ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເລືອກຕັ້ງໃນໄທ ສິ້ນສຸດລົງ ທ່າມກາງ ການສືບຕໍ່ ປະທ້ວງ ຂອງຝ່າຍຄ້ານ (ວີດີໂອ/ສະໄລດ໌)


Thailand Election Goes Forward Despite Blocked Ballots, Some Violence
please wait

No media source currently available

0:00 0:02:29 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ຜູ້ມີສິດປ່ອນບັດໃນໄທ ໄດ້ສະແດງຄວາມບໍ່ຢ້ານກົວ ຫລືຫວາດ
ຫວັ່ນຕໍ່ການນາບຂູ່ ແລະໄພຂົ່ມຂູ່ຈາກຄວາມຮຸນແຮງ ແລະພາ
ກັນອອກໄປປ່ອນບັດ ໃນການເລືອກຕັ້ງທົ່ວປະເທດ ໃນວັນອາ
ທິດວານນີ້. ພວກປະທ້ວງໄດ້ບີບບັງຄັບໃຫ້ມີການຍົກເລີກການ
ເລືອກຕັ້ງ ໃນ 9 ຈັງຫວັດ ຂອງ 76​ຈັງຫວັດຂອງໄທ ແລະ 4 ໃນ
50 ອໍາເພີຂອງບາງກອກ ແຕ່ບ່ອນປ່ອນບັດໂດຍສ່ວນໃຫຍ່ ກໍ
ແມ່ນເປີດໃຫ້ພວກຄົນໄປປ່ອນບັດໄດ້. ຜູ້ສື່ຂ່າວວີໂອເອ ມີລາຍ
ງານເລື້ອງນີ້ມາຈາກບາງກອກ ຊຶ່ງດາຣາຈະມາສະເໜີທ່ານ.

ລິງໂດຍກົງ

ພວກ​ປ່ອນ​ບັດ​ທີ່​ໂກດ​ແຄ້ນ​ຫຼາຍໆ​ຄົນ ​ພາກັນ​ສັ່ນປະຕູ​ເຫລັກ ທາງ​ເຂົ້າ​ສູ່​ຫ້ອງການເມືອງ​ແຫ່ງ​ນຶ່ງ​ຂອງ​ບາງກອກ ຮຽກຮ້ອງ​ໃຫ້​ໄຂ​ປະຕູໃຫ້​ພວກເຂົາ​ເຈົ້າເຂົ້າ​ໄປ​ປ່ອນ​ບັດ​.

ກ່ອນ​ໜ້າ​ນັ້ນ ພວກ​ປະ​ທ້ວງຕໍ່ຕ້ານ​ລັດຖະບານ​ໄດ້​ມາ​ທີ່​ນີ້​ ແລະໄດ້ຂັດຂວາງ ​ບໍ່ໃຫ້ເຈົ້າໜ້າ ​
ທີ່​ກໍາກັບ​ການ​ປ່ອນ​ບັດ ນໍາ​ເອົາ​ໃບ​ປ່ອນ​ບັດ​ເລືອກ​ຕັ້ງ ໄປ​ແຈກຢາຍ​ໃຫ້ບ່ອນ​ປ່ອນ​ບັດ ທີ່ຢູ່​ໃກ້​ໆ​ນັ້ນ.

ນາງ ທິບ​ພະວັນ ​ແຊ່ລາວ ຜູ້​ປ່ອນ​ບັດ​ຄົນ​ນຶ່ງ ​ໄດ້​ຕໍາ​ໜິຕິຕຽນພວກ​ເຈົ້າໜ້າທີ່​ຈັດການເລືອກ​
ຕັ້ງ ທີ່​ບໍ່​ສາມາດ​ປົກ​ປັກ​ຮັກສາສິດທິ​ປະຊາທິປະ​ໄຕ​ຂອງ​ນາງ​ໄດ້.

