ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທປາບປາມສື່ມວນຊົນອິນເຕີແນັດ


ໄທປາບປາມສື່ມວນຊົນອິນເຕີແນັດ
ໄທປາບປາມສື່ມວນຊົນອິນເຕີແນັດ

ອິນເຕີແນັດ ແມ່ນບັ້ນລົບລ່າສຸດ ໃນບັນຍາກາດ ທີ່ວຸ້ນວາຍ ທາງດ້ານການເມືອງຂອງໄທ ຂະນະທີ່ ລັດຖະບານ ພວມຫາທາງ ປິດເວັບໄຊທ໌ຕ່າງໆ ທີ່ຕຳໜິຕິຕຽນ ສະຖາບັນກະສັດ ຂອງປະເທດ. ນາຍ Ron Corben ຜູ້ສື່ຂ່າວວີໂອເອ ລາຍງານມາຈາກບາງກອກວ່າ ລັດຖະບານໄທ ໄດ້ໃຊ້ກົດໝາຍ ທີ່ເຄັ່ງຄັດ ປິດປາກປິດສຽງ ພວກຕຳໜິຕິຕຽນ ຜ່ານທາງ ຄອມພິວເຕີ້ນັ້ນ ແຕ່ພວກໃຊ້ຄອມພິວເຕີ້ ກໍຊອກຫາທາງອື່ນ ເພື່ອສະແດງຄວາມຄິດເຫັນ ຂອງເຂົາເຈົ້າ.

ໃນລະຫວ່າງ ທີ່ມີການປະທ້ວງ ທາງການເມືອງ ເປັນເວ ລາຫຼາຍໆເດືອນຕົ້ນປີນີ້ ລັດຖະບານໄທ ໄດ້ປິດຫຼາຍໆພັນ ເວັບໄຊທ໌ ທີ່ລັດຖະບານເວົ້າວ່າ ໄດ້ຍຸຍົງສົ່ງເສີມ ພວກປະ ທ້ວງຫລືບໍ່ກໍໄດ້ຕຳໜິຕິຕຽນ ກະສັດ ຣາດຊະວົງຂອງໄທ.

ການປະທ້ວງ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 90 ຄົນ ແລະບາດ ເຈັບອີກ 1,400 ກວ່າຄົນນັ້ນ ໄດ້ສິ້ນສຸດລົງ ໃນວັນທີ 19 ພຶດສະພາເວລາກອງທັບໄທ ເຄື່ອນກໍາລັງເຂົ້າຂັບໄລ່ພວກ ປະທ້ວງ ໃຫ້ແຕກພ່າຍໜີ.

ແຕ່ການຕໍ່ສູ້ກັນທາງອິນເຕີແນັດ ຍັງດຳເນີນຢູ່ຕໍ່ມາ ຫຼັງຈາກ ນັ້ນ.

ໂດຍການນຳໃຊ້ ກົດໝາຍວ່າດ້ວຍ ການກໍ່ອາດຊະຍາກຳ ທາງຄອມພິວເຕີ້ ແລະການປະ ກາດ ພາວະສຸກເສີນ ລັດຖະບານໄທ ໄດ້ປິດເວັບໄຊທ໌ຕ່າງໆ ທີ່ລັດຖະບານຄິດວ່າ ໃຫ້ ການສະໜັບສະໜຸນ ຕໍ່ຂະບວນປະທ້ວງ ຂອງພວກເສື້ອແດງ ຫລື ນປຊ. ກຸ່ມປົກປ້ອງສິດ ທິສື່ມວນຊົນກ່າວວ່າ ມີເວັບໄຊທ໌ຕ່າງໆ 50,000 ກວ່າ ເວັບໄຊທ໌ໄດ້ຖືກປິດ.

ນາງຈີຣະນຸຊ ເປຣມໄຊພອນ ແມ່ນຜູ້ອຳນວຍການຄົນນຶ່ງ ຂອງເວັບໄຊທ໌ Prachatai.com (ປະຊາໄທ.ຄອມ) ຊຶ່ງເປັນເວັບໄຊທ໌ຂ່າວ ທາງອິນເຕີແນັດທີ່ລັດຖະບານໄດ້ສັ່ງປິດໃນເດືອນ ເມສາປີນີ້. ປາກົດວ່າ ຄວາມວິຕົກກັງວົນ ໃຫຍ່ອັນນຶ່ງ ຂອງລັດຖະບານ ແມ່ນລາຍການ ສົນທະນາຫາລື ຂອງເວັບໄຊທ໌ນີ້.

ນາງຈີຣະນຸຊເວົ້າວ່າ ເວັບໄຊທ໌ Prachatai ໄດ້ປິດລາຍການ ສົນທະນາຫາລື ໃນເດືອນ ກໍລະກົດ ຜ່ານມານີ້ ແລະນາງປະເຊີນຂໍ້ຫາ ພາຍໃຕ້ກົດໝາຍ ການກໍ່ອາດຊະຍາກຳ ທາງຄອມພິວເຕີ້ ແລະຖ້າຫາກຖືກພົບເຫັນວ່າ ມີຄວາມຜິດ ນາງກໍຈະຕ້ອງໄດ້ເຂົ້າຄຸກ.

