ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄທທຸ່ມເທງົບ 12 ພັນລ້ານໂດລາ ໃສ່ແຜນປ້ອງກັນ ນໍ້າຖ້ວມຊໍ້າສອງ


ເຂດນຶ່ງໃນຫລາຍເຂດຂອງບາງກອກທີ່ຖືກນໍ້າຖ້ວມເມື່ອປີຜ່ານມາ
ເຂດນຶ່ງໃນຫລາຍເຂດຂອງບາງກອກທີ່ຖືກນໍ້າຖ້ວມເມື່ອປີຜ່ານມາ

ໄທ​ມີ​ແຜນການ​ຈະ​ໃຊ້​ງົບປະມານ​ຫລາຍ​ກວ່າ 12 ພັນ​ລ້ານ​ໂດ​ລາ ສໍາລັບດໍາ​ເນີນ​ມາດ​ຕະການ​ລົດ​ຜ່ອນ​​ໄພນໍ້າ​ຖ້ວມ​ ​ເພື່ອ​ຫລີກ​ລ່ຽງບໍ່​ໃຫ້​ເກີດ​ຄວາມ​ຫາ​ຍະ​ນະຂຶ້ນອີກ​ຊໍ້າ​ສອງ ທີ່​ໄດ້​ເອົາ​ຊີວິດ​ຜູ້​ຄົນ​​ໄປ​ຫລາຍ​ຮ້ອຍ​ຄົນ ​ແລະ​ເສຍ​ຫາຍ​ໃນ​ມູນ​ຄ່າ​ຫລາຍ​ພັນ​ລ້ານ​ໂດ​ລາ ​ເມື່ອ​ປີຜ່ານມາ​ນັ້ນ. Ron Corben ຜູ້​ສື່​ຂ່າວ​ວີ​​ໂອ​ເອ ມີລາຍ​ງານກ່ຽວ​ກັບ​ການ​ກະ​ກຽມ​ຕ່າງໆ​ຂອງ​ປະ​ເທດ​ໄທ ​ກ່ອນລະ​ດູ​ຝົນມອນ​ສູນຈະ​ມາ​ເຖິງ​ນີ້. ທອງ​ປານມີ​ລາຍ​ລະອຽດ ​ມາສະ​ເໜີ​ທ່ານ​.

ພາບ​ຄວາມ​ເສຍ​ຫາຍ​ໜັກ​ອັນ​ນຶ່ງ​ຈາກໄພ​ນໍ້າ​ຖ້ວມປີ 2011 ​ທີ່​ສ້າງ​ຄວາມ​ຫາ​ຍະ​ນະຂອງ​ໄທ
ທີ່​ບໍ່​ລືມ​ເລືອນ​ໄດ້ ກໍຄື​ແຖວ​ລົດ Honda ທີ່​ເຫັນ​ແຕ່ຫລັງຄາ​ສີຂາວ​ ຢູ່​ເທິງ​ໜ້າ​ນໍ້າຂຸ່ນ​ດໍາຂອງ
ນໍ້າ​ຖ້ວມໂຮງງານ​ ທີ່​ຈັງຫວັດອະ​ຢຸດ​ທະ​ຢາ ຫ່າງ​ຈາກ​ເມືອງ​ຫລວງ​ບາງກອກ ​ໄປ​ທາງ​ທິດ
​ເໜືອ​ພຽງ 60 ຫລັກ​ກິ​ໂລ​ແມດ.

ບັດນີ້ ຫລັງ​ຈາກ​ທີ່​ໄດ້​ໃຊ້​ເວລາ​ທໍາ​ຄວາມ​ສະອາດ​ມ້ຽມມັດ​ຜັດ​ສີມາ​ໄດ້​ສາມສີ່​ເດື​ອນ ​ແລະ​ໃຊ້
​ຈ່າຍ​ເງິນ​ຫລາຍ​ລ້ານ​ໂດ​ລາ ​ເພື່ອ​ປ່ຽນ​ຫຸ່ນ​ຍົນ​ແລະ​ເຄຶ່ອງຈັກຕ່າງ​ໆ​ນັ້ນ​ແລ້ວ ໂຮງງານ​ມູນ​ຄ່າ
700 ລ້ານ​ໂດ​ລາ​ແຫ່ງ​ນີ້ ກໍ​ພ້ອມ​ທີ່​ຈະ​ເປີດ​ດໍາ​ເນີນ​ການຜະລິດ​ລົດ​ຄືນ​ອີກ.

