ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສານລັດຖະທຳມະນູນ ຂອງໄທ ສະໜັບສະໜຸນ ແຜນການປະຕິຮູບ ຂອງລັດຖະບານ


ຕຳຫຼວດປາບຈະລາຈົນ ຢືນຍາມຢູ່ນອກສານລັດຖະທຳມະນູນຂອງໄທ ທີ່ບາງກອກ ໃນລະຫວ່າງການຕັດສິນ (13 ກໍລະກົດ 2012)
ຕຳຫຼວດປາບຈະລາຈົນ ຢືນຍາມຢູ່ນອກສານລັດຖະທຳມະນູນຂອງໄທ ທີ່ບາງກອກ ໃນລະຫວ່າງການຕັດສິນ (13 ກໍລະກົດ 2012)

ສານລັດຖະທໍາ​ມະນູນຂອງໄທ ​ບໍ່​ຮັບ​ພິຈາລະນາ​ການ​ຮ້ອງ​ຮຽນ​ຂອງ​ພວກ​ຝ່າຍ​ຄ້ານ ທີ່ທ້າ
ທາຍ​ເຖິງ​ຄວາມ​ຖືກຕ້ອງ​ຊອບ​ທຳ​ຕາມ​ກົດໝາຍ ຕໍ່​ບົດແກ້​ໄຂເພີ່ມເຕີມ​ລັດຖະທໍາ​ມະນູນຂອງ
​ລັດຖະບານ.

ສານລັດຖະທຳ​ມະນູນ​ຂອງ​ໄທ​ ໄດ້​ຕັດສິນໃນ​ວັນ​ສຸກ​ນີ້​ວ່າ ການ​ປ່ຽນ​ແປງ​ດັ່ງກ່າວ ​ບໍ່ໄດ້​ເປັນ
​ໄພຂົ່ມຂູ່​ຕໍ່ບົດບາດຂອງກະສັດແລະ​ຍັງ​ກ່າວ​ອີກ​ວ່າ ການ​ລົງ ປະຊາມະຕິມີ​ຄວາມຈຳ​ເປັນ​ເພື່ອ​
ຕັດສິນ​ວ່າລັດຖະບານຈະດໍາ​ເນີນ​ການຕໍ່​ໄປ ຫຼືບໍ່ ກ່ຽວ​ກັບ​ບົດ​ແກ້​ໄຂ​ເພີ່ມເຕີມ​ລັດຖະທຳ​ມະ
ນູ​ນສະບັບນີ້.​

ລັດຖະທໍາ​ມະນູນສະບັບ​ປັດ​ຈຸ​ບັນ​ຂອງ​ໄທ ​ໄດ້​ຖືກ​ຂຽນ​ຂື້ນ​ມາ​ໂດ​ຍພວກທະຫານ ທີ່​ໄດ້​ໂຄ່ນ
​ລົ້ມອະດີດນາຍົກລັດຖະມົນ​ຕີທັກສິນ ຊິ​ນນະວັດ. ພັກ​ຂອງທ່ານ​ນາງ ຍິງ​ລັກ ຊິ​ນນະ​ວັດ ຊຶ່ງ
​ເປັນນ້ອງ​ສາວ​ຂອງທ່ານ​ທັກສິນນັ້ນ ກ່າວ​ວ່າ ບົດ​ແກ້​ໄຂ ​ເພີ່ມ​ເຕີມ​ລັດຖະທຳ​ມະນູນ​ນີ້ ​ແມ່ນ​ມີ​
ຄວາມ​ຈຳ​ເປັນ ​ເພື່ອ​ນຳ​ເອົາຄວາມ​ເປັນ​ປະ ຊາທິປະ​ໄຕຫຼາຍຂຶ້ນມາສູ່​ປະ​ເທດ​ໄທ.

​ເຖິງ​ຢ່າງ​ໃດ​ກໍ​ດີ ພັກ​ປະຊາທິປັດ ຊຶ່ງ​ເປັນ​ພັກຝ່າ​ຍ​ຄ້ານ​ກ່າວ​ວ່າ ການ​ປ່ຽນ​ແປງເຫຼົ່ານີ້ອາດ​ຈະ
​ເປັນໄພຂົ່ມ​ຂູ່​ຕໍ່ບົດບາດຂອງກະສັດ ຊຶ່ງ​ເປັນ​ທີ່​ເຄົາລົບ​ແລະ​ຫວງ ​ແຫນ​ຂອງ​ປະຊາຊົນ ​ແລະຈະ
​ອະນຸຍາດ​ໃຫ້ທ່ານທັກສິນ ຊິ​ນນະ​ວັດທີ່ລີ້​ໄພການ ​ເມືອງ​ຢູ່ໃນ​ຕ່າງປະ​ເທດ​ນັ້ນ ກັບ​ຄືນ​ເຂົ້າ​ໄປ​
ໄທ​ອີກ​ໂດຍ​ບໍ່​ຕ້ອງ​ຮັບ​ໃຊ້​ໂທດ​ຈຳ​ຄຸກ ທີ່​ທ່ານ​ໄດ້ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ​ໃນ​ຂໍ້​ຫາ​ສໍ້​ລາດ​
ບັງ​ຫຼວງນັ້ນ.

XS
SM
MD
LG