ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທ ພະຍາຍາມປັບປຸງ ສະພາບ​ການ​ໃຫ້​ດີ​ຂຶ້ນ ​ສຳ​ຫຼັບ​ລູກໆຂອງ ພວກ​ຄົນ​ງານຕ່າງ​ດ້າວ (ສະໄລດ໌/ວີດີໂອ)


Thailand Makes Efforts to Improve Conditions for Migrant Laborers
please wait

No media source currently available

0:00 0:02:50 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ຜ່ານ​ມາ ປະ​ເທດ​ໄທ​ແມ່ນ​ໄດ້​ປະ​ເຊີນ​ກັບ​ການ​ຖືກ​ພິນິດ​ພິຈາລະ
ນ​າ ​ແລະ​ເ​ພັ່ງ​ເລັງຫລາຍ​ຂຶ້ນ​ນັບ​ມື້ ​ວ່າ​ເປັນ​ສູນ​ກາງ​ການ​ຄ້າ​ມະ
ນຸດ ​ແລະແຮງ​ງານ​ຂ້າ​ທາດ. ບາງ​ບໍລິສັດ​ທຸລະ​ກິດ​ຂອງ​ໄທກຳລັງ
ພະຍາຍາມປັບປຸງ ສະພາບ​ການ​ໃນ​ທີ່​ທຳ​ງານ​ຂອງ​ຕົນ​ໃຫ້​ດີ​ຂຶ້ນ ​
ໂດຍ​ສະ​ເພາະ​ສຳ​ຫລັບ​ພວກ​ຄົນ​ງານ​ຕ່າງ​ດ້າວ ຈຳນວນ​ຫລາຍ
​ລ້ານ​ຄົນ ຈາກ​ປະເທດ​ເພື່ອນ​ບ້ານ​ໃກ້​ຄຽງ. Steve Herman
ຜູ້​ສື່​ຂ່າວ​ວີ​ໂອ​ເອ ທີ່ບາງກອກ ​ໄປ​ສັງ​ເກດ​ການ​ເບິ່ງ​ການ​ລິ​ເລີ້ມ
​ອັນ​ນຶ່ງ ສຳ​ຫລັບ​ພວກລູກ​ເຕົ້າ​ຂອງ​ແຮງ​ງານຕ່າງດ້າວຢູ່​ບ່ອນ​
ກໍ່ສ້າງ​ແຫ່ງ​ນຶ່ງ​ແລະ​ສົ່ງ​ລາຍງານ​ນີ້​ມາ ຊື່​ງ​ໄຊ​ຈະ​ເລີ​ນສຸກຈະ​ນຳ​
ມາສະ​ເໜີທ່ານ.

ເດັກ​ຍິງ ນານ ກຸ້ງ ອາຍຸ 7 ປີ ຈາກ​ເມືອງ​ພະ​ຕະບອງ ປະ​ເທດ​ກຳປູ​ເຈ​ຍ ຝັນ​ວ່າ ມື້​ນຶ່ງ​ນາງຈະ
ໄດ້​ເປັນ​ຜູ້​ຈັດການ​ຮ້ານ​ຄ້າ​ ຢູ່​ໃນ​ສູນ​ກາງ​ຄ້າ​ແຫ່ງ​ນຶ່ງ. ​ແຕ່​ວ່າ​ກວ່າ​ຈະ​ໄປ​ຮອດ​ຂັ້ນ​ນັ້ນ​ໄດ້
ນາງ​ກໍ​ຈະ​ຕ້ອງການ​ການ​ສຶກສາ ຢ່າງ​ນ້ອຍ​ກໍ​ໃນ​ຂັ້ນ​ພື້ນຖານ.

ຢູ່​ຫ້ອງ​ຮຽນ​ທີ່​ຈັດ​ຂຶ້ນ​ມາ​ແບບ​ສຸກ​ເສີນ ຢູ່​ບ່ອນ​ກໍ່ສ້າງ​ແຫ່ງ​ນຶ່ງ​ໃນ​ບາງກອກ ​ເດັກ​ຍິງນານ
ບອກຜູ້​ຄົນ​ທີ່​ໄປ​ເບິ່ງ​ວ່າ ນາງ​ມັກ​ທາສີ ມັກ​ຮຽນ​ຕົວ​ອັກສອນ ​ແລະ ​ຫັດ​ລ້າງ​ມື​ຂອງ​ນາງ.