ນາຍ ພີຣະພັດ ກະໜົກນາກ ຜູ້​ຈັດການ​ໂຮງງານ​ຜະລິດ​ລົດຍົນ Honda ຫວັງ​ຢ່າງ​ຍິ່ງ​ວ່າ​
ໃນ​ບໍ່​ຊ້າ​ນີ້ ໂຮງງານ​ແຫ່ງ​ນີ້​ກໍຈະ​ສາມາດ​ຜະລິດ​ລົດ​ໃຫ້​ໄດ້​ປະມານ 240,000 ຄັນ​ຕໍ່​ປີ​ ​ເພື່ອ​
ໃຫ້​ພຽງພໍ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ ທີ່​ເພິ່ມທະວີ​ຂຶ້ນ​ໃນທົ່ວ​ຂົງ​ເຂດ​ເອ​ເຊຍ. ລາວ​ເວົ້າ​ວ່າ:

“ແມ່ນ​ແລ້ວ​ ມັນ​ເປັນ​ການ​ເລິ່ມຕົ້ມ​ໃໝ່​ອີກ​ສໍາລັບ​ພວກ​ເຮົາ ​ເພາະວ່າ​ທຸກໆ​ຄົນໄດ້​ຊ່ວຍ​ກັນ
​ສ້າງສາ​ກອບ​ກູ້​ບໍລິສັດ​ຄືນມາ​ໃໝ່​ ດ້ວຍ​ເຫື່ອ​ແຮງ​ຂອງ​ແຕ່ ລະຄົນ.”

ທ່ານ Horoshi Kobayashi ປະທານ​ແລະ​ຫົວໜ້າ​ບໍລິຫານບໍລິສັດ Asia Honda ຍານ​ຍົນ
ກ່າວ​ວ່າ ການ​ທໍາ​ຄວາມ​ສະ​ອາດ​ມ້ຽນ​ມັດ​ຜັດ​ສີ​ໂຮງງານ​ໃຫ້ຄືນ​ສູ່​ສ​ະພາບ​ເດີມ​ ທີ່​ໃຊ້ເວລາ​ດົນ
ກວ່າ​ສາມ​ເດືອນນັ້ນ ໄດ້ເປັນ​ການ​ທ້າທາຍ​ອັນ​ໃຫຍ່​ຫລວງ ​ເກີນ​ກວ່າ​ຈະ​ອະທິບາຍ​ໄດ້.

ເພື່ອ​ຈະເຮັດ​ໃນ​ສິ່ງ​ນີ້ ພວກ​ເຮົາ​ຕ້ອງໄດ້​ຮ້ອງ​ຂໍໄປ​ຍັງ​ຜູ້​ປ້ອນ​ວັດຖຸ ຜູ້​ຜະລິດເຄຶ່ອງຈັກແລະ​
ບັນດາ​ຜູ້​ຮ່ວມ​ງານ​ຂອງ​ພວກ​ເຮົາ ​ໃຫ້ຊ່ວຍ​ກັນ​ທໍາ​ຄວາມ​ສະອາດ ມ້ຽນ​ມັດ​ທຸກ​ສິ່ງ​ຢ່າງ.
ດັ່ງ​ນັ້ນ ມັນເປັນ​ການ​ທ້າ​ທາຍໃຫຍ່​ຫລາຍ ຄື​ເຄຶ່ອງຈັກກົນ​ໄກ​ຕ່າງໆ​ໃນໂຮງງານໄດ້ຖືກ
​ທໍາລາຍ​ໄປ​ໝົດ. ດັ່ງ​ນັ້ນ ການ​ທີ່​ໂຮງງານ​ຈະສາມາດ​ຜະລິດຄືນ​ໄດ້​ອີກ​ນັ້ນ ​ແມ່ນ​ໄດ້​ໃຊ້
​ເວລາ​ໄວ​ທີ່​ສຸດ​ເປັນ​ປະວັດ​ການ”

ນໍ້າຖ້ວມບາງກອກ, ວັນທີ 7 ພະຈິກ 2011.
ນໍ້າຖ້ວມບາງກອກ, ວັນທີ 7 ພະຈິກ 2011.

