ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໄທກ່າວວ່າ ເຫດລະເບີດໃນໄທນັ້ນ ແມ່ນແນເປົ້າ ໃສ່ນັກການທູດ ອິສຣາແອລ


ຄວາມເສຍຫາຍ ທີ່ເກີດຈາກເຫດລະເບີດແຕກ ຢູ່ທີ່ບາງກອກ (14 ກຸມພາ 2012)
ຄວາມເສຍຫາຍ ທີ່ເກີດຈາກເຫດລະເບີດແຕກ ຢູ່ທີ່ບາງກອກ (14 ກຸມພາ 2012)

ພວກ​ເຈົ້າໜ້າ​ທີ່​ໄທ​ກ່າວ​ວ່າ ຊາວ​ອິຣ່ານສາມ​ຄົນ​ທີ່​ຖືກ​ຈັບ​ກຸມ​ໃນ​ຂໍ້​ຫາ​ມີ​ສ່ວນພົວພົນ​ກັບ​
ເຫດ​ລະ​ເບີດ​ ທີ່​ນະຄອນຫຼວງບາງກອກໃນ​ຕົ້ນ​ອາທິດນີ້ ​ເປັນ​ສ່ວນ​ນຶ່ງ​ຂອງ​ແຜນການ
ລອບ​ສັງຫານ​ທີ່​ແນ​ໃສ່​ພວກ​ນັກ​ການ​ທູດອີສຣາ​ແອ​ລ.

ຜູ້​ຕ້ອງ​ສົງໄສ​ຄົນ​ທີ່​ສາມ​ໄດ້​ຖືກ​ຈັບ​ກຸມ​ເມື່ອ​ວັນ​ພຸດ​ວານ​ນີ້ ທີ່​ສະໜາມ​ບິນ ນານາ​ຊາດ​ກົວ
ລາ​ລໍາເປີ​ ປະ​ເທດ​ມາ​ເລ​ເຊຍ. ຊາຍ​ຊາວ​ອິຣ່ານອີກສອງ​ຄົນ​ຖືກ​ຈັບ​ກຸມ​ໃນ​ທັນທີ​ ຫຼັງຈາກ
ລະ​ເບີດ​ແຕກ​ຂຶ້ນຫລາຍ​ບັ້ນ ​ຂອງ​ວັນອັງຄານ​ຜ່ານ​ມາໃນ​ນະຄອນຫຼວງບາງກອກ​ຂອງ​ໄທ
ທີ່​ຍັງ​ຜົນ​ໃຫ້​ພົນລະ​ເຮືອນບາດ​ເຈັບ​ສີ່​ຄົນ.

ຜູ້​ບັນຊາ​ການ​ຕໍາຫຼວດ​ໄທ ທ່ານ ປຣີວພັນ ທະ​ມະ​ພົນ ກ່າວ​ໃນ​ລະຫວ່າງ​ໃຫ້​ສໍາພາດ​
ທາງ​ໂທລະ​ພາບ​ເມື່ອ​ວັນ​ພຸດ​ວານນີ້​ກ່ຽວ​ກັບ​ດິນລະ​ເບີດທີ່​ໃຊ້​ໃນ​ການ​ໂຈມ​ຕີ​ຢູ່ບາງກອກ
ນັ້ນ ​ແມ່ນ​ຄ້າຍຄື​ກັບ​ພວກດິນ​ລະ​ເບີດ​ທີ່​ໃຊ້​ໃນ​ການ​ໂຈມ​ຕີ​ດ້ວຍ​ລົດ​ລະ​ເບີດ ທີ່​ແນ​ເປົ້າ
ໝາຍ​ໃສ່​ພວກ​ນັກ​ການ​ທູດ​ໃນ​ອິນ​ເດຍ ​ແລະ​ໃນ​ປະ​ເທດ Georgia.

ຜູ້​ບັນຊາ​ການຕໍາຫຼວດ ປຣີວພັນ ກ່າວ​ໃນ​ຕອນ​ນຶ່ງ​ວ່າ “ດັ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ເວົ້າກ່ອນ​ນັ້ນ
ວ່າເປົ້າໝາຍ​ຂອງເຂົາ​ເຈົ້າກໍ​ຄື​ແນ​ໃສ່​ນັກ​ການທູດ​ອິສຣາ​ແອ​ລ ​ຊຶ່ງ​ບໍ່​ໄດ້ແນ​ໃສ່ ຫລື​ກ່ຽວ​ກັບ
ພວກ​ຄົນ​ໄທ​ແຕ່​ຢ່າງ​ໃດ”

ສີ່​ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນການ​ໂຈມ​ຕີ​ທີ່​ນະຄອນຫຼວງນີວ​ເດລີ​ຂອງອິນ​ເດຍ ​ໃນ​ຂະນະ​ທີ່
ລົດ​ບັນທຸກ​ລະ​ເບີດ​ທີ່​ນະຄອນຫຼວງ Tbilisi ປະ​ເທດ​ຈໍ​ເຈຍຖືກ​ປົດ​ຂະ​ນວນ​ໄວ້​ໄດ້.

XS
SM
MD
LG