ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານ​​ໄທ ​ຟ້ອງ ນັກ​ຂ່າວ 2 ຄົນ ​ໃນຂໍ້​ຫາ ​ໝິ່ນປະ​ມາດ (ວີດີໂອ)


ສານ​ໃນ​ປະ​​ເທດ​ໄທ ​ໄດ້ຟ້ອງ ນັກ​ຂ່າວ 2 ຄົນ ນາຍ Alan Morison ແລະ ​ເພື່ອນ​ຮ່ວມ​ງານຄົນ​ໄທ ນາງ ​ຊຸດ​ຕິ​ມາ ສີ​ດາສະຖຽນ .
ສານ​ໃນ​ປະ​​ເທດ​ໄທ ​ໄດ້ຟ້ອງ ນັກ​ຂ່າວ 2 ຄົນ ນາຍ Alan Morison ແລະ ​ເພື່ອນ​ຮ່ວມ​ງານຄົນ​ໄທ ນາງ ​ຊຸດ​ຕິ​ມາ ສີ​ດາສະຖຽນ .
ສານ​ໃນ​ປະເທດ​ໄທ ​ໄດ້ຟ້ອງ ນັກ​ຂ່າວ 2 ຄົນ ​ໃນຂໍ້​ຫາ ​ໝິ່ນ
ປະ​ມາດ ​ຍ້ອນ​ໄດ້​ເຜີຍ​ແຜ່ ສ່ວນ​ນຶ່ງຂອງ ລາຍ​ງານຂ່າວ ທີ່​
ກ່າວ​ຫາ​ກອງທັບເຮືອ ໄທ ວ່າ ລັກລອບ​ຄ້າ​ມະນຸດ ທີ່​ເປັນ
ຊາວ​ອົບ​ພະຍົບມຸສລິ​ມ ​ເຜົ່າ​ໂຣຮິງ​ຢາ ທີ່ຫ​ລົບ​ໜີ​ມາຈາກ
ມຽນມາ.

ນອກນັ້ນ ບັນ​ນາ​ທິການ​ຄົນອອສເຕຣ​ເລຍ Alan Morison
​ແລະ ​ເພື່ອນ​ຮ່ວມ​ງານຄົນ​ໄທ ນາງ ​ຊຸດ​ຕິ​ມາ ສີ​ດາສະຖຽນ
ຍັງຖື​ກກ່າວຫາວ່າ ລະ​ເມີດກົດ​ໝາຍວ່າ​ດ້ວຍ​ ອາ​ຊະ​ຍາ​ກຳ​
ທາງ​ຄອມ​ພິວ​ເຕີ້​ຂອງ​ໄທ.ທັງ​ສອງປະ​ເຊີນ​ກັບ​ໂທດ​ຕິດ​ຄຸກ​
ເຖິງ 7 ປີ ​ແລະປັບ​ໄໝ​ເປັນ​ເງິນ​ 3,000 ​ໂດ​ລາ ຖ້າ​ຫາກ​ຖື​ກ
ຕັດສິນ​ວ່າ ມີ​ຄວາມ​ຜິດ.

ທັງ​ສອງ​ຄົນໄດ້​ໄປ​ຂຶ້ນສານ ຢູ່ເມືອງພູ​ເກັດ ​ເພື່ອ​ຮັບ​ຟັງ​ຂໍ້​ກ່າວ​ຫາ ​ໃນ ວັນ​ພະຫັດວານນີ້.
ທ່ານ Morison ​ໄດ້​ປະນາມ​ຄະດີ​ນີ້ ກ່າວວ່າ ມັນ ແມ່ນສ່ວນ​ນຶ່ງ​ຂອງ​ການທຳ​ສົງຄາມ​ຕໍ່
​ສິດ​ເສລີພາບ​ຂອງ​ສື່​ທັງຫຼາຍ​ໃນ​ປະ​ເທດ​ໄທ.
THAILAND JOURNALISTS SOTVO - 18 April 14
please wait

No media source currently available

0:00 0:00:37 0:00

Morison ​ແລະ ນາງ​ຊຸດ​ຕິ​ມາ ​ເຮັດວຽກ​ໃຫ້​ເວັບ​ໄຊ້ ພາສາ​ອັງກິດ ທີ່​ຊື່ Phuketwan ທີ່
ເມື່ອ​ປີ​ກາຍ​ນີ້​ ​ໄດ້ເອົາຂ່າວບາງ​ສ່ວນ ຈາກລາຍ​ງານ​ຂອງ​ສຳນັກ​ຂ່າວ Reuters ທີ່​ກ່ຽວ​ກັບ
ຊາວ​ອົບ​ພະຍົບ​ໂຣຮິງ​ຢາ ລົງ​ໃນ​ເວັບ​ໄຊ້.

ຕໍ່​ມາ Reuters ​ໄດ້​ຮັບ​ລາງວັນ Pulitzer Prize ອັນ​ໂດດ​ເດັ່ນ ຍ້ອນ​ການ​ລາຍ​ງານ​ຂ່າວ ​
ກ່ຽວ​ກັບ ພວກອົບ​ພະຍົບ​ໂຣຮິງ​ຢາ ທີ່​ຫລົບ​ໜີ​ການ​ປະ​ຫັດ​ປະຫານ ​ຢູ່​ໃນມຽນມາ.
ພວກ​ນັກ​ຂ່າວ​ທັງ​ສອງ ​ໄດ້​ຖືກ​ປ່ອຍ​ໂຕ ຫຼັງ​ໄດ້​ວາງ​ຄ່າ​ປະກັນ​ໂຕ ​ໃນ​ ວັນ​ພະຫັດວານ​ນີ້.
XS
SM
MD
LG