ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການເລືອກຕັ້ງໃນໄທ ຍຸດຕິລົງແລ້ວ ທ່າມກາງ ການປະທ້ວງ ຂອງຝ່າຍຄ້ານ (ວີດີໂອ)


ພວກປະທ້ວງຕໍ່ຕ້ານລັດຖະບານ ພາກັນຮ້ອງໂຮຄໍາຂວັນ ໃນລະຫວ່າງການຊຸມນຸມປະທ້ວງ ຕໍ່ຕ້ານການເລືອກຕັ້ງ ຢູ່ຫາດໃຫຍ່ ຈັງຫວັດສົງຂະຫລາ ພາກໃຕ້ຂອງໄທ, ວັນທີ 2 ກຸມພາ 2014.
ພວກປະທ້ວງຕໍ່ຕ້ານລັດຖະບານ ພາກັນຮ້ອງໂຮຄໍາຂວັນ ໃນລະຫວ່າງການຊຸມນຸມປະທ້ວງ ຕໍ່ຕ້ານການເລືອກຕັ້ງ ຢູ່ຫາດໃຫຍ່ ຈັງຫວັດສົງຂະຫລາ ພາກໃຕ້ຂອງໄທ, ວັນທີ 2 ກຸມພາ 2014.
ບ່ອນ​ປ່ອນ​ບັດໄດ້​ປິດ​ລົງ​ແລ້ວ ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ພາຍ​ໃຕ້ ສະຖານະ​ການ​ທີ່​ເຄ່ງ​ຕຶງຂອງ​ໄທ ​ໂດຍ​ທີ່​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ​ໄ​ດ້ບັງຄັບ​ໃຫ້ຕ້ອງ​ປິດ​ບ່ອນ​ປ່ອນ​ບັດ ຫຼາຍຮ້ອຍ​ແຫ່ງ​ລົງ ​ໃນ​ເມືອງຫຼວງ ບາງກອກ.

ພັກ​ຝ່າຍ​ຄ້ານ​ໃຫຍ່ ກໍ​ຄື​ພັກ​ປະຊາທິປັດ ​ໄດ້​ລວມຫົວ​ກັນ​ບໍ່​ເຂົ້າ
ຮ່ວມ​ການ​ເລືອກ​ຕັ້ງ ​ແລະ​ພວກ​ປະ​ທ້ວງ​ໄດ້​ຂັດຂວາງ​ການ​ໄປ
​ປ່ອນ​ບັດ ​ໂດຍ​ກີດ​ກັນ​ການ​ແຈກ​ໃບ​ປ່ອນ​ບັດ​ເລືອກ​ຕັ້ງ ​ແລະ​ຂັດ
ຂວາງ​ບໍ່ໃຫ້​ພວກ​ຈະ​ໄປ​ເລືອກ​ຕັ້ງນັ້ນ ເຂົ້າ​ໄປ​ຍັງ​ບ່ອນ​ປ່ອນ​ບັດ​ໄດ້.

ແຕ່ເຈົ້າໜ້າ​ທີ່​ໄທ​ເວົ້າ​ວ່າ ການ​ປ່ອນ​ບັດ​ເລືອກ​ຕັ້ງ ​ໄດ້​ດໍາ​ເນີ​ນ​ໄປ ​ແບບ​ຂ້ອນຂ້າງສະດວກ ບໍ່​ມີ​ອຸບປະສັກ​ໃດໆ ​ໃນເຂດ​ອື່ນໆ​ຂອງ​ປະ​ເທດ.

Thai Elections
please wait
Embed

No media source currently available

0:00 0:01:33 0:00

ຄາດ​ກັນ​ວ່າ ພັກ​ເພື່ອ​ໄທ ຂອງນາຍົກລັດຖະມົນຕີ ຍິ່ງລັກ ຊິນນະ​ວັດ ຈະ​ຊະນະ​ການເລືອກ
​ຕັ້ງ​ຄັ້ງ​ນີ້​ຢ່າງ​ງ່າຍດາຍ. ​ແຕ່​ພັກ​ຝ່າຍ​ຄ້ານ ຍັງ​ມີ​ທ່າ​ທີ​ວ່າ​ຈະ​ສືບ​ຕໍ່ທໍາ​ການປະທ້ວງ​ຢູ່​ຕາມ​
ຖະໜົນ​ຫົນທາງ​ຕໍ່​ໄປ.

