ ທາງພາກ ຕາເວັນອອກສຽງເໜືອ


ພວກພະນັກງານ ກຳລັງຂົນເຂົ້າອອກຈາກລົດ ຢູ່ສູນກາງ
ເກັບມ້ຽນເຂົ້າ ທາງພາກຕາເວັນຕົກສຽງເໜືອ ຂອງຈັງຫວັດຮ້ອຍເອັດ.
ພວກພະນັກງານ ກຳລັງຂົນເຂົ້າອອກຈາກລົດ ຢູ່ສູນກາງ ເກັບມ້ຽນເຂົ້າ ທາງພາກຕາເວັນຕົກສຽງເໜືອ ຂອງຈັງຫວັດຮ້ອຍເອັດ.

ບັນດາ​ຈັງຫວັດ​ຕ່າງໆ​ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອຂອງໄທ
ທີ່​ຮູ້​ກັນ​ໃນ​ນາມ ອີ​ສານ ນັ້ນ ກຳລັງ​ໄດ້​ຮັບ​ຄວາມ​ຍາກລຳບາກ​
ຍ້ອນການ​ສິ້ນ​ສຸດ​ຂອງ ໂຄງການ​ຊ່ວຍ​ເຫລືອ ຊຶ່ງ​ເປັນ​ທີ່​ໄດ້​ຮັບ
ຄວາມ​ນິຍົມ ຈາກ​ປະຊາຊົນພາຍ​ໃຕ້ລັດຖະບານ​ຊຸດ​ກ່ອນ. ແຕ່
ວ່າຂົງ​ເຂດ​ດັ່ງກ່າວ ບັດ​ນີ້ກຳ​ລັງກາງ​ຕໍ່​ການ​ຟື້ນ​ໂຕ​ຄືນໂດຍ​ການ
​ຄ້າ​ເພີ້ມຂຶ້ນກັບລາວແລະ ການ​ໃຊ້​ຈ່າຍ​ຂອງ​ລັດຖະບານ​ໄທ.​
Ron Coben ນັກ​ຂ່າວ ວີ​ໂອ​ເອ ລາຍ​ງານ​ມາວ່າ ລັດຖະບາ​ນທະຫານ ມີ​ແຜນທີ່​ຈະ​ໃຊ້
ຈ່າຍ​ເງິນ ​ເຖິງ 900 ລ້ານ​ໂດ​ລາເພື່ອ​ຊຸກຍູ້​ເສດຖະກິດ​ຊົນນະບົດ ຊຶ່ງ ກິ່ງສະ​ວັນ ຈະ​ນຳ
ເອົາລາຍລະອຽດມາສະ​ເໜີ​ທ່ານ.

​ເສດຖະກິດໃນ​ເຂດ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ປະ​ເທດ​ໄທ ຊຶ່ງ​ເປັນ​ນຶ່ງ​ໃນ​ເຂດ​ ທີ່​
ທຸກ​ຈົນ​ທີ່​ສຸດຂອງປະ​ເທດ ​ກຳລັງຊອກ​ຫາ​ຊ່ອງ ທາງ​ເພື່ອຂະຫຍາຍການ​ຄ້າ​ກັບ​ປະ​
ເທດລາວ ທີ່​ເປັນ​ເພື່ອນ​ບ້ານ ແລະເຮັດທຸລະ​ກິດກັບ​ເຂດ​ອະນຸ​ພາກພື້ນລຸ່ມແມ່​ນໍ້າຂອງ
​ໃນ​ຂະນະ​ທີ່​ເຂດ​ດັ່ງ ກ່າວ​ຟື້ນໂຕ​ຄືນຈາກ​ສະພາບ​ເສດຖະກິດ​ຕົກຕ່ຳມາ​ເປັນ​ເວລາ​
ສອງ​ປີ.

