ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທອອກກົດໝາຍ ຄ່າແຮງງານຕໍ່າສຸດ​ ເກືອບ 10 ໂດລ່າຕໍ່ມື້.


ແຜນທີ່ປະເທດໄທ
ແຜນທີ່ປະເທດໄທ
ໄທໄດ້ອອກກົດໝາຍວ່າດ້ວຍຄ່າແຮງງານຕໍ່າສຸດ​ແຫ່ງ​ຊາດ
ທີ່ບັງຄັບໃຫ້ປັບອັດຕາຄ່າຈ້າງປະຈໍາວັນ ຂຶ້ນ​ເປັນເກືອບ 10
ໂດລ່າຕໍ່ມື້. ​ໃນ​ຂະນະ​ທີ່ພວກ ຄົນງານທົ່ວປະເທດໄທພາກັນ
ຍິນດີນໍາການ​ເພີ່ມ​ຂຶ້ນ​ໃນລາຍໄດ້ດັ່ງກ່າວ​ນັ້ນ ວົງການທຸລະ
ກິດບາງແຫ່ງ ກັບໄດ້​ເລີກ​ຈ້າງ ຫລືສັ່ງພັກງານຊົ່ວຄາວພວກ
ຄົນງານຂອງຕົນ ໂດຍຈົ່ມທຸກວ່າ ພວກເຂົາເຈົ້າບໍ່ມີເງິນຈ່າຍ.
ຜູ້ສື່ຂ່າວວີໂອເອ Ron Corben ມີ​ລາຍ​ລະອຽດ​ມາຈາກບາງ
ກອກ ຊຶ່ງທອງປານຈະນໍາມາ ສະເໜີທ່ານ.

ນະໂຍບາຍປັບຂຶ້ນຄ່າແຮງງານຕໍ່າສຸດແຫ່ງຊາດຂອງໄທ ​ໄດ້
​ເປັນນະໂຍບາຍຫຼັກ​ຂອງພັກ ເພື່ອໄທຂອງນາຍົກລັດຖະມົນຕີ
ຢິ່ງລັກ ຊິນນະວັດ ທີ່ປົກຄອງປະເທດຢູ່ໃນເວລານີ້ ໃນຕອນ​ທີ່
​ພັກ​ດັ່ງກ່າວ​ໂຄສນະຫາ​ສຽງ ສໍາລັບການເລືອກຕັ້ງທົ່ວປະເທດ
ເມື່ອປີ 2011 ນັ້ນ.

ການ​ຕັ້ງຄ່າແຮງງານຕໍ່າ​ສຸດແຫ່ງຊາດດັ່ງກ່າວ​ນີ້ ແມ່ນ​ເປັນ​ກາ​ນຫັນເຫ​ຢ່າງ​ໃຫຍ່ອອກຈາກ
ນະໂຍບາຍຄ່າແຮງງານໃນອະດີດຜ່ານມາ ທີ່ໄດ້ຕັ້ງຄ່າແຮງງານຢູ່ໃນເຂດແຂວງຕ່າງໆ ​ໃນອັດຕາທີ່ຕໍ່າກວ່າຄ່າແຮງ ຢູ່ໃນເຂດອຸດສາຫະກໍາທີ່ຢູ່ໃກ້ເມືອງຫຼວງບາງກອກນັ້ນ.

ນັບຕັ້ງແຕ່ກົດໝາຍສະບັບດັ່ງກ່າວເລີ່ມມີຜົນບັງຄັບໃຊ້ເມື່ອວັນທີ 1 ມັງກອນ ປີນີ້ເປັນຕົ້ນມາ
ກະຊວງແຮງງານຂອງໄທເວົ້າວ່າ ມີພວກຄົນງານ ຫຼາຍເຖິງ 2,500 ຄົນ ຖືກສັ່ງພັກງານ
ແລ້ວ.

ຊິວັດ ວິທິດທໍາມະວົງ ປະທານສະຫະພັນອຸດສາຫະກໍາໄທຂອງຈັງຫວັດຕາກ ທາງພາກ ຕາເວັນຕົກສຽງເໜືອຂອງໄທ ທີ່ຢູ່ໃກ້ຊາຍແດນຕິດກັບມຽນມານັ້ນ ເວົ້າວ່າ ອັດຕາຄ່າແຮງ ທີ່ສູງຂຶ້ນ ​ໄດ້ຍັງຜົນເຮັດໃຫ້ໂຮງງານ ຈໍານວນ​ນຶ່ງ ຕ້ອງປິດລົງ.

