ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນໍ້າຖ້ວມ ວັດເກົ່າແກ່ ອາຍຸ 500 ປີ ທີ່ໄທ


ຊາຍຄົນນຶ່ງກໍາລັງພາຍເຮືອຜ່ານເດີ່ນວັດໄຊ ວັທະນາຣາມ ທີ່ຖືກນໍ້າຖ້ວມ
ທີ່ຈັງຫວັດອະຍຸດທະຍາ ພາກກາງຂອງໄທ.
ວັນທີ 5 ຕຸລາ 2011.
ຊາຍຄົນນຶ່ງກໍາລັງພາຍເຮືອຜ່ານເດີ່ນວັດໄຊ ວັທະນາຣາມ ທີ່ຖືກນໍ້າຖ້ວມ ທີ່ຈັງຫວັດອະຍຸດທະຍາ ພາກກາງຂອງໄທ. ວັນທີ 5 ຕຸລາ 2011.

ພວກຄົນງານ​ໄທ​ກໍາລັງ​ຕໍ່ສູ້​ເພື່ອ​ເປ່ງ​ນໍ້າ​ອອກ​ແລະ​ສ້ອມ​ແປງ​ວັດ​ເກົ່າ​ແກ່ອາຍຸ 500 ປີ​ແຫ່ງ​ນຶ່ງ​ ທີ່​ຖືກ​ນໍ້າ​ຖ້ວມ​ເວລາ​ແມ່​ນໍ້າ​ເຈົ້າ​ພະຍາ​ຍຶ່ງຂຶ້ນລົ້ນ​ຝັ່ງ​ນັ້ນ.

ນໍ້າ​ຖ້ວມ​ສູງ 2 ​ແມັດ​ອ້ອມ​ທາດທີ່​ວັດ​ໄຊ ວັດທະນາຣາມ ຊຶ່ງ​ເປັນ​ສະຖານທີ່ມໍລະ​ດົກ​ໂລກ. ນອກ​ນັ້ນ​ນໍ້າ​ຖ້ວມ​ຍັງ​ເຮັດ​ໃຫ້​ປະຊາຊົນ​ຫລາຍ​ຮ້ອຍ​ຄົນໃນຈັງຫວັດ​ອະຍຸ​ທະຍາ​ໃນ​ພາກ​ກາງ ຂອງ​ປະ​ເທດຕ້ອງອົບພະຍົບໜີ​ຈາກ​ບ້ານເຮືອ​ນຂອງ​ເຂົາ​ເຈົ້າ​ເຊ່ນ​ກັນ.

ຝົນຕົກ​ແຮງ​ມາ​ເປັນ​ເວລາ 2 ​ເດືອນ​ປາຍ​ໃນ​ທົ່ວ​ປະ​ເທດ​ໄທ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຈໍານວນ​ຢ່າງ​ໜ້ອຍ 237 ຄົນ​ເສຍ​ຊີວິດ ​ແລະ​ຫລາຍ​ກວ່າ 20 ຈັງຫວັດປະສົບ​ກັບ​ໄພນໍ້າ​ຖ້ວມ.

ຝົນ​ໄດ້​ເລີ້ມ​ຕົກ​ໃນ​ວັນ​ທີ 25 ກໍລະກົດ​ຜ່ານ​ມາ​ຢູ່ຫລາຍ​ໆເຂດ​ໃນ​ພາກ​ເໜືອ​ແລະ​ພາກ​ກາງຂອງໄທ.

XS
SM
MD
LG