ສະພາບ​ເສດຖະກິດ​ຕົກ​ຕໍ່າ​ໄດ້ເກີດຂຶ້ນ ຍ້ອນການ​ສິ້ນ​ສຸດລົງຂອງ​ໂຄງ ການ​ຊ່ວຍ​ເຫລືອຕ່າງໆ ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ປະຊາຊົນ​ ທີ່​ໄດ້​ປະ ກາດໂດຍ​ອ​ະດີດ​ລັດຖະ
ບານຂອງທ່ານ​ນາງ ຍິ່ງລັກ ຊິນນະ​ວັດ. ການ ​ເຮັດ​ລັດຖະປະຫານ​ ໃນ​ເດືອນພຶດສະພາ
”ປີ 2014 ​ໄດ້​ເຮັດ​ໃຫ້​ລັດຖະ ບານ ຂອງທ່ານ​ນາງ​ຍິ່ງ​ລັກ ທີ່​ດຳ​ເນີນ​ງານ​ມາ ​ເປັນ​ເວລາ
ເກືອບ​ສາມ​ປີຕ້ອງ​ສິ້ນສຸດ​ລົງ ​ແລະເຮັດ​ໃຫ້​ໂຄງການຕ່າງໆ ນຳ​ໂດຍ​ໂຄງການ​ຈຳນຳ
​ເຂົ້າສິ້ນສຸດ​ລົງ​ເຊັ່ນ​ດຽວ​ກັນ.

ພາຍ​ໃຕ້​ໂຄງການ​ດັ່ງກ່າວນີ້ ​ໄດ້​ມີ​ການ​ຊື້​ເຂົ້າຈາກພວກ​ພໍ່​ໄຮ່ຊາວນາໃນ ລາຄາ​ປະມານ
50 ເປີ​ເຊັນ ສູງ​ກວ່າ​ ລາ​ຄາ​ຕະຫຼາດ​ໂລກ ກ່ອນທີ່​ໂຄງ ການ​ນີ້ ​ໄດ້​ພັງ​ທະລາ​ຍລົງ ​ຊຶ່ງ​ໄດ້
​ສ້າງ​ຄວາມເສຍ​ຫາຍ​ໃຫ້​ແກ່​ພວກເສຍ​ພາສີຊາວ​ໄທ ຫລາຍ​ກວ່າ 14 ພັນ​ລ້ານ​ໂດ​ລາ​
ແລະ​ປ່ອຍ​ໃຫ້​ພວກ​ຊາວນາ​ຢູ່ທົ່ວ​ຂົງ​ເຂດ​ເປັນໜີ້​ສິນ​ຢ່າງ​ໜັກ.

​ໃນ​ຂະນະ​ທີ່ໂອກາດ​ອັນ​ດີຍັງ​ມີ​ຢູ່​ນັ້ນ ​ເງິນ​ໄດ້​ເຮັດ​ໃຫ້​ການຄ້າ​ຫຍ່ອຍຈະ​ເລີ​ນຮຸ່ງ​ເຮືອງ ​ຕະຫລອດ​ທັງ ​ການ​ລົງ​ທຶນ​ການ​ຄ້າ ​ແລະ​ກາ​ນ​ໃຊ້ຈ່າຍ. ບັນ​ດາ​ຮ້ານ​ຄ້າ​ໃຫຍ່ໆພາກັນ​
ເປີດ​ຂື້​ນຢູ່​ຕາມ​ເມືອງຕ່າງໆ ​ເຊັນ​ວ່າ ອຸບົນ ຣາດຊະ​ທາ​ນີ ​ແລະ​ອຸດອນ ທານີ.

​ແຕ່​ມາບັດ​ນີ້ ມີ​ລາຍ​ງານ​ວ່າ ບັນດາ​ຮ້ານ​ຄ້າ​ຫຍ່ອຍ ກໍ​ຂາຍ​ບໍ່​ດີ ​ແລະ​ທະນາຄານ​ກາງ​ຂອງໄທເຕືອນ​ເຖິງ​ການ​ມີໜີ້​ສິນ​ເພີ້ມຂຶ້ນ ​ໃນ​ໝູ່​ບັນດາ​ຊາວນາ ​ໃນ​ຂະນະ​ທີ່​ລາຄາ​ເຂົ້າ ​
ຕົກ​ຕໍ່າ​ສຸດ​ໃນ​ຮອບ​ຫົກ​ປີ​.

ການກະ​ເສດ​ແມ່ນ​ປະກອບ​ເປັນ 20 ​ເປີ​ເຊັນ ​ຂອງ​ເສດຖະກິດ​ຢູ່ໃນຂົງ​ ​ເຂດ ຕິດຕາມ​ມາ​
ດ້ວຍ​ການ​ຄ້າ. ລາຍ​ໄດ້​ສະ​ເລ່ຍຂອງຄອບຄົວ ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ​ແມ່ນຕໍ່າ
​ທີ່​ສຸດ​ໃນ​ປະ​ເ​ທດ​ໄທຄື​ເກືອບ 550 ​ໂດ​ລາ​ຕໍ່​ເດືອນ ​ໜ້ອຍ​ກວ່າ​ 1,200 ​ໂດ​ລາ ທີ່​ໄດ້​ຮັບ​ຕໍ່​
ເດືອນ​ຢູ່ໃນ​ເຂດ ບາງກອກ.

