ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນາຍົກໄທວ່າ ໄພນໍ້າຖ້ວມ ຮ້າຍແຮງທີ່ສຸດ (ເບິ່ງວີດີໂອ)


ຄູກັ້ນນໍ້າໄດ້ກາຍເປັນທາງຍ່າງໄປມາສຳລັບຜູ້ຄົນລຸນຫຼັງທີ່ໄດ້ເກີດໄພນໍ້າຖ້ວມຢູ່ນະຄອນອະຍຸດທະຍາ (7 ຕຸລາ 2011)
ຄູກັ້ນນໍ້າໄດ້ກາຍເປັນທາງຍ່າງໄປມາສຳລັບຜູ້ຄົນລຸນຫຼັງທີ່ໄດ້ເກີດໄພນໍ້າຖ້ວມຢູ່ນະຄອນອະຍຸດທະຍາ (7 ຕຸລາ 2011)

ນາຍົກລັດຖະມົນຕີໄທກ່າວວ່າ ປະເທດໄທກຳລັງປະເຊີນກັບວິກິດການໄພນໍ້າຖ້ວມຢ່າງຮ້າຍ
ແຮງແລະເຂດນະຄອນຫຼວງບາງກອກກໍຈະໄດ້ຮັບຜົນກະທົບນຳດ້ວຍ.

ທ່ານນາງຍິ່ງລັກ ຊິນນະວັດກ່າວໃນຄຳປາໄສທາງໂທລະພາບໃນມື້ວັນສຸກວານນີ້ວ່າ ມີ 252 ຄົນໃນທົ່ວປະເທດໄດ້ເສຍຊີວິດໄປແລ້ວເນື່ອງຈາກໄພນໍ້າຖ້ວມ ຍ້ອນຝົນຕົກໜັກມາໄດ້ສອງ
ເດືອນກວ່າໆ. ທ່ານນາງເຕືອນວ່າໄພນໍ້າຖ້ວມຮ້າຍແຮງພວມຈະມີຜົນກະທົບໂດຍກົງຕໍ່ເຂດ
ບາງກອກ.

ພວກເຈົ້າໜ້າທີ່ໄທພວມພາກັນຟ້າວຟັ່ງສ້າງຄູກັ້ນນໍ້າຢູ່ຕາມແຄມລຳຄອງແລະແມ່ນໍ້າໃນເຂດ
ຊານເມືອງ ທາງກໍ້າເໜືອຂອງບາງກອກ ຂະນະນໍ້າໃນປະລິມານມະຫາສານພວມໄຫຼລົງມາ
ທາງໃຕ້.

ໄດ້ມີການດຳເນີນຄວາມພະຍາຍາມຕ່າງໆ ເພື່ອປ້ອງກັນບໍ່ໃຫ້ອະນຸສາວະລີທີ່ເກົ່າແກ່ແລະ ອຸດສາຫະກຳທີ່ສຳຄັນໆຖືກນໍ້າຖ້ວມ. ທາງກອງທັບຂອງໄທ ກໍໄດ້ສົ່ງພວກທະຫານອອກ ໄປຊ່ອຍພວກປະສົບໄພແລະຄ້າຍທະຫານແຫ່ງຕ່າງໆກໍໄດ້ເປີດໃຫ້ພວກທີ່ຖືກຍົກຍ້າຍໜີ
ຈາກເຮືອນຊານເຂົ້າໄປອາໄສຢູ່.

ລະດັບນໍ້າທີ່ຖີບໂຕສູງຂຶ້ນກຳລັງຂົ່ມຂູ່ເມືອງຫຼວງເກົ່າອະຍຸດທະຍາຂອງໄທຊຶ່ງເປັນສະຖານ ທີ່ມໍລະດົກໂລກຂອງອົງການສະຫະປະຊາຊາດແລະພວກເຈົ້າໜ້າມີຄວາມຢ້ານກົວວ່າ ວັດ ໄຊວັດທະນາຣາມຊຶ່ງມີອາຍຸຫຼາຍຮ້ອຍປີແລ້ວນັ້ນ ອາດຈະໄດ້ຮັບຄວາມເສຍຫາຍຢ່າງເປັນ
ການຖາວອນ.

ເຈົ້າໜ້າທີີ່ຂອງອົງການ UNESCO ທີ່ບາງກອກກ່າວວ່າ ພວກຕົນອາດຈະຮ້ອງຂໍການ
ຊ່ອນເຫຼືອສຸກເສີນສຳລັບວັດເກົ່າແກ່ແຫ່ງນີ້.

ພວກນັກພະຍາກອນອາກາດຂອງໄທກ່າວວ່າ ຄາດວ່າຈະມີຝົນຕົກຕື່ມອີກໃນໄລຍະສອງ ສາມມື້ຂ້າງໜ້ານີ້ແລະເບິ່ງຊົງວ່າສະຖານະການຈະຮ້າຍແຮງລົງຕື່ມ.

XS
SM
MD
LG