ໄພ​ນໍ້າ​ຖ້ວມປີ​ກາຍ​ນີ້ ​ໄດ້ກວມໄປ
​ທົ່ວຂົງເຂດ​ທົ່ງ​ຮາບ​ພາກ​ກາງຂອງ
​ໄທ ​ຍັງຜົນ​ໃຫ້​ 800 ຄົນເສຍ​ຊີວິດ
​ແລະສ້າງ​ຄວາມ​ເສຍ​ຫາຍ​ປະມານ
45 ພັນລ້ານ​ໂດ​ລາ. ຫລາຍໆ​ຄົນ
​ໄດ້​ຖິ້ມ​ໂທດ​ໃສ່​ລັດຖະບານ​ວ່າ ​ຮັບ
​ມືກັບວິ​ກິດ​ການ​ຢ່າງ​ຜິດ​ພາດ. ​ນັບ
​ຕັ້ງ​ແຕ່​ນັ້ນ​ມາ ການ​ປ່ຽນ​ແປງ​ແນວ
​ຄິດ​ດັ່ງກ່າວ​ໄດ້​ເປັນ​ບູລິ​ມະ​ສິດ​ລະ
ດັບ​ສູງ​ສຸດ​ອັນ​ນຶ່ງ ສໍາລັບ​ລັດຖະ
ບານ​ຂອງ​ນາຍົກລັດຖະມົນຕີ
ຢິ່ງລັກ ຊິນນະ​ວັດ.

ທາງຝ່າຍ​ລັດຖະບານກ່າວ​ວ່າ ​ໄພ
​ນໍ້າ​ຖ້ວມ​ເມື່ອ​ປີຜ່ານມາ​ ສ່ວນ​ໃຫຍ່
​ແລ້ວແມ່ນເປັນຍ້ອນ ​ບໍ່​ໄດ້ມີ​ການ​
ລະບາຍ​ນໍ້າ​ຈາກ​ອ່າງ​ເກັບ​ນໍ້າ ອອກຫລາຍ​ພໍ​ໃນ​ພາກ​ເໜືອ​ ​ໃນ​ຕອນ​ຕົ້ນໆ​ຂອງ​ລະດູຝົນນັ້ນ
​ແລະວ່າ ​ເວລາ​ນີ້ພວກ​ເຂົາ​ເຈົ້າກໍາລັງຕິດຕາມ​ເບິ່ງ​ຢ່າງໃກ້​ຊິດ ​ລະດັບ​ນໍ້າ​ໃນ​ອ່າງ​ເກັບ​ນໍ້າຕາມ
ເຂຶ່ອນ​ຕ່າງໆ.

ເມື່ອ​ເດືອນແລ້ວ​ນີ້ ຄະນະ​ລັດຖະບານຂອງ​ທ່ານ​ນາງ​ຍິ່ງ​ລັກ ​ໄດ້​ອະນຸມັດງົບປະມານ 800 ລ້ານ​ໂດ​ລາ ​ເພື່ອໃຊ້ເປັນ​ທຶນ​ດໍາ​ເນີນ​ໂຄງການປ້ອງ​ກັນນໍ້າ​ຖ້ວມ ປະມານ 240 ​ໂຄງການ.
ພື້ນ​ທີ່​ການກະ​ເສດ​ຫລາຍ​ຮ້ອຍ​ພັນ​ເຮັກ​ຕ້າ ​ແມ່ນ​ຈະ​ຖືກ​ຈັດ​ໄວ້​ໃຫ້​ເປັນ​ເຂດເກັບ​ນໍ້າ ຫລື​ທີ່
ເອີ້ນກັນ​ອີກ​ຊື່​ນຶ່ງ​ວ່າ ​“ແກ້ມ​ລິງ” ນັ້ນ. ນອກ​ນີ້ ພວກ​ເຈົ້າໜ້າ​ທີ່​ຍັງ​ກໍາລັງ​ກວດຂີ້ຕົມອອກ​
ຈາກ​ກົ້ນ​ຄອງນໍ້າ​ແຫ່ງ​ຕ່າງໆ​ໃນ​ບາງກອກ ​ແລະ​ສ້ອມ​ແປງປະຕູ​ລະບາຍ​ນໍ້າ ​ແລະ​ກໍາ​ແພງ
​ກັ້ນ​ນໍ້າ​ນໍາ.