ທ່ານ ຊິວັດ ເວົ້າວ່າ ອຸດສາຫະກໍາລະດັບຈັງຫວັດ ກໍຕ້ອງໄດ້ຮັບເອົາອັດຕາ ທີ່ເພີ່ມຂຶ້ນ ໃນເບື້ອງຕົ້ນ ຄືຈາກ 5 ໂດລ່າ 40 ເຊັນຕໍ່ມື້ ເປັນ 7 ໂດລ່າ 44 ເຊັນ ຕໍ່ມື້ ຫຼືຄິດທຽບເທົ່າ
ເງິນກີບ ກໍເປັນປະມານຈາກ 43,000 ກີບ ຂຶ້ນເປັນປະມານ 60,000 ກີບຕໍ່ມື້ ແລະບັດນີ້
ຂຶ້ນເປັນອັດຕາທີ່ສູງກວ່າອີກ ຄື 9 ໂດລ່າ 87 ເຊັນ ຫຼື​ເກືອ​ບຮອດ 80,000 ກີບ ຕໍ່ມື້.

ວົງການທຸລະກິດໃນຈັງຫວັດຕາກ ສ່ວນໃຫຍ່ເປັນໂຮງງານທໍຜ້າ ແລະອຸດສາຫະກໍາເຄຶ່ອງ
ປັ້ນດິນເຜົາ ຊຶ່ງຫລາຍ​ຮອດ 80 ເປີເຊັນໃນ​ນັ້ນ ​ແມ່ນ​ວ່າຈ້າງຄົນງານແມ່ຍິງ.

ສຸພະວຸດ ແຊ່ເຊື້ອ ຜູ້ອໍານວຍການບໍລິສັດຫຼັກຊັບພັດຕຣາ ເວົ້າວ່າ ແມ່ຍິງຫຼາຍໆຄົນຢູ່ໃນ ວົງການອຸດສາຫະກໍາ ເຊັ່ນໂຮງງານທໍຜ້ານັ້ນ ມັກຈະຖືກວ່າງງານໄດ້ງ່າຍ ໂດຍສະເພາະ​
ແລ້ວ​ ກໍແມ່ນເປັນຍ້ອນວ່າ ມີການແຂ່ງຂັນກັນຫຼາຍຂຶ້ນໃນພວກບໍລິສັດຜູ້ຜະລິດທີ່ໃຊ້ຄ່າ
ແຮງງານຕໍ່າກວ່າ ເຊັ່ນກໍາປູເຈຍ ​ເປັນ​ຕົ້ນ. ອຸດສາຫະກໍາແບບນັ້ນ ​ເອີ້ນກັນວ່າ ຕາເວັນ
ຕົກດິນ ຍ້ອນວ່າ ຄວາມຫວັງດ້ານໜ້າວຽກຂອງພວກຄົນ​ງານ ເລືອນລາງລົງ​ໄປ​ນັບ​ມື້.

ທ່ານ ສຸພະວຸດ ເວົ້າວ່າ: “ສິ່ງທີ່ເສົ້າໃຈນັ້ນກໍຄືວ່າ ອຸດສາຫະກໍາພວກນີ້ຮູ້ດີ​ວ່າ ພວກ
ເຂົາ
​ເຈົ້າເປັນພວກອຸດສາຫະກໍາຕາເວັນຕົກດິນ ແລະຄົງ​ກໍາ​ລັງພາກັນພະຍາຍາມ
ປັບປ່ຽນ
​ໂຄງ​ຮ່າງ​ການຈັດ​ຕັ້ງ ແລະພະຍາຍາມຍ້າຍໄປ ບ່ອນອື່ນ. ອັດຕາຄ່າແຮງ
ທີ່ເພີ່ມຂຶ້ນນີ້ ອາດ
​ໄດ້ເລັ່ງລັດ​ໃຫ້​ພວກ​ເຂົາ​ເຈົ້າ​ອັດ​ລົງ​ໄວ​ຂຶ້ນ ແຕ່ເຮົາກໍຕ້ອງຖາມ
ເຮົາເອງວ່າ
ພວກບໍລິສັດເຫຼົ່ານີ້ວ່າ ຈ້າງພວກແມ່ຍິງໄວກາງຄົນ ພວກທີ່ ແທ້ໆແລ້ວ ບໍ່ມີຄວາມຊໍານານຢ່າງອື່ນ​ເລີຍ​ນັ້ນ ຫລື​ບໍ່?