​ແຕ່ ທ່ານ Athikan Ringcharoen ປະທານ​ສະພາການ​ຄ້າ ​ຂອງ​ຈັງ ຫວັດ​ອຳນາດ​ຈະ
​ເຣີນ ທີ່​ມີ​ຊາຍ​ແດນຕິດ​ກັບ​ລາວ ກ່າວ​ວ່າ ​ເສດຖະກິດ​ທ້ອງ​ຖິ່ນກຳລັງ​ເລີ້ມທີ່​ຈະດີ​ຂຶ້ນເຖິງ
​ແມ່ນ​ວ່າ​ຍັງ​ຕ່ຳ​ກວ່າ​ລະດັບເມື່ອ​ສອງ​ປີ​ກ່ອນກໍ​ຕາມ.

ທ່ານ Athikarn ກ່າວ​ວ່າ “ນະໂຍບາຍ​ລັດຖະບານ ​ທີ່ສະ​ໜັບສະ​ໜູນ ​ແລະ​ເພີ້​ມ​ການ​
ຄ້າຂ້າມ​ຊາຍ​ແດນ ກັບ​ປະ​ເທດລາວ ​ແມ່ນຊ່ວຍ​ໃນ​ການ​ຟື້ນໂຕ​ຄືນທາງ​ເສດຖະກິດ. ທ່ານກ່າວ​ເພີ້ມວ່າ ​ເຖິງ​ແມ່ນ​ສະພາບ​ເສດ ຖະກິດ​ຂອງ​ໂລກຍັງ ຢູ່​ໃນ​ສະພາບ​ທີ່​ບໍ່​
ຄ່ອຍ​ດີ​ກໍ​ຕາມ ​ແຕ່​ຂອງ​ຈັງຫວັດ ອຳນາດ​ຈະ​ເຣີນນີ້​ແມ່ນ OK.”

ການ​ໃຊ້​ຈ່າຍ​ດ້ານໂຄງ​ລ່າງ ກໍ​ມີ​ກຳນົດ​ວ່າ​ຈະ​ຊ່ວຍ​ເສດຖະກິດ​ຢູ່​ໃນ​ຂົງ​ເຂດ.

ທ່ານ Athikarn ກ່າວ​ວ່າ ​ແຜນ​ທີ່​ຈະ​ຍົກ​ລະດັບທາງ​ແລ່ນ​ເດີ່ນເຮື​ອບິ​ນ ກອງທັບ​ອາກາດ
ລາຊະ​ອານາຈັກໄທ ໃຫ້​ກາຍ​ເປັນ​ເດີ່ນ​ບິນ​ພູມີພາກ ທີ່ ຕັ້ງຢູ່​ບໍ່​ເຖິງ 30 ກິ​ໂລ​ແມັດ​ຫ່າງ
ຈາກຈັງຫວັດ​ອຳນາດ​ຈະ​ເຣີນນັ້ນ ​ແມ່ນ​ເປັນ​ຂ່າວ​ທີ່​ດີ​.

ການ​ປັບປຸງ​ໂຄງ​ລ່າງ​ລະຍະ​ຍາ​ວ ກໍຈະ​ເປັນ​ຜົນ​ກຳ​ໄລ​ຕໍ່ຂົງ​ເຂດຮວມທັງ ການ​ກໍ່ສ້າງ​
ທາງ​ລົດ​ໄຟ ຈີນ-​ໄທ ທີ່​ຍາວ 870 ກິ​ໂລ​ແມັດ ​ແຕ່ໜອງ​ຄາຍທີ່​ມີຊາຍ​ແດນຕິດ​ກັບ​ປະ
ເທດ​ລາ​ວ​ໄປ​ຫາບາງກອກ ​ໃນມູນ​ຄ່າ 10 ພັ​ນລ້ານ​ໂດ​ລາ. ສ່ວນ​ອີກ​ໂຄງການ​ນຶ່ງ​ຊຶ່ງ
​ຈະ​ເລີ້ມຂຶ້ນ​ໃນ​ບໍ່​ຊ້ານີ້ ກໍແມ່ນ ການ​ສ້າງ​ທາງ​ລົດ​ໄຟ ຂອງຍີ່​ປຸ່ນຮ່ວມ​ກັບໄທ ​ແຕ່​ຈັງ
ຫວັດຕາ​ກທີ່​ມີ​ຊາຍ​ແດນ​ຕິດ​ກັບມຽນມາ ​ໄປ​ຫາ​ມຸກດາ​ຫານ ທີ່​ມີ​ຊາຍ​ແດນ ຕິດ​ກັບ​
ປະ​ເທດ​ລາວ.