ທ່ານ ​ໂຄ​ບາ​ຢາ​ຊິ ຈາກ​ບໍລິສັດ​ຮອນ​ດາ ກ່າວ​ວ່າ ​ໂດຍ​ລວມ​ແລ້ວ ທ່ານ​ພໍ​ໃຈ​ກັບພວກມາດ​ຕະ
ການ​ປ້ອງ​ກັນນໍ້າ​ຖ້ວມເຫລົ່າ​ນັ້ນ.

ລັດຖະບານ​ໄທໄດ້​ພະຍາຍາມ​ໃຫ້ຄວາມ​ໝັ້ນ​ໃຈ​ຄືນ​ໃໝ່ ແກ່ພວກ​ນັກ​ລົງ​ທືນ ​ແລະ​ບັນດາ​ບໍລິ​ສັດ​ປະກັນ​ໄພວ່າ ​ພວກ​ໂຮງ​ຈັກ​ໂຮງງານ​ແລະ​ສູນ​ກາງ​ການ​ຜະລິດ​ຕ່າງ​ໆ​ ຈະ​ປອດ​ໄພ​ຈາກ​ໄພ​ນໍ້າ​ຖ້ວມ​ຫລາຍ​ຂຶ້ນ​ໃນ​ປີ​ນີ້. ນອກ​ນັ້ນ ລັດຖະບານ​ຍັງ​ຕັ້ງງົບປະມານປະກັນ​ໄພໄວ້ ​ຈໍານວນ 1600 ລ້ານ​ໂດ​ລາ ​ ແລະ​ອີກ 11,300 ​ລ້ານ​ໂດ​ລາ ເປັນ​ເງິ​ນກູ້​ຢືມ​ສໍາລັບ​ປ້ອງ​ກັນ​ນໍ້າ​ຖ້ວມ.

ນາຍ ພິຈິດ ຣັດຕະກຸນ ອ​ະດີດ​ຜູ້​ວ່າ ກທມ ຫລື​ເມືອງ​ຫລວງ​ບາງກອກ ​ແລະ​ເປັນ​ທີ່​ປຶກສາ​ດ້ານ​ປ້ອງ​ກັນ​ນໍ້າ​ຖ້ວມ ກ່າວ​ວ່າ ລັດຖະບານແມ່ນໄດ້​ເລິ່ມຕົ້ນດີ​ ທີ່​ໄດ້​ຈັດ​ທໍາແຜນ​ແມ່​ບົດ​ສໍາລັບ​ປ້ອງ​ກັນ​ນໍ້າ​ຖ້ວມ ​ແຕ່​ວ່າມັນກໍ​ ຍັງເປັນ​ພຽງ​ແຕ່ສິ່ງນຶ່ງ ​ທີ່​ມີຢູ່​ໃນໜ້າ​ເຈັ້ຍ​ຊື່ໆ. ລາວ​ອະທິບາຍ​ວ່າ:

ພວກ​ເຂົ​າ​ເຈົ້າຍັງ​ບໍ່​ແນ່​ໃຈ​ວ່າ​ ​ໃນ​ຄັ້ງ​ນີ້ ເທົ່າ​ເຖິງ​ປັດຈຸບັນ​ນີ້ ​ມີ​ຫຍັງ​ແດ່ ທີ່​ຮ່າງ​ໄວ້​ຢູ່​ໃນ​ເຈັ້ຍ​ສໍ​ນັ້ນ ໄດ້​ຖືກຫັນປ່ຽນ​ມາ​ເປັນ​ການ​ກະທໍາ ​ແລະພ້ອມ​ທີ່​ຈະ ຈັດ​ຕັ້ງ ປະຕິບັດ​ຕາມ​ແຜນການ. ອັນນີ້ຫລະ​ທີ່​ຂ້າພະ​ເຈົ້າເປັນ​ຫ່ວງ ນໍາ.

