ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານໄທ ເລີ່ມດຳເນີນຄະດີ ຊາວວີເກີ້ 2 ຄົນ ໃນຂໍ້ຫາວາງລະເບີດ ທີ່ສານເຈົ້າ ໃນປີ 2015


ເຈົ້າໜ້າທີ່ຕຳຫລວດ ຄວບຄຸມຕົວພວກຜູ້ຕ້ອງສົງໄສ ໃນເຫດລະເບີດແຕກ ຢູ່ທີ່ສານເຈົ້າເອຣາວັນ ຄືທ້າວ Bilal Mohammad, ຢູ່ດ້ານໜ້າ, ແລະທ້າວ Mieraili Yusufu, ຢູ່ດ້ານຫຼັງ, ໃນຂະນະທີ່ພວກເຂົາ ໄປຮອດສານທະຫານ ໃນບາງກອກ ປະເທດໄທ, ວັນທີ 24 ພະຈິກ 2015.
ເຈົ້າໜ້າທີ່ຕຳຫລວດ ຄວບຄຸມຕົວພວກຜູ້ຕ້ອງສົງໄສ ໃນເຫດລະເບີດແຕກ ຢູ່ທີ່ສານເຈົ້າເອຣາວັນ ຄືທ້າວ Bilal Mohammad, ຢູ່ດ້ານໜ້າ, ແລະທ້າວ Mieraili Yusufu, ຢູ່ດ້ານຫຼັງ, ໃນຂະນະທີ່ພວກເຂົາ ໄປຮອດສານທະຫານ ໃນບາງກອກ ປະເທດໄທ, ວັນທີ 24 ພະຈິກ 2015.

ການດຳເນີນຄະດີ ຜູ້ຊາຍສອງຄົນ ທີ່ຖືກກ່າວຫາວ່າ ເປັນຜູ້ວາງລະເບີດ ເມື່ອເດືອນ
ສິງຫາ ປີ 2015 ຢູ່ທີ່ສານເຈົ້າແຫ່ງໜຶ່ງທີ່ມີ​ຄົນນິຍົມ​ໄປ​ສັກກາລະ ໃນປະເທດໄທ ໄດ້ເລີ່ມຕົ້ນຂຶ້ນ ຫຼັງຈາກທີ່ໄດ້ເລື່ອນເວລາອອກໄປ ຍ້ອນຄວາມຂັດແຍ່ງ ກ່ຽວກັບ ນາຍພາສາທີ່ໄດ້ ສະໜອງໃຫ້ແກ່ພວກຈຳເລີຍທັງສອງ.

ທ້າວ Bilal Mohammed ແລະ ທ້າວ Mieraili Yusufu ກຳລັງປະເຊີນໜ້າກັບ
ຂໍ້ຫາ 10 ກະໂທງ ປະກອບດ້ວຍຂໍ້​ຫາ ຄາດຕະກຳ ແລະ ມີດິນລະເບີດ ໃນຄອບຄອງ ຢ່າງຜິດກົດໝາຍ ທີ່ມີສ່ວນກ່ຽວຂ້ອງກັບ​ເຫດລະເບີດ ຢູ່ທີ່ສານເຈົ້າ​ເອຣະວັນ ຢູ່
ບາງກອກ ຊຶ່ງໄດ້ສັງຫານ 20 ຄົນ. ພວກເຂົາເຈົ້າ​ໄດ້ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວ.

ບຸກຄົນທັງສອງ ເປັນຄົນຈີນເຜົ່າວີ​ເກີ້ ແລະ ບໍ່ຍອມຮັບເອົານາຍພາ ສາສອງຄົນ ທີ່ສະໜອງໃຫ້ໂດຍສະຖານທູດຈີນ ຍ້ອນພວກເຂົາກ່າວວ່າ ຈີນບໍ່ນັບຖືຊາວ​ວີ​ເກີ້
ຢູ່​ແລ້ວ. ສານໄທໄດ້ປະຕິເສດ ຕໍ່ຄວາມກັງວົນຂອງພວກຈຳເລີຍທັງສອງ.

ເຂດ Xinjiang ຂອງຈີນເປັນຖິ່ນຖານບ້ານເກີດ ຂອງພວກຊົນກຸ່ມນ້ອຍ ​ເຜົ່າ​ວີ​ເກີ້ ຊຶ່ງພວກເຂົາເຈົ້າຫຼາຍຄົນ ຈົ່ມວ່າ ຖືກກົດຂີ່ ແລະໄດ້ຖືກ​ປາບປາມຢ່າງໜັກ ໃນການ ຕໍ່ຕ້ານການກໍ່ການຮ້າຍ ໂດຍປັກກິ່ງ.

ບັນດາເຈົ້າໜ້າທີ່ຂອງໄທ ກ່າວວ່າ ການວາງລະເບີດ ໄດ້ດຳເນີນໄປ ເພື່ອເປັນການ ລ້າງແຄ້ນ ສຳລັບການປາບປາມ ຕໍ່ເຄືອຂ່າຍຂອງພວກລັກລອບຄົນຂ້າມຊາຍແດນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG