ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕໍາຫລວດໄທຊ່ອຍກູ້ໂຕລິ່ນ ໄວ້ໄດ້ ເກືອບ 100 ໂຕ


ໂຕລິ່ນ.
ໂຕລິ່ນ.


















ຕໍາຫລວດ​ໄທ​ໄດ້​ຊ່ອຍ​ກູ້​ຊີວິດ​ໂຕ​ລິ່ນ​ ຈໍານວນ​ເກືອບ 100 ​ໂຕ ຊຶ່ງ​ເປັນ​ສັດ​ຢູ່​ໃນ​ຈໍາພວກ
ຖືກ​ປົກ​ປັກ​ຮັກສາ​ເຊື້ອ​ພັນໄວ້ ທີ່​ມີ​ລາຄາ​ແພງໃນ​ຖານະ​ເປັນ​ອາຫານ​ໂອຊາ​ລົດ​ໃນ​ປະ​ເທດ
ຈີນ​ແລະ​ຫວຽດນາມ.

ຕໍາຫລວດ​ໄດ້​ວາງສະ​ແດງ​ໃຫ້​ຄົນ​ເບິ່ງ​ ​ລິ່ນ 97 ​ໂຕ​ທີ່ຖືກ​ຊ່ອຍ​ຊີວິດ​ໄວ້​ນັ້ນ ຊຶ່ງ​ໄດ້​ຖືກ​ພົບ​
ເຫັນ​ໃນ​ກົ້ນ​ລົດ​ກະບະ​ຄັນ​ນຶ່ງ​ທີ່​ພະຍາ​ຍາມຫລີກ​ລ່ຽງດ່ານ​ກວດກາ​ແຫ່ງ​ນຶ່ງ​ໃນ​ພາກ​ໃຕ້
ຂອງ​ໄທ​ໃນ​ແລງ​ວັນ​ອາທິດ​ວານ​ນີ້. ຄົນ​ຂັບ​ລົດ​ຄັນ​ນີ້​ໄດ້​ຖືກ​ຈັບ​ໂຕ​ໄວ້​ແລ້ວ.

ເຈົ້າ​ໜ້າ​ທີ່​ພາສີ​ໄທ​ຄົນ​ນຶ່ງ ກ່າວ​ວ່າ ພວກ​ສັດ​ທີ່ມີ​ຮູບ​ຮ່າງ​ແປກ​ປະຫລາດ ​ແຕ່ເປັນ​ສັດທີ່​
ເຊື່ອງ​ບໍ່​ດຸ​ຮ້າຍເຫລົ່ານີ້ ​ແມ່ນ​ໄດ້ຖືກ​ລັກລອບອອກໄປ​ຂາຍໃນ​ປະ​ເທດ​ອື່ນໆເປັນ​ປະ​ຈໍາ
ເພື່ອ​ໄປ​ຂ້າ​ເອົາ​ຊີ້ນ​ມັນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຊີ້ນ​ລິ່ນ​ນີ້ ສາມາດ​ຂາຍ​ໄດ້ລາຄາ​ເຖິງ 350 ​ໂດ​ລາ​ຕໍ່​ກີ​ໂລ.

ລິ່ນ​ເປັນ​ສັດ​ທີ່ມີ​ເກັດແລະ​ກິນ​ມົດ​ເປັນ​ອາຫານ​ນີ້ ​ແມ່ນ​ຖືກ​ປົກ​ປັກຮັກສາ​ໄວ້​ພາຍ​ໃຕ້​ຂໍ້ຕົກ
ລົງ​ນາໆຊາດທີ່​ຄຸ້ມ​ຄອງ​ພວກສັດ​ທີ່ໃກ້ຈະ​ສູນພັນ​.

XS
SM
MD
LG