ທ່ານສຸພະວຸດເວົ້າອີກວ່າ ການເພີ່ມຄ່າແຮງງານນີ້ ມີຂຶ້ນທ່າມກາງທີ່​ພວກບໍລິສັດທັງຫຼາຍ ຍັງກໍາລັງຟື້ນຕົວຄືນຈາກໄພນໍ້າຖ້ວມເມື່ອປີ 2011 ແລະ ບວກກັບສະພາວະເສດຖະກິດ
ທີ່ຍັງຊົບເຊົາຢູ່ໃນຂະນະນີ້.

ແຕ່ ທ່ານ​ນາງ ຜາສຸກ ພົງໄພຈິດ ນັກເສດຖະສາດການເມືອງປະຈໍາມະຫາວິທະຍາໄລຈຸ ລາລົງກອນ ເວົ້າວ່າ ຄ່າແຮງງານໃນປະເທດໄທ​ໄດ້ຢູ່ສໍ່າເກົ່າ ບໍ່ຂຶ້ນບໍ່ລົງເປັນແບບນັ້ນມາ
ແຕ່ດົນນານ ເຖິງແມ່ນເສດຖະກິດມີ​ການ​ຂະຫຍາຍໂຕຂຶ້ນກໍຕາມ. ທ່ານ​ນາງຜາສຸກເວົ້າ
ອີກວ່າ ຕໍ່ໜ້າ​ສະພາບ​ການທີ່ບໍ່ມີຂະ​ບວນການສະຫະພັນ​ກໍາມະບານທີ່ເຂັ້ມແຂງຂອງໄທ​ນັ້ນ ການເຄຶ່ອນໄຫວເພື່ອຂຶ້ນຄ່າແຮງງານນັ້ນ ​ແມ່ນ​ເຖິງເວລາ​ແລ້ວ.

ທ່ານນາງຜາສຸກເວົ້າວ່າ: “ໄທແມ່ນກ້າວມາ​ເຖິງຂັ້ນທີ່ວ່າ ບໍ່​ໄດ້ເປັນປະເທດພວມ
ພັດທະນາທີ່ຕ້ອງເພິ່ງພາຄ່າແຮງງານຕໍ່າອີກຕໍ່ໄປແລ້ວ. ໄທຕ້ອງປັບຕົນເອງໃຫ້
ຂຶ້ນໄປຢູ່ໃນອີກລະດັບນຶ່ງ ​ເພື່ອຍົກລະດັບມາດຕະຖານການຄອງຊີບຂອງປະຊາ
ຊົນ ໃຫ້ສູງຂຶ້ນໄປກວ່ານີ້ອີກ ຊຶ່ງໃນຂະນະດຽວກັນ ເສດຖະກິດກໍດໍາເນີນໄປໄດ້
ດີຫຼາຍພໍສົມຄວນ. ສະນັ້ນ ​ເວລານີ້ ຈຶ່ງນັບວ່າເປັນຊ່ວງເວລາທີ່ເໝາະສົມແລ້ວ ທີ່ຄ່າແຮງງານໃນໄທຈະສູງຂຶ້ນໄປ.”


ທ່ານນາງ ຜາສຸກ ເວົ້າຕໍ່ໄປວ່າ ບັນດານາຍຈ້າງໄທໄດ້ເພີ່ງພາອາ​ໄສຄ່າແຮງງານຖືກໆ ມາດົນນານແລ້ວ ໂຮມທັງດຶງດູດເອົາພວກແຮງງານຊາວຕ່າງດ້າວ ໂດຍສະເພາະຈາກ ມຽນມາ ແຕ່ວ່າຄວາມກ້າວໜ້າ​ໃນ​ດ້ານເສດຖະກິດຢູ່ໃນມຽນມາໃນເວລານີ້ ອາດເປັນຜົນ ໃຫ້ມີຈໍານວນຄົນງານຊາວຕ່າງດ້າວ ຫລຸດໜ້ອຍລົງໃນອະນາຄົດໄດ້.