ນາງເວົ້າວ່າ ເຖິງແມ່ນນາງ ມີຄວາມເຊື່ອໝັ້ນ ໃນອິດສະຫຼະພາບ ກ່ຽວກັບການສະແດງ ອອກ ຊຶ່ງຄວາມຄິດຄວາມເຫັນ ຫຼືອິດສະຫຼະພາບ ໃນການປາກເວົ້າກໍຈິງ ແຕ່ນາງກໍ ເຂົ້າໃຈດີວ່າ ມີຂີດຈຳກັດໃນບາງເລື່ອງ ແລະພວກນາງກໍໄດ້ສ້າງຕັ້ງ ລະບົບນຶ່ງຂຶ້ນ ເພື່ອ ດັດແກ້ເນື້ອໄນບາງຢ່າງ ທີ່ສາມາດໄດ້ຮັບການພິຈາລະນາວ່າ ເປັນການລ່ວງລະເມີດ ຕໍ່ ສິດທິຂອງປະຊາຊົນ ຫຼືເປັນການລ່ວງລະເມີດ ຕໍ່ກົດໝາຍ.

ໂຄສົກລັດຖະບານໄທ ທ່ານປະນິທານ ວັດທະນະຍາກອນ ໄດ້ກ່າວປ້ອງກັນ ການກວດກາ ຂ່າວ ທາງອິນເຕີແນັດນັ້ນ ໂດຍໃຫ້ການຊີ້ແຈງວ່າ:

“ສະຖານະການ ພາຍໃຕ້ກົດພາວະສຸກເສີນນີ້ ແມ່ນແຕກຕ່າງ​ໄປຫລາຍ ຄື​ໃນ ດ້ານນຶ່ງນັ້ນ ພວກເຮົາຈະຮັກສາເສລີພາບຂອງການສື່ມວນຊົນໄວ້ ແຕ່ໃນອີກດ້ານນຶ່ງພວກເຮົາກໍຈະກວດ ເບິ່ງຂໍ້ຄວາມບາງ​ຢ່າງ ທີ່​ເປັນ​ການກໍ່ໃຫ້ເກີດຄວາມເຄັ່ງຕຶງ ​ເກີດການປະ​ເຊີນ​ໜ້າກັນ ແລະເປັນການຊຸກຍູ້ ໃຫ້ພວກປະຊາຊົນ ປະ​ເຊີນໜ້າກັນ ແລະ​ແມ່ນກິດຈະກໍາອັນນັ້ນ​ແຫລະ ທີ່ຈະຖືກຕິດຕາມຄວບຄຸມ.”

ເມື່ອນຶ່ງທົດສະວັດກ່ອນ ມັນເປັນເລື່ອງງ່າຍທີ່ລັດຖະບານຈະຄວບຄຸມສື່ມວນຊົນ. ໂທລະພາບ ແລະວິທະຍຸ ໄດ້ຖືກລັດຖະບານໄທ ຄວບຄຸມມາເປັນເວລາດົນນານແລ້ວ.

ແລະໜັງສືພິມຕ່າງໆ ໄດ້ຖືກໂຈມຕີ ໃນສະໄໝລັດຖະບານ ຂອງນາຍົກລັດຖະມົນຕີທັກສິນ ຊິນນະວັດ ໃນຕອນຕົ້ນໆ ຂອງທົດສະວັດນີ້.

ທ່ານ Chris Baker ນັກຂຽນແລະນັກວິເຄາະ ກ່ຽວກັບການເມືອງໄທ ກ່າວວ່າ ເທັກໂນໂລ ຈີໃໝ່ເຮັດໃຫ້ເປັນການຍາກຂຶ້ນທີ່ລັດຖະບານ ຈະຄວບຄຸມໄດ້. ທ່ານເວົ້າຕື່ມວ່າ ໃນອະດີດ ລັດຖະບານສາມາດຄວບຄຸມ ສື່ມວນຊົນກະຈາຍສຽງທັງໝົດ ຢ່າງໃກ້ຊິດ ແລະໂດຍທົ່ວໄປ ແລ້ວ ແມ່ນສາມາດໃຊ້ອິດທິພົນ ຊັກຈູງຂ່າວໄດ້ ແຕ່ສະຖານະການ ທີ່ວ່ານັ້ນ ໄດ້ມີການປ່ຽນແປງໄປ ຄືໂທລະພາບເຄເບີ້ລ ແລະດາວທຽມ ເຮັດໃຫ້ລັດຖະບານ ບໍ່ສາມາດຄວບຄຸມໄດ້ ຕະຫຼອດທັງ ວິທະຍຸປະຊາຄົມ ແລະລະບົບອິນເຕີແນັດ ທັງໝົດ.