ນາງ ທິບ​ພະວັນ ​ເວົ້າ​ວ່າ: “ຂ້ອຍຮູ້ສຶກ​ຜິດ​ຫວັງ​ ຄື​ແທ້ໆ​ແລ້ວ ​ເຂົາ​ເຈົ້າ​ກໍ​ໄດ້​
ປະກາດ​ແລ້ວ​ວ່າ ​ໃຫ້​ລົງ​ເລືອກ​ຕັ້ງ​ໄດ້ ​ເພາະສະ​ນັ້ນ ກໍ​ໜ້າ​ຈະ​ມີ​ການ​ກຽມ
ພ້ອມ​ ເພາະວ່າ​ເຖິງ​ຢ່າງ​ໃດ ປະຊາຊົນກໍ​ຕ້ອງ​ອອກ​ມາປ່ອນ​ປັດ​ຢູ່​ແລ້ວ.”


ນັກຂ່າວວີໂອເອ Daniel Schearf ລາຍ​ງານ​ວ່າ ​ເຖິງ​ແມ່ນການ​ປ່ອນ​ບັດໄດ້​ດໍາ​ເນີນ​ໄປ​
ຢ່າງລາ​ບລື່ນໃນຫຼາຍ​ເຂດ​ຂອງບາງກອກກໍຕາມ ​ແຕ່ຢູ່​ທີ່​ສະຖານ​ປ່ອນ​ບັດໃນ​ເຂດ​ດິນແດງ
ທີ່​ລາວໄປເບິ່ງນັ້ນ ບໍ່ມີ​ພວກ​ປ່ອນ​ບັດ​ຈັກ​ຄົນ​ເລີຍ ​ເພາະວ່າ​ບໍ່​ມີ​ໃບ​ປ່ອນ​ບັດ. ພວກ​ປະ​ທ້ວງ​
ຕໍ່ຕ້ານ​ລັດຖະບານ ​ໄດ້​ຢຸດ​ພວກລົດບັນທຸກ ບໍ່​ໃຫ້​ເອົາ​ໃບ​ປ່ອນ​ບັດ​ ມາ​ສົ່ງ​ຢູ່​ສະຖານ​ປ່ອນບັດ
ຫຼາຍໆ​ແຫ່ງ. ​ແລະ​ເຖິງ​ແມ່ນ​ວ່າ ​ໄດ້ມີ​ພວກ​ປ່ອນ​ບັດຈໍານວນ​ນຶ່ງ​ພາກັນໄປ​ຍັງ​ບ່ອນ​ປ່ອນ​ບັດ​
ແຫ່ງ​ນີ້ ​ເມື່ອ​ຕອນ​ເຊົ້າໆ​ ​ເພື່ອ​ອອກປາກ​ອອກສຽງ​ສະ​ແດງ​ຄວາມຜິດ​ຫວັງ​ແລະ​ໂມ​ໂຫ​ຂອງ​
ພວກເຂົາ​ເຈົ້າກໍຕາມ ​ແຕ່​ພວກ​ເຂົາ​ເຈົ້າກໍບໍ່​ສາມາດ​ປ່ອນ​ບັດ​ໄດ້​.

ເຫດການສໍາຄັນໆ ທາງການເມືອງ ໃນປະເທດໄທ:

ເຫດການສໍາຄັນໆ ທາງການເມືອງ ໃນປະເທດໄທ:

2006: ກອງທັບໂຄ່ນລົ້ມ ນາຍົກລັດຖະມົນຕີ
ທັກສິນ ຊິນນະວັດ
2007: ພັກພະລັງປະຊາຊົນ ທີ່ນິຍົມທັກສິນ
ຊະນະການເລືອກຕັ້ງ
2008: ພວກປະທ້ວງຕໍ່ຕ້ານທັກສິນທີ່ເອີ້ນວ່າ
ພວກ “ເສື້ອເຫຼືອງ” ທໍາການເດີນຂະບວນປະ
ທ້ວງ ເປັນເວລາຫຼາຍໆເດືອນ ແລະໄດ້ເຂົ້າ
ຄວບຄຸມສະໜາມບິນເປັນເວລາສັ້ນໆ. ທ່ານ
ອະພິສິດ ເວດຊາຊີວະ ຂຶ້ນມາເປັນນາຍົກລັດ
ຖະມົນຕີ.
2010: ພວກປະທ້ວງ “ເສື້ອແດງ” ທີ່ນິຍົມ
ທັກສິນ ພາກັນເດີນຂະບວນປະທ້ວງ ຢ່າງ
ຂະໜານໃຫຍ່ໃນບາງກອກ. ມີຫຼາຍສິບຄົນ
ເສຍຊີວິດ ໃນການປະທະກັນຢ່າງຮຸນແຮງ
ກັບທະຫານ.
2011: ທ່ານນາງ ຍິ່ງລັກ ຊິນນະວັດ ນ້ອງ
ສາວຂອງທັກສິນ ຖືກເລືອກເປັນນາຍົກລັດ
ຖະມົນຕີ.
2013: ພວກປະທ້ວງຕໍ່ຕ້ານລັດຖະບານ
ທໍາການໂຮມຊຸມນຸມປະທ້ວງ ຢ່າງໃຫຍ່
ແລະບໍ່ຍອມຢຸດ. ທ່ານນາງ ຍິ່ງລັກ ຮຽກ
ການເລືອກຕັ້ງໃໝ່.
2014: ພວກປະທ້ວງພາກັນຕັ້ງ ຄ້າຍພັກ
ແຮມຂຶ້ນເພື່ອ shut down ບາງກອກ. ພວກ
ປະທ້ວງບໍ່ຮັບຮູ້ການເລືອກຕັ້ງ ທີ່ຈັດຂຶ້ນເມື່ອ
ວັນທີ 2 ກຸມພາ.

ຊູ​ວິດ ກະມົນ​ວິສິດ ນັກ​ການ​ເມືອງ​ອິດສະຫຼະທີ່ມີ​ຊື່​ສຽງ ​ໄດ້
ຖືກໂຈມ​ຕີ ເວລາ​ຜູ້ກ່ຽວ​ໄປ​ເຖິງ​ບ່ອນ​ປ່ອນ​ບັດ​ທີ່ວ່າງ​ເປົ່າ​ ​
ຢູ່​ໃນ​ເຂດ​ຄຸ້ມ​ຂອງລາວ. ຊູ​ວິດ ​ເວົ້າ​ວ່າ:

“ພວກ​ເຂົາເຈົ້າມີ​ຂໍ້​ຂັດ​ແຍ້​ງກັນໃນ​ເວລາ​ນີ້ ​ແລະ​ປີໜ້າ ກໍ​ຈະ​
ມີ​ຂໍ້​ຂັດ​ແຍ້​ງ​ໃໝ່​ກັນ​ອີກ ຈົນ​ກວ່າ​ເຂົາ​ເຈົ້າຮຽນ​ຮູ້​ວ່າ ຂໍ້​ຂັດ​
ແຍ້​ງຈະ​ຕ້ອງ​ຖືກ​ແກ້​ໄຂ​ໄດ້​ ດ້ວຍການ​ປານີ​ປານ​ອມກັນ. ​
ມັນ​ແມ່ນເລື້ອງການ​ເມືອງ ການ​ເມືອງ​ກໍ​ຄື​ການ​ປານີ​ປາ​
ນອມກັນ ຖ້າເຮັດ​ບໍ່​ໄດ້ ກໍ​ເກີດ​ສົງຄາມ​.”


​ແຕ່​ພວກ​ປະ​ທ້ວງ​ກໍ​ບໍ່​ສາມາດ​ຢຸດ​ການ​ປ່ອນບັດ​ໄດ້​ໂດຍ​ທັງ​ໝົດ.
ໃນ​ທົ່ວ​ສ່ວນ​ໃຫຍ່​ຂອງ​ບາງກອກ ​ແລະເຂດ​ອື່ນໆ​ຂອງ​ໄທ ​ໃບ​
ປ່ອນ​ບັດ​ໄດ້​ຖືກ​ນໍາໄປສົ່ງ​ເຖິງ​ທີ່ ​ແລະ​ການ​ປ່ອນ​ບັດ​ກໍ​ດໍາ​ເນີນ​
ໄປ​ໄດ້ສະດວກ​ດີ ໂດຍ​ມີ​ເຫດການກໍ່​ຄວາມ​ຮຸນ​ແຮງ ພຽງເລັກໆ​
ນ້ອຍໆ.

