ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄທຈັບທະຫານ 9 ຄົນ ທີ່ອາດພົວພັນ ກັບເຫດຮ້າຍ ໃນບໍລິເວນ ສາມຫຼ່ຽມຄຳ


ເຮືອຂອງກໍາລັງຕໍາຫຼວດນໍ້າ ຈາກມົນທົນຢູນານ ໃຫ້ການຄຸ້ມຄອງ ເຮືອຂົນສົ່ງສິນຄ້າຂອງຈີນ ທີ່ແລ່ນໃນແມ່ນໍ້າຂອງຕອນເໜືອ
ເຮືອຂອງກໍາລັງຕໍາຫຼວດນໍ້າ ຈາກມົນທົນຢູນານ ໃຫ້ການຄຸ້ມຄອງ ເຮືອຂົນສົ່ງສິນຄ້າຂອງຈີນ ທີ່ແລ່ນໃນແມ່ນໍ້າຂອງຕອນເໜືອ

ເຈົ້າໜ້າທີ່ໄທໄດ້ຈັບທະຫານ 9 ຄົນ ໃນຖານທີ່ສົງໄສວ່າພົວພັນກັບການເສຍຊີວິດຂອງ
ລູກເຮືອຊາວຈີນ 13 ຄົນ ໃນບໍລິເວນຕອນເໜືອຂອງແມ່ນໍ້າຂອງເມື່ອຕົ້ນເດືອນນີ້.

ພົນໂທວຸດ ລິບທະພັນລົບໄດ້ກ່າວຕໍ່ອົງການຂ່າວຝຣັ່ງວ່າ ພວກທະຫານຊຶ່ງເຊື່ອກັນວ່າ
ພົວພັນກັບກຸ່ມຄ້າຢາເສບຕິດຂອງມຽນມານັ້ນ ໄດ້ເຂົ້າມອບໂຕຕໍ່ທາງການໃນມື້ວັນສຸກ
ວານນີ້ ທີ່ຈັງຫວັດຊຽງຮາຍໃນພາກເໜືອຂອງໄທ. ແຕ່ພົນໂທວຸດບໍ່ໄດ້ໃຫ້ລາຍລະອຽດ
ຫຍັງຫຼາຍໄປກວ່ານີ້ ໂດຍອ້າງວ່າ ເລື່ອງດັ່ງກ່າວພວມຢູ່ໃນລະຫວ່າງການສືບສວນ.

ການສືບສວນຢ່າງເຕັມທີ່ ກ່ຽວກັບການບຸກກວດຄົ້ນເຮືອຈີນ 2 ລຳ ໃນວັນທີ 5 ຕຸລາ
ຜ່ານມາ ແມ່ນໄດ້ຮັບການໃຫ້ຄຳໝັ້ນສັນຍາ ໂດຍນາຍພົນຜິວພັນ ດາມາພົງ ຜູ້ບັນຊາ
ການຕຳຫຼວດແຫ່ງຊາດຂອງໄທ ຊຶ່ງທ່ານກ່າວວ່າ ການກະທຳຂອງພວກທະຫານຈຸນີ້ບໍ່ ໄດ້ມີສ່ວນພົວພັນໃດໆກັບກອງທັບໄທ.

ທະຫານໄທຈຸນີ້ແມ່ນສັງກັດຢູ່ໃນກອງທັບພາກທີ 3 ຊຶ່ງມີໜ້າທີ່ໃນການປົກປັກຮັກສາ
ເຂດຊາຍແດນຕອນເໜືອຂອງໄທ ໃນບໍລິເວນສາມຫຼ່ຽມຄຳ ບ່ອນທີ່ຊາຍແດນຂອງໄທ
ມຽນມາ ແລະ ສປປ ລາວມາບັນຈົບຄົບກັນນັ້ນ.

ພວກເຄາະຮ້າຍ 13 ຄົນແມ່ນພະນັກງານຂອງເຮືອບັນທຸກສິນຄ້າຈີນ 2 ລຳທີ່ຖືກຈີ້ໄປ ແລະຍິງຕາຍໂດຍບຸກຄົນທີ່ບໍ່ຊາບຝ່າຍ ໃນຕົ້ນເດືອນນີ້.

ສົບຂອງຂອງລູກເຮືອຈີນເຫຼົ່ານີ້ ຖືກພົບເຫັນໃນບໍລິເວນແມ່ນໍ້າຂອງຕອນເໜືອໃນສະ ພາບທີ່ຖືກປິດຕາແລະມື້ໄຂວ່ຫຼັງ.

XS
SM
MD
LG