ຊາວໄທພາກັນອອກໄປປ່ອນບັດ ໃນທ່າມກາງການຮັກສາຄວາມປອດໄພ ຢ່າງເຄ່ງຄັດ ໃນວັນອາທິດມື້ນີ້ ບໍ່ຮອດ 24 ຊົ່ວໂມງຫຼັງຈາກທີ່ ມີຢ່າງນ້ອຍ 6 ຄົນໄດ້ຮັບບາດເຈັບ ຍ້ອນຖືກຍິງແລະເຫດລະເບີດ ເວລາເກີດການຕໍ່ສູ້ກັນ ລະຫວ່າງພວກທີ່ສະໜັບສະໜຸນ ແລະພວກທີ່ຄັດຄ້ານ ນາຍົກລັດຖະມົນຕີ ຍິ່ງລັກ ຊິນນະວັດ.

ການ​ປະ​ທ້ວງ ​ແລະ​ເຫດການ​ຄວາມ​ຮຸນ​ແຮງຫຼາຍບັ້ນ ​ໄດ້​ລະ​ເບີດ​ຂຶ້ນ​ເມື່ອສາມ​ເດືອນ​ຜ່ານ​
ມາ ​ເວລາ​ພັກ​ທີ່​ປົກຄອງ​ປະ​ເທດ​ຂອງ​ນາຍົກລັດຖະມົນຕີ ພະຍາ​ຍາມ​ທີ່​ຈະ​ໃຫ້​ມີ​ການ​ຮັບ​
ຜ່ານ​ກົດໝາຍນີລະ​ໂທດ​ກໍາ ​ແກ່​ອ້າຍ​ຂອງ​ທ່ານ​ນາງ ກໍ​ຄື​ ອະດີດ​ນາຍົກລັດຖະມົນຕີ ທັກ
ສິນ ຊິນນະ​ວັດ ທີ່​ໄດ້​ຖືກ ​ໂຄ່ນ​ລົ້ມ​ເມື່ອປີ 2006 ​ໂດຍ​ການ​ກໍ່​ລັດຖະປະຫານ​ຂອງ​ຝ່າຍ​ທະ
ຫານ ​ແຕ່​ກໍຍັງ​ເປັນ​ບຸກຄົນ​ຜູ້​ທີ​ອິດ​ທິພົນຫຼາຍຢູ່ ​ໃນ​ໄທ​ໃນ​ເວລາ​ນີ້ ​ເ​ຖິງ​ແມ່ນ​ວ່າ​ທ່ານໄດ້
ຖືກ​ສານຕັດສິນວ່າ ​ມີ​ຄວາມ​ຜິດ​ໃນ​ຄະດີ​ສໍ້​ລາດ​ບັງຫຼວງ ​ແລະ​ໄດ້​ໜີ​ໄປ​ອາ​ໄສ​ຢູ່​ໃນ​ປະເທດ
Dubai.

ກຸ່ມ​ຊົນ​ຊັ້ນ​ກາງຂອງ​ເມືອງຫຼວງບາງກອກ ​ແລະ​ພວກ​ທີ່​ຈົ່ງ​ຮັກ​ພັກດີຕໍ່​ລາດ​ຊະ​ວົງ ​ໄດ້​ພາກັນ
​ຄັດຄ້ານຢ່າງ​ໃຫຍ່​ຕໍ່​ຮ່າງ​ກົດໝາຍນີລະ​ໂທດ​ກໍາ​ດັ່ງກ່າວ ​ແລະ​ໄດ້​ຕອບ​ໂຕ້​ດ້ວຍ​ການ​ຮຽກ
ຮ້ອງ​ໃຫ້​ໂຄ່ນ​ລົ້ມ​ລັດຖະບານ.
XS
SM
MD
LG