​ຢ່າງ​ໃດ​ກໍ​ຕາມ ພວກ​ປະ​ທ້ວງ ທີ່​ຢາກ​ໃຫ້​ສະພາ​ປະຊາຊົນ ​ທີ່​ບໍ່
​ໄດ້​ຖືກ​ເລືອກຕັ້ງ​ເອົາ​ ​ເຂົ້າມາກໍາ​ອໍານາດ​ແທນລັດຖະບານ ​ເພື່ອ
ຈັດ​ຕັ້ງ​ປະຕິບັດ ການ​ປະຕິ​ຮູບ​ທີ່​ບໍ່ໄດ້​ບົ່ງອອກ​ມາ​ຢ່າງສະເພາະ
​ເຈາະຈົງນັ້ນ ກໍ​ມີ​ທ່າ​ທີແລະ​ອາລົມ​ມ່ວນ​ຊື່ນ ສະ​ເຫຼີມສະຫຼອງ ​
ແລະ​ທ້າ​ທາຍ.

ນາງ​ສາວ ​ແພງ​ພອນ ກູ່​ນອກ ຜູ້​ປະ​ທ້ວງ​ຄົນ​ນຶ່ງ ​ເວົ້າ​ວ່າ ພວກ​ເຂົາ
​ເຈົ້າຕ້ອງການ​ໃຫ້​ນາຍົກລັດຖະມົນຕີ ຍິ່ງລັກ ຊິນນະ​ວັດ ​ແລະ​ຄອບ
ຄົວຂອງ​ທ່ານ​ນາງ ທີ່​ພວກ​ເຂົາ​ເຈົ້າ​ເວົ້າ​ວ່າ ສໍ້ລາດບັງຫຼວງນັ້ນ ​
ອອກຈາກ​ການ​ເມືອງ​ຂອງ​ໄທ. ນາງ​ແພງ​ພອນ ​ເວົ້າ​ວ່າ:

“ພວກ​ເຮົ​າສະຫຼອງກັນ ຍ້ອນ​ວ່າ​ພວກ​ເຮົາໄດ້​ຮັບ​ໄຊ​ຊະນະ ໄປ​ເທື່ອ​ລະ​ກ້າວ ​
ແຕ່​ເປົ້າໝາຍ​ສຸດ​ທ້າຍ​ຂອງ​ພວກເຮົາ ກໍ​ຄື​ບັງ​ຄັບ​ໃຫ້​ນາຍົກລັດຖະມົນຕີທໍາ
ການ​ປະຕິ​ຮູບ ​ແລະ​ຕໍ່​ຈາກ​ນັ້ນ ພວກ​ເຮົາ​ກໍ​ຈະ​ສາມາດເລີ່​ມປະຕິ​ຮູບ​ປະ​ເທດ​
ຊາດ​ໄດ້.”


ຫຼັງຈາກ​ການ​ປ່ອນ​ບັດ​ເລຶອກຕັ້ງ​ໃນ​ວັນ​ອາທິດ​ຜ່ານ​ພົ້ນ​ໄປ ຄວາມ​ສົນໃຈ​ກໍ​ຈະ​ຫັນໄປໃສ່
ການ​ທ້າ​ທາຍ​ຕ່າງໆທາງ​ກົດໝາຍ ຕໍ່​ພັກ​ທີ່​ປົກຄອງ​ປະ​ເທດ​ໃນ​ຂະນະ​ນີ້ ຢູ່​ໃນ​ສານ ​ໃນອີກ
ບໍ່​ເທົ່າ​ໃດ​ອາທິດ​ຕໍ່ໜ້າ​ນີ້ ​ແລະ​ການ​ເລືອກ​ຕັ້ງ​ບັ້ນ​ພິ​ເສດ ​ໃນ​ບໍ່​ເທົ່າ​ໃດ​ເດືອນຈະ​ມາ​ເຖິງ​ນີ້. ​

ເຖິງ​ແມ່ນ​ຄວາມວຸ້ນວາຍ​ທາງ​ການ​ເມືອງ​ຂອງ​ໄທ ​ໄດ້​ມີ​ມາ​ເປັນ​ເວລາຫຼາຍ​ເດືອນ​ແລ້ວ​ກໍ​
ຕາມ ການ​ປະ​ເຊີນ​ໜ້າ​ກັນທາງ​ການ​ເມືອງ​ຂອງ​ໄທ ກໍ​ຍັງບໍ່​ມີ​ຮ່ອງຮອຍ​ໃດໆ ​ໃກ້​ຈະ​ຍຸຕິ​ລົງ
ແຕ່​ຢ່າງ​ໃດ​ເລີຍ.

XS
SM
MD
LG