ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກ ລມຕ ໃໝ່ຂອງໄທ ປະກອບລັດຖະບານປະສົມ


ທ່ານນາງຍິ່ງລັກ ຊິນນະວັດ, ຜູ້ນໍາພັກເພື່ອໄທ, ເດີນທາງໄປພົບປະກັບ ພວກຜູ້ນໍາພັກອື່ນໆໃນລັດຖະບານປະສົມ ທີ່ໂຮງແຮມແຫ່ງນຶ່ງ ໃນບາງກອກ.
ວັນທີ 4 ກໍລະກົດ 2011
ທ່ານນາງຍິ່ງລັກ ຊິນນະວັດ, ຜູ້ນໍາພັກເພື່ອໄທ, ເດີນທາງໄປພົບປະກັບ ພວກຜູ້ນໍາພັກອື່ນໆໃນລັດຖະບານປະສົມ ທີ່ໂຮງແຮມແຫ່ງນຶ່ງ ໃນບາງກອກ. ວັນທີ 4 ກໍລະກົດ 2011

ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ ນັກ​ການ​ເມືອງ​ໜ້າໃໝ່​ຂອງ​ໄທ ກ່າວ​ວ່າ ທ່ານ​ນາງ​ໄດ້​ຈັດ​ຕັ້ງ​
ຄະນະ​ລັດຖະບານ​ປະສົມ​ຂຶ້ນ​ກັບ​ອີກ 4 ພັກ​ການ​ເມືອງ​ທີ່ນ້ອຍກ່ວາ ຊຶ່ງ​ຈະ​ສົ່ງ​ເສີມ​ໃຫ້​ພັກ
ຂອງ​ນາງ​ມີ​ສຽງ​ຂ້າງຫລາຍ​ຢູ່​ໃນ​ສະພາຫລາຍ​ຂຶ້ນ​ຕື່ມ​ອີກ ນຶ່ງ​ມື້​ຫລັງ​ຈາກ​ທ່ານ​ນາງ​ໄດ້​ຖືກ
ເລືອກ​ຕັ້ງ​ໃຫ້​ເປັນ​ນາຍົກລັດຖະມົນ​ແມ່ຍິງ​ຄົນ​ທໍາ​ອິດ​ຂອງ​ໄທ.

ບັນດາ​ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ​ກ່າວ​ວ່າ ພັກ​ເພື່ອ​ໄທ​ຂອງ​ທ່ານ​ນາງ​ຍິ່ງ​ລັກ​ໄດ້ຊະນະ​ບ່ອນ​ນັ່ງ
265 ບ່ອນ​ຂອງ​ຈໍານວນ​ບ່ອນ​ນັ່ງ​ທັງ​ໝົດ 500 ບ່ອນ​ໃນ​ສະພາ​ແຫ່ງ​ຊາດ ​ໃນ​ການ​ປ່ອນ
ບັດ​ເລືອກ​ຕັ້ງ​ໃນ​ວັນ​ອາທິດ​ວານ​ນີ້. ການ​ດຶງ​ເອົາ​ພັກ​ການ​ເມືອງ​ນ້ອຍ​ເຂົ້າ​ມາ​ຮ່ວມ​ນໍາອີກ
4 ພັກ​ນັ້ນ​ຈະ​ເຮັດ​ໃຫ້ທ່ານ​ນາງ​ມີ​ບ່ອນ​ນັ່ງ​ທັງ​ໝົດ 299 ບ່ອນຢູ່​ໃນ​ສະພາ​ແຫ່ງ​ຊາດ ຊຶ່ງ​
ຈະອໍາ​ນວຍການ​ຄໍ້າປະກັນຕໍ່​ການ​ທ້າ​ທາຍ​ທາງ​ດ້ານ​ກົດໝາຍ​ໃດໆ​ທີ່ ອາດສາມາດ​ເຮັດ
ໃຫ້​ສຽງ​ຂ້າງ​ຫລາຍຂອງພັກ​ເພື່ອ​ໄທ​ຂອງ​ທ່ານ​ນາງ​ບໍ່ມີ​ປະສິດທິພາບນັ້ນ.

ຜົນ​ຂອງ​ການ​ເລືອກ​ຕັ້ງ ​ໄດ້​ເປັນ​ການ​ປາ​ໄຊ​ຢ່າງ​ໃຫຍ່​ຫລວງ​ສໍາລັບ​ພັກປະຊາທິປັດ​ຂອງ​
ນາຍົກລັດຖະມົນຕີອະພິສິດ ​ເວດ​ຊາ​ຊີວະ ທີ່ໄດ້​ປກາດໃນ​ວັນ​ຈັນ​ມື້​ນີ້ວ່າ ທ່ານ​ຈະ​ລາ​
ອອກ​ຈາກ​ຕໍາ​ແໜ່​ງຫົວໜ້າ​ພັກ .

ນອກ​ນັ້ນ ມັນຍັງ​ໝາຍ​ຄວາມເຖິງການ​ກັບ​ຄືນ​ມາ​ມີ​ອິດ​ທິພົນອີກ​ສໍາລັບອະດີດ​ນາຍົກ
ລັດຖະມົນຕີ ​ທັກສິນ ຊິນນະ​ວັດ ອ້າຍ​ຂອງ​ທ່ານ​ນາງ​ຍິ່ງລັກ ທີ່​ຖືກ​ທະຫານ​ປົດ​ອອກ​
ຈາກ​ອໍານາດ​ໄປ​ເມື່ອ 5 ປີຜ່ານມາ.

ເຖິງ​ແມ່ນຍັງ​ມີ​ຄວາມ​ເປັນ​ປໍ​ລະ​ປັກ​ກັບ​ທ່ານ​ທັກສິນ​ກໍ​ຕາມ ​ແຕ່ພວກ​ຄະນະ​ນໍາພາ​ທະ
ຫານກໍ​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ພວກ​ເຂົາ​ເຈົ້າ​ຈະ​ເຄົາລົບ​ນັບຖື​ຜົນ​ຂອງການ​ເລືອກ​ຕັ້ງ.

XS
SM
MD
LG