ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄທປະເຊີນກັບບັນຫາ ສານພິດ ຕົກຄ້າງ ໃນຜົນລະປູກ (ວີດີໂອພາສາລາວ/ອັງກິດ)


ເບິ່ງວີດີໂອລາຍງານນີ້ ເປັນພາສາລາວ

ການ​ກວດ​ຫາສານ​ຕົກ​ຄ້າງ​ ຂອງ​ຢາ​ປາບ​ສັດຕູ​ພືດ ຫຼືຢາຂ້າແມງໄມ້ ກໍາລັງ​ສ້າງ​ ຄວາມ​ເປັນ​ຫ່ວງ​ຂຶ້ນມາ​ ກ່ຽວ​ກັບ​ວ່າ​ ອາຫານ​ເຫຼົ່ານີ້​​​ປອດ​ໄພ​ດີ​ບໍ່?

ໄທ​ຖືກ​ຮັບ​ຮູ້​ຢູ່​ໃນ​ທົ່ວ​ໂລກມາ​ເປັນ​ເວລາ​ດົນ​ນານ​ແລ້ວ​ວ່າ​ ເປັນ​ຜູ້​ສົ່ງ​ອອກ​ເຂົ້າ ​ແລະ​ຜະລິດ​ຕະພັນ​ການກະ​ເສດລະດັບ​ນໍາ​ໜ້າ​ປະ​ເທດ​ນຶ່ງ. ​ແຕ່​ການ​ກວດ​ຫາສານ​ຕົກ​ຄ້າງ​ຂອງ​ຢາ​ປາບ​ສັດຕູ​ພືດ ກໍາລັງ​ສ້າງ​ຄວາມ​ເປັນ​ຫ່ວງ​ຂຶ້ນມາ​ກ່ຽວ​ກັບ​ວ່າ​ອາຫານ​ເຫຼົ່ານີ້​ປອດ​ໄພ​ດີ​ບໍ່.

ຢູ່​ໃນ​ເຂດພູດ​ອຍ​ທາງພາກ​ເໜືອ​ຂອງ​ປະ​ເທດ​ໄທ ພວກ​ຄົນ​ງານ​ເຮັດ​ສວນ ​ເຊັ່ນ​ນາຍ ອິນ​ສອນ ​ປະ​ເຊີນ​ກັບຄວາມ​ກົດ​ດັນຢ່າງ​ບໍ່​ລົດ​ລະ​ໃນການ​ຜະລິດ​ໃຫ້​ໄດ້​ຫຼາຍ​ທີ່​ສຸດ​ສໍາລັບ​ພວກ​ລູກ​ຄ້າ​ໃນ​ຕ່າງປະ​ເທດ. ນາຫຼື​ສວນ​ຫຼາຍໆ​ແຫ່ງ​ອາ​ໄສ​ການ​ນໍາ​ເຂົ້າຢາ​ເຄມີ​ຂ້າແມງ​ໄມ້​ແລະ​ປຸ໋ຍ ​ເພື່ອ​ຊ່ວຍ​ຜົນ​ຜະລິດ​ໃຫ້​ໄດ້​ຕາມ​ຄວາ​ມ​ຕ້ອງການ ​ແຕ່​ເຖິງ​ແມ່ນ​ວ່າ​ຢາ​ເຄມີ​ຕ່າງໆ​ ມີ​ພຽງພໍ​ແລ້ວ​ກໍ​ຕາມ ພວກ​ຄົນ​ງານ​ຫຼາຍ​ຄົນ​ກໍ​ບໍ່​ແນ່​ໃຈ ວ່າຈະ​ໃຊ້ຢ​າເຫຼົ່ານີ້​ໄດ້​ຢ່າງຖືກຕ້ອງ​ປອດ​ໄພ​ແບບໃດ.

