ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄທ​ແລະ​ຈີນ​ຈະ​​ເຈລະຈາ ລາຍລະອຽດກ່ຽວກັບ ທາງລົດໄຟຜ່ານລາວ


ທ່ານ ອ້ວນ ພົມມະຈັກ ເອກອັກຄະລັດຖະທູດລາວ ປະຈໍາປະເທດໄທ
ທ່ານ ອ້ວນ ພົມມະຈັກ ເອກອັກຄະລັດຖະທູດລາວ ປະຈໍາປະເທດໄທ

ທາງ​ການ​ໄທ​ແລະ​ຈີນ​ຈະ​ເຈລະຈາ​​ແລະ​ຕົກລົງ​ກັນ​ໃນ​ລາຍ​ລະອຽດ​ກ່ຽວ​ກັບ​ ແຜນການ​ເຊຶ່ອມຕໍ່​ທາງ​ລົດ​ໄຟກັບລາວ​ໃນ​ເດືອນ​ໜ້າ ​ໂດຍ​ເສັ້ນທາງ​ທີ່ທາງ​ການ​ໄທ​ແລະ​ຈີນ​ໄດ້​ໃຫ້​ຄວາມ​ສໍາຄັນ​ເປັນ​ບຸລິມະສິດ​ ກໍ​ຄື​ເສັ້ນທາງ​ຈາກ​ເມືອງ​ຄຸນ​ໝິງມາ​ຍັງ​ນະຄອນ​ຫລວງວຽງ​ຈັນ-ໜອງ​ຄາຍ ​ແລະ​ບາງກອກ.

ທ່ານໂສພົນ ຊາຣໍາ ລັດຖະມົນ​ວ່າການ​ກະຊວງ​ຄົມມະນາ ຄົມ​ຂອງ​ໄທຖະ​ແຫລ​ງຢືນຢັນ​ວ່າ ທ່ານ​ໄດ້​ພົບ​ປະ​ເຈ​ລະ​ຈາ​ຮ່ວມ​ກັບ​ຄະນະ​ຜູ້​ແທນ​ຈາກ​ກະຊວງ​ການ​ລົດ​ໄຟ​ຂອງ​ຈີນ ເມື່ອ​ວັນ​ທີ່ 14 ​ເດືອນ​ກັນຍານີ້ ​ຢູ່​ບາງກອກ ​ເພື່ອ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ແຜນການ​ກໍ່ສ້າງ​ແລະ​ເຊຶ່ອມຕໍ່​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາກ​ຈີນ​ຜ່ານ​ລາວ​ມາຍັງ​ໄທ ​ໂດຍ​ຜົນ​ຮັບ​ທີ່​ໄດ້​ຈາກ​ການ​ພົບ​ປະ​ເຈລະຈາໃນ​ຄັ້ງ​ລ່າ​ສຸດ​ນີ້ ກໍ​ຄື​ທັງ​ສອງ​ຝ່າຍ​ໄດ້​ໃຫ້​ບຸລິ​ມະ​ສິດ​ກັບ​ການກໍ່ສ້າງ​ແລະ​ເຊຶ່ອມຕໍ່​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາກ​ເມືອງ​ຄຸນ​ໝິງ-ສິບ​ສອງ​ພັນ​ນາ ​ເຂົ້າສູ່​ເຂດ​ແຂວງ​ໃນ​ພາກ​ເໜືອ​ຂອງ​ລາວ ​ແລ້ວ​ຕໍ່​ມາ​ຍັງ​ນະຄອນ​ວຽງ​ຈັນ​ແລະ​ເຊຶ່ອມຕໍ່​ກັບ​ຈັງຫວັດ​ໜອງ​ຄາຍ ​ເພື່ອມຸ້ງ​ສູ່​ບາງກອກ​ຂອງ​ໄທ. ​ທ່ານ ໂສພົນຄາດໝາຍ​ວ່າການ​ເຈລະຈາເພື່ອ​ຕົກລົງ​ກັນ​ໃນ​ລາຍ​ລະອຽດ​ ທີ່​ກ່ຽວ​ກັບ​ແຜນການ​ລົງ ທຶນ​ແລະ​ແຜນການ​ກໍ່ສ້າງ​ນັ້ນ ​ຈະ​ມີ​ຂຶ້ນໄດ້​ພາຍ​ໃນ​ເດືອນ​ຕຸລາ​ປີ​ນີ້ ສ່ວນ​ໃນ​ໄລຍະ 2 ອາ ທິດ​ຕໍ່​ໄປ​ນີ້​ ທາງ​ການລັດຖະບານ​ໄທ​ກໍ​ຈະ​ສະ​ເໜີ​ແຜນການ​ເຈລະຈາ​ດັ່ງກ່າວ​ເພື່ອ​ຂໍ​ມະຕິ​ຮັບ ຮອງ​ຈາກ​ລັດຖະສະພາ​ໄທ​ຢ່າງ​ເປັນ​ທາງການ ​ໂດຍ​ເຊື່ອ​ວ່າ​ຈະ​ບໍ່​ມີ​ບັນຫາ​ຂັດຂ້ອງ​ແຕ່​ຢ່າງ​ໃດ ດັ່ງທີ່​ທ່ານໂສພົນ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ເຮົ​າ​ເອງ​ກໍ​ຖື​ວ່າ​ ໂຄງການ​ລົດ​ໄຟ​ໃນ​ຄັ້ງ​ນີ້​ ເປັນ​ໄປ​ດ້ວຍ​ຄວາມ​ລາບ​ລື່ນ​ມາ​ຕະ ຫລອດ ​ແລ້ວ​ກໍ​ຂອບ​ການ​ເຈລະຈານັ້ນ​ ກໍ​ຄິດ​ວ່າ​ຈະ​ນໍາ​ເຂົ້າສູ່​ລັດຖະສະພາ​ໄດ້​ພາຍ​ໃນ​ອາທິດ​ນີ້​ຫລື​ອາທິດ​ໜ້າ ​ເພາະ​ວ່າ​ຄະນະ​ລັດຖະມົນ​ຕີໄດ້​ອະນຸມັດແລ້ວ ​ແລະ​ ຂ້າພະ​ເຈົ້າກໍ​ໄດ້​ໄປ​ຊີ້​ແຈງ​ກັບ​ຄະນະ​ກໍາມະການ​ປະສານ​ງານ​ຮ່ວມ​ຫລື Whip ຂອງ​ລັດ ຖະບານ​ແລ້ວ ​ແລະ Whip ກໍ​ເຫັນ​ພ້ອມ​ທີ່​ຈະ​ນໍາ​ເຂົ້າສູ່​ການ​ປະຊຸມ​ຮ່ວມ​ກັບ​ລັດ​ຖະສະ​ພາ​ຕໍ່​ໄປ”

