ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ​ກະ​ສິດ ພິຣົມ ຈະສະເໜີຂໍ້ມູນ ຕໍ່ສະຫະປະຊາຊາດ ກ່ຽວກັບ ບັນຫາ ໄທ-ກໍາປູເຈຍ


ໃນບໍລິເວນອ້ອມແອ້ມ ວັດຮິນດູ ເຂົາພຣະວິຫານ ທີ່​ເກົ່າ​​ແກ່ 900 ປີ ທີ່ຕັ້ງ​ຢູ່​ໃນ​ເຂດຊາຍແດນລະຫວ່າງ​ກໍາປູເຈຍແລະໄທ
ໃນບໍລິເວນອ້ອມແອ້ມ ວັດຮິນດູ ເຂົາພຣະວິຫານ ທີ່​ເກົ່າ​​ແກ່ 900 ປີ ທີ່ຕັ້ງ​ຢູ່​ໃນ​ເຂດຊາຍແດນລະຫວ່າງ​ກໍາປູເຈຍແລະໄທ

ໄທຖະແຫລງວ່າ ລັດຖະມົນຕີການຕ່າງປະເທດຂອງຕົນ
ທ່ານ​ກະ​ສິດ ພິຣົມຈະອອກເດີນທາງມາຍັງນະຄອນ
New York ໃນວັນຈັນໜ້ານີ້ ເພື່ອນໍາຂໍ້ມູນສະເໜີຕໍ່
ສະພາ​ຄວາມ​ໜັ້ນຄົງຂອງອົງການສະຫະປະຊາຊາດ
ກ່ຽວ​ກັບການປະທະກັນໃນ​ທ້າຍ​ສັບປະດາ​ຜ່ານ​ມາ
ລະຫວ່າງກໍາປູເຈຍແລະໄທນັ້ນ.

ພວກເຈົ້າໜ້າທີ່ໄທກ່າວໃນວັນພຸດມື້​ນີ້ວ່າ ພວກເຂົາເຈົ້າ
ເຊື່ອວ່າອົງການສະຫະປະຊາຊາດກໍຈະ​ໄດ້​ຮັບຟັງ​ເຊ່ນ​ກັນ
ຈາກ ທ່ານ Hor Namhong ລັດຖະມົນຕີ ການຕ່າງປະ
ເທດກໍາປູເຈຍ ແລະລັດຖະມົນຕີການຕ່າງປະເທດອິນໂດເນເຊຍ ທ່ານ Marty Nata-
legawa ຜູ້ຊຶ່ງ​ໄດ້​ທໍາ​ການໄກ່​ເກ່ຍບັນຫາ​ລະຫວ່າ​ງສ​ອງປະ ເທດອາຊ່ຽນເພື່ອນບ້ານ
ດັ່ງກ່າວນັ້ນ. ພວກ​ເຈົ້າ​ໜ້າ​ທີ່​ໄທກ່າວອີກວ່າ ການພົບ​ປະ ກັນ​ຊຶ່ງໆໜ້າລະຫວ່າງລັດຖະ
ມົນຕີໄທແລະກໍາປູເຈຍນັ້ນ ແມ່ນເປັນໄປໄດ້.

ໄດ້ມີ 8 ຄົນແລ້ວ ເສຍຊີວິດ ແລະ 12 ຄົນ ບາດເຈັບໃນການປະທະກັນໃນ ໄລຍະ 4
ມື້ ຂອງການປະ​ທະກັນກ່ຽວກັບເຂດນໍ້າແດນດິນໃນບໍລິເວນອ້ອມແອ້ມ ວັດຮິນດູ ເຂົາພຣະ
ວິຫານ ທີ່​ເກົ່າແກ່ 900 ປີ ທີ່ຕັ້ງ​ຢູ່​ໃນ​ເຂດຊາຍແດນລະ ຫວ່າງ​ສອງ​ປະ​ເທດນັ້ນ.

ບໍ່ໄດ້ມີການປະທະກັນມາ ຕັ້ງແຕ່ເຊົ້າວັນຈັນຜ່ານ​ມາ​ນີ້ ແຕ່ກອງກໍາລັງທະຫານ ກໍຍັງຢູ່​
ໃນ​ທ່າ​ມີ​ສະຕິ​ລະວັງ​ໂຕ​ສູງ ຢູ່​ໃນທັງ 2 ຟາກ​ຊາຍ​ແດນ.

XS
SM
MD
LG