ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທປະກາດຍົກເລີກ ພາວະສຸກເສີນ


ທະຫານໄທແລະພວກປະທ້ວງເສື້ອແດງ
ທະຫານໄທແລະພວກປະທ້ວງເສື້ອແດງ

ລັດຖະບານໄທກ່າວວ່າຕົນຈະຍົກເລີກພາວະສຸກເສີນທີ່​ໄດ້
ນໍາໃຊ້ມາເປັນເວລາ 8 ເດືອນນັ້ນເລີ້ມ​ແຕ່ວັນພຸດມື້ອື່ນນີ້​ໄປ.

ການປະກາດໃນວັນອັງຄານມື້ນີ້ ແມ່ນກວມເອົາເຂດບາງ
ກອກແລະ 3 ຈັງຫວັດອ້ອມແອ້ມ ບ່ອນທີ່ພາວະສຸກເສີນ
ຍັງມີຜົນບັງຄັບໃຊ້ຢູ່ນັ້ນ. ໄທໄດ້ປະກາດພາວະສຸກເສີນຢູ່
ໃນປະມານ 1 ສ່ວນ 4 ຂອງປະເທດໃນຕົ້ນເດືອນເມສາ
ຜ່ານມາ ເພື່ອຮັບມືກັບການປະທ້ວງ ຂອງພວກເສື້ອແດງ
ຫລື ນປຊ ທີ່ໄດ້ທຳການລົບກວນນະຄອນຫຼວງຂອງໄທ
ເປັນເວລາຫຼາຍໆອາທິດ.

ໂຄສົກຄົນນຶ່ງຂອງລັດຖະບານໄທກ່າວວ່າ ຄະນະລັດຖະບານໄດ້ຕັດສິນໃຈວ່າພາວະສຸກເສີນ
ສາມາດ​ຍົກ​ເລີກ​ໄດ້​ແລ້ວ ​ຍ້ອນວ່າພວກຄັດຄ້ານທາງການເມືອງ​ໄດ້ດຳເນີນການປະທ້ວງຢ່າງ​
ສັນຕິຫຼາຍຂຶ້ນ.

ພາວະສຸກເສີນໄດ້ຫ້າມບໍ່ໃຫ້ມີການໂຮມຊຸມນຸມທາງການເມືອງຫຼາຍກວ່າ 5 ຄົນຂຶ້ນໄປແລະ
ອະນຸຍາດໃຫ້ ທຳການຈັບກຸມຄຸມຂັງຜູ້ຕ້ອງສົງໄສ ໄດ້ດົນເຖິງ 30 ມື້ ໂດຍບໍ່ຕ້ອງຕັ້ງຂໍ້ຫາ.
ຄຳສັ່ງດັ່ງກ່າວນີ້ ຍັງໄດ້ຖືກນຳໃຊ້ ເພື່ອປິດປາກປິດສຽງສື່ມວນຊົນ ທີ່ຕໍ່ຕ້ານລັດຖະບານນຳ
ດ້ວຍ.

XS
SM
MD
LG