ກ່ອນ​ໜ້າ​ນີ້ ທ່ານ​ອ້ວນ ພົມມະ​ຈັກ ​ເອກ​ອັກຄະ​ລັດຖະທູດ​ລາວ​ປະ​ຈໍາ​ໄທ ກໍ​ໄດ້​ໃຫ້ການ​ຢືນ ຢັນ​ວ່າ ​ແຜນການເຊຶ່ອມຕໍ່​ທາງ​ລົດ​ໄຟ​ລະຫວ່າງ​ຈີນ​ກັບ​ລາວ​ແລະ​ໄທ​ໄດ້​ປາກົດ​ຕົວຢ່າງ​ເປັນ​ຮູບ​ທໍາ​ຫລາຍ​ຂຶ້ນ​ແລ້ວ​ໃນ​ປັດຈຸບັນ ​ແລະໃນ​ຂະນະ​ທີ່​ທາງ​ການ​ຈີນ ​ໂດຍ​ກະຊວງ​ການ​ລົດ​ ໄຟ​ນັ້ນ ​ກໍ​ກໍາລັງ​ຢູ່​ໃນ​ລະຫວ່າງ​ການ​ຂຽນ​ບົດ​ວິພາກ​ເສດຖະກິດ​ແລະ​ສຶກສາ​ເພື່ອ​ອອກ​ແບບ ​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ທີ່​ເຊຶ່ອມຕໍ່​ຈາກ​ຈີນ​ມາ​ທີ່​ນະຄອນ​ວຽງ​ຈັນ​ ແລ້ວ​ຕໍ່​ໄປ​ຍັງບາງກອກ. ຖ້າ​ຫາກ​ວ່າການ​ດໍາ​ເນີນ​ງານ​ເປັນ​ໄປ​ຕາມ​ແຜນການ​ທີ່​ວາງ​ເອົາ​ໄວ້​ ກໍ​ເຊື່ອ​ວ່າການ​ກໍ່ສ້າງ ​ທາງລົດ​ໄຟ​ທີ່​ເຊຶ່ອມຕໍ່​ຈາກ​ຈີນ​ ມາ​ທີ່​ນະຄອນ​ວຽງ​ຈັນ​ນັ້ນ ​ຈະ​ສາມາດ​ເລີ່​ມລົງມື​ດໍາ​ເນີນ​ການ​ກໍ່ສ້າງ​ໄດ້​ໃນ​ປີໜ້າ​ ແລະ​ຄາດ​ວ່າ​ຈະ​ໃຊ້​ເວລາ 5 ປີ ກໍ​ຈະ​ດໍາ​ເນີນ​ການ​ກໍ່ສ້າງ​ໃຫ້​ສໍາ​ເລັດ​ໄດ້​ ໃນ​ຕະຫລອດ​ເສັ້ນທາງ.