ປະຊາຊົນພາກັນໄປອາໃສ ຢູ່ບ່ອນສິ່ງກໍ່ສ້າງສູງໆ ໃນເຂດນຶ່ງທີ່ຖືກນໍ້າຖ້ວມ ຂອງບາງກອກ, ວັນທີ 11 ພະຈິກ 2011.
ປະຊາຊົນພາກັນໄປອາໃສ ຢູ່ບ່ອນສິ່ງກໍ່ສ້າງສູງໆ ໃນເຂດນຶ່ງທີ່ຖືກນໍ້າຖ້ວມ ຂອງບາງກອກ, ວັນທີ 11 ພະຈິກ 2011.

ສິ່ງ​ທ້າ​ທາຍ​ທີ່​ປະ​ເຊີນ​ໜ້າ​ລັດຖະບານ​ຢູ່​ໃນ​ເວລາ​ນີ້ ​ແມ່ນ​ການ​ທ້າ​ທາຍທີ່ເປັນ ​ຜົນສືບ​ເນື່ອງ​ມາຈາກ​ການ​ພັດທະນາ​ທີ່ມີມາ​ໄດ້​ຫລາ​ຍສິບ​ປີ ທີ່​ບໍ່ໄດ້​ພິຈາລະ ນາ​ເຖິງ​ບັນຫາ​ນໍ້າ​ຖ້ວມ ຄື​ໄດ້​ມີການ​ສ້າງສາ​ໃໝ່​ທີ່​ຖົມ​ເຄືອ​ຂ່າຍ​ຄອງ​ນໍ້າ​ເກົ່າ​ຂອງ​ເມືອງ​ຫລວງ ​ແລະ​ພວກ​ຖະໜົນ​ຫົນທາງ​ແລະ​ບ້ານເຮືອນ​ທີ່​ສ້າງ​ຂຶ້ນ ໃໝ່ນັ້ນ ​ກໍໄດ້ເປັນ​ຕົວ​ກີດ​ກັນ​ທາງ​ໄຫລ​ທໍາ​
ມະ​ຊາດ​ຂອງ​ນໍ້າ ​ອີກ​ຕ່າງຫາກ.

ນານ ດະ​ໄນ ​ໄທ​ຕຸ​ກູ້ ຈາກຄະນະ​ສະຖາປັດ
ຕະຍະ​ກໍາ​ສາດ​ຂອງ​ມະຫາ​ວິ​ທະຍ​າ​ໄລ​ຈຸລາ
​ລົງ​ກອນ ກ່າວ​ວ່າ ຈໍາ​ເປັນ​ຕ້ອງ​ມີ​ໂຄງການ
​ຫລາຍໆ​ຢ່າງ​ອີກ ​ເພື່ອ​ເຮັດ​ໃຫ້ນໍ້າຖ້ວມ
ໄຫລລົງ​ສູ່​ອ່າວໄທ​ໄດ້​ໄວ​ຂຶ້ນ ຊຶ່ງ​ລາວ​ກ່າວ​ວ່າ:

ສິ່ງ​ທີ່​ຂ້າພະ​ເຈົ້າຢາກ​ເຫັນ​ນັ້ນ​ກໍ​ຄື​ວ່າ ທາງ​ການ ຈະ​ເລ່​ງ​ນໍ້າໃຫ້ ໄຫລອອກ​ໄປ ​ແນວໃດ ​
ເພາະ​ວ່າ​ຂ້າພະ​ເຈົ້າຍັງ​ບໍ່​ເຫັນ​ວິທີ​ທີ່​ຈະ​ລະບາຍ​ນໍ້າ​ລົງ​ສູ່​ທະ​ເລ​ໄດ້​ຄືກັນກັບ​ລະບົບ​ຄອງ.
ສິ່ງ​ທີ່​ຂ້າພະ​ເຈົ້າ​ເຫັນໃນ​ເວລາ​ນີ້
ເບິ່ງ​ຄື​ວ່າ​ມີ​ແຕ່​ສ້າງ​ກໍາ​ແພງກັ້ນ​ນໍ້າ​ຖ້ວມ​ຫລາຍ​ກວ່າ ​
ເພື່ອ​ປ້ອງ​ກັນ​ເຂດ​ໃດ​ນຶ່ງ​ໂດຍ​ສະ​ເພາະ​ເທົ່າ​ນັ້ນ ​ແຕ່​ທາງ​ການ​ບໍ່​ໄດ້
ຽມເຂດ​ທີ່ຈະປ່ອຍ​
ໃຫ້​ນໍ້າ​ໄຫລ​ຜ່ານ​ໄດ້ສະດວກ
ນັ້ນ​ໄວ້​ເລີຍ ຄືກຽມ​ໂຄງ​ລ່າງ​ພື້ນຖານ ສໍາລັບຊ່ວຍ​ລະບາຍ​
ນໍ້າໃຫ້​ລ່ຽນ​ໄຫລ​ດີ
ແລະ​ໄດ້ຜົນກວ່າ​ປີ​ຜ່ານມາ​ນັ້ນ.

