ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນໍ້າຖ້ວມທີ່ໄທ ເຮັດໃຫ້ເສຍຊີວິດ ຮອດ 602 ຄົນແລ້ວ


ສະພາບນໍ້າຖ້ວມທີ່ນະຄອນບາງກອກ ແລະແຫ່ງອື່ນ ທີ່ເຮັດໃຫ້ຄົນເສຍຊີວິດເຖິງ 602 ຄົນແລ້ວ
ສະພາບນໍ້າຖ້ວມທີ່ນະຄອນບາງກອກ ແລະແຫ່ງອື່ນ ທີ່ເຮັດໃຫ້ຄົນເສຍຊີວິດເຖິງ 602 ຄົນແລ້ວ

ພວກ​ເຈົ້າໜ້າ​ທີ່​ລັດຖະບານ​ໄທ​ກ່າວ​ໃນ​ວັນ​ອາທິດ​ວານ​ນີ້ວ່າ ຈໍານວນ​ຄົນ​ເສຍ​ຊີ​ວິດ​ຍ້ອນ​ໄພ​
ນໍ້າ​ຖ້ວມ​ທີ່ຮ້າຍ​ແຮງທີ່​ສຸດຂອງປະເທດ ໃນຮອບ 50 ປີຜ່ານມາ ​ໄດ້​ເພີ້ມຂຶ້ນເປັນ 602 ຄົນ
ແລ້ວ. ພວກ​ເຈົ້າໜ້າ​ທີ່ເວົ້າຕື່ມອີກວ່າ ນໍ້າ​ຖ້ວມ​ຊຶ່ງ​ໄດ້​ເລີ້ມຕົ້ນ​ເກີດ​ຂຶ້ນ​ໃນ​ເດືອນ​ກໍລະກົດ​ນັ້ນ
ຍັງສືບຕໍ່ມີ​ຜົນກະທົບ​ຕໍ່ຢ່າງໜ້ອຍ 17 ​ຈັງຫວັດ.

ສະພາບ​ການ​ໄດ້​ດີຢ່າງ​ຫລວງຫລາຍ ​ໃນ​ໄລຍະຫລາຍໆມື້ຜ່ານ​ມານີ້ ​ແລະພວກ​ຊາວ​ເມືອງ
ບາງກອກ ໄດ້ພາກັນອອກມາ​ອະນາໄມ ທໍາ​ຄວາ​ມສະອາດ​ເມືອງ​ຫລວງໃນວັນອາທິດວານນີ້
ໃນ​ການ​ປຸກ​ລະດົມ​ “ວັນ​ທໍາ​ຄວາມ​ສະອາດ​ຄັ້ງ​ໃຫຍ່” ຫລື “Big Cleaning Day” ທີ່ອໍານາດ
ປົກຄອງ​ເມືອງໄດ້ຈັດຕັ້ງ​ປະຕິບັດນັ້ນ.

ດິນຟ້າອາ​ກາດໃນມື້​ວານນີ້ ແມ່ນ​ແຈ່ມ​ໃສ ​ທ້ອງ​ຟ້າເປັນສີ​ນໍ້າ​ເງິນ ບໍ່​ມືດ​ຄື້ມ ຫລື​ມີຝົນຕົກ. ​ປະຊາຊົນຫລາຍ​ຮ້ອຍ​ຄົນ ທີ່ຖື​ໄມ້​ກວາດ ພາກັນກວາດ​ຂີ້ຕົມ ​ແລະ​ສິ່ງ​ເສດ​ເຫລືອ​ຕ່າງໆ​ອອກຈາກ​ບ້ານ​ເຮືອນ ​ໃນ​ຂະນະ​ພວກ​ທີ​ມງານ​ອາສາ​ສະໝັກ​ພາກັນ​ເກັບ​ກອງຂີ້​ເຫຍື້ອ​ ທີ່​ເໜົ່າ​ເໝັນ​ອອກຈາກ​ຖະໜົນ​ຫົນທາງ ​ໃນ​ຂະນະ​ທີ່​ລະດັບ​ນໍ້າ​ກໍາລັງ​ລົດ​ລົງ​ໃນ​ເຂດ​ໃຈກາງ​ເມືອງຫລວງ​ບາງກອກ​ນັ້ນ.

ເບິ່ງວີດິໂອລາຍງານພາສາອັງກິດ ກ່ຽວກັບໄພນໍ້າຖ້ວມຕອນທີ່ຍັງຮ້າຍແຮງຢູ່ບາງກອກ:

XS
SM
MD
LG