ຖັດຈາກ​ຫ້ອງ​ຮຽນ​ທີ່​ເປີດ​ກ້ວາງ​ນັ້ນ ພວກຄົນ​ງານຫລາຍ​ຮ້ອຍ​ຄົນ​ກຳລັງ ກໍ່ສ້າງ​ເຮືອນ
ຫລູຫລາ 319 ຫລັງ.

ຍ້ອນ​ອັດຕາ​ການ​ຫ່ວາງ​ງານ​ທີ່​ຕ່ຳ​ຫລາຍໃນ​ປະ​ເທດ​ໄທ​ນັ້ນ ພວກ​ບໍລິສັດ​ກໍ່ສ້າງ ​ແລະ​ຮັບ
ເໝົາ​ທັງຫລາຍ ຕ້ອງ​ໄດ້​ກາງຕໍ່​ນຳ​ແຮງ​ງານ​ຕ່າງ​ດ້າວ ຊຶ່ງ​ບາງ​ຄົນ​ກໍ​ຢືນ​ຢັດ​ວ່າ ຕ້ອງ​ເອົາ
ເມຍມາ​ນຳ ​ແລະ​ເມຍ​ຂອງ​ເຂົາ​ເຈົ້າ​ກໍຖືກ​ໃຊ້​ງານ​ ຄື​ກັນ.

ທ່ານເຊ​ດຖາ ທະວີ​ສິນ ປະທານ​ບໍລິສັດພັດທະນາ​ທີ່​ດິນ ສັນ​ສິຣິ ກ່າວ​ວ່າ:

“ມັນ​ເປັນ​ເລື້ອງທຳ​ມະ​ດາຫລາຍ ຢູ່​ບ່ອນ​ກໍ່ສ້າງ​ຫລາຍໆ​ແຫ່ງ ທີ່​ພວກ​ເຮົາ​ຈະ​ເຫັນ​ເດັກນ້ອຍ​ຫລາຍໆ​ຄົນ ​ແລ່ນ​ຫລີ້ນ​ອ້ອມ​ໄປ​ອ້ອມ​ມາ ​ແລະ​ ບໍ່​ເຫັນ​ຫຍັງທີ່​ມີ​ໝາກ
ຜົ​ນ​ເລີຍ. ບາງ​ເທື່ອ​ກໍ​ຮ້າຍ​ກ່ວາ​ນັ້ນ​ຊ້ຳ. ບາ​ງ​ເທື່ອ ກໍ​ມີ​ການ​ໃຊ້​ແຮງ​ງານ​ເດັກ ​ໃຫ້​
ເຮັດ​ວຽກ​ກໍ່ສ້າງ ​ແລະ​ວຽກ​ອື່ນ​ຄ້າຍຄື​ກັນ​ຫັ້ນ​.”

ກ່ອນ​ນີ້ ບໍລິ​ສັດ ສັນ​ສິຣິ ກໍ​ຄື​ກັບ​ບໍລິສັດ​ກໍ່ສ້າງ​ອື່ນໆ​ ຫລາຍໆ​ບໍລິສັດຢູ່​ໃນ​ໂລກ​ພວມ​ພັດ
ທະນາ ຄື​ບໍ່​ເອົາ​ຫົວຊາ​ກັບ​ພວກ​ເດັກນ້ອຍ​ຢູ່​ບ່ອນ​ກໍ່ສ້າງ.

ທ່ານ ເຊ​ດຖາ ທະວີ​ສິນ ປະທານ​ບໍລິສັດ ກ່າວ​ວ່າ ບັດ​ນີ້​ພວກ​ບໍລິສັດຮັບ​ເໝົາ​ຂອງ​ສັນ
​ສິຣິທັງ​ໝົດ ຕ້ອງ​ໄດ້​ເຊັນ​ສັນຍາ ຍອມ​ຮັບ​ຮູ້​ວ່າສັນຍາ​ຂອງ​ເຂົາ​ເຈົ້າ​ ຈະ​ຖືກ​ລົບ​ລ້າງ​
ທັນທີ ຖ້າ​ຫາກ​ມີ​ການ​ພົບເຫັນ​ວ່າ ເຂົາ​ເຈົ້າ​ໃຊ້​ແຮງ​ງານ​ເດັກ ອາຍຸ​ຕໍ່າ​ກ່ວາ 15 ປີ. ທ່ານ
ເຊ​ດຖາ ທະວີ​ສິນ ກ່າວ​ວ່າ:

“ພວ​ກ​ເຮົາ​ຈຳ​ເປັນ​ຕ້ອງ​ສາມາດ​ສິດສອນ ​ໃຫ້​ພະນັກງານ​ຂອງ​ເຮົາເຂົ້າ​ໃຈ​ວ່າ
ນອກຈາກປຸກ​ເຮືອນ​ປຸກ​ຄອນ​ໂດ ​ແລະມອບ​ສົ່ງ​ເຮືອນ​ໃຫ້​ລູກ​ຄ້າ​ແລ້ວ ມັນ​ແມ່ນ
​ໜ້າ​ທີ່​ຂອງ​ພວກ​ເຮົາ ​ໃນ​ຖານະ​ເປັນ​ພົນລະ​ເມືອງ​ຂອງ​ປະ​ເທດ​ໄທ ທີ່​ຈະ​ຕ້ອງ
ມອບຄືນ​ໃຫ້​ສັງຄົມ ​ແລະ​ນີ້​ກໍ​ແມ່ນ​ເປົ້າ​ໝາຍ​ສະ​ເພາະ​ອັນ​ນຶ່ງ ທີ່​ພວກ​ເຮົາ​ເຊື່ອ​ຖື.”


​ໃນ​ຖານະ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ລິ​ເລີ້ມ​ປ່ຽນ​ແປງທາງ​ສັງຄົມ​ຂອງ​ຕົນ​ນັ້ນ ບໍລິ​ສັດ
​ສັນ​ສິຣິຍັງ​ຈັດ​ຫາ ​ບ່ອນຢູ່​ບ່ອນ​ຫລິ້ນ​ທີ່​ປອດ​ໄພ ​ໃຫ້​ແກ່​ພວກ​ເດັກນ້ອຍ ຢູ່​ບ່ອນກໍ່ສ້າງ
ແຕ່ລະບ່ອນ ​ໃນ​ການ​ຮ່ວມ​ມື​ກັບ​ພວກ​ບໍລິ​ສັດ​ຮັບ​ເໝົາ ​ແລະ​ UNICEF ກໍ​ຄືອົງການ​ແມ່
ແລະ​ເດັກ​ຂອງ​ສະຫະ​ປະຊາ​ຊາດ.

ທ່ານ​ນາງ Victoria Juat ​ຫົວໜ້າ​ຫ້ອງການ​ປົກ​ປ້ອງ​ເດັກ ຂອງ​ອົງການ UNICEF
ປະຈຳ​ປະ​ເທດ​ໄທ ເວົ້າ​ວ່າ:

“ການ​ມີ​ສະຖານ​ທີ່​ແບບ​ນີ້ ​ເຮັດ​ໃຫ້​ພວກ​ຄົນ​ງານ​ມີ​ປະສິດທິ​ຜົນ​ຫລາຍ​ຂຶ້ນ ​ໃນ​
ການ​ເຮັດ​ວຽກ​ຂອງ ​ເຂົາ​ເຈົ້າ ​ແລະເຂົາ​ເຈົ້າ​ກໍ​ຫາຍ​ຫ່ວງ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​
ເຮັດ​ວຽກ ​ເພາະເຂົາ​ເຈົ້າ​ຮູ້​ວ່າ ລູກ​ເຕົ້າ​ຂອງ​ເຂົາ​ເຈົ້າ​ປອດ​ໄພ ​ແລະ​ຢູຫ່າງ​ໄກ​ອັນຕະລາຍ.”


ນາງ ນີ ກຸ້ງ ​ແມ່​ຂອງ​ເດັກ​ຍິງ ນານ ກໍ​ໂລ່ງ​ໃຈ. ນາງ ນີ ​ເວົ້າ​ວ່າ:

“ກ່ອນໜ້າ​ມີ​ສູນ​ກາງ​ແຫ່ງ​ນີ້ ຂ້ອຍ​ເຄີຍ​ເອົາລູກ​ໄປ​ນຳ ​ໄປ​ທຸກ​ບ່ອນ​ທີ່​ພວກ​ເຮົາ​
ໄປເຮັດ​ວຽກ​ກໍ່ສ້າງ ​ແຕ່​ດຽວ​ນີ້ຂ້ອຍ​ດີໃຈ​ຫລາຍແທ້ໆ ທີ່​ລູກ​ຂອງ​ຂ້ອຍ​ສາມາດ​
ຢູ່​ທີ່​ນີ້​ໄດ້ ​ເພາະວ່າ​ມັນ​ປອດ​ໄພ.”