ທາງ​ການ​ຈີນ​ໄດ້​ຕົກລົງ​ຮ່ວມ​ມື​ກັບ​ທາງ​ການ​ລາວ​ເຂົ້າ​ໃນ​ການ​ພັດທະນາ ​ແລະ​ກໍ່ສ້າງ​ທາງ​ລົດ​ໄຟ​ໃນ​ລາວ​ເພື່ອ​ເຊຶ່ອມຕໍ່​ກັບ​ຈີນ​ແລະ​ອາ​ຊຽນ​ເມື່ອ​ບໍ່​ນາມ​ມາ​ນີ້ ​ໂດຍ​ຈະ​ມີ​ການຈັດ​ຕັ້ງ​ບໍລິສັດ​ຮ່ວມ​ທຶນ​ມາ​ດໍາ​ເນີນ​ການ​ຮ່ວມ​ກັນ ຫາກ​ແຕ່​ວ່າ​ໃນ​ສ່ວນ​ຂອງ​ເງິນທຶນ ​ແລະ​ເທັ​ກນິກຕ່າງໆ​ທີ່​ຈະ​ນໍາ​ໃຊ້​ເຂົ້າ​ໃນ​ການ​ກໍ່ສ້າງ​ທາງ​ລົດ​ໄຟ ຊຶ່ງ​ລວມ​ໄປ​ເຖິງ​ຫົວ​ຈັກ​ລົດ​ໄຟ ​ແລະ​ຂະ​ບວນລົດ​ໄຟ​ດ້ວຍ​ນັ້ນ ​ຈະ​ມາ​ຈາກ​ຝ່າຍ​ຈີນ​ທັງ​ໝົດ ​ໂດຍ​ສໍາລັບ​ການ​ດໍາ​ເນີນ​ງານ​ໃນໄລຍະ​ທໍາ​ອິດ ​ກໍ​ຈະ​ເປັນ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງການ. ຕໍ່​ຈາກ​ນັ້ນ​ກໍ​ຈະເປັນ​ການ​ອອກ​ແບບ​ການ​ກໍ່ສ້າງ​ ແລະ​ສະ​ເໜີ​ຂໍ​ອະນຸມັດ​ໂຄງການ​ຈາກ​ລັດຖະບານ​ລາວ​ຕໍ່​ໄປ ​ແລະ​ເມື່ອ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ລັດຖະບານລາວ​ແລ້ວ ​ກໍ​ຈະ​ເລີ່​ມດໍາ​ເນີນ​ການ​ກໍ່ສ້າງ​ໄດ້​ໃນ​ທັນທີ ຊຶ່ງ​ຄາດ​ວ່າ ​ຈະ​ຕ້ອງ​ໃຊ້​ເງິນ​ທຶນ​ຄິດ​ເປັນ​ມູນ​ຄ່າ​ຫລາຍ​ກວ່າ 4,000 ລ້ານ​ໂດ​ລາ.

ເສັ້ນທາງ​ລົດ​ໄຟ​ທີ່​ທາງ​ການ​ຈີນ​ໃຫ້​ຄວາມ​ສໍາຄັນ​ຫລາຍ​ທີ່​ສຸດ ​ກໍ​ຄື​ເສັ້ນທາງ​ທີ່​ເຊຶ່ອມຕໍ່​ ຈາກ​ດ່ານ​ບໍ່​ເຕັນ ​ໃນ​ແຂວງ​ຫລວງ​ນໍ້າ​ທາ ຊຶ່ງ​ຕິດ​ຕໍ່​ກັບ​ຊາຍ​ແດນ​ຈີນ​ທີ່​ດ່ານ​ບໍ່​ຫານ​ໃນ​ເຂດ​ສິບ​ສອງ​ພັນ​ນາ ​ເລື້ອຍ​ລົງ​ມາສູ່​ນະຄອນ​ວຽງ​ຈັນ ​ແລ້ວ​ເຊຶ່ອມຕໍ່​ກັບ​ໜອງ​ຄາຍ-ບາງກອກ-ມາ​ເລ​ເຊຍ ​ແລະ​ສິງ​ກະ​ໂປ ຫລື​ທີ່​ເອີ້ນ​ວ່າ ​ເສັ້ນທາງ​ລົດ​ໄຟ ອາ​ຊ່ຽນ-ຈີນ​ນັ້ນ​ເອງ.

XS
SM
MD
LG