ສ່ວນທ່ານ Titipol Phakdeeewanich ນັກວິ​ເຄາະ​ການ​ເມືອງທີ່ມະ ຫາວິທະຍາ​ໄລ
ອຸບົນ​ ຣາດຊະ​ທາ​ນີ ກ່າວ​ວ່າ ການ​ຄ້າ​ຂ້າມ​ຊາຍ​ແດນ​ໄດ້​ຊ່ວຍ​ໃຫ້ຫລຸດຜ່ອນສະພາບ
​ເສດຖະກິດ​ຕົກ​ຕ່ຳ.

ທ່ານ Titipol ກ່າວ​ວ່າ “​ທຸລະ​ກິດ​ຫລາຍ​ຢ່າງ ບັດ​ນີ້​ກຳລັງ​ເປີດ​ກວ້າງ ໃຫ້​ແກ່​ພວກ​ລູກ​
ຄ້າຈາກ​ປະ​ເທດ​ລາວ. ຖ້າ​ຫາກ​ທ່ານ​ໄປ​ຮ້ານ​ຄ້າ​ຕ່າງໆ ​ເຂົາ​ເຈົ້າ​ມີ​ປ້າຍ​ຂຽນ​ເປັນ​ພາ
ສາ​ລາວ​ແລະເວລາ​ໃດ​ທີ່​ຕະຫຼາດ​ເຊື່ອມໂຍງ ກັນ​ຫຼາຍ​ຂື້ນ​ໃນ​ລະດັບ​ໃດ​ລະດັບ​ນຶ່ງ​
ແລ້ວມັນກໍ​ຊ່ວຍ​ສະ​ໜອງ​ເປັນ​ເຄື່ອງ ກັນ​ກະທົບ​ໃຫ້​ແກ່​ເສດຖະກິດ​ທ້ອງ​ຖິ່ນ. ​ເພາະ
ສະ​
ນັ້ນ ​ເສດຖະກິດ​ທ້ອງ​ຖິ່ນ​ຢູ່​ໃນ​ຂົງ​ເຂດ ຂ້າພະ​ເຈົ້າ​ຄິດ​ວ່າ ບໍ່​ໄດ້​ອາໄສກາງ​ຕໍ່​
ຕະຫລາດ​ໂລກ​ທັງ​ໝົດ.”

ຫົວໜ້າເສດຖະກິດ​ໃຫຍ່​ຂອງລັດຖະບານ​ທະຫານ ຮອງນາຍົກລັດຖະ ມົນຕີ Somkid Jatusripitak ​ໄດ້​ປະກາດ​ການ​ໃຊ້​ຈ່າຍ​ຫລາຍກວ່າ 970 ລ້ານ​ໂດ​ລາ ​ໃນ​ໂຄງການ
​ຕ່າງໆ ທີ່​ແນ​ໃສ່ 70,000 ໝູ່​ບ້ານ​ໃນ​ຫົ່ວປະ​ເທດ.

ບັນດາ​ນັກວິ​ເຄາະກ່າວ​ວ່າ ​ໂຄງການ​ດັ່ງກ່າວນີ້​ແມ່ນ​ຄ້າຍຄື​ກັນ​ກັບຂໍ້​ລິ​ເລີ້ມຂອງ​ລັດຖະ
ບານ​ຊຸດກ່ອນທີ່​ຮ້ອງ​ວ່າ “ກອງທຶນໝູ່​ບ້ານ” ​ເພື່ອຊຸ​ກ ຍູ້​ການ​ບໍລິ​ໂພ​ກ​ໃນ​ເຂດຊົນນະບົດ.

