ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຳລັງ ທະ​ຫານ ແລະ​ຕຳ​ຫຼວດໄທ ຄວບຄຸມ ສະຖານະການ ໃນບາງກອກ (ວີດີໂອ)


ລົດທະຫານ ກຳລັງແລ່ນເຂົ້າຫາ ບ່ອນມີການໂຮມຊຸມນຸມ ຂະໜາດນ້ອຍ ໃນບາງກອກ (ວັນທີ 1 ມິຖຸນາ 2014).
ລົດທະຫານ ກຳລັງແລ່ນເຂົ້າຫາ ບ່ອນມີການໂຮມຊຸມນຸມ ຂະໜາດນ້ອຍ ໃນບາງກອກ (ວັນທີ 1 ມິຖຸນາ 2014).
ລັດຖະບານ​ທະຫານ​ ຂອງ​ໄທ ​ໄດ້​ສົ່ງ​ກຳລັງ​ທະຫານ​ ແລະ​ຕຳ
ຫຼວດຫຼາຍພັນ​ຄົນໄປປະຈຳການຢູ່ຕາມຈຸດຕ່າງໆໃນ​ທົ່ວ​ບາງ
ກອກ ​ເພື່ອ​ສະກັດ​ກັ້ນ ບໍ່ໃຫ້ພວກປະ​ທ້ວງ​ໃດໆ ທີ່​ໄດ້ຂົ່ມຂູ່ວ່າ​
ຈະ​ຈັດການ​ໂຮມ​ຊຸມນຸມ​ປະທ້ວງໃນ​ມື້​ນີ້​ເພື່ອເປັນ​ການ​ທ້າ​ທາຍ​
ຕໍ່​ພວກທະຫານ ທີ່​ໄດ້​ເຂົ້າຍຶດອຳນາດ​ໃນ​ການ​ເຮັດ​ລັດຖະປະ
ຫານ​ເມື່ອເດືອນ​ແລ້ວນີ້​.

​ມີ​ການ​ປະ​ທ້ວງແບບ​ນ້ອຍໆ ​ແຕ່ເຂັ້ມຂຸ້ນ​ຮ້າຍແຮງ​ ​ຕໍ່ຕ້ານການ
​ກໍ່ລັດຖະ ປະຫານ ໃນ​ນະຄອນຫຼວງຂອງໄທ ໃນວັນອາທິດມື້​ນີ້ ​
ດັ່ງ​ທີ່​ໄດ້ມີມາ ໃນທຸກໆ​ມື້ ນັບຕັ້ງ​ແຕ່​ກອງທັບໄດ້​ໂຄ່ນລົ້ມ​ລັດຖະ
ບານ​ພົນລະ​ເຮືອນ ​ໃນ​ການ​ຍຶດອຳນາດ​ ທີ່​ບໍ່​ມີ​ການ​ນອງ​ເລືອດ
ເມື່ອ​ວັນ​ທີ 22 ພຶດສະພາຜ່ານ ມານີ້.

ຜູ້​ສື່ຂ່າວ ວີ​ໂອ​ເອ ​ໃນ​ບາງກອກ Steve Herman ​ໄດ້ລາຍ​ງານວ່າ ພວກ​ປະທ້ວງ​ໄດ້​ພາກັນ​ໃຊ້
​ສື່​ສັງຄົມ ​ໃນ​ການ​ເຄື່ອນ​ຍ້າຍ​ຈຸດ​ປະ​ທ້ວງ ອອກ​ໄປ​ຈາກ​ບໍລິ​ເວນ​ ທີ່​ມີ​ກຳລັງຮັກສາຄວາມ​ສະ ຫງົບ ທີ່​ອາດຈະເຂົ້າ​ໄປ​ ສະຫຼາຍ​ພວກປະທ້ວງກຸ່ມນ້ອຍໆ​ທີ່ຈັດການ
ໂຮມ​ຊຸມນຸມ​ໃໝ່ຂຶ້ນ​ນັ້ນ.

​ໃນ​ວັນ​ເສົາ​ວານ​ນີ້ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະ​ລັດ Chuck Hagel ໄດ້ຮຽກຮ້ອງ​
ໃຫ້ຄະນະ​ຜູ້ນຳໃນການກໍ່ລັດຖະປະຫານ​ຂອງ​ໄທ ​ປ່ອຍ​ໂຕ​ບັນດາ​ຜູ້ຖືກ​ຈັບ​ກຸມ ​ແລະ ໃຫ້ຈັດຕັ້ງການ​ເລືອກ​ຕັ້ງທົ່ວ​ໄປ ​ໂດຍ​ທັນທີ.

ໃນຄຳ​ຖະແຫລ​ງ ຢູ່​ກອງ​ປະຊຸມ​ຄວາມ​ໝັ້ນຄົງ​ຂອງ​ເອເຊຍ ​ທີ່ ສິງກະ​ໂປ ທ່ານ Hagel ຍັງ​ຮຽກຮ້ອງ​ໃຫ້ທະຫານ​ ຍຸດຕິການບັ່ນທອນສິດເສລີພາບ ໃນການ​ປາກ​ເວົ້າ ຮວມ​ທັງ​ການ
​ຫ້າມ​ບໍ່ໃຫ້ໂຮມ​ຊຸມ​ນຸມທາງ​ການ​ເມຶ​ອງ ທີ່ມີຫຼາຍກວ່າ​ຫ້າ​ຄົນຂຶ້ນ ​ແລະ​ການ​ຄວບ​ຄຸມສື່​ມວນ​ຊົນ ຢ່າງເຄັ່ງຄັດ.

​ທ່ານ Hagel ​ໄດ້ປະນາມ “ການຖອຍຫລັງ​ຂອງ​ປະຊາທິປະ​ໄຕ” ຢູ່ໄທ ໂດຍກ່າວຕໍ່
ບັນດາຜູ້​ແທນ ທີ່​ເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງ Shangri-La ວ່າ ສະຫະລັດ​ໄດ້​ໂຈະເປັນການຊົ່ວຄາວ ຄວາມ​ສຳພັນທາງ​ທະຫານທີ່​ມີ​ມາເປັນ​ເວລາດົນນານ​ກັບ​ໄທ.

ຢູ່​ໃນ​ຄຳ​ປາໄສຕໍ່ປະເທດຊາດທາງ​ໂທລະພາບ ​ໃນ​ຕອນ​ແລງ​ວັນ​ສຸກ​ທີ່​ຜ່ານ​ມາ​ນີ້ ນາຍ​ພົນປຣະຍຸ​ດ ຈັນ​ໂອຊາກ່າວ​ວ່າ ຂັ້ນຕອນໃນການສ້າງ ຄວາມປອງດອງຊາດ ແລະການ
​ປະຕິ​ຮູບທາງດ້ານ​ການ​ເມືອງນັ້ນຕ້ອງ ​ມີ​ຂື້ນ​ກ່ອນ​ການ​ເລືອກ​ຕັ້ງ. ທ່ານ​ໄດ້​ໃຊ້​ເວລາ​ ສ່ວນ
​ໃຫຍ່ຂອງຄຳປາໄສ ຄ້ຳປະກັນ​ຕໍ່​ສາທາລະນະ​ຊົນ​ວ່າ ​ເສດຖະກິດ​ຂອງ​ໄທ​ຍັງມີຄວາມເຂັ້ມ​
ແຂງ​ ແລະ​ບັນດາ​ນັກ​ລົງທຶນ​ຄວນຍັງ​ຄົງມີຄວາມ​ເຊື່ອໝັ້ນຢູ່.
ເບິ່ງວີດີໂອເລື້ອງນີ້.
please wait

No media source currently available

0:00 0:00:50 0:00
XS
SM
MD
LG