ນາຍ​ອິນ​ສອນ​ເວົ້າ​ວ່າ: “ພວກ​ຢາຂ້າ​ແມງ​ໄມ້ຕ່າງໆ​ ມາ​ຈາກຕ່າງປະ​ເທດ ​ສະ​ນັ້ນ​ພວກ​ເຮົາ​ກໍ​ໃຊ້​ມັນ​ໂດຍ​ບໍ່ຮູ້​ວິທີ​ການ​ທີ່​ຖືກຕ້ອງ ຊື້​ກໍ​ງ່າຍ ຂ້ອຍ​ກໍ​ບໍ່​ຮູ້​ວ່າ ພວກຢາ ຂ້າ​ແມງ​ດັ່ງກ່າວນີ້​ມີ​ຜົນ​ຄ້າງ​ຄຽງ​ທາງ​ລົບ​ຫຼື​ບໍ່.”

ການສະ​ແຫວ​ງຫາ​ຂອງ​ປະ​ເທດ​ໄທ​ເພື່ອ​ເພີ່ມ​ຜົນ​ຜະລິດຂອງ​ຕົນ​ໃຫ້​ຫຼາຍ​ຂຶ້ນ ນັ້ນ ​ແມ່ນ​ໄດ້​ນໍາ​ໄປ​ສູ່ຄວາມ​ຕ້ອງການ​ໃນການ​ຊົມ​ໃຊ້ສານ​ເຄມີ​ກະ​ເສດ​ເພີ່ມ​ຂຶ້ນ​ເປັນ​ສາມ​ເທົ່າ​ຕົວ​ໃນ​ໄລຍະ 10 ປີຜ່ານມາ​ນີ້. ​ເວົ້າ​ໄດ້​ວ່າ ບັດ​ນີ້ການ​ຊົມ​ໃຊ້ສານ​ເຄມີ​ການກະ​ເສດ​ໃນໄທ ​ແມ່ນ​ບໍ່​ນ້ອຍ​ໜ້າ​ບັນດາ​ປະ​ເທດ​ເພື່ອນ​ບ້ານທີ່​ໃຊ້ກັນ​ຢ່າງ​ກວ້າງ ​ເຊັ່ນ ຈີນ ​ແລະອິນ​ເດຍ ບ່ອນ​ທີ່​ການ​ຊົມ​ໃຊ້​ຢາ ຂ້າ​ແມງໄມ້ແບບ​ບໍ່​ຖືກ​ວິ​ທີ​ການ​ດ້ານຄວາມ​ປອດ​ໄພ ​ຖືກ​ບັນທຶກ​ໄວ້.

ຕົກ​ມາປັດຈຸບັນ​ນີ້ ​ແມ່ນ​ແຕ່​ພາຍ​ໃນ​ປະ​ເທດ​ໄທ​ເອັງ​ກໍ​ເກີດ​ເປັນ​ຫ່ວງ​ຂຶ້ນມາ​ວ່າ ສານ​ເຄມີ​ຂ້າ​ແມງ​ໄມ້​ເຫຼົ່າ​ນີ້ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ຄວາມ​ປອດ​ໄພ​ຂອງອາ ຫານ​ຢ່າງ​ໃດຫຼື​ບໍ່.

ການ​ຕັກ​ເຕືອນ​ຊໍ້າ​ແລ້ວ​ຊໍ້າ​ອີກ​ຈາກ​ສະຫະພາບ​ຢູ​ໂຣບທີ່​ຂົ່ມຂູ່ວ່າຈະ​ສັ່ງ​ຫ້າມ ​ການ​ຊື້ ພວກຜັກ​ສົດ​ບາງ​ຊະນິດ​ຂອງ​ໄທ ​ໄດ້ຍັງ​ຜົນ​ໃຫ້​ມີ​ການ​ບັງຄັບ​ປະຕິບັດ​ຢຸດ​ການ​ສົ່ງ​ອອກເອັງເມື່ອ​ປີຜ່ານມາພ້ອມ​ກັບ​ຄໍາ​ໝັ້ນ​ສັນຍາ​ຂອງລັດຖະບານ ​ທີ່​ຈະ​ສະ​ສາງອຸດສາຫະກໍາ​ດັ່ງກ່າວ.