ຄົນ​ງານ​ກໍ່ສ້າ​ງອີກ​ຄົນ​ນຶ່ງ ນາງ Ma Moe ຈາກ​ປະ​ເທດ​ມຽນມາ ຮຽນຈົບ​ປະລິນຍາ​ຕີ ວິຊາ​
ປະຫວັດສາດ. ​ ​ນາງ​ກ່າວ​ວ່າ ​ເຖິງ​ແມ່ນ​ຈະ​ມີ​ການ​ສຶກ​ສາ​ສູງ​ແບບ​ນັ້ນ​ກໍຕາມ ​ແຕ່​ວິທີ​ທີ່​ດີ​ທີ່​
ສຸດທີ່​ນາງ​ຈະ​ສາມາດ​ຫາ​ເງິນ​ມາ​ລ້ຽງ​ດູ​ລູກ​ຊາຍ​ຄົນ​ດຽວຂອງ​ນາງ​ໄດ້ ກໍ​ຄື​ມາ​ຊອກ​ເຮັດ​ວຽກ​
ກໍ່​ສ້າງ​ບ້ານ​ເຮືອນແລະ​ໂຮງການ ຢູ່​ໃນ​ໄທ ທັງ​ໂຕ​ນາງ​ເອງ​ແລະ​ສາມີ.

ນາງ Ma Moe ​ເວົ້າ​ວ່າ: “ຢູ່​ບ່ອນ​ກໍ່ສ້າງ​ແຫ່ງ​ອື່ນໆ ທີ່​ພວກ​ຂ້ອຍ​ເຄີຍ​ເຮັດ​ວຽກ​
ມາ​ກ່ອນ ​ໂດຍ​ໄດ້​ຮັບ​ຄ່າ​ຈ້າງເປັນ​ລາຍວັນ​ນັ້ນ ພວກ​ເຮົາ​ບໍ່​ສາມາດ​ທີ່​ຈະ​ສົ່ງ​
ລູກ​ຊາຍ​ຂອງ​ເຮົາ​
ໄປ​ຮຽນ​ໜັງສື​ໄດ້. ລາວ​ເປັນ​ເດັກ​ສະຫລາດ. ລາວ​ຈື່​ທຸກ​ຢ່າງ​
ທີ່​ໄດ້​ຮຽນ​ຜູ່​ນີ່. ຂ້ອຍ​ກໍ​ເລີຍ​ດີ​ໃຈ​ຫລາຍ ທີ່​ລາວ​ໄດ້​ມີ​ໂອກາດ​ຮຽນ​ໜັງສື​ແບບ​ນີ້
ຢູ່​ບ່ອນ​ນີ່.”


​ເຖິງ​ຢ່າງ​ໃດ​ກໍ​ຕາມ ການ​ສຶກສາ​ຂອງ​ທ້າວນ້ອຍ Sun Linn Htet ລູກນາງ Ma Moe ນັ້ນ
​ເຖິງ​ແມ່ນ​ຈະ​ເປັນ​ການ​ຮຽນ​ນອກລະບົບກໍ​ຕາມ ກໍ​ຄົງ​ຈະ​ຕ້ອງ​ໄດ້​ຢຸດ​ສະ​ງັກລົງ ​ເວລາພໍ່​ແມ່​
ຂອງ​ລາວ​ຍ້າຍ​ໄປ​ເຮັດ​ວຽກ ຢູ່​ບ່ອນ​ກໍ່ສ້າງ​ແຫ່ງ​ຕໍ່​ໄປ ຊຶ່ງ​ກໍ​ຄົງ​ຈະ​ບໍ່​ມີບ່ອນ​ໃຫ້​ເດັດ​ນ້ອຍ​ຮຽນ
ຫລື​ຫລິ້ນ​ຢ່າງ​ປອດ​ໄພ ຄື​ກັນ​ກັບ​ຢູ່​ບ່ອນ​ນີ່.

XS
SM
MD
LG