ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄທ ອອກໝາຍຈັບ ທ່ານທັກສິນ


ສານແຫ່ງນຶ່ງຂອງໄທ ໄດ້ອອກໝາຍຈັບ ອະດີດ ນາຍົກລັດຖະມົນຕີ ທັກສິນ ຊິນນະວັດ ໃນວັນອັງຄານມື້ນີ້ ໃນຂໍ້ຫາ ກໍ່ການຮ້າຍ.

ຫົວໜ້າສືບສວນພິເສດ ທ່ານ THARIT PHENGDIT ກ່າວຕໍ່ພວກນັກຂ່າວວ່າ ມີຫລັກຖານພຽງພໍ ທີ່ພາໃຫ້ເຊື່ອວ່າ ທ່ານທັກສິນ ເປັນຜູ້ຢູ່ເບື້ອງຫຼັງ ການໂຮມຊຸມ ປະທ້ວງຄັ້ງໃຫຍ່ ຢູ່ທີ່ບາງກອກ ຂອງພວກປະທ້ວງ ຕໍ່ຕ້ານລັດຖະບານ ເສື້ອແດງ.

ທ່ານທັກສິນ ອະດີດຜູ້ນຳຂອງໄທ ຊຶ່ງໃນເວລານີ້ ລີ້ໄພຢູ່ທີ່ດູໄບ ແມ່ນຖືກັນວ່າ ເປັນວິລະຊົນ ສຳລັບພວກປະທ້ວງ ເສື້ອແດງ ຊຶ່ງສ່ວນໃຫຍ່ແລ້ວ ມາຈາກເຂດຊົນນະບົດ ແລະພວກຄົນທຸກ ໃນເຂດເທສະບານຕ່າງໆ ຍ້ອນນະໂຍບາຍ ເຫັນແກ່ຜົນປະໂຫຍດ ຂອງຄົນທຳມະດາສາມັນ ຂອງທ່ານນັ້ນ.

ພວກເຈົ້າໜ້າທີ່ໄທ ກ່າວວ່າ ຄວາມຮຸນແຮງ ທີ່ພົວພັນກັບ ການໂຮມຊຸມນຸມປະທ້ວງ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງນ້ອຍ 88 ຄົນ ແລະໄດ້ຮັບບາດເຈັບ ອີກຫຼາຍກວ່າ 1 ພັນ 900 ຄົນ ນັບແຕ່ເດືອນມີນາ ເປັນຕົ້ນມາ.

ຂໍ້ຫາກໍ່ການຮ້າຍ ແມ່ນມີໂທດໜັກ ເຖິງຂັ້ນປະຫານຊີວິດ ຢູ່ທີ່ປະເທດໄທ.

ຂະນະດຽວກັນ ຄະນະລັດຖະບານໄທ ໄດ້ຕໍ່ອາຍຸ ການຫ້າມອອກນອກເຮືອນ ໃນຍາມກາງຄືນ ໃນເຂດບາງກອກ ແລະອີກ 23 ຈັງຫວັດ ອອກໄປອີກ 4 ຄືນ.

XS
SM
MD
LG