ສະຫະພັນ​ອຸດສາຫະກຳ​ໄ​ທ ໃນ​ຂະນະ​ທີ່​ສະ​ແດງ​ຄວາມ​ຍິນ​ດີ​ກັບ​ບັນດາ​ໂຄງການ​ຕ່າງໆ
ກ່າວ​ວ່າ ມີ​ຄວາມຕ້ອງການ​ໃນ​ການ​ເອົາ​ມາ​ດຕະການ ຕ່າງໆຫລາຍ​ຂື້ນ ​ເພື່ອ​ຄໍ້າປະກັນ​
ການ​ເຕີບ​ໂຕ​ແບບ​ຍືນ​ຍົງ.

ສະຫະພັນດັ່ງກ່າວເຕືອນວ່າ ພາກສ່ວນ​ຊົນນະ​ບົດຍັງ​ສືບ​ຕໍ່ເປັນເຂດ​ທີ່ມີ ຄວາມ​ອ່ອນ
​ໄຫວ ກ່ຽວ​ກັບລາຄາ​ສິນຄ້າທີ່​ຕົກ​ຕໍ່າລົງ ທີ່​ອາດເປັນ​ຜົນ​ກະ ທົບ​ຕໍ່ 30 ລ້ານ​ຄົນ ໃນ
​ພາກສ່ວນ​ການ​ກະ​ເສດ ຊຶ່ງ​ປະກອບ​ເປັນ​ເກືອ​ບ​ເຄິ່ງໜຶ່ງ​ຂອງ​ປະຊາກອນ​ຂອງໄທ.

Thailand’s northeastern economy, among the poorest in the country, is looking to expand trade with neighboring Laos and business in the Greater Mekong Subregion (GMS) as it recovers from a two-year recession.

The downturn was triggered by an end of populist programs heralded by the former government of Yingluck Shinawatra. The May 2014 coup ended her almost three year administration and brought an end to programs led by a rice price pledging scheme.

Under the program, farmers were paid at rates some 50 percent above the global market before the effort collapsed, costing Thai taxpayers more than $14 billion and leaving farmers across the region deeply in debt.

While the good times lasted, funds triggered a boom in retail and commercial investment and spending. Major department stores sprang up in towns such as Ubon Ratchathani and Udon Thani.

A rice farmer collects snails and cleans the rice field near Udon Thani, Thailand, Sep. 15, 2015.
A rice farmer collects snails and cleans the rice field near Udon Thani, Thailand, Sep. 15, 2015.

But now retailers report sluggish sales and the Thai central bank warns of growing indebtedness among farmers as rice prices fall to their lowest in six years.

Agriculture accounts for some 20 percent of the region’s economy, followed by trade. Household incomes in the Northeast are the lowest in Thailand, at close to $550 a month, well short of the nearly $1,200 earned per month in the Bangkok region.

Border trade

But Athikarn Ringcharoen, president of the Chamber of Commerce in Amnat Charoen province, bordering Laos, said the local economy was starting to pick up although still below levels of two years ago.

Athikarn said government policy support and increased cross border trade with Laos, was helping the recovery. He added that despite the poor state of the global economy, the provincial outlook was “OK”.

Infrastructure spending is also set to come to the aid of the region.

Athikarn said plans to upgrade a Royal Thai Airforce airstrip to a regional airport less than 30 kilometers from Amnat Charoen town were also welcome.

Long term infrastructure set to benefit the region includes the $10 billion China-Thai 870 kilometer rail-line from Nong Khai, bordering with Laos, to Bangkok. On the horizon is the Japan-Thailand rail-line from Tak province, bordering Myanmar, to Mukdahan, bordering Laos.

Ubon Ratchathani University political scientist, Titipol Phakdeewanich, said cross border trade ties have helped eased the downturn.

“Many businesses are now more open to customers from Laos. If you go to different malls – they have signs in Lao [language] and when the market is more connected – to some extent – it helps to provide a cushion to the local economy. So the local economy in the area I don’t think it’s entirely dependent on the global market,” said Phakdeewanich.

Government spending

The military government’s economic czar, Deputy Prime Minister Somkid Jatusripitak, has announced spending of over $970 million in projects directed to 70,000 villages nationwide.

Analysts say the program mirrors similar initiatives under previous governments of so-called “village funds” to boost rural consumption.

The Federation of Thai Industries, while welcoming the programs, say more measures are needed to ensure growth is sustained.

The Federation warns the rural sector remains vulnerable to falling commodity prices that may impact some 30 million people in the farm sector – almost half the national population.

XS
SM
MD
LG