ເວັບໄຊ Prachatai.com ແມ່ນໂຕຢ່າງອັນນຶ່ງ ຂອງເລື່ອງທີ່ເວົ້າມານັ້ນ ນາງພິນພະກາ ງາມສົນ ບັນນາທິການຄົນນຶ່ງ ຂອງເວັບໄຊທ໌ Prachatai ກ່າວວ່າ ລັດຖະບານ ສາມາດ ປິດເວັບໄຊທ໌ນີ້ ໄດ້ເປັນການຊົ່ວຄາວທໍ່ນັ້ນ. ນາງເວົ້າວ່າ ປັດຈຸບັນມັນບໍ່ແມ່ນເລື່ອງຍຸ່ງຍາກ ຫຍັງເລີຍ ສຳລັບພວກນາງ ທີ່ຈະດຳເນີນງານຕໍ່ໄປ ນາງຮູ້ດີວ່າ ຈະຮັບມືກັບຄຳສັ່ງແບບນີ້ ຈາກລັດຖະບານຈັ່ງໃດ. ພວກນາງພຽງແຕ່ປ່ຽນເຊີຣເວີຣ ແລະໃຊ້ URL ອັນໃໝ່ ກໍສາມາດດຳເນີນງານ ຕໍ່ໄປໄດ້.

ພວກນັກວິຈານ ສື່ມວນຊົນໄທ ໄດ້ຮຽກຮ້ອງໃຫ້ລັດຖະບານ ທົບທວນຄືນໃໝ່ກ່ຽວກັບການ ກວດກາຂ່າວ ທາງອິນເຕີແນັດ. ພວກເຂົາເຈົ້າເວົ້າວ່າ ມັນເປັນການສະໜັບສະໜຸນຕໍ່ຄວາມ ຄິດຄວາມເຫັນ ຂອງນາໆຊາດທີ່ວ່າ ສື່ມວນຊົນໄທ ມີອິດສະຫຼະເສລີ ໜ້ອຍລົງນັບມື້.

ເປັນທີ່ປາກົດວ່າ ຄວາມວິຕົກກັງວົນບາງຢ່າງຂອງເຂົາເຈົ້າໄດ້ມີການຮັບຟັງກັນ. ພວກຜູ້ນຳ ຂອງລັດຖະບານເວົ້າວ່າ ເຂົາເຈົ້າຫວັງວ່າ ຈະປັບປຸງຮ່າງກົດໝາຍ ກ່ຽວກັບກົດໝາຍ ວ່າດ້ວຍອິນເຕີແນັດໃໝ່.

ທ່ານປະນິທານ ໂຄສົກຂອງລັດຖະບານໄທ ເວົ້າວ່າ ມັນຈຳເປັນ ທີ່ຈະຕ້ອງເຮັດໃຫ້ ມີຄວາມກໍ້າເກິ່ງ ທາງດ້ານຄວາມໝັ້ນຄົງ ແລະອິດສະຫຼະພາບ ທາງດ້ານອິນເຕີແນັດ.

“ໃນ​ດ້ານນຶ່ງນັ້ນ ພວກເຮົາອອກກົດເກນຄວບ​ຄຸມກິດຈະກໍາເຫລົ່ານີ້ ໃນແນວ ທາງທີ່ມັນຈະບໍ່​ເປັນໄພອັນຕະລາຍໃດໆ ແກ່ຜົນປະໂຫຍດຂອງປະເທດຊາດ ຂອງພວກເຮົາ. ກິດຈະການ ສະເພາະ​ແບບ​ນີ້ ແມ່ນຈະບໍ່​ໄດ້​ຮັບອະນຸຍາດໃຫ້​ເອົາ​ລົງອອກຢູ່ໃນເວບໄຊ້ເຫລົ່ານັ້ນ ແຕ່ວ່າ​ໃນ​ອີກ​ດ້ານນຶ່ງ ພວກເຮົາກໍຢາກ ຈະປ່ອຍໃຫ້ການສື່ສານອື່ນໆ ເປີດກວ້າງໄວ້.”

ແຕ່ກຸ່ມສື່ມວນຊົນຕ່າງໆ ເຊັ່ນພັນທະມິດການຂ່າວ ໃນເຂດເອເຊຍຕາເວັນອອກສຽງໃຕ້ ກ່າວວ່າ ລັດຖະບານ ໄດ້ຂົ່ມຂູ່ພວກຊົມໃຊ້ເວັບໄຊທ໌ ທີ່ພົວພັນກັບການສົນທະນາຫາລື ທີ່ມີຄວາມຫຼໍ່ແຫຼມສຳຄັນ ທາງດ້ານການເມືອງ. ກຸ່ມດັ່ງກ່າວນີ້ ເຕືອນວ່າ ການປິດເວັບ ໄຊທ໌ຕ່າງໆ ອາດຈະພາໃຫ້ ເກີດຜົນສະທ້ອນກັບແບບທີ່ບໍ່ຕ້ອງການ ແລະເຮັດໃຫ້ພວກ ທີ່ພິມເຜີຍແຜ່ ທັດສະນະຄວາມເຫັນ ດ້ານການເມືອງ ທາງອິນເຕີແນັດນັ້ນ ມີຫົວຮຸນແຮງ ເພີ້ມຂຶ້ນ

XS
SM
MD
LG