ລາຍງານສະບັບ​ນຶ່ງຂອງອົງການ​ແຮງ​ງານສາກົນຂອງສະຫະປະຊາຊາດ ຫລື ILO ​ເມື່ອ ເດືອນທັນວາຜ່ານມານີ້ ​ເວົ້າວ່າ ຄ່າແຮງງານໃນຂົງເຂດເອເຊຍ​ໄດ້​ຖີບ​ຂຶ້ນ ເກືອບວ່າ ສອງເທົ່າຕົວໃນໄລຍະສິບປີ ມາຮອດປີ 2011 ນັ້ນ ສູງກ່ວາອັດຕາໂດຍສະເລ່ຍຂອງ
ໂລກຢ່າງ​ຫລວງຫລາຍ ຊຶ່ງສ່ວນໃຫຍ່​ແມ່ນເປັນຍ້ອນ ອັດຕາຄ່າແຮງສູງຢູ່ໃນຈີນນັ້ນເອງ.

ທ່ານ Malte Leubker ຊ່ຽວຊານອາວຸໂສດ້ານຄ່າແຮງງານສໍາລັບຂົງເຂດເອ​ເຊຍຂອງ
ອົງການ ILO ເວົ້າວ່າ ການຂຶ້ນຄ່າແຮງງານ ຈະເປັນຜົນໃຫ້ມີການປັບ​ໂຄງ​ຮ່າງຂອງວົງ
ການອຸດສາຫະກໍາໄທ.

ທ່ານ Leubker ເວົ້າວ່າ: “ແນ່ນອນວ່າ ພວກເຮົາຈະເຫັນການປັບປ່ຽນ​ດ້ານ
ໂຄງ​ຮ່າງ​ໃນໄທ ໄປສູ່ພວກ​ອຸດສາຫະກໍາທີ່ອາໃສຄວາມຊໍານິຊໍານານ ເປັນ
ດ້ານຫຼັກ ພວກໂຮງງານຜະລິດສິນຄ້າຄຸນນະພາບສູງ ແລະຫັນເຫ ອອກ
ຈາກການຜະລິດ ເສື້ອຍືດ t-shirt ແລະເຄຶ່ອງອີເລັກໂທຣນິກ ຊຶ່ງຂ້າພະເຈົ້າ
ເວົ້າໄດ້ວ່າ ແທ້ໆແລ້ວ ມັນເປັນຮ່ອງຮອຍ​ຂອງຜົນສໍາເລັດທາງເສດຖະກິດ
ປະການນຶ່ງ ຄືເຮົາກໍາລັງມຸ້ງເຂົ້າສູ່ວົງການອຸດສາຫະກໍາທີ່ຜະລິດຜະລິດຕະ
ພັນ ທີ່ມີຄ່າສູງຂຶ້ນ​ໄປອີກນັ້ນເອງ.”


ລັດຖະບານໄທໄດ້ປ້ອງກັນນະໂຍບາຍການຂຶ້ນອັດຕາຄ່າແຮງງານຂອງຕົນຢ່າງແຂງຂັນ ພ້ອມກັບສະໜອງງົບປະມານຊ່ວຍເຫຼືອດ້ານເສດຖະກິດ ທີ່ລັດຖະບານໄດ້ປະກາດອອກ
ໄປ ​ໃຫ້​ແກ່ວິສາຫະກິດຂະໜາດປານກາງ ແລະຂະໜາດນ້ອຍ 3 ແສນແຫ່ງ ອັນມີໂຮມ
ທັງການຜ່ອນຜັນພາສີ ແລະໂຄງການເຝິກອົບລົມພະນັກງານຄືນໃໝ່. ນອກນີ້ແລ້ວ ລັດ ຖະບານ ກໍຍັງຫວັງວ່າອັດຕາຄ່າແຮງງານທີ່ສູງຂຶ້ນນັ້ນ ອາດຊ່ວຍຊຸກຍູ້ການອຸບປະໂພກ ບໍລິໂພກຢູ່ພາຍໃນປະເທດໃຫ້ສູງຂຶ້ນ ພ້ອມກັບຊ່ວຍຄໍ້າຈຸນການເສດຖະກິດ ທີ່ຊົບເຊົາ
ຂອງໂລກນັ້ນໄປໃນຕົວ.
XS
SM
MD
LG