ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທຈັບທ່ານ ຈະຕຸຣົນ ສາຍແສງ ອະດີດ ລັດຖະມົນຕີ ກະຊວງສຶກສາ (ສະໄລດ໌/ວີດີໂອ)


Fugitive Thai Education Minister Arrested for Condemning Coup
please wait

No media source currently available

0:00 0:02:25 0:00
ຄະນະປົກຄອງທະຫານ​ຂອງໄທ ​ໄດ້​ຈັບລັດຖະມົນຕີ​ຄົນ
ນຶ່ງ ​ໃນ​ລັດຖະບານທີ່ ຖືກຂັບໄລ່ອອກຈາກອຳນາດ ບໍ່​
ເທົ່າ​ໃດ​ນາ​ທີ ຫລັງ​ຈາກທ່ານ​ໄດ້​ປະນາມ ການກໍ່ລັດຖະ
ປະຫານໃນອາທິດແລ້ວນີ້ວ່າ ຜິດ​ກົດໝາຍ.

ພວກ​ທະ​ຫານໄດ້ພາກັນ​ບຸກ​ເຂົ້າ​ໄປ ໃນສະ​ໂມ​ສອນນັກ​
ຂ່າ​ວຕ່າງປະ​ເທດ​ຂອງ ໄທ ​ໃນ​ວັນ​ອັງຄານ​ມື້​ນີ້ ​ແລະ​ໄດ້
ຈັບ ອະດີດ​ລັດຖະມົນຕີ​ກະຊວງສຶກສາ ທ່ານ ຈະຕຸຣົນ
​ສາຍແສງ ຜູ້​ທີ່​ຫາ​ກໍ່​ກ່າວ​ຄຳປາ​ໄສແລ້ວ.

ຢູ່​ໃນ​ຄຳ​ຖະ​ແຫລ​ງຂອງ​ທ່ານຕໍ່​ບັນດາ​ນັກ​ຂ່າວ ທ່ານ​ຈະຕຸຣົນ
ກ່າວ​ວ່າ ການ​ເຮັດ​ລັດຖະປະຫານ ມີແຕ່​ຈະ​ເຮັດໃຫ້ວິ​ກິດ​ການ​ທາງດ້ານການເມືອງ​ໄທ
​ຊຸດໂຊມລົງ​ໄປຕື່ມອີກ ​ແລະ​ທ່ານ​ເຕັມ​ໃຈ​ ທີ່​ຈະ​ປະ​ເຊີນກັບ​ການ​ຖືກຈັບ​ກຸມ.

ໃນດ້ານເທັກລິກແລ້ວ ທ່ານຈະຕຸຣົນ ​ແມ່ນເປັນ​ຜູ້​ທີ່ທາງການຕ້ອງການ​ໂຕ ໃນເມື່ອວ່າ
ທ່ານ​ໄດ້​ປະຕິ​ເສດບໍ່ຍອມໄປສະ​ເໜີ​ໂຕ​ຕໍ່ທ​ະຫານ. ສ່ວນ​ໃຫຍ່​ ຂອງ​ສະ ມາຊິກຂັ້ນສູງ​
ຂອງ​ລັດຖະບານ ​ໄດ້​ຖືກ​ລັດຖະບານຄຸມຂັງ​ໄວ້​ແລ້ວ.

ກອງທັບໄທ​ໄດ້​ຍຶດອຳນາດ​ໃນ​ວັນ​ພະຫັດ​ແລ້ວ​ນີ້ ​ໂດຍ​ກ່າວ​ວ່າ ການເຄື່ອນໄຫວດັ່ງ
ກ່າວແມ່ນ​ຈຳເປັນ ​ເພື່ອຍຸດຕິ​ຄວາມ​ຮຸນ​ແຮງ ​ແລະຟື້ນຟູ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ
​ຂອງ​ສາທາລະນະ​ຊົນ ​ແລະ​ທຳການປະຕິ​ຮູບທາງດ້ານ​ການ​ເມືອງ.

​ເພື່ອ​ທ້າ​ທາຍ​ຕໍ່​ທະຫານ ພວກ​ປະ​ທ້ວງ​ຂອງທັງ​ສອງ​ຝ່າຍການ​ເມືອງ​ໄທທີ່​ມີການແບ່ງ​
ແຍກ​ກັນ​ນັ້ນ ​ຍັງພາກັນປະ​ທ້ວງ​ຂະ​ໜາດນ້ອຍ ຢູ່ຕໍ່​ໄປ​.
CN- Thailand Coup Leader Says He Has Royal Endorsement
please wait

No media source currently available

0:00 0:02:42 0:00

​ໃນ​ວັນ​ຈັນ​ວານ​ນີ້ ຜູ້ນຳ​ລັດຖະປະຫານ ນາຍ​ພົນ ປຣະຍຸດ ຈັນ​ໂອຊາ ​ກ່າວວ່າ ທ່ານ​ບໍ່​
ມີ​ທາງ​ເລືອກ ​ແຕ່​ຕ້ອງ​ໄດ້​ໃຊ້​ກຳລັງ ຖ້າ​ຫາກ​ການ​ປະ​ທ້ວງ​ເກີດ​ຂື້ນ​ອີກ.

ທ່ານ​ປຣະຍຸດ ກ່າວ​ວ່າ ທ່ານມີຈຸດປະສົງຈະຈັດໃຫ້​ມີການ​ເລືອກ​ຕັ້ງ​ໂດຍໄວເທົ່າທີ່ຈະ
ໄວໄດ້ ​ແຕ່​ບໍ່​ໄດ້​ກຳນົດວັນ​ເວລາ​ໃນການ​ປ່ອນ​ບັດ​ເລື​ອກຕັ້ງ.

ທະຫານ ​ໄດ້​ປ່ອຍ​ໂຕອະ​ດີດ​ນາຍົກລັດຖະມົນຕີ ຍິ່ງ​ລັກ ຊິນນະ​ວັດແລ້ວ ​ເຖິງ​ແມ່ນ​ຍັ
ບໍ່ທັນ​ເປັນ​ທີ່ແຈ້ງ​ຂາວເທື່ອວ່າ ທ່ານ​ນາງ​ມີ​ສາມ​າດ​ເຄື່ອນຍ້າຍ​ໄດ້​ຢ່າງ​ເສຣີຫລືບໍ່.
THAILAND COUP CNPK
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG