ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງປະຊຸມຕໍ່ຕ້ານ ການສໍ້ລາດບັງຫລວງ


ປະຊາຊົນຂະເໝນເດີນຂະບວນ ຮຽກຮ້ອງໃຫ້ປາບການສໍ້ລາດບັງຫລວງ
ປະຊາຊົນຂະເໝນເດີນຂະບວນ ຮຽກຮ້ອງໃຫ້ປາບການສໍ້ລາດບັງຫລວງ

ບັນດາ​ນັກ​ຊ່ຽວຊານ​ດ້ານ​ການ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ປະຊຸມ​ກັນ​ຢູ່​ປະ​ເທດໄທ​ ໃນ​ສັບປະດາ​ແລ້ວ​ນີ້ ​ແລະ​ໄດ້​ສະ​ເໜີ​ຄໍາ​ແນະ​ນໍາຈໍານວນ​ນຶ່ງ​ ເພື່ອ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ໃນ​ທົ່ວ​ໂລກ.

ກອງ​ປະຊຸມ​ນາໆຊາດ​ວ່າ​ດ້ວຍ​ການ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ
ຫລວງ​ຄັ້ງ​ທີ 14 ທີ່ບາງກອກ ປະ​ເທດໄທ ​ໄດ້​ເສັດ​ສິ້ນ​ລົງ​
ໃນວັນ​ເສົາ​ຜ່ານ​ມາ​ນີ້ ​ໂດຍ​ໄດ້​ຮັບ​ຄໍາ​ໝັ້ນ​ສັນຍາ​ຈາກ​ບັນ
ດາ​ປະເທດ​ທີ່​ມາ​ຮ່ວມ​ກອງ​ປະຊຸມ​ ທີ່ຈະ​ພາ​ກັນ​ເລັ່ງລັດ​
ຄວາມ​ພະຍາຍາມ​ເພື່ອ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫລວງແລະ​
ເຄົາລົບ​ນັບຖືດ້ວຍ​ການ​ປະຕິບັດໂດຍ​ເຕັມ​ ຂໍ້​ຕົກລົງ​ຕ່າງໆ
ທີ່ມີ​ຢູ່​ໃນ​ປັດຈຸບັນ​ ວ່າ​ດ້ວຍ​ການ​ຕໍ່ຕ້ານ​ການ​ສໍ້​ລາດ ​ບັງ​ຫລວງນັ້ນ​.

ກອງ​ປະຊຸມໄດ້​ສະ​ແດງ​ຄວາມ​ເສຍ​ໃຈ​ອອກ​ມາ​ ທີ່ມີ​ຫລາຍ
ປະ​ເທດທີ່​ຍັງບໍ່​ທັນ​ໄດ້​ໃຫ້ສັດຕະຍາບັນ ຫລື​ຈັດ​ຕັ້ງປະຕິບັດ
ສົນທິສັນຍາ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຂອງ​ສະຫະປະຊາ
ຊາດ​ທີ່​ມີ​ຢູ່ແລ້ວ​ນັ້ນ​ ຊຶ່ງ​ໄດ້ມີຜົນ​ບັງຄັບ​ໃຊ້​ມາແຕ່​ປີ 2005 ​
ແລະ​ບັງຄັບໃຫ້ລັດຖະບານ​ຕ່າງໆດຳ​ເນີນການ​ເພື່ອ​ປ້ອງ
ກັນການ​ສໍ້​ລາດ​ບັງ​ຫລວງ ​ແລະ​ເຮັດ​ໃຫ້ການ​ສໍ້​ລາດ​ບັງ
ຫລວງ​ເປັນ​ສິ່ງ​ທີ່​ຜິດ​ກົດໝາຍ ຕະຫລອດ​ທັງ​ກໍານົດ​ໃຫ້​ມີ​ການຮ່ວມມືໃນ​ລະຫວ່າງ​ຊາດ​ ​ແລະ​ການ​ກູ້​ເອົາ​ຊັບ​ສິນ​ກັບຄືນ​ມາ.

ຫລັງ​ຈາກ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ເປັນ​ເວລາ 4 ມື້​ ກ່ຽວກັບ​ເລື້ອງການສໍ້ລາດ​ບັງ​
ຫລວງ​ໃນ​ພາກສ່ວນ​ເອກະ​ຊົນ ​ເລື້​ອງຄວາມ​ໜັ້ນຄົງ​ແລະ​ສັນຕິພາບ ນະ​ໂຍບາຍດ້ານ
ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ​ການ​ຈັດສົ່ງ​ການ​ຊ່ອຍເຫລືອ ທາງ​ສະພາຕໍ່
ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ໄດ້​ລົງ​ຄວາມ​ເຫັນ​ວ່າ ອໍານາດ​ຂອງ​ສັງຄົມ​ພົນລະເຮືອນໃນ
ການຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫລວງນັ້ນ ​ໄດ້​ຖືກ​ຕີ​ລາ​ຄາ​ຕໍ່າ​ໄປ​ໃນ​ປັດຈຸບັນ.

ນັກສະ​ແດງ​ຮູບ​ເງົາ ນາງ Emma Suwannarat ຜູ້​ສະ​ເໜີຄໍາ​ປະກາດ​ນີ້ ​ໃຫ້​ຂໍ້​ສັງ​ເກດ
ວ່າ ມີ​ຄວາມ​ຄືບ​ໜ້າ​ຊ້າ​ຫລາຍ ກ່ຽວ​ກັບ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ
ຫລວງ​ຂອງ​ສະຫະ​ປະຊາ​ຊາດ​ນັ້ນ​ ຊຶ່ງ​ນາງກ່າວຕື່ມວ່າ:

“ພວກ​ເຮົາສັງ​ເກດ​ເຫັນ​ວ່າ ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດຕ້ານ​ການ​ສໍ້
ລາດ​ບັງ​ຫລວງ ​ໄດ້​ເປັນເຄື່ອງ​ມືບຸກ​ເບີກ​ໃໝ່ຂອງ​ສາກົນ ​ເພື່ອ ແກ້​ໄຂບັນຫາ
ການສໍ້​ລາດ​ບັງ​ຫລວງ. ​ແຕ່​ເປັນທີ່ໜ້າ​ເສຍດາຍ​ ທີ່​ວ່າ​ຫລາຍໆປະ​ເທດ ຍັງ​
ບໍ່​ໄດ້ໃຫ້​ສັດຕະຍາ​ບັນ ​ແກ່​ສົນທິສັນຍາ​ນີ້​ເທື່ອ ຫລືບໍ່ກໍ​ຊັກ​ຊ້າ​ ໃນ​ການ​ຈັດ​ຕັ້ງ
ປະຕິບັດ​ສົນທິສັນຍາ​ສະບັບ​ນີ້.”


ກອງ​ປະຊຸມ​ດັ່ງກ່າວໄດ້ມີ​ຂຶ້ນ​ພ້ອມໆ​ກັນ​ກັບ​ກອງ​ປະຊຸມ​ສຸດ​ຍອດ​ຂອງກຸ່ມG20 ທີ່​ກຸງ​ໂຊນ
ເກົາຫລີ​ໃຕ້ບ່ອນ​ທີ່​ພວກ​ຜູ້​ນໍາໄດ້ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ຈະປາບການ​ສໍ້​ລາດ​ບັງ​ຫລວງ​ ຜ່ານ
ແຜນການ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງຫລວງ​ຂອງ​ຕົນ​ເອງ. ນອກ​ນັ້ນ ​ກອງ​ປະຊຸມ​ນີ້​ຍັງ​ດໍາ​ເນີນ​ໄປ
ພ້ອມ​ໆ​ກັນກັບ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີຂອງ​ສະພາຮ່ວມ​ມື​ດ້ານເສດຖະກິດ​ຂອງ​ກຸ່ມປະ
ເທດ​ໃນ​ເຂດ​ເອ​ເຊຍ​ແລະ​ປາຊີ​ຟິກ ຫລື​ອົງການ​ເອ​ເປັກ ຊຶ່ງ​ໃນ​ກອງ​ປະຊຸມ​ທີ່​ວ່າ​ນີ້ ພວກ​ຜູ້​ນໍາ
ໄດ້ລະບຸ​ວ່າ ການ​ສໍ້​ລາດ​ບັງຫລວງ​ເປັນ​ໄພ​ຂົ່ມຂູ່​ຕໍ່​ຄວາມ​ຈະ​ເລິນ​ຮຸ່ງ​ເຮືອງ​ແລະ​ການ​ພັດທະນາ​
ປະ​ເທດຊາດ.

ຫົວ​ຂໍ້​ສໍາຄັນ​ໃນ​ລະດັບ​ສູງ​ຢູ່ໃນ​ລາຍການ​ປະຊຸມ ແມ່ນ​ເລື້ອງ​ການ​ສໍ້​ລາດບັງ​ຫລວງ​ແລະ​ນະ
ໂຍບາຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ໂດຍ​ສະ​ເພາະ​ໃນ​ໂຄງການ​ອານຸລັກ​ປ່າ​ໄມ້​ ທີ່
ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ສະຫະ​ປະຊາ​ຊາດ ທີ່​ເອີ້ນ​ວ່າແຜນການ​ລົດ​ຜ່ອນ​ການ​ປ່ອຍ​ອາຍ
ເສຍ​ຈາກການ​ ທໍາລາຍ​ປ່າ ​ແລະ​ການເຮັດ​ໃຫ້​ປ່າ​ໄມ້​ເຊື່​ອມ​ໂຊມ ຫລື ​REDD ນັ້ນ.

ບັນດາ​ຜູ້ຕາງໜ້າ​ຈາກ​ບັນດາ​ປະ​ເທດ​ກໍາລັງ​ພັດທະນາ​ຈໍານວນ​ນຶ່ງ ເຊັ່ນປະ​ເທດ​ເກາະ
Maldives ກ່າວ​ວ່າ ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າຮູ້ສຶກວ່າ ​ໄດ້​ຖືກ​ຍົກ​ເວ້ນ​ຈາກ​ການ​ເຈ
ລະຈາ​ ແລະ​ມີ​ຄວາມ​ໄວ້​ວາງໃຈ ໜ້ອຍ​ຫລາຍ ນໍາ​ຄວາມ​ຈິງ​ໃຈ​ຂອງ​ພວກ​ປະ​ເທດ​ທີ່​ພັດ
ທະນາ​ແລ້ວ​ ໃນ​ຄວາມ​ໝັ້ນ​ໝາຍ​ຂອງ​ພວກ​ເຂົາ​ເຈົ້າ ​ທີ່ຈະ​ປະຕິບັດ​ຕາມ​ຄໍາ​ໜັ້ນສັນຍາ
ຂອງ​ແຜນການ REDD ນັ້ນ.

ສະພາ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຍັງ​ສະ​ເໜີ​ຄໍາ​ແນະ​ນໍາ​ຕ່າງໆ ​ເພື່ອສົ່ງ​ເສີມ​ໃຫ້ມີ​ຄວາມ​
ໂປ່ງ​ໃສຫລາຍ​ຂຶ້ນ​ໃນ​ພາກ​ສ່ວນ​ເອກະ​ຊົນແລະ​ ຊຸກຍູ້​ໃຫ້​ມີ​ການ​ນໍາພາ​ທີ່​ແຂງ​ແຮງ​ຂຶ້ນ​ກ່ວາ
ເກົ່າ ແລະ​ຊຸກຍູ້​ໃຫ້​ມີ​ຄວາມ​ຕັ້ງ​ໃຈໃນ​ໝູ່​ພວກນັກການ​ເມືອງ​ ເພື່ອ​ທໍາ​ການປ້ອງ​ກັນ​ແລະ
ປາບ​ປາມ​ການ​ສໍ້​ລາດ​ບັງ​ຫລວງ​ໃນ​ທຸກ​ຮູບແບບ.

XS
SM
MD
LG