ກຸ່ມ​ສິ້ງ​ຊອມທ້ອງ​ຖິ່ນ​ຫຼາຍ​ກຸ່ມ ບໍ່​ໝັ້ນ​ໃຈ​ວ່າ​ຜົນ​ປະ​ໂຫຍ​ດທີ່​ດີ​ທີ່​ສຸດ​ຂອງ​ພວກ ອຸບປະ​ໂພ​ກບໍລິ​ໂພ​ກ ທັງ​ລະດັບ​ທ້ອງ​ຖິ່ນ​ແລະ​ຕ່າງປະ​ເທດນັ້ນວ່າ​ໄດ້​ຖືກ​ຍົກ​ຂຶ້ນມາເວົ້າກັນ​ບໍ່

ການກວດ​ຕົວຢ່າງຜົນລ​ະປູກໃນ​ບໍ່​ເທົ່າ​ໃດ​ເດືອນ​ຜ່າ​ນມາ​ບໍ່​ດົນ​ນີ້ ພົບ​ເຫັນ​ວ່າ​ມີ​ ສານພິດ​ເຄມີ​ຕົກ​ຄ້າງ​ຢູ່​ໃນພວກ​ຜັກ​ສົດ​ທີ່​ວາງ​ຂາຍຢູ່​ຕາມ​ຕະຫຼາດ ໃນ ລະດັບ​ທີ່​ໜ້າ​ຕົກ​ໃຈ ​ຊຶ່ງ​ໂຮມ​ທັງ​ສານເຄມີ​ທີ່​ພາ​ໃຫ້​ເກີດ​ໂຣກມະ​ເຮັງທີ່​ໄດ້​ສັ່ງ​ຫ້າມຢູ່​ໃນ​ບາງ​ປະ​ເທດຢູ່​ແລ້ວ. ນາງ ​ແກ້ ສຸພາບ ​ເປັນ​ຫົວໜ້າ​ກຸ່ມ ຊີວະ​ພາບ​ໄທ ຫຼື Bio Thai ຊຶ່ງເປັນ​ກຸ່ມ​ສຶກສາ​ກ່ຽວ​ກັບ​ວິທີ​ການ​ປູກຝັງຕ່າງໆ ​ໃນ​ປະ​ເທດ​ໄທ.

ນາງ​ສຸພາບ ​ເວົ້າ​ວ່າ: “ຕົ້ນຕໍ​ທີ່​ມາຂອງ​ວັດຖຸ​ເຄມີ​ນີ້ ພວກ​ເຮົາ​ບໍ່​ໄດ້​ມີ​ການ​ຄວບຄຸມ​ທີ່ເໝາະສົມ ​ເພື່ອວາງ​ຂອບ​ເຂດ​ຈໍາ​ກັດ​ຂອງ​ການ​ໃຊ້​ຢ່າງຖືກຕ້ອງ​ຕັ້ງແຕ່​ຫົວທີພຸ້ນ​ແລ້ວ ​ແລະ​ຕໍ່​ມາ ​ເວລາ​ຈະ​ນໍາ​ເອົາ​ມາ​ໃຊ້​ກັນ ພວກ​ເຮົາ​ກໍ​ບໍ່​ມີ​ລະບົບ​ ທີ່ຖືກຕ້ອງ​ເພື່ອ​ປະຕິບັດ​ກັບ​ມັນ ​ເພື່ອເຝີ​ກອົບ​ລົມ ​ແລະ​ສິດສອນ​ພວກ​ປະຊາຊົນ ​ເພື່ອ​ວາງ​ຂໍ້​ຈໍາກັດ​ຂອງ​ການ​ນຳໃຊ້​ທຸກໆ​ວິທີ​ການ​ທີ່​ເໝາະ​ສົມ.”

​ຂະນະ​ດຽວ​ກັນ ກະຊວງສາທາລະນະ​ສຸກ​ຂອງ​ໄທ ​ໄດ້​ທໍາ​ການກວດ​ເລືອດ​ໃນ​ກຸ່ມປະຊາ​ຄົມຊາວ​ໄຮ່​ຊາວນາ ​ເພື່ອ​ຕິດຕາມ​ເບິ່ງ​ລະດັບ​ສານພິດ Organophosphate ຊຶ່ງ​ເປັນສານ​ສໍາຄັນ​ທີ່​ມັກ​ຈະ​ພົບ​ເຫັນ​ຢູ່​ໃນ​ຢາຂ້າ​ແມງ​ຊະນິດ​ຕ່າງໆ​ນັ້ນ.

ດຣ. ​ອູ໋ ຈໍາ​ລອງ ກ່າວ​ວ່າ: ຜົນ​ການກວດ ຈະ​ເຮັດ​ໃຫ້​ຫຼາຍ​ຄົນ​ປະຫຼາດ​ໃຈ ກ່ຽວ​ກັບ​ບັນຫາ​ສຸຂະພາບໃນ​ອະນາຄົດ​ທີ່​ພວກ​ເຂົາ​ເຈົ້າອາດ​ຈະ​ປ​ະ​ເຊີນ.

ດຣ. ຈໍາລອງ ກ່າວ​ວ່າ: “ປັດຈຸບັນ​ນີ້ ຊາວນາຊາວ​ສວນ​ ​ແລະ​ພວກ​ອຸບປະ​ໂພ​ກ ບໍລິ​ໂພ​ກຫຼາຍໆ​ຄົນ​ ສ່ຽງ​ຕໍ່​ສານພິດ​ຢາຂ້າ​ແມງໄມ້ ຕົກ​ຄ້າງ​ຢູ່​ໃນ​ຮ່າງ ກາຍ​ຂອງ​ພວກເຂົາ​ເຈົ້າ. ຊາວນາ​ຊາວ​ສວນ​ສ່ວນ​ໃຫຍ່​ສີດ​ຢາຂ້າ​ແມງໄມ້ໃສ່​ພືດ​ຜັກຂອງ​ພວກ​ເຂົ​າ​ເຈົ້າ ພວກ​ອຸບປະ​ໂພກບໍລິ​ໂພ​ກຈະໄດ້​ຮັບພິດ​ຢາຂ້າ​ແມງ​ໄມ້ ຍ້ອນ​ການ​ກິນ​ຜັກ​ແລະ​ໝາກ​ໄມ້​ສົດ​ຈາກ​ສວນ​ຜັກ​ເຫລົ່າ​ນັ້ນ.”

ຕາມ​ທີ່​ລັດຖະບານ​ຊຸກ​ຍູ້​ສົ່ງ​ເສີມ​ ​ໃຫ້ໄທເປັນ​ເໝືອນ​ຫ້ອງ​ຄົວກິນ​ຂອງ​ໂລກ ນັ້ນ ບັນດາ ນັກວິ​ເຄາະກ່າວ​ວ່າ ລັດຖະບານ​ຕ້ອງ​ທໍາ​ການ​ແກ້​ໄຂ​ປັບປຸງ​ກົດ​ລະບຽບ​ແລະ​ຂໍ້​ຈໍາກັດ​ຮັດ​ແຄບ​ຢ່າງ​ເອົາ​ຈິງເອົາ​ຈັງ ແລະ​ຂໍ້ບັງຄັບ​ເຫຼົ່ານີ້ຈຳ ​ເປັນ​ຕ້ອງ​ໄດ້​ມີ​ການຈັດຕັ້ງປະຕິບັດ ​ເພື່ອ​ວ່າການ​ປະ​ຕິ​ຮູບ​ຕ່າງ​ຈະ​ມີ​ຂຶ້ນຢ່າງ ຈິງ​ຈັງ ​ເພື່ອ​ພິທັກ​ປົກ​ປ້ອງ ທັງ​ພວກ​ອຸບປະ​ໂພ​ກບໍລິ​ໂພ​ກ ​ແລະ​ພວກ​ຄົນ​ງານ​ທີ່ເຮັດ​ໄຮ່​ເຮັດ​ນາ ​ ຈາກ​ພວກ​ເຄມີພິດ​ດັ່ງກ່າວ.

ເບິ່ງວີດີໂອລາຍງານນີ້ ເປັນພາສາອັງກິດ:
XS
SM
MD
LG