ສໍາລັບ​ພວກ​ຊາວ​ເມືອງ​ຫລວງ​ບາງກອກ​ ຊຶ່ງ​ເປັນ​ສູນ​ກາງ​ການ​ເສດຖະກິດ ​ແລະ​ການ​ເມືອງ​ຂອງ​ປະ​ເທດ​ນັ້ນ ຕາຕະລາງ​ເວລາ​ແຫ່ງ​ການ​ປ່ຽນ​ແປງແມ່ນ ກໍາລັງຫົດ​ຕົວ​ລົງ​ໄປທຸກ​ຂະນະ. ບັນດາ​ນັກ​ວິ​ທະຍາ​ສາດ​ເປັນ​ຫ່ວງ​ວ່າ​ ເມືອງ​ຫລວງ​ບາງກອກ​ກໍາລັງ​ຈະ​ຈົມ​ນໍ້າ​ລົງ​ໄປ​ຢ່າງ​ຊ້າໆ ​ແລະ​ເມືອງ​ທີ່​ຕັ້ງ​ຢູ່​ໃນ​ພື້ນ​ທີ່​ຕໍ່າ​ແຫ່ງ​ນີ້ ທີ່​ແທບ​ວ່າ​ບໍ່ຫລຸດ​ລື່ນ​ກັບ​ລະດັບ​ນໍ້າ​ທະ​ເລ​ປານ​ໃດ​ນັ້ນ ​
ກໍ​ກໍາລັງ​ຖືກ​ຂົ່ມຂູ່​ຈາກ​ສະພາວະ​ອາກາດ​ຮ້ອນ​ເອົ້າຂອງ​ໂລກ ທີ່​ອາດ​ເຮັດ​ໃຫ້​ລະດັບ​ນໍ້າ​ທະ​ເລ
​ສູງ​ຂຶ້ນ​ໄປ​ອີກ ​ແລະ​ຍັງ​ຜົນ​ໃຫ້​ເມືອງ​ຫລວງ​ບາງກອກ​ປະ​ເຊີນ​ກັບໄພ​ນໍ້າ​ຖ້ວມ​ຢູ່​ເລື້ອຍໆ.

ພ້ອມດຽວ​ກັນ​ນີ້ ທະນາຄານ​ໂລກເຕືອນ​ວ່າ ຄວາມ​ສ່ຽງ​ຕໍ່​ການ​ເກີດໄພ​ນໍ້າຖ້ວມເມືອງ​ຫລວງ​ບາງກອກນັ້ນ ​ແມ່ນຈະ​ສູງ​ຂຶ້ນສີ່​ເທົ່າ​ຕົວ​ໃນ​ຫລາຍ​ສິບ​ປີ​ຕໍ່ໜ້າ​ນີ້ ຊຶ່ງ​ເຮັດ​ໃຫ້​ຫລາຍໆ​ຄົນ​ມີ​ຄວາມ​ວິຕົກ​ກັງວົນ​ວ່າ ​ໄພ​ນໍ້າ​ຖ້ວມ​ປີ 2011 ນັ້ນ ບໍ່​ຊົງ​ວ່າຈະ​ເປັນ​ເທື່ອ​ສຸດ​ທ້າຍ​ຂອງ​ບາງກອກ.

XS
SM
MD
LG