ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອາຊ່ຽນຫາທາງຍຸດຕິ ການປະທະກັນ ລະຫວ່າງໄທແລະກໍາປູເຈຍ


ທະຫານກໍາປູເຈຍ ຢູ່ໃກ້ໆກັບວັດເຂັາພຣະວິຫານ ເລາະຊາຍແດນ
ຕິດກັບໄທ ວັນທີ 6 ກຸມພາ 2011
ທະຫານກໍາປູເຈຍ ຢູ່ໃກ້ໆກັບວັດເຂັາພຣະວິຫານ ເລາະຊາຍແດນ ຕິດກັບໄທ ວັນທີ 6 ກຸມພາ 2011

ລັດຖະມຸນຕີ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ​ກໍາລັງ​ຢູ່​ບາງກອກ​
ເພື່ອ​ທໍາ​ການໂອ້​ລົມ​ສົນທະນາ​ຫາ​ທາງ​ຍຸດຕິ​ການ​ປະ​ທະ​ກັນ
ເລາະ​ຕາມ​ຊາຍ​ແດນ​ລະຫວ່າງ​ໄທ​ແລະ​ກໍາປູ​ເຈຍ​ທີ່ໄດ້ເຮັດ​
ໃຫ້ປະຊາຊົນ​ເສຍ​ຊີວິດ​ແລະ​ຮັບ​ບາດເຈັບ​ໄປ​ຫລາຍ​ສິນ​ຄົນ
ນັບ​ແຕ່​ວັນ​ສຸກ​ສັບປະດາ​ແລ້ວ​ນີ້​ເປັນ​ຕົ້ນ​ມາ.

ມີ​ລາຍ​ງານ​ວ່າ ບໍລິ​ເວນ​ຊາຍ​ແດນ​ໃກ້ໆ​ກັບ​ວັດ​ເຂົາ​ພຣະ
ວິຫານບ່ອນ​ທີ່ພວກ​ທະຫານຂອງທັງສອງຝ່າຍ​ໄດ້​ໃຊ້
ປືນ​ອັດຕະ​ໂນ​ມັດ​ແລະ​ປືນ​ໃຫຍ່​ຍິງ​ຕອບໂຕ້ກັນ​ເປັນ​ມື້ທີ
4 ລຽນຕິດນັ້ນງຽບ​ສະຫງົບ ​ແຕ່​ກໍເຄັ່ງ​ຕຶງໃນ​ວັນ​ອັງຄານ
ມື້ນີ້ ໂດຍທີ່​ໝູ່​ບ້ານ​ແຫ່ງ​ຕ່າງໆ​ເລາະ​ຕາມ​ເຂດຊາຍ​ແດນ​ລະ
ຫວ່າງສອງ​ປະ​ເທດ​ສ່ວນ​ໃຫຍ່​ກໍ​ເປົ່າ​ແປນ​ໄປ.

ທ່ານ Marty Natalegawa ລັດຖະມຸນຕີ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍຊຶ່ງ​ປັດຈຸບັນ​ເປັນ​ປະ
ທານວຽນ​ຂອງ​ສະມາຄົມ​ປະ​ເທດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ໄດ້​ມີ​ໝາຍ​ກໍານົດ​ທີ່
ຈະ​ພົບ​ປະກັບ​ຄູ່​ຕໍາ​ແໜ່​ງຝ່າຍ​ໄທ ​ຄື ທ່ານ​ກະ​ສິດພິຣົມຢູ່​ທີ່ບາງກອກ​ໃນ​ວັນ​ອັງຄານ​ມື້​ນີ້.
ກ່ອນ​ໜ້າ​ນີ້​ນຶ່ງ​ມື້ທີ່​ກໍາປູ​ເຈຍ ທ່ານ Natalegawa ກ່າວ​ເນ້ນ​ວ່າ​ໃນ​ຂະນະ​ທີ່​ກຸ່ມ​ອາ​ຊຽນ
ພວມ​ເຄື່ອນ​ໄປ​ເປັນ​ປະຊາ​ຄົມ​ອັນ​ດຽວ​ກັນ​ພາຍ​ໃນ​ປີ 2015 ນັ້ນ​ຈະ​ຕ້ອງບໍ່​ມີ​ສຽງ​ປືນ​ດັງ
ຂຶ້ນ​ອີກ ​ໃນຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​.

ທັງ​ລັດຖະບານ​ກໍາປູ​ເຈຍ​ແລະ​ລັດຖະບານ​ໄທ ຕ່າງ​ຄົນ​ຕ່າງ​ສົ່ງ​ສານ​ໄປ​ຍັງ​ສະພາ​ຄວາມ​ໝັ້ນ
ຄົງ​ສະຫະ​ປະຊາ​ຊາດ ​ແລະ​ນາຍົກລັດຖະມຸນຕີຮຸນ​ແຊນ​ແຫ່ງ​ກໍາປູ​ເຈຍ​ໄດ້​ຂໍ​ຮ້ອງ​ໃຫ້​ສົ່ງ​ກໍາ
ລັງ​ຮັກສາ​ສັນຕິພາບ​ໄປ​ຍັງຂົງ​ເຂດ​ດັ່ງກ່າວ ​ແຕ່​ໂຄສົກ​ຂອງ​ສະຫະ​ປະຊາ​ຊາດ​ໃນ​ນະຄອນ​
ນິວຢອກກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ທາງ​ສະພາ​ຄວາມ​ໜັ້ນຄົງ​ ຈະ​ລໍຖ້າ​ເບິ່ງ​ຜົນ​ຂອງການ
ດຳເນີນຄວາມ​ພະຍາຍາມ ເພື່ອຫາທາງການ​ໄກ່​ເກ່ຍບັນຫາຂອງ​ທ່ານ Natalegawa ນັ້ນ
ເສຍ​ກ່ອນ.

XS
SM
MD
LG