ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນາງງາມໄທ ເວລຸນີ ດິສຍະບຸດ ສະຫຼະຕຳແໜ່ງ ຫຼັງຈາກ ໃຫ້ຄວາມເຫັນ ທາງອິນເຕີແນັດ


ນາງງາມໄທ ທີ່ຈະເຂົ້າປະກວດນາງງາມໂລກ ນາງເວລຸນີ “ຝ້າຍ” ດິສຍະບຸດ ໄດ້ຖອນອອກຈາກຕຳແໜ່ງ
ນາງງາມໄທ ທີ່ຈະເຂົ້າປະກວດນາງງາມໂລກ ນາງເວລຸນີ “ຝ້າຍ” ດິສຍະບຸດ ໄດ້ຖອນອອກຈາກຕຳແໜ່ງ
ນາງ​ງາມ​ຈັກກະວານໄທ ຫຼື Miss Universe Thailand
ເວລຸຣີ “​ຝ້າຍ” ດິສຍະ​ບຸດ ​ໄດ້​ສະຫຼະຕຳ​ແໜ່​ງຂອງນາງ ຫຼັງ
ຈາກໄດ້ໃຫ້ຄວາມເຫັນ ຜ່ານທາງຕາ ໜ່າງ​ໜ້າ​ສື່​ສັງຄົມ
ຮຽກຮ້ອງ​ໃຫ້​ສັງຫານ “​ພວກເສື້ອ​ແດງ” ທີ່ສະໜັບສະໜຸນນາ
ຍົກລັດຖະມັນ​ຕີ ຍິ່ງ​ລັກ​ຊິນນະ​ວັດທີ່ຖືກຂັບໄລ່ອອກຈາກອຳ
ນາດໃນເດືອນແລ້ວ ນີ້ ​ແລະ​ອ້າຍ​ຂອງ​ທ່ານນາງ ຄືອະ​ດີດ
​ນາຍົກລັດຖະມົນທັກສິນ ຊິນນະວັດ ທີ່ລີ້ໄພ ຢູ່ໃນຕ່າງປະເທດ.

ນາງເວລຸຣີ ​ໄດ້​ໃຫ້ຄວາມເຫັນ ​ຢູ່​ໜ້າ Facebook ມາໄດ້ຫລາຍ​
ເດືອນ​ແລ້ວ ກ່ອນທີ່​ນາງໄດ້ສວມ​ມົງກຸດເຂົ້າຮັບຕຳແໜ່ງ​ເມື່ອ​
ເດືອນ​ແລ້ວ​ນີ້ ​ແຕ່​ໄດ້​ປາກົດໃຫ້ເຫັນ ຫວ່າງ​ມໍ່​ໆ​ມາ​ນີ້ ທີ່​ກໍ່ໃຫ້ເກີດ
ມີການສະແດງຄວາມບໍ່ພໍໃຈ​ຢູ່ໃນ​ອິນ​ເຕີ​ແນັດ.

ນາງ​ເວລຸຣີ ທີ່ຮ້ອງ​ໄຫ້ ​ໄດ້​ບອກກັບບັນດາ​ນັກ​ຂ່າວ​ ​ໃນ​ບາ​ງກອກ ໃນ​ວັນ​ຈັນ​ວານ​ນີ້ວ່າ
ນາງ​ໄດ້​ລາອອກຈາກ​ຕຳ​ແໜ່​ງ ​ເພາະວ່າ ນາງບໍ່ສາມາດ​ປະ​ເຊີນ​ໜ້າ​ກັບ​ຄຳ​ເຫັນຕ່າງໆ
ອັນ​ຫຍາບຊ້າ​ ທີ່ມີໂດຍ​ກົງ​ຕໍ່​ນາງ ຢູ່່​ໜ້າ Facebook ​ແລະ Twitter ​ແລະມີຄວາມເຫັນ​
ອີກ​ຫຼາຍ​ຢ່າງ ​ກ່ຽວກັບກິລິຍາມາລະຍາດຂອງ​ນາງ.

ຄວາມເຫັນຕໍ່​ຕ້ານ​ພວກເສື້ອ​ແດງ ​ໄດ້ມີຂຶ້ນ ​ກ່ອນພວກທະຫານ​ໄດ້​ເຮັດລັດ​ຖະປະຫານ
ໃນ​ເດືອນ​ແລ້ວ​ນີ້​ ເພື່ອ​ຂັບ​ໄລ່​ລັດຖະບານຮັກສາການອອກຈາກຕຳແໜ່ງ.

ພວກ​ຈັດ​ການແຂ່ງຂັນນາງ​ງາມ​ຈັກກະວານໄທ ກ່າວ​ວ່າ ​ເຂົາ​ເຈົ້າອາດ​ຈະ​ບໍ່​ສົ່ງ​ເສີມໃຫ້​
ຜູ້​ລອງ​ລົງ​ມາຄົນທີນຶ່ງ ຄື ນາງພິມ​ບົງ​ກົດ “Ellie” ຈັນ​ແກ້ວ ເຂົ້າຮັບຕຳແໜ່ງແທນ. ເຫດ
ຜົນ ກໍ​ຄື ມີຮູບ​ພາບ​ຫລາຍແຜ່ນ​ຂອງ​ນາງ ​ຈູບ​ກັນ​ກັບ​ຊາຍ​ຄົນ​ນຶ່ງ ໄດ້​ປາກົດ​ໃຫ້​ເຫັນ​ຢູ່​ໜ້າອິນ​ເຕີ​ແນັດ.
XS
SM
MD
LG