ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ມະຫາວິທະຍາໄລຕ່າງໆ ຂອງໄທ ຮູ້ສຶກໄດ້ ເຖິງຄວາມກົດດັນ ຈາກການປົກຄອງ ຂອງລັດຖະບານທະຫານ


ນາຍົກລັດຖະມົນຕີໄທ ທ່ານປຣະຍຸດ ຈັນໂອຊາ ເດີນທາງໄປເຂົ້າຮ່ວມ ພິທີສະຫຼອງວັນຄົບຮອບປີ ການກໍ່ຕັ້ງ ຂອງກອງພັນທະຫານໜ່ວຍພິທັກພະຣາຊິນີ ທີ 21, ຢູ່ທີ່ຈັງຫວັດ ຊົນບູຣີ, ວັນທີ 21ສິງຫາ 2014.
ນາຍົກລັດຖະມົນຕີໄທ ທ່ານປຣະຍຸດ ຈັນໂອຊາ ເດີນທາງໄປເຂົ້າຮ່ວມ ພິທີສະຫຼອງວັນຄົບຮອບປີ ການກໍ່ຕັ້ງ ຂອງກອງພັນທະຫານໜ່ວຍພິທັກພະຣາຊິນີ ທີ 21, ຢູ່ທີ່ຈັງຫວັດ ຊົນບູຣີ, ວັນທີ 21ສິງຫາ 2014.

ລັດຖະບານທີ່ປົກຄອງໂດຍທະຫານໄທ ໄດ້ຍັບຍັ້ງການຄັດຄ້ານ
ຂອງປະຊາຊົນ ນັບຕັ້ງແຕ່ ຕົນໄດ້ເຂົ້າກຳອຳນາດ ເມື່ອປີກາຍນີ້
ເປັນຕົ້ນມາ ແລະ ມະຫາວິທະຍາໄລຂອງປະເທດ ກ່າວວ່າ ມັນມີ
ຜົນກະທົບຕ່າງໆນາໆ ຢູ່ໃນບໍລິເວນມະຫາວິທະຍາໄລ. ບັນດາ
ນັກວິຊາການ ໂດຍສະເພາະພວກອາຈານສອນສິລະປະສາດ
ເຊັ່ນສາຂາການເມືອງ ກ່າວວ່າ ພວກເຂົາເຈົ້າແມ່ນຢູ່ພາຍໃຕ້
ການຈັບຕາເບິ່ງໂດຍລັດຖະບານທະຫານ ໃນການຫລຸດຜ່ອນ
ການໂຕ້ແຍ້ງດ້ານການເມືອງ ແລະ ເລື້ອງສິດທິມະນຸດ. ນັກຂ່າວ
Ron Corben ລາຍງານໃຫ້ວີໂອເອຊາບ ຈາກບາງກອກ ເລື້ອງ
ອັນທີ່ ບັນດານັກວິຊາການ ກ່າວວ່າ ເປັນ “ບັນຍາກາດຂອງ
ຄວາມຢ້ານກົວ”
ຢູ່ມະຫາວິທະຍາໄລທັງຫຼາຍ ຊຶ່ງໄຊຈະເລີນສຸກ
ຈະນຳເອົາລາຍລະອຽດ ມາສະເໜີທ່ານ.


ກຸ່ມສິ້ງຊອມສິດທິມະນຸດ ທີ່ມີຫ້ອງການຕັ້ງຢູ່ໃນນະຄອນນິວຢອກ ກ່າວວ່າ ນັບຕັ້ງແຕ່
ກອງທັບຂອງໄທ ໄດ້ຍຶດເອົາອຳນາດ ໃນເດືອນພຶດສະພາ ປີ 2014 ເປັນຕົ້ນມາ, ປະ
ຊາຊົນຫຼາຍກວ່າ 750 ຄົນ ໄດ້ຖືກຮຽກ ໃຫ້ໄປລາຍງານໂຕຕໍ່ທາງການທະຫານ ເພື່ອ
ເຈລະຈາ ໃຫ້ປະນີປະນອມກັນ. ບັນດານັກການເມືອງ, ນັກເຄື່ອນໄຫວ ແລະ ນັກຂ່າວ
ທັງຫຼາຍ ຜູ້ມີຊື່ສຽງ ໄດ້ປະເຊີນໜ້າກັບການກ່າວຫາວ່າ ຕຳນິຕິຕຽນ ຫຼື ຄັດຄ້ານການ
ປົກຄອງຂອງທະຫານ.

ອາຈານຫຼາຍທ່ານ ຢູ່ຕາມມະຫາວິທະຍາໄລ ທີ່ດີເດັ່ນທີ່ສຸດຫຼາຍແຫ່ງ ຂອງປະເທດ
ກໍບໍ່ໄດ້ຖືກຍົກເວັ້ນ. ເຄືອຂ່າຍນັກເຄື່ອນໄຫວໃນທ້ອງຖິ່ນ, ທີ່ພວມສົນທະນາກັນເລື້ອງ
ການປະຕິຮູບກົດໝາຍທາງອິນເຕີເນັດ ຕ່າງກໍກ່າວວ່າ ໃນບັນດາ 750 ຄົນ ທີ່ຖືກຄວບ
ຄຸມຕົວໄວ້ນັ້ນ ຢ່າງໜ້ອຍ 65 ຄົນ ທີ່ເປັນອາຈານບັນລະຍາຍ ແລະອາຈານສອນຢູ່ທີ່
ມະຫາວິທະຍາໄລ ໄດ້ຖືກຮຽກໂຕເຂົ້າພົບ ເພື່ອ ອັນທີ່ໝາຍເຖິງ “ການພົບປະເພື່ອ
ການດັດປ່ຽນທັດສະນະ.”

ທ່ານ Titipol Phakdeewanich ເປັນອາຈາບັນລະຍາຍດ້ານລັດຖະສາດ ຢູ່ທີ່ມະຫາ
ວິທະຍາໄລອຸບົນຣາຊະທານີ ໃນພາກຕາເວັນອອກສຽງເໜືອ ຂອງໄທ ຊຶ່ງເປັນທີ່ໝັ້ນ
ຂອງບັນດາຜູ້ສະໜັບສະໜູນ ອະດີດນາຍົກລັດຖະມົນຕີ ຂອງໄທ ທ່ານນາງຢິ້ງລັກ
ຊິນນະວັດ ຊຶ່ງລັດຖະບານຂອງຜູ້ກ່ຽວ ໄດ້ຖືກໂຄ່ນລົ້ມ ເມື່ອເດືອນພຶດສະພາ ປີ 2014.

ທ່ານທິຕິພົນ ກ່າວວ່າ ທະຫານກອງທັບບົກໄດ້ໄປມີໜ້າ ຢູ່ໃນຫ້ອງຮຽນແລະ ການສຳ
ມະນາ ຕ່າງໆ ເປັນປະຈຳລວມທັງງານຕ່າງໆທີ່ກ່ຽວພັນກັບພວກອົງການຈັດຕັ້ງສາກົນ.

ທ່ານທິຕິພົນ ເວົ້າວ່າ “ມັນເປັນບັນຍາກາດຊະນິດໜຶ່ງ ຂອງຄວາມຢ້ານກົວ ແລະການ
ຂູ່ເຂັນ ເພາະວ່າ ນັບຕັ້ງແຕ່ ຂ້າພະເຈົ້າຮູ້ເລື້ອງຄັ້ງທຳອິດວ່າ ໄດ້ຖືກຕິດຕາມ ຕໍ່ຈາກ
ນັ້ນມາຂ້າພະເຈົ້າກໍຄິດຢູ່ສະເໝີ ແມ່ນກະທັງໃນເວລາຂັບລົດຕອນຄ່ຳຄືນ ວ່າ ຈະຖືກ
ຢຸດໂດຍທະຫານ ອັນນີ້ ເປັນປະເພດຂອງຄວາມຢ້ານກົວ ຢູ່ໃນຄວາມຄິດ ຂອງຂ້າ
ພະເຈົ້າ ທີ່ເຮັດໃຫ້ຂ້າພະເຈົ້າ ມີຄວາມກັງວົນກ່ຽວກັບທຸກສິ່ງ ທຸກຢ່າງ ທີ່ຂ້າພະເຈົ້າ
ສິດສອນ.”

ໃນເດືອນຕຸລາປີກາຍນີ້ ນາຍົກລັດຖະມົນຕີໄທ ທ່ານປຣະຍຸດ ຈັນໂອຊາ ໄດ້ຕຳນິຕິຕຽນ
ບັນດາອາຈານມະຫາວິທະຍາໄລ ໂດຍກ່າວຫາພວກເພິ່ນວ່າ ເປັນຜູ້ຍຸຍົງໃຫ້ມີແນວຄິດ
ປະຕິວັດ ແລະດຳເນີນກິດຈະກຳຕ່າງໆພາຍໃນພວກນັກສຶກສາ.

ຫຼັງຈາກ ທ່ານປຣະຍຸດ ໄດ້ມີຄຳເຫັນແລ້ວ ບັນດາອາຈານ ໃນຈັງຫວັດຊຽງໃໝ່ ກໍໄດ້ສົ່ງ
ຖະແຫລງການສະບັບໜຶ່ງ ທີ່ກ່າວວ່າ “ມະຫາວິທະຍາໄລ ບໍ່ແມ່ນຄ້າຍທະຫານ” ແລະ
ຮຽກຮ້ອງໃຫ້ສະໜັບສະໜູນເສລີພາບຂອງການສະແດງອອກຄວາມຄິດເຫັນ ແລະການ
ອະພິປາຍຢູ່ທີ່ສະຖາບັນການສຶກສາຕ່າງໆ.

ບໍ່ດົນຫຼັງຈາກຕຳຫຼວດຈັງຫວັດຊຽງໃໝ່ ໄດ້ອອກໃບຮຽກໂຕ ພວກນັກວິຊາການສອງທ່ານ
ທີ່ກ່ຽວຂ້ອງແລ້ວ ກໍ່ໄດ້ເກີດມີການອະພິປາຍກັນ ກ່ຽວກັບເສລີພາບຢູ່ສະຖາບັນການສຶກ
ສາຕ່າງໆໃນປະເທດໄທ.

ທ່ານນາງ Pongkwan Sawasdipakee ອາຈານບັນລະຍາຍ ຢູ່ທີ່ພະແນກລັດຖະສາດ
ຂອງມະຫາວິທະຍາໄລ ທຳມະສາດ ກ່າວວ່າ ໃນປັດຈຸບັນ ການຄວບຄຸມ ການອະພິປາຍ
ຢ່າງເປີດເຜີຍ ໄດ້ເຮັດໃຫ້ມີການເນັ້ນຄວາມສຳຄັນຫຼາຍຂຶ້ນຕື່ມ ໃຫ້ແກ່ບັນດານັກວິຊາ
ການເພື່ອໃຫ້ໄດ້ສົນທະນາກັນ ເລື້ອງການເມືອງຂອງປະເທດ.

ທ່ານນາງ Pongkwan ເວົ້າວ່າ “ເວລາພວກເຮົາ ຢູ່ພາຍໃຕ້ການປົກຄອງ ຂອງລັດຖະ
ບານທະຫານ ພວກເຮົາບໍ່ສາມາດອອກຄວາມຄິດເຫັນໄດ້ຢ່າງຊັດແຈ້ງ ພວກເຮົາມີ
ແນວໂນ້ມທີ່ຈະຂໍໃຫ້ບັນດານັກວິຊາການໃຫ້ມີພື້ນທີ່ ເພື່ອຈະເວົ້າກ່ຽວກັບເລື້ອງນັ້ນ
ແລະພວກເຮົາກໍຈະເອີ້ນມັນວ່າ ເສລີພາບດ້ານການສຶກສາ ເພາະວ່າພວກເຮົາເຊື່ອ
ວ່າ ສະຖາບັນການສຶກສາຄວນມີພື້ນທີ່ ຫຼາຍກວ່າຄົນອື່ນໆ ຫຼາຍກວ່າພົນລະເມືອງ
ທົ່ວໄປ ເພື່ອໃຫ້ໄດ້ອອກຄວາມຄິດເຫັນ. ຖ້າພວກເຮົາຢາກອະພິປາຍ ກ່ຽວກັບສິດ
ເສລີພາບໃນການອອກຄວາມຄິດເຫັນ ພວກເຮົາບໍ່ຄວນເວົ້າເຖິງ ແຕ່ສິດເສລີພາບ
ໃນດ້ານການສຶກສາເທົ່ານັ້ນ ໂດຍປາດສະຈາກ ສິດເສລີພາບ ໃນການອອກຄວາມ
ຄິດເຫັນ.”

ອົງການ Freedom House ຊຶ່ງເປັນອົງການສິ້ງຊອມອິດສະລະຂອງອາເມຣິກາ ທີ່ຕິດ
ຕາມເບິ່ງສິດເສລີພາບໃນທົ່ວໂລກ ໄດ້ລົດຄະແນນ ສະຖານະພາບຂອງປະເທດລົງຮອດ
ວ່າ “ບໍ່ເສລີ” ລວມທັງສື່ມວນຊົນ ແລະ ສື່ສັງຄົມຂອງປະເທດນຳດ້ວຍ.

ບົດລາຍງານຫຼ້າສຸດຂອງອົງການ Freedom House ໄດ້ລາຍງານວ່າ ຄະນະຮັກສາ
ຄວາມສະຫງົບແຫ່ງຊາດ ຫລື NCPO ຂອງລັດຖະບານທະຫານ ໄດ້ຮຽກໂຕປະຊາຊົນ
ຫຼາຍກວ່າ 400 ຄົນເພື່ອໄປ “ສອບປາກຄຳ” ກ່ຽວກັບກິຈະກຳຕ່າງໆທາງ online ຫຼື
ທາງອິນເຕີເນັດ ຂອງພວກເຂົາເຈົ້າ.

ທ່ານ Ekachai Chaninuvati ຮອງຜູ້ອຳນວຍການພະແນກກົດໝາຍ ຢູ່ທີ່ມະຫາວິທະ
ຍາໄລ ສະຍາມ ກ່າວວ່າ ບັນຫາທາງການເມືອງຕ່າງໆຂອງໄທ ບໍ່ສາມາດແກ້ໄຂໄດ້ ໂດຍ
ທາງດ້ານທະຫານ ພຽງລຳພັງ ແຕ່ດ້ວຍການສິ້ນສຸດຄວາມສົງໄສ ທີ່ເພີ້ມຂຶ້ນ ລະຫວ່າງ
ທະຫານ ກັບ ຊຸມຊົນໂດຍສ່ວນໃຫຍ່.

ທ່ານ Ekachai ເວົ້າວ່າ “ເປັນຫຍັງຄົນໄທຈ່ຶງບໍ່ຄິດວ່າ ພວກເຮົາຕ້ອງຢູ່ແຕ່ທີ່ແຫ່ງນີ້
ພວກເຮົາຕ້ອງອາໄສຢູ່ທີ່ແຫ່ງນີ້ ແລະ ບັນຫານີ້ ຫຼື ບັນຫາອັນໃດກໍຕາມ ທີ່ພວກເຂົາ
ເຈົ້າ ຄິດວ່າພວກເຂົາມີ ຈະບໍ່ເຮັດຕາມ ຫຼື ຈະບໍ່ແກ້ໄຂ ຖ້າພວກເຮົາມີຄວາມຄິດ ທີ່
ແຕກຕ່າງກັນ. ຖ້າທະຫານຍັງຄິດວ່າ ພວກເຂົາເຈົ້າແຕກຕ່າງກັນກັບປະຊາຊົນ ແລະ
ຖ້າປະຊາຊົນຍັງຄິດວ່າ ພວກເຂົາເຈົ້າແມ່ນແຕກຕ່າງຈາກທະຫານ. ອັນນັ້ນ ມັນກໍຈະ
ບໍ່ໄປບໍ່ມາທາງໃດເລີຍ.”


ໃນການກ່າວຄຳປາໄສ ທ້າຍປີ ທີ່ຖ່າຍທອດໄປທົ່ວປະເທດນັ້ນ ນາຍົກລັດຖະມົນຕີ ປຣະຍຸດ
ໄດ້ເຕືອນຊາວໄທວ່າ ການຍຶດອຳນາດໂດຍທະຫານ ແມ່ນເພື່ອປະຕິຮູບປະເທດ ແລະ
ຮ່າງລັດຖະທຳມະນູນສະບັບໃໝ່. ທ່ານໄດ້ກ່າວວ່າ ທ່ານຄາດໝາຍວ່າ ປະຊາທິປະໄຕ
ຈະຫວນກັບຄືນປະເທດ ຫຼັງຈາກ ການເລືອກຕັ້ງໃໝ່ ທີ່ຄາດກັນໄວ້ໃນກາງເດືອນ ປີ 2